ສະຫະພັນໃຫຍ່ແຮງງານຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງສະຫະພັນແຮງງານໂລກ

10:19 | 11/05/2022

ຍສໝ - ນັບແຕ່ວັນທີ 06 – 08 ພຶດສະພາ, ຄະນະຜູ້ແທນສະຫະພັນໃຫຍ່ແຮງງານ ຫວຽດນາມ ໂດຍທ່ານ ຫງວຽນດິ່ງຄາງ, ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ເປັນຫົວໜ້າ ນຳພາຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງ ປະຊຸມໃຫຍ່ສະຫະພັນແຮງງານໂລກ (WFTU) ຄັ້ງທີ 18 ເຊິ່ງຈັດຂຶ້ນຢູ່ ໂຣມ, ອີຕາລີ. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນກວ່າ 430 ທ່ານທີ່ມາຈາກ 106 ປະເທດໃນໂລກ.

ເສີມຂະຫຍາຍບົດບາດ, ຍົກສູງປະສິດທິຜົນວຽກງານການທູດປະຊາຊົນ, ເສົາຄ້ຳໜຶ່ງຂອງພື້ນຖານການທູດຫວຽດນາມ ຮອບດ້ານ ແລະ ທັນສະໄໝ. ເສີມຂະຫຍາຍບົດບາດ, ຍົກສູງປະສິດທິຜົນວຽກງານການທູດປະຊາຊົນ, ເສົາຄ້ຳໜຶ່ງຂອງພື້ນຖານການທູດຫວຽດນາມ ຮອບດ້ານ ແລະ ທັນສະໄໝ.
ປະທານປະເທດຫວຽດນາມ ຕີລາຄາສູງຈິດໃຈອວ່າຍໜ້າກັບເມືອບ້ານເກີດເມືອງນອນຂອງຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ປະທານປະເທດຫວຽດນາມ ຕີລາຄາສູງຈິດໃຈອວ່າຍໜ້າກັບເມືອບ້ານເກີດເມືອງນອນຂອງຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ

ກ່າວຄຳເຫັນໄຂກອງປະຊຸມໃຫຍ່, ທ່ານ Georges Mavrikos ເລຂາທິການໃຫຍ່ WFTU ໄດ້ເນັ້ນໜັກເຖິງບັນດາບາດກ້າວພັດທະນາຢ່າງກະໂດດຂັ້ນທັງດ້ານ ຈຳນວນ ແລະ ຄຸນນະພາບຂອງ WFTU ໃນຊຸມປີມໍ່ໆມານີ້ ແລະ ຕີລາຄາ ສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ເພື່ອແນໃສ່ຮັກສາ, ປັບປຸງບົດບາດປະຈັນບານຂອງ WFTU ໃນການຕໍ່ສູ້ປົກປ້ອງສິດ, ຜົນປະໂຫຍດໃຫ້ແກ່ຜູ້ອອກແຮງງານໃນໂລກໃນປັດຈຸບັນ.

ສະຫະພັນໃຫຍ່ແຮງງານຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງສະຫະພັນແຮງງານໂລກ
ທ່ານປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ຫງວຽນດິ່ງຄາງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: TTXVN

ໂດຍສະເໜີບົດປະກອບຄຳເຫັນທີ່ກອງປະຊຸມ, ທ່ານປະທານສະຫະພັນໃຫຍ່ ແຮງງານ ຫວຽດນາມ ຫງວຽນດິ່ງຄາງ ຢືນຢັນວ່າ ສະຫະພັນໃຫຍ່ແຮງງານ ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ຄຽງບ່າຄຽງໄຫຼ່ພ້ອມກັບບັນດາອົງການຈັດຕັ້ງຂອງ WFTU ເພື່ອແນໃສ່ປົກ ປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວຜູ້ອອກແຮງງານ ແລະ ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນຈາກສະຫະພັນກຳມະບານໂລກ ແລະ ບັນດາອົງການຈັດຕັ້ງສະມາຊິກໃນໄລຍະຈະມາເຖິງ.

ໃນການເຮັດວຽກ 3 ວັນ, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆທີ່ ພວມພົ້ນເດັ່ນໃນໂລກ ແລະ ດຳເນີນການເລືອກຕັ້ງຄະນະນຳຊຸດໃໝ່, ໃນນັ້ນ, ທ່ານ ຫງວຽນດິ່ງຄາງ ໄດ້ຮັບການສະເໜີໃຫ້ດຳລົງຕຳແໜ່ງເປັນຮອງ ປະທານຂອງ WFTU ໃນອາຍຸການຕໍ່ໄປ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.