|  | 
| ກອງປະຊຸມສຸດຍອດພິເສດ ອາເມລິກາ-ອາຊຽນ ຄັ້ງທີ 9 (ພາບ: Asean.org.) | 
ກອງປະຊຸມຂັ້ນສຸດຍອດເສດ ອາເມລິກາ-ອາຊຽນ ຈະຈັດຂຶ້ນຢູ່ ນະຄອນຫຼວງວໍຊິງຕັນ ໃນວັນທີ 12 ຫາວັນທີ 13 ພຶດສະພານີ້. ນອກຈາກຈຸດປະສົງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນລະຫວ່າງ ອາເມລິກາ ແລະ ອາຊຽນ ຄົບຮອບ 45 ປີແລ້ວ, ຜູ້ນຳບັນດາປະເທດຍັງຈະປຶກສາຫາລືບັນດາບັນຫາທີ່ຮ້ອນເຮັ່ງໃນໂລກທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ກອງປະຊຸມສຸດຍອດພິເສດ ອາເມລິກາ-ອາຊຽນ ແມ່ນໂອກາດເພື່ອໃຫ້ ອາເມລິກາ ປັບປຸງການພົວພັນຄູ່ຮ່ວມມືກັບບັນດາປະເທດໃນພາກພື້ນ. ບັນດາຫົວຂໍ້ທີ່ຈະປຶກສາຫາລືໃນກອງປະຊຸມປະກອບມີ: ການແຜ່ລະບາດຂອງ COVID-19, ຄວາມປອດໄພດ້ານສຸຂະພາບຂອງໂລກ, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ. ບັນດາຝ່າຍກໍ່ຈະແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີສະຖານະການຢູ່ແຄຣນ, ມຽນມາ.
ວີໂອວີ
 
                 
  
  
                                             
                                             
                                             
                                             
                                             
                                             
                                             
                                             
                                             
                 
                 
                 
                     
                     
                     
                    