ຄົນງານຕ່າງປະເທດໄດ້ຮັບການຈ່າຍເງິນເດືອນ“ມະຫາສານ” ຢູ່ຫວຽດນາມ

11:11 | 06/05/2022

ຍສໝ - ດ້ວຍລະດັບ​ເງິນ​ເດືອນ ​ແລະ ​ເງິນ​ໂບນັດ​ທີ່​ມີການ​ແກ້ງແຍ້ງກັນ​ຫຼາຍ, ຄົນ​ງານ​ຕ່າງປະ​ເທດ​ຫຼາຍ​ຄົນ​ມີ​ຄວາມ​ສົນ​ໃຈ​ຫຼາຍ​ຕໍ່​​ໂອກາດ​ເຮັດ​ວຽກ​ຢູ່​ຫວຽດນາມ. ບາງຂະແໜງການກໍເພີ່ມຄວາມຕ້ອງການແຮງງານຕ່າງປະເທດຍ້ອນຂາດຜູ້ສະໝັກ.

ຕ້ອງມີແຜນການຕ້ອນຮັບຄົນງານ ເພື່ອຟື້ນຟູການຜະລິດ ຕ້ອງມີແຜນການຕ້ອນຮັບຄົນງານ ເພື່ອຟື້ນຟູການຜະລິດ
ໃນຕົ້ນເດືອນກໍລະກົດ ຈະຜັນຂະຫຍາຍການໜູນຊ່ວຍຄົນງານ ແລະ ວິສາຫະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19 ໃນຕົ້ນເດືອນກໍລະກົດ ຈະຜັນຂະຫຍາຍການໜູນຊ່ວຍຄົນງານ ແລະ ວິສາຫະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19
ຄົນງານຕ່າງປະເທດໄດ້ຮັບການຈ່າຍເງິນເດືອນ“ມະຫາສານ” ຢູ່ຫວຽດນາມ
ຄົນ​ງານ​ຕ່າງປະ​ເທດ​ຫຼາຍ​ຄົນ​ມີ​ຄວາມ​ສົນ​ໃຈ​ຫຼາຍ​ຕໍ່​​ໂອກາດ​ເຮັດ​ວຽກ​ຢູ່​ຫວຽດນາມ ( ພາບ: PV/Vietnam+)

ລະດັບເງິນ​ເດືອນ​ສູງ​ສຸດ​ທີ່​ຜູ້ສະໝັກສະໝັກເປັນບຸກຄະລາກອນ​ບໍລິຫານຂັ້ນ​ກາງ ​ແລະ ຂັ້ນ​ສູງ​ໄດ້​ຮັບ​ໃນ​ໄຕ​ມາດ 1 /2022 ​ແມ່ນ​ຂຶ້ນ​ເຖິງ​ເກືອບ 800 ລ້ານ​ດົງ/​ເດືອນ.

ນີ້​ແມ່ນ​ຂໍ້​ມູນ​ທີ່ Navigos Search ​ໄດ້​ຍົກອອກ​ໃນ​ວັນ​ທີ 27 ​ເມສາ​ນີ້ ພາຍຫຼັງ​ການ​ເກັບ​ກຳ​ຂໍ້​ມູນ​​ໂດຍຜ່ານຄວາມຕ້ອງການຮັບ​ສະໝັກ​ບຸກຄະລາກອນ​ບໍລິຫານຂັ້ນ​ກາງ ​ແລະ ຂັ້ນ​ສູງ​ຢູ່ຫວຽດນາມ ​ໃນ​ໄຕ​ມາດ 1/2022.

ຕາມ​ນັ້ນ​ແລ້ວ, ​ໃນ​ໄຕ​ມາດ 1 ຮັບຮູ້ວ່າ ບັນດາ​ວິ​ສາ​ຫະ​ກິດ​ກໍາລັງເຄື່ອນໄຫວ​ຢູ່​ຫວຽດ​ນາມ ໄດ້​ຈ່າຍເງິນເດືອນສູງ​ໃຫ້​ຄົນງານ​ຕ່າງ​ປະ​ເທດ. ລະດັບເງິນ​ເດືອນ​ທີ່​ຄົນຕ່າງປະເທດສະໝັກເປັນບຸກຄະລາກອນ​ບໍລິຫານ​ ​ປະມານແຕ່ 8.500-34.000 USD/​ເດືອນ, ​ເທົ່າ​ກັບ​ປະມານ 200 ລ້ານ​ດົ່ງ​ຫາ​ເກືອບ 800 ລ້ານ​ດົ່ງ/​ເດືອນ.

