ຫວຽດນາມ - ລາວ ໜຸນຊ່ວຍເຊິ່ງກັນ ແລະ ກັນ ໃນການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ-19

10:07 | 29/10/2021

ໂດຍອີງຕາມການຮ່ວມມືລະຫວ່າງສອງກອງທັບລາວ-ຫວຽດນາມເພື່ອຊ່ວຍເຫຼືອປ້ອງກັນ ແລະສະກັດກັ້ນຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ດັ່ງນັ້ນ, ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ຈິ່ງມອບໃຫ້ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ນໍາເອົາເງິນຈໍານວນ 5 ຕື້ດົງ (ສະກຸນເງິນຫວຽດນາມ) ມາມອບໃຫ້ກະຊວງປ້ອງກັນປະເທດ 2 ຕື້ດົງ, ແຂວງຊຽງຂວາງ 500 ລ້ານດົງ, ແຂວງບໍລິຄໍາໄຊ 500 ລ້ານດົງ...

ປັບ​ປຸງ​ຮ່າງ​ຍຸດ​ທະ​ສາດ​ສັງ​ລວມໃຫ້​ສົມ​ບູນ​ແບບ ເພື່ອຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ ປັບ​ປຸງ​ຮ່າງ​ຍຸດ​ທະ​ສາດ​ສັງ​ລວມໃຫ້​ສົມ​ບູນ​ແບບ ເພື່ອຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ
ຫວຽດ​ນາມ ໜູນ​ຊ່ວຍ​ລາວ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 ຫວຽດ​ນາມ ໜູນ​ຊ່ວຍ​ລາວ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19
ກະຊວງປ້ອງກັນປະເທດ ສສ ຫວຽດນາມ ມອບເງິນຊຸກຍູ້ຕ້ານພະຍາດໂຄວິດ-19 ໃຫ້ກະຊວງປ້ອງກັນປະເທດ ລາວ. ພາບ: kongthap.gov.la.
ກະຊວງປ້ອງກັນປະເທດ ສສ ຫວຽດນາມ ມອບເງິນຊຸກຍູ້ຕ້ານພະຍາດໂຄວິດ-19 ໃຫ້ກະຊວງປ້ອງກັນປະເທດ ລາວ. ພາບ: kongthap.gov.la.

ໃນວັນທີ 27 ຕຸລາ 2021 ນີ້ຢູ່ທີ່ດ່ານສາກົນນໍ້າພ້າວ-ເກົາແຈ່ວໄດ້ມີພິທີມອບ-ຮັບເງິນຊຸກຍູ້ຕ້ານພະຍາດໂຄວິດ-19 ລະຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.

ກ່າວມອບໂດຍສະຫາຍ ພົນຕີ ຫງວຽນ ຢວນ ແອງ ຜູ້ບັນຊາການກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະກ່າວຮັບໂດຍ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮັກສາການຫົວໜ້າກົມໃຫຍ່ເສນາທິການກອງທັບ ມີການນໍາ 6 ແຂວງ ແລະພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໂດຍອີງຕາມການຮ່ວມມືລະຫວ່າງສອງກອງທັບລາວ-ຫວຽດນາມເພື່ອຊ່ວຍເຫຼືອປ້ອງກັນ ແລະສະກັດກັ້ນຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ດັ່ງນັ້ນ, ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ຈິ່ງມອບໃຫ້ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ນໍາເອົາເງິນຈໍານວນ 5 ຕື້ດົງ (ສະກຸນເງິນຫວຽດນາມ) ມາມອບໃຫ້ກະຊວງປ້ອງກັນປະເທດ 2 ຕື້ດົງ, ແຂວງຊຽງຂວາງ 500 ລ້ານດົງ, ແຂວງບໍລິຄໍາໄຊ 500 ລ້ານດົງ, ແຂວງ ໄຊສົມບູນ 500 ລ້ານດົງ, ແຂວງສະຫວັນນະເຂດ 500 ລ້ານດົງ, ແຂວງສາລະວັນ 500 ລ້ານດົງ ແລະແຂວງຄໍາມ່ວນ 500 ລ້ານດົງ ລວມທັງໝົດ 5 ຕື້ດົງ ການມອບເງິນຊຸກຍູ້ຕ້ານ ແລະສະກັດກັ້ນພະຍາດໂຄວິດ-19 ໃນຄັ້ງນີ້.

ທ່ານນາງ ພີມພາ ແກ້ວມີໄຊ, ຫົວໜ້າກົງສູນໃຫຍ່ຂອງລາວ ຢູ່ນະຄອນໂຮ່ຈີມີນ ມອບເງິນໜູນຊ່ວຍຈຳນວນ 100 