ຫວຽດນາມ ປະກອບສ່ວນເຂົ້າໃນບັນດາຂໍ້ຕົກລົງທີ່ສຳຄັນຂອງ Unesco

19:00 | 05/05/2022

ສອງອາທິດຕົ້ນເດືອນ ເມສາ ປີ 2022 ຢູ່ ປາຣີ ປະເທດ ຝລັ່ງ ໄດ້ດຳເນີນຄົບຄະນະ ຂອງສະພາບໍລິຫານງານ ຄັ້ງທີ 214 ຂອງ Unesco ເຊິ່ງມີການເຂົ້າຮ່ວມຂອງ 58 ປະເທດພາຄີ. ນີ້ແມ່ນກອງປະຊຸມ ຄັ້ງທຳອິດຂອງສະພາບໍລິຫານງານ ອາຍຸການ 2021 – 2025 ເຊິ່ງ ຫວຽດນາມ ແມ່ນປະເທດສະມາຊິກ ແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ສຳຄັນ ມີລັກສະນະກຳນົດທິດຂອງ Unesco ໃນໄລຍະທີ່ຈະມາເຖິງ.

ຮ່າໂນ້ຍ ຫັນການປະຕິບັດຂໍ້ລິເລີ່ມເຂົ້າຮ່ວມເຄືອຂ່າຍບັນດານະຄອນຫົວຄິດປະດິດສ້າງຂອງອົງການ UNESCO ໃຫ້ປະກົດຜົນເປັນຈິງ ຮ່າໂນ້ຍ ຫັນການປະຕິບັດຂໍ້ລິເລີ່ມເຂົ້າຮ່ວມເຄືອຂ່າຍບັນດານະຄອນຫົວຄິດປະດິດສ້າງຂອງອົງການ UNESCO ໃຫ້ປະກົດຜົນເປັນຈິງ
ຫວຽດນາມສະເໜີໃຫ້ UNESCO ເສີມຂະຫຍາຍບົດບາດຄວາມສາມັກຄີ ແລະ ສ້າງສັນຕິພາບໂລກ ຫວຽດນາມສະເໜີໃຫ້ UNESCO ເສີມຂະຫຍາຍບົດບາດຄວາມສາມັກຄີ ແລະ ສ້າງສັນຕິພາບໂລກ
ຫວຽດນາມ ປະກອບສ່ວນເຂົ້າໃນບັນດາຂໍ້ຕົກລົງທີ່ສຳຄັນຂອງ Unesco
ຫວຽດນາມ ປະກອບສ່ວນເຂົ້າໃນບັນດາຂໍ້ຕົກລົງທີ່ສຳຄັນຂອງ Unesco

ກອງປະຊຸມຄົບຄະນະແມ່ນມີຄວາມໝາຍສຳຄັນໃນສະພາບການສົ່ງຜົນກະທົບຂອງບັນດາບັນຫາໃນໂລກ, ໂລກລະບາດໂຄວິດ - 19 ແລະ ບັນດາການໃຊ້ຄວາມຮຸນແຮງ, ການປະທະກັນດ້ວຍອາວຸດ ບໍ່ພຽງແຕ່ສົ່ງຜົນສະທ້ອນຕໍ່ການພັດທະນາເສດຖະກິດ ເຮັດໃຫ້ຄວາມບໍ່ຍຸດຕິທຳເພີ່ມທະວີ, ລົບລ້າງຜົນງານການພັດທະນາຂອງມວນມະນຸດເທົ່ານັ້ນ ຫາກຍັງເປັນການນາບຂູ່ຕໍ່ສັນຕິພາບຄວາມໝັ້ນຄົງ ແລະ ການພັດທະນາຂອງໂລກອີກດ້ວຍ.