ຄຽງຂ້າງກັບການຈ່າຍເງິນເດືອນສູງ, ໃນໄຕມາດ 1 ກໍ​ໄດ້ຮັບຮູ້​ການ​ເພີ່ມ​ຂຶ້ນ​ຂອງ​ຄວາມ​ຕ້ອງ​ການ​ຮັບ​ສະ​ໝັກ​ຄົນ​ຕ່າງ​ປະ​ເທດສໍາລັບ​ຕຳ​ແໜ່ງ​ການ​ນຳ​ຂັ້ນ​ສູງ​ ​ຂອງວິສາຫະກິດໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ ແລະ ​ໂຮງ​ແຮມ. ການຮັບສະໝັກບຸກຄະລາກອນບໍລິຫານໃນບາງວິຊາອາຊີບ ແລະ ຂະແໜງການກໍພົບກັບຄວາມຫຍຸ້ງຍາກຫຼາຍໃນໄຕມາດ 1 ເຊັ່ນ ການຕັດຫຍິບ, ລົດໃຫຍ່ໄຟຟ້າ, ທະນາຄານ ແລະ ອື່ນໆ.

ລະອຽດ, ຕາມການຮັບຮູ້ຂອງ Navigos Search, ບັນດາວິສາຫະກິດໃນຂະແຫນງການທ່ອງທ່ຽວ ແລະ ໂຮງແຮມໄດ້ກັບຄືນການຮັບສະໝັກສໍາລັບຕໍາແໜ່ງບໍລິຫານ​ຂັ້ນສູງ ຜູ້ອໍານວຍການໃຫຍ່, ຫົວໜ້າບໍລິຫານ, ຫົວຫນ້າພາກສ່ວນໃນໂຮງແຮມ ແລະ ຣີສອດແມ່ນຜູ້ສະຫມັກທີ່ເປັນຄົນຕ່າງປະເທດ. ບັນດາ​ ໂຄງ​ການ​ໂຮງ​ແຮມ ແລະ ຣີ​ສອດ ມີການ​ຟື້ນ​ຟູ​.

ສະນັ້ນ ຄວາມ​ຕ້ອງ​ການຕໍ່​ບຸກ​ຄະ​ລາ​ກອນ​ຂັ້ນສູງ​ໃນ​ຂະ​ແໜງ​ການ​ກໍ່​ສ້າງ ແລະ ດຳ​ເນີນ​ງານ​ກໍ​ຈະ​ຂະ​ຫຍາຍ​ຕົວຫຼາຍ. ​ຕາມຄວາມ​ຕ້ອງການ​ຮັບ​ສະໝັກ​ຄົນ​ຕ່າງປະ​ເທດ​ສໍາລັບ​ຕຳ​ແໜ່​ງບໍລິຫານ ​ຄາດ​ຄະ​ເນ​ວ່າຈະ​ເກີດຂຶ້ນຫຼາຍ​ຂຶ້ນ​ໃນ​ຂະ​ແໜງ​ນີ້.

​ໃນ​ຂະແໜງການຕັດຫຍິບ, ບັນດາ​ຜູ້​ສະໝັກ​ຈາກ​ປະ​ເທດ​ອາຊີ​ ເຊັ່ນ ສີ​ລັງກາ, ອິນ​ເດຍ, ປາ​ກີ​ສະຖານ... ກໍ​ມີ​ຄວາມ​ສົນ​ໃຈ​ຕໍ່ກັບ​ໂອກາດ​ເຮັດ​ວຽກ​ຢູ່ ຫວຽດນາມ. ບັນດາຕໍາ​ແຫນ່ງ​ດ້ານ​ວິ​ຊາ​ການ​ເຊັ່ນ​ ການ​ພັດ​ທະ​ນາ​ຮູບ​ແບບ​, ເຕັກ​ນິກ​ການ​ຫຍິບ​, ການດັດແປງໃໝ່​, ການ​ກວດກາ​ຄຸນ​ນະ​ພາບ... ຍັງ​ເປັນ​ຕໍາ​ແໜ່ງຊອກ​ຫາຜູ້ສະໝັກຍາກ​ທີ່​ສຸດ​​ໃນ​ປັດ​ຈຸ​ບັນ​. ບັນດາບໍລິສັດກໍພະຍາຍາມເພື່ອຮັກສາຄົນງານ ໂດຍສະເພາະຄົນງານໃນຕໍາແຫນ່ງເຫຼົ່ານີ້ ດ້ວຍນະໂຍບາຍເງິນເດືອນ ແລະ ເງິນໂບນັດທີ່ມີການ​ແກ້ງແຍ້ງ ແລະ ອໍານວຍຄວາມສະດວກໃຫ້ເຂົາເຈົ້າໃນການເຮັດວຽກ. ໃນ​ກໍ​ລະ​ນີ​ທີ່​ບໍ່​ສາ​ມາດ​ຊອກ​ຫາຜູ້​ສະ​ຫມັກເປັນຄົນ​ຫວຽດ​ໄດ້​, ບາງ​ບໍ​ລິ​ສັດ​ ກໍຂະ​ຫຍາຍ​ການ​ຊອກ​ຫາ​ຜູ້​ສະ​ຫມັກ​ເປັນຄົນຕ່າງ​ປະ​ເທດ​ສໍາ​ລັບ​ຕໍາ​ແຫນ່ງ​ເຫຼົ່າ​ນີ້.

