ແຟນກິລາຫວຽດນາມ ຫຼາຍພັນຄົນລະດົມກໍາລັງໃຈໃຫ້ U.23 ລາວ

11:16 | 10/05/2022

ຕອນບ່າຍວັນທີ 7 ພຶດສະພາ, ທີ່ສະໜາມກິລາ ທຽນເຈື່ອງ (ແຂວງນາມດິ້ງ) ໄດ້ຕ້ອນຮັບແຟນກິລາຫວຽດນາມ ຫຼາຍພັນຄົນມາລະດົມກໍາລັງໃຈໃຫ້ U.23 ລາວ ໃນການແຂ່ງຂັນກັບ U.23 ສິງກະໂປ ໃນກຸ່ມ B ບານເຕະຊາຍ ຊີເກມ 31.

ການແຂ່ງຂັນບານເຕະຊາຍ U.23 ຊີງແຊ້ມອາຊຽນ 2022 ເອົາຊະນະ U.23 ໄທ 1-0, ທີມຊາດຫວຽດນາມ ເຂົ້າຮອບຮອງຊະນະເລີດ ການແຂ່ງຂັນບານເຕະຊາຍ U.23 ຊີງແຊ້ມອາຊຽນ 2022 ເອົາຊະນະ U.23 ໄທ 1-0, ທີມຊາດຫວຽດນາມ ເຂົ້າຮອບຮອງຊະນະເລີດ
ການແຂ່ງຂັນບານເຕະ U.23 ອາຊີຕາເວັນອອກສ່ຽງໃຕ້ 2022 ຈະຈັດຂຶ້ນຢູ່ກໍາປູເຈຍ ການແຂ່ງຂັນບານເຕະ U.23 ອາຊີຕາເວັນອອກສ່ຽງໃຕ້ 2022 ຈະຈັດຂຶ້ນຢູ່ກໍາປູເຈຍ
ແຟນກິລາຫວຽດນາມ ຫຼາຍພັນຄົນລະດົມກໍາລັງໃຈ U.23 ລາວ. ພາບ: ເລິມຖວາ.
ແຟນກິລາຫວຽດນາມ ຫຼາຍພັນຄົນລະດົມກໍາລັງໃຈ U.23 ລາວ. ພາບ: ເລິມຖວາ.

ທຸກຄົນຖືທຸງຊາດຫວຽດນາມ, ທຸງຊາດປະເທດເພື່ອນລາວ ແລະລະດົມກໍາລັງໃຈຢ່າງຟົດຟື້ນເມື່ອ U.23 ລາວ ແຂ່ງຂັນ. ເຖິງວ່າເປັນທີມຂຶ້ນນຳດ້ວຍ 2 ປະຕູກໍ່ຕາມ, ແຕ່ໃນໄລຍະທົດແທນເວລາ U.23 ສິງກະໂປ ຍິງໄດ້ 2 ປະຕູ, ຜົນປະກົດວ່າສອງທີມສະເໝີກັນດ້ວຍ 2-2 ປະຕູ. ໃນນັດແຂ່ງຂັນທີ່ດໍາເນີນຫຼັງຈາກນັ້ນ, U.23 ມາເລເຊຍ ໄດ້ຊະນະ U.23 ໄທ ດ້ວຍ 2-1 ປະຕູ, ນໍາໜ້າກຸ່ມ B. ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ແຂວງກວາງນິງ, ທີມຊາດຫວຽດນາມ ຊະນະທີມຊາດຟີລິບປິນ ດ້ວຍ 2-0 ປະຕູ ທີ່ການແຂ່ງຂັນໂຍນບານຢູ່ຫາດຊາຍທະເລຊາຍ.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.