ຍສໝ - ເມື່ອບໍ່ດົນມານິ້, ຢູ່ນະຄອນຫຼວງ Praha, ສະຖານທູດຫວຽດນາມ ປະຈໍາສາທະລະນະລັດເຊັກ ສົມທົບກັບສະມາຄົມຄຸ້ມຄອງ Czech ຈັດຕັ້ງກອງປະຊຸມສຳມະນາວິສາຫະກິດ ເຊັກ-ຫວຽດນາມ ແນໃສ່ເພື່ອຊ່ວຍໜູນວິສາຫະກິດຕ່າງໆ ຊອກຫາກາລະໂອກາດ, ຊຸກຍູ້ການຄ້າ ແລະ ການລົງທືນໃນຕະຫຼາດຂອງແຕ່ລະປະເທດ, ຊອກຫາມາດຕະການເພື່ອຊ່ວຍໃຫ້ພື້ນຖານເສດຖະກິດຫວຽດນາມ-ເຊັກ ຟື້ນຟູຄືນຫຼັງໂລກລະບາດ ໂຄວິດ-19.
ຍສໝ - ຫວ່າງແລ້ວນີ້, ທ່ານ ເລ່ຫວຽດຢວ່ຽນ ເອກອັກຄະລັດຖະທູດຫວຽດນາມ ໄດ້ຍື່ນສານຕາຕັ້ງຂອງ ທ່ານ ປະທານປະເທດ ຫງວຽນຊວນຟຸກ ຕໍ່ຜູ້ວ່າການລັດ Saint Vincent và Grenadines Susan Dougan, ດ້ວຍຮູບແບບອອນລາຍ
ຍສໝ - ບັນດາວິສາຫະກິດຈະໄດ້ຮັບການແນະນຳກ່ຽວກັບຄວາມຕ້ອງການນຳເຂົ້າຜະລິດຕະພັນກະເສດ, ສະບຽງອາຫານຂອງຫວຽດນາມ ຂອງຕະຫຼາດເອີີລົບ-ອາເມລິກາ, ຄວາມສະດວກຕ່າງໆ, ຄວາມຫຍຸ້ງຍາກ, ບັນຫາຕ່າງໆທີ່ວິສາຫະກິດມັກຈະພົບພໍ້ ແລະ ຄຳແນະນຳຕ່າງໆ , ສະບຽງອາຫານຂອງຫວຽດນາມ ຂອງຕະຫຼາດເອີີລົບ-ອາເມລິກາ, ຄວາມສະດວກຕ່າງໆ, ຄວາມຫຍຸ້ງຍາກ, ບັນຫາຕ່າງໆທີ່ວິສາຫະກິດມັກຈະພົບພໍ້ ແລະ ຄຳແນະນຳຕ່າງໆ.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍ່ສິ້ນສຸດການເຂົ້າຮ່ວມກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26) ຢູ່ ອັງກິດ ຢ່າງຈົບງາມ, ຢ້ຽມຢາມ, ເຮັດວຽກຢູ່ລາຊະອານາຈັກ ອັງກິດ, ຢ້ຽມຢາມປະເທດສ.ຝລັ່ງ ຢ່າງເປັນທາງການໃນລະຫວ່າງວັນທີ 31 ຕຸລາ ຫາວັນທີ 05 ພະຈິກ. ການໄປປະຕິບັດງານຄັ້ງນີ້ບັນລຸໄດ້ໝາກຜົນຕັ້ງໜ້າ, ເປີດບັນດາຂົງເຂດຮ່ວມມືທີ່ເຕັມໄປດ້ວຍແງ່ຫວັງຫຼາຍຢ່າງໃນໄລຍະຈະມາເຖິງ.
ຍສໝ - ສັບປະດາກອງປະຊຸມສຸດຍອດການຮ່ວມມືດ້ານເສດຖະກິດອາຊີ-ປາຊີຟິກ (APEC) ຄັ້ງທີ 28 (APEC 28) ດ້ວຍຮູບແບບອອນລາຍ ແລະ ໂດຍການເປັນປະທານຂອງ ນິວຊີແລນ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 5 ພະຈິກນີ້ ດ້ວຍກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງ APEC…
ຍສໝ - ຜ່ານປະຫວັດສາດນັບຫຼາຍພັນປີ, ຫວຽດນາມ ສ້າງໄດ້ພື້ນຖານວັນນະຄະດີທີ່ອຸດົມສົມບູນ.