ຂະແໜງການລົດໃຫຍ່​ຂອງ​ຫວຽດນາມ ກໍພວມ​ມີ​ບາງ​ໂຄງການ​ລົງທຶນ​ໃໝ່ໆ​ທີ່​ເລີ່ມ​ຈາກ​ການຫັນ​ປ່ຽນ​ຕ່ອງໂສ້ ​ຫຼື​ ການ​ເຄື່ອນຍ້າຍ​ໂຮງງານ​ຈາກ​ຈີນມາ​ຫວຽດນາມ ​ແລະ ພົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍໃນ​ການ​ຮັບສະໝັກ. ຕາມການສັງເກດໂດຍ Navigos Search ສະແດງໃຫ້ເຫັນວ່າ ມີການຂາດແຄນບຸກຄະລາກອນ​ຂັ້ນສູງ ຫຼື ຜູ້ຊ່ຽວຊານໃນຂະແໜງການແບັດເຕີຣີລົດໃຫຍ່ໄຟຟ້າ ເພາະວ່ານີ້ແມ່ນຂະແໜງການທີ່ບັນດາວິສາຫະກິດກໍາລັງລົງທຶນ ແລະ ຂະຫຍາຍໂຮງງານໃນທົ່ວໂລກ.

ເນື່ອງຈາກວ່າບັນດາທະນາຄານສຸມໃສ່ໃນການຫັນເປັນດິຈິຕອນ, ອັດຕະໂນມັດ... ສະນັ້ນ ຈຶ່ງພາໃຫ້ຄວາມຕ້ອງການຂອງການຮັບສະໝັກສໍາລັບຕໍາແຫນ່ງທີ່ກ່ຽວຂ້ອງກັບໄອທີ, ຂໍ້ມູນ, ສະຖາປະນິກການແກ້ໄຂ... ມີການເພີ່ມຂຶ້ນ. ອີງຕາມ Navigos Search, ຕໍາແຫນ່ງເຫຼົ່ານີ້ ແມ່ນສຸມໃສ່ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເປັນພິເສດ ແຕ່ມີການຊອກຫາຍາກ ແລະ ຕ້ອງການລົງທຶນຄ່າໃຊ້ຈ່າຍຫຼາຍ ຍ້ອນມີການແກ້ງແຍ້ງກັນ​ຫຼາຍໃນທົ່ວຕະຫຼາດ.

ສໍາລັບຕໍາແໜ່ງການຂາຍ (sales), ໃນໄລຍະນີ້ ບັນດາທະນາຄານມີຄວາມຕ້ອງການໃນການຮັບສະໝັກຫຼາຍສົມຄວນສຳລັບລູກຄ້າຊັ້ນສູງ, ລູກຄ້າບູຣິມະສິດ, ສຸມໃສ່ຜະລິດຕະພັນ ແລະ ການບໍລິການຊັ້ນສູງ ແລະ ຊັບຊ້ອນຄື ລົງທຶນ, ປະກັນໄພ ແລະ ຄຸ້ມຄອງຊັບສົມບັດ. ດັ່ງນັ້ນ, ສໍາລັບຕໍາແຫນ່ງເຫຼົ່ານີ້, ທະນາຄານມັກຈະຮັບສະໝັກຜູ້ສະຫມັກທີ່ມີປະສົບການ ແລະ ທັກສະທີ່ດີ.

ບັນດາວິສາຫະກິດໃນຂະແໜງການສິນຄ້າບໍລິໂພກ ກໍພວມມີຄວາມຕ້ອງການສູງໃນການຮັບສະໝັກຜູ້ທີ່ມີປະສົບການທາງອີຄອມເມີຊ ແລະ ດິຈິຕອນ.

ຫອມມາລາ

ເຫດການ
302 Found

Found

The document has moved here.