ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ EU - ຫວຽດ​ນາມ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

15:30 | 28/04/2022

ຕອນບ່າຍວັນທີ 27 ເມສາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Gunnar Wiegand ຫົວໜ້າກົມໃຫຍ່ຮັບຜິດຊອບ ອາຊີ - ປາຊີຟິກ, ອົງການພົວພັນການຕ່າງປະເທດຂອງ ເອີລົບ (EEAS) ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ຫວຽດ​ນາມ - ຈີນ ຮ່ວມ​ມື​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ ຫວຽດ​ນາມ - ຈີນ ຮ່ວມ​ມື​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ
ເປີດ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື, ​ລົງ​ທຶນ ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ ເປີດ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື, ​ລົງ​ທຶນ ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ
ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ EU - ຫວຽດ​ນາມ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່
ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ການຕ້ອນຮັບທ່ານ Gunnar Wiegand ຫົວໜ້າກົມໃຫຍ່ຮັບຜິດຊອບ ອາຊີ - ປາຊີຟິກ

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ໄດ້ເນັ້ນໜັກວ່າ ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ EU ນັບມື້ນັບມີການພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດ, ເປັນຕົ້ນແມ່ນນັບແຕ່ເວລາ 2 ຝ່າຍຜັນຂະຫຍາຍການປະຕິບັດສັນຍາຮ່ວມມື ລະ ຄູ່ຮ່ວມມືຮອບດ້ານ ຫວຽດນາມ - EU ໃນປີ 2016 ແລະ ສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ນັບແຕ່ເດືອນ ສິງຫາ 2021.

ໃນໄລຍະຈະມາເຖິງທ່ານລັດຖະມົນຕີ ໂຕເລິມ ໄດ້ສະເໜີໃຫ້ EU ສືບຕໍ່ແບ່ງປັນບົດຮຽນປະສົບການ ກ່ຽວກັບການຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ຕໍ່ບັນດາພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ຈຳເປັນ ແລະ ສຳຄັນ, ບົດຮຽນປະສົບການໃນການຄຸ້ມຄອງຂໍ້ມູນຂ້າມຊາຍແດນ, ກົນໄກປົກປັກຮັກສາຂໍ້ມູນໃນບາງຂົງເຂດສຳຄັນ; ເພີ່ມທະວີການປຶກສາຫາລື, ແບ່ງປັນທັດສະນະ, ເຂົ້າຮ່ວມການກໍ່ສ້າງ, ສ້າງກອບນິຕິກຳແຫ່ງຊາດກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ກ່ຽວກັບບັນຫາອະທິປະໄຕແຫ່ງຊາດ ໃນອິນເຕີແນັດ, ສົງຄາມທາງອິນເຕີແນັດ ໃຫ້ສົມບູນແບບ.

ສ່ວນທ່ານ Gunnar Wiegand ຢັ້ງຢືນວ່າ ດ້ວຍຄວາມຮັບຜິດຊອບໃນຖານະຕຳແໜ່ງຂອງຕົນ, ທ່ານຈະສືບຕໍ່ເປັນຂົວເຊື່ອມຕໍ່, ມານະພະຍາຍາມນຳກນາພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ EU - ຫວຽດນາມ ໃຫ້ ພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.