ຍສໝ - ແຕ່ວັນທີ 3 ຫາວັນທີ 5 ພະຈິກນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ມີການຢ້ຽມຢາມສາທາລະນະລັດຝຣັ່ງ ຢ່າງເປັນທາງການ. ເນື່ອງໃນໂອກາດນີ້, ໜັງສືພິມໃຫຍ່ຂອງຝະລັ່ງ ຫຼາຍສະບັບເນັ້ນໜັກວ່າ ຫວຽດນາມ ສາມາດກາຍເປັນຂົວຕໍ່ລະຫວ່າງ ອາຊີ - ເອີລົບ ໃນດ້ານການເມືອງ, ເສດຖະກິດ ແລະ ແງ່ຫວັງອັນໃຫຍ່ຫຼວງຂອງການຮ່ວມມືດ້ານເສດຖະກິດລະຫວ່າງສອງຝ່າຍ ຝະລັ່ງ - ຫວຽດນາມ...
ຕອນບ່າຍວັນທີ 8 ພະຈິກ, ທີ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົນທະນາທາງໄກກັບທ່ານ Peter Dutton ລັດຖະມົນຕີປ້ອງກັນປະເທດອົດສະຕາລີ.
ວັນທີ 8 ພະຈິກ, ກອງປະຊຸມສາກົນບັນດາພັກການເມືອງອາຊີ (ICAPP) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ ໃນຮູບແບບທາງໄກ. ທ່ານ ຫວໍວັນເຖືອງ ຜູ້ປະຈໍາການຄະນະເລຂາທິການ, ຕາງໜ້າພັກກອມມູນິດຫວຽດນາມ ສົ່ງສານອວຍພອນ ICAPP.
ຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP 26 ເຮັດໃຫ້ໂລກເຫັນໄດ້ເຖິງບົດບາດນຳພາຂອງ ຫວຽດນາມ ໃນບັ້ນຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ.
ຍສໝ - ອົດສະຕາລີ ແມ່ນຄູ່ຮ່ວມມືໃນຊຸມປີຜ່ານມາທີ່ໄດ້ຊ່ວຍເຫຼືອ ຫວຽດນາມ ໃນການປະຕິບັດການຄົ້ນຄ້ວາໃຫຍ່ກ່ຽວກັບເຕັກໂນໂລຢີ, ປະກອບສ່ວນສຳຄັນເຂົ້າໃນການຕີລາຄາ ແລະກໍານົດນະໂຍບາຍຂອງຫວຽດນາມ ໃຫ້ເປັນຮູບເປັນຮ່າງ. ວັນທີ 3 ພະຈິກ, ບົດລາຍງານໂດຍ ອົດສະຕາລີ ສົມທົບປະຕິບັດໄດ້ຮັບການເປີດຕົວ ເພື່ອຕີລາຄາຜົນກະທົບຂອງເຕັກໂນໂລຢີເຖິງການເຕີບໂຕເສດຖະກິດຂອງຫວຽດນາມ.
ຍສໝ - ທ່ານເລຂາທິການ ສະມາຄົມມິດຕະພາບຝະລັ່ງ - ຫວຽດນາມ (AAFV), Jean – Pierre Archambault ໄດ້ເນັ້ນໜັກວ່າ: ການຢ້ຽມຢາມ ສາທາລະນະລັດ ຝະລັ່ງ ຢ່າງເປັນທາງການແຕ່ວັນທີ 3 – 5/11 ຂອງ ທ່ານ ນາຍົກລັດຖະມົນຕີ ຟ້າມມີງຈິງ ຈະປະກອບສ່ວນເພີ່ມທະວີຍົກສູງການພົວພັນຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.
ຍສໝ - ຕອນບ່າຍວັນທີ 3 ພະຈິກ, ຢູ່ວັງ Matignon, ທ່ານ ຟ້າມມີງຈິ໊ງ ນາຍົກລັດ ຖະມົນຕີຫວຽດນາມ ໄດ້ມີການເຈລະຈາກັບທ່ານ Jean Castex ນາຍົກລັດຖະມົນຕີຝະຣັ່ງ ແລະເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງ ແລະ ເອກະສານຮ່ວມມືຫຼາຍສະບັບລະຫວ່າງສອງປະເທດ.
ຍສໝ - ການຢ້ຽມຢາມ ແລະ ເຄື່ອນໄຫວຢູ່ ບູນກາຣີ, ປອກຕູການ ແລະ ເກຼັກ ຂອງທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດ ຫວຽດນາມ ໄດ້ສືບຕໍ່ສະແດງໃຫ້ເຫັນການປະກອບສ່ວນຂອງ ຫວຽດນາມ ຢູ່ບັນດາເວທີປາໄສການທູດຫຼາຍຝ່າຍ.
ຍສໝ - ດ້ວຍຈຳນວນນັກສຶກສາໄປຮຽນຢູ່ຕ່າງປະເທດນັບມື້ນັບເພີ່ມຂຶ້ນ, ຫວຽດນາມ ໄດ້ກາຍເປັນປະເທດນຳໜ້າ ກ່ຽວກັບຈຳນວນນັກສຶກສາຕ່າງປະເທດ ຢູ່ໄຕ້ຫວັນ (ຈີນ).
ຍສໝ - ຕາມສຳນັກຂ່າວສານຫວຽດນາມ ຢູ່ ລອນດອນ, ຕອນບ່າຍວັນທີ 1 ພະຈິກ, ຢູ່ສຳນັກງານກະຊວງພາຍໃນຂອງອັງກິດ, ທ່ານ ພົນໂທ ໂຕເລີມ, ລັດຖະມົນຕີວ່າການກະຊວງຕຳຫຼວດຫວຽດນາມ ໄດ້ມີການພົບປະກັບ ທ່ານນາງ Priti Patel, ລັດຖະມົນຕີກະຊວງພາຍໃນອັງກິດ.
ກ່ຽວກັບການຮ່ວມມືຫຼາຍຝ່າຍ, 2 ຝ່າຍໄດ້ແບ່ງປັນທັດສະນະຮັກສາສັນຕິພາບ, ສະຖຽນລະພາບບົນພື້ນຖານກົດໝາຍສາກົນ, ຊຸກຍູ້ຜົນປະໂຫຍດອັນຊອບທຳ, ເປັນທຳບົນພື້ນຖານເຄົາລົບກົດໝາຍສາກົນ.
ຍສໝ - ຕອນບ່າຍວັນທີ 1 ພະຈິກນີ້ (ຕາມເວລາອັງກິດ) ໃນການພົບປະສອງຝ່າຍກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Scott Morrison ຢືນຢັນວ່າ ຈະສືບຕໍ່ໜູນຊ່ວຍວັກຊີນ 3,7 ລ້ານ ໂດສ ໃກ້ຫວຽດນາມ ເພື່ອຕ້ານໂຄວິດ-19.
ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບົດລາຍງານຕີລາຄາໝາກຜົນຂອງການຮ່ວມມືໄລຍະ 2019 – 2021 ແລະ ການກຳນົດທິດການຮ່ວມມືໄລຍະ 2021 – 2025 ກ່ຽວກັບແຮງງານ ແລະ ສັງຄົມ, ລົງນາມບົດບັນທຶກກອງປະຊຸມທາງໄກລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ 7 ແລະ ຂໍ້ຕົກລົງ ຮ່ວມມືໃນຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ ລະຫວ່າງສອງປະເທດ.
ຍສໝ - ໃນວັນທີ 1 ພະຈິກນີ້, ມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ສົມທົບກັບກອງກຳລັງຕຳຫຼວດສືບສວນອາດຊະຍາກຳຢາເສບຕິດຫວຽດນາມ ໄດ້ຈັດພິທີເປີດຊຸດອົບຮົມພາສາລາວ ໃຫ້ແກ່ພະນັກງານ 106 ຄົນ.
ວັນທີ 31 ຕຸລາ, ຢູ່ນະຄອນ Edinburgh , Scotland, ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ COP 26 ແລະ ຢ້ຽມຢາມເຮັດວຽກຢູ່ ອັງກິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບການນຳວິສາຫະກິດ, ມະຫາວິທະຍາໄລ ຂອງ ອັງກິດຈຳນວນໜຶ່ງ.
ງານພົບປະແລກປ່ຽນຊາວໜຸ່ມມິດຕະພາບ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ປີ 2021 ໂດຍ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງຕາມຮູບການທາງໄກໃນລະຫວ່າງວັນທີ 22 – 24 ຕຸລາ ຜ່ານມາ ແມ່ນຮູບການເຄື່ອນໄຫວທີ່ມີໄຫວພິບ, ປະດິດຄິດສ້າງ, ມີປະສິດທິຜົນ ແລະ ເໝາະສົມກັບສະພາບການຕົວຈິງ. ເຫດການດັ່ງກ່າວໄດ້ປະກອບສ່ວນສ້າງກາລະໂອກາດໃຫ້ຊາວໜຸ່ມສາມປະເທດແລກປ່ຽນບົດຮຽນ, ປະສົບການໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຍົກອອກມາດຕະການຫຼາຍຢ່າງເພື່ອຮັບມື ແລະ ເຊື່ອມໂຍງເຂົ້າກັບສາກົນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂຮ່ເທນາມ, ທີ່ປຶກສາ, ຜູ້ປະສານງານດ້ານການເມືອງຂອງຄະນະຜູ້ຕາງຫນ້າ ຫວຽດນາມ ຢູ່ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງສຳລັບບັນດາສິ່ງທ້າທາຍຫລາຍດ້ານກ່ຽວກັບຄວາມສະຫງົບ, ການພັດທະນາ ແລະ ມະນຸດສະທຳ ຊື່ງ ມາລີ ພວມປະເຊີນຫນ້າ; ຮຽກຮ້ອງບັນດາຝ່າຍເພີ່ມທະວີຄວາມມານະພະຍາຍາມປ່ອງດອງຊາດ, ອົດກັ້ນ.
ເມື່ອຕອບສໍາພາດຕໍ່ນັກຂ່າວທ່ານ ປອ Oh Ei Sun ທີ່ປຶກສາຂັ້ນສູງຢູ່ສູນຄົ້ນຄວ້າປາຊີຟິກ (ມາເລເຊຍ), ພ້ອມທັງແມ່ນນັກຊ່ຽວຊານຄົ້ນຄວ້າຂັ້ນສູງຢູ່ສະຖາບັນຄົ້ນຄວ້າບັນຫາສາກົນສິງກະໂປ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ສະແດງໃຫ້ເຫັນການເປັນເຈົ້າການ ແລະມີຄວາມຮັບຜິດຊອບຂອງຕົນໃນປີດຳລົງຕຳແໜ່ງປະທານອາຊຽນ 2020 ແລະການປະກອບສ່ວນຂອງຫວຽດນາມ ເຂົ້າໃນການຮ່ວມມືອາຊຽນ ຄວນໄດ້ຮັບການຕີລາຄາໂດຍອີງໃສ່ການສືບທອດນີ້.
ໂດຍຕອບສະໜອງຕາມຄໍາເຊີນຂອງ ສຈ Klaus Schwab, ຜູ້ກໍ່ຕັ້ງ ແລະທັງເປັນປະທານບໍລິຫານເວທີປາໄສເສດຖະກິດໂລກ (WEF), ວັນທີ 29 ຕຸລາ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ເປັນປະທານຮ່ວມການເຈລະຈາຍຸດທະສາດແຫ່ງຊາດ ຫວຽດນາມ-WEF ຄັ້ງທໍາອິດ ໃນຮູບແບບທາງໄກ ດ້ວຍຫົວຂໍ້ “ເພີ່ມທະວີການພົວພັນຄູ່ຮ່ວມມືພາກລັດ-ພາກເອກະຊົນ: ກໍາລັງໜູນຫຼັກແຫຼ່ງໃນການຟື້ນຟູຮອບດ້ານ ແລະພັດທະນາແບບຍືນຍົງ, ກວມລວມ, ການປ່ຽນແປງໃໝ່ປະດິດສ້າງ”.
ເພື່ອຜ່ານຜ່າໂລກລະບາດໂຄວິດ -19 ແລະ ບໍ່ປະໃຫ້ເກີດຜົນຮ້າຍຢ້ອນຫລັງອັນຫນັກຫນ່ວງຕໍ່ເສດຖະກິດ, ຫວຽດນາມ ຄວນໄປຕາມທິດ ເພີ່ມທະວີການສັກວັກຊິນກັນໂຄວິດ -19.
ຕອນເຊົ້າວັນທີ 29 ຕຸລາ, ທີ່ຮ່າໂນ້ຍ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບທ່ານ Yamada Takio ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາຫວຽດນາມ.
ວັນທີ 28 ຕຸລາ, ສະມັດຊາໃຫຍ່ ສປຊ ຊຸດທີ 76 ໄດ້ຈັດກອງປະຊຸມຄົບຄະນະ ເພື່ອປຶກສາຫາລື ກ່ຽວກັບບົດລາຍງານການປະຕິບັດວຽກງານໃນປີ 2021 ຂອງ ສານຍຸຕິທຳ ສາກົນ (ICJ).
ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກບາງຂໍ້ສະເໜີຄື: ບັນດາປະເທດ ອາຟະລິກາ ຄວນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ເປີດກວ້າງການຮ່ວມມື, ເຊື່ອມໂຍງ, ປັບປຸງລັດທິຫຼາຍຝ່າຍ.
ໂດຍອີງຕາມການຮ່ວມມືລະຫວ່າງສອງກອງທັບລາວ-ຫວຽດນາມເພື່ອຊ່ວຍເຫຼືອປ້ອງກັນ ແລະສະກັດກັ້ນຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ດັ່ງນັ້ນ, ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ຈິ່ງມອບໃຫ້ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ນໍາເອົາເງິນຈໍານວນ 5 ຕື້ດົງ (ສະກຸນເງິນຫວຽດນາມ) ມາມອບໃຫ້ກະຊວງປ້ອງກັນປະເທດ 2 ຕື້ດົງ, ແຂວງຊຽງຂວາງ 500 ລ້ານດົງ, ແຂວງບໍລິຄໍາໄຊ 500 ລ້ານດົງ...