ພ້ອມກັບບັນດາປະເທດ, ຫວຽດນາມ ໄດ້ປຶກສາຫາລືບັນດາມາດຕະການລະອຽດ ເພື່ອຜັນຂະຫຍາຍຍຸດທະສາດ ໄລຍະກາງ 2022 – 2029, ໂຄງການ ແລະ ແຜນງົບປະມານໄລຍະ 2022- 2025, ບັນດາຂໍ້ລິເລີ່ມໃນໂລກຄື ອະນາຄົດຂອງການສຶກສາ, ຄຸນສົມບັດໃນປັນຍາທຽມ ແລະ ວິທະຍາສາດເປີດ, ຄວາມມານະພະຍາຍາມເພີ່ມທະວີການຮ່ວມມືຫຼາຍຝ່າຍ, ການຮັບມືກັບສິ່ງທ້າທາຍທົ່ວໂລກ ເພື່ອການຟື້ນຟູ ແລະ ພັດທະນາແບບຍືນຍົງ ໃນໄລຍະພາຍຫຼັງໂລກລະບາດໂຄວິດ - 19. ຫວຽດນາມ ສະໜັບສະໜູນຂໍ້ລິເລີ່ມ "ເສັ້ນທາງກ້າວໄປເຖິງສັນຕິພາບ: ການສົນທະນາ ແລະ ກະທຳ ເພື່ອຄວາມໂອບເອື້ອອາລີ ແລະ ຄວາມເຂົ້າໃຈລະຫວ່າງວັດທະນະທຳ” ແລະ “Unesco ແລະ ມະຫາສະໝຸດ”.

ທີ່ກອງປະຊຸມຄັ້ງນີ້ ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ໄດ້ເນັ້ນໜັກເຖິງບັນດາການປະກອບສ່ວນຂອງ ຫວຽເນາມ ເຊິ່ງສະແດງໃຫ້ເຫັນການຖືເປັນສຳຄັນການຮ່ວມມືຫຼາຍຝ່າຍ ເວົ້າລວມ ແລະ ບົດບາດຂອງ Unesco ເວົ້າສະເພາະ; ໃຫ້ຄຳໝັ້ນສັນຍາ ຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າ ເປັນເຈົ້າການຫຼາຍກວ່າໃຫ້ແກ່ Unesco ດ້ວຍຖານະແມ່ນສະມາຊິກສະພາບໍລິຫານງານ ອາຍຸການ 2022 – 2025.

ເປັນໜ້າສົນໃຈ ແມ່ນບັນດາຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບການ ຊຸກຍູ້ວັດທະນະທຳສັນຕິພາບ ການເສີມຂະຫຍາຍສ້າງພາລະກຳ “ສ້າງສັນຕິພາບໃນແນວຄິດຈິດໃຈມະນຸດ” ຂອງ Unesco, ວິທີເຂົ້າເຖິງວັດທະນະທຳມະນຸດ, ລະຫວ່າງຂະແໜງ, ຫຼາຍຝ່າຍ, ຊຸກຍູ້ການຮ່ວມມືໜູນຊ່ວຍຄວາມມານະພະຍາຍາມພັດທະນາແບບຍືນຍົງ, ກວມລວມ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງບັນດາປະເທດ... ໄດ້ຮັບການຕີລາຄາສູງ. ພິເສດໃນຖານະເປັນປະທານ ອາຊຽນ ຂອງຂົງເຂດການສຶກສາປີ 2022, ປະທານຄະນະກຳມະການວັດທະນະທຳ - ຖະແຫຼງຂ່າວ ອາຊຽນ ປີ 2022, ສະມາຊິກທີ່ຫຼັກແຫຼ່ງຂອງ Unesco ໃນການຮ່ວມມືທາງດ້ານວິທະຍາສາດ, ຫວຽດນາມ ໄດ້ນຳສະເໜີບັນດາຂໍ້ສະເໜີລະອຽດປະກອບສ່ວນເຂົ້າໃນການກະກຽມ ໃຫ້ແກ່ບັນດາເຫດການສາກົນທີ່ສຳຄັນໃນປີນີ້.

ໃນຖານະເປັນປະເທດສະໝັກເລືອກຕັ້ງ ຂອງສະພາສິດທິມະນຸດຂອງສະຫະປະຊາຊາດ ອາຍຸການ 2021 – 2025, ຫວຽດນາມ ກໍ່ຢັ້ງຢືນນ້ຳໃຈຮ່ວມມື, ຄຳໝັ້ນສັນຍາປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງໂລກ ແນໃສ່ຊຸກຍູ້ ແລະ ປົກປ້ອງສິດທິມະນຸດ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢືນຢັນວ່າ:

“ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບ ເປັນເຈົ້າການຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງ Unesco ພິເສດແມ່ນໃນບັນດາບັນຫາທີ່ສຳຄັນ ເຊິ່ງໄດ້ຮັບຄວາມເອົາໃຈໃສ່ຈາກ Unesco ແລະ ບັນດາປະເທດສະມາຊິກ; ປະກອບສ່ວນເຂົ້າໃນບັນດາໂຄງການຈຸດສຸມຂອງ Unescoໃນປັດຈຸບັນ ຄື ມາດຕະຖານທາງດ້ານຄຸນສົມບັດ ປັນຍາທຽມ, ການສຶກສາ ເພື່ອການພັດທະນາແບບຍືນຍົງ, ການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ”.

ສຳລັບການພົວພັນຮ່ວມມືລະຫວ່າງ ຫວຽດນາມ - Unesco ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການພັດທະນາຂອງປະເທດຊາດ ພ້ອມທັງສ້າງພາບພົດເປັນປະເທດ ຫວຽດນາມ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ, ຂະຫຍັນຂັນເຄື່ອນ ແລະ ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ຫວຽດນາມເອງ ໄດ້ເປັນຕົນແທນໃຫ້ແກ່ບັນດາຄຸນຄ່າຂອງ Unesco ນັ້ນແມ່ນສາມັກຄີ,ໂອບເອື້ອອາລີ, ຫຼາຍຮູບຫຼາຍສີ ແລະ ກົມກຽວ. ນີ້ໄດ້ຮັບຖືວ່າ ແມ່ນບັນດາຄຸນຄ່າພື້ນຖານ ສ້າງເປັນສີສັນ ຫວຽດນາມ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ຖືວ່າ:

“ຫວຽດນາມ ຕັດສິນໃຈເຮັດສຳເລັດໜ້າທີ່ ແມ່ນກຳມະການສະພາບໍລິຫານງານ ເພື່ອຊຸກຍູ້ເສີມຂະຫຍາຍບົດບາດຂອງ Unesco ເພື່ອຄວາມກ້າວໜ້າລວມຂອງມວນມະນຸດ. ພ້ອມກັນນັ້ນນີ້ກໍ່ແມ່ນໂອກາດທີ່ດີ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ Unesco, ນຳໃຊ້ບັນດາແນວຄວາມຄິດ, ຂໍ້ລິເລີ່ມ, ແຫຼ່ງກຳລັງຂອງ Unesco ເພື່ອເປີດເຂດພັດທະນາໃໝ່ໃຫ້ແກ່ ຫວຽດນາມ ປະກອບສ່ວນຍົກສູງຊີວິດທາງດ້ານຈິດໃຈຂອງສັງຄົມ ແລະ ສ້າງພື້ນຖານທີ່ສະດວກ ເພື່ອໃຫ້ປະເທດປະຕິບັດສຳເລັດບັນດາເປົ້າພັດທະນາແບບຍືນຍົງທີ່ໄດ້ວາງອອກ”.

ຫວຽດນາມ ພວມຍູ້ແຮງການຜັນຂະຫຍາຍແນວທາງຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ກ່ຽວກັບຄວາມເປັນເຈົ້າການເຊື່ອມໂຍງສາກົນ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ. ໂດຍແມ່ນສະມາຊິກສະພາບໍລິຫານງານ Unesco ເຊິ່ງແມ່ນອົງການທີ່ມີບົດບາດຢ່າງໃຫຍ່ຫຼວງ ໃນການວາງກຳນົດນະໂຍບາຍຂອງອົງການນີ້, ຫວຽດນາມ ພວມມີບັນດາການປະກອບສ່ວນຢ່າງແທດຈິງໃຫ້ແກ່ການແກ້ໄຂບັນດາບັນຫາລວມ ແລະ ປະກອບສ່ວນປັບປຸງການພົວພັນ “ຮອບດ້ານ, ແທດຈິງ, ມີປະສິດທິຜົນ” ລະຫວ່າງ ຫວຽດນາມ ແລະ Unesco”.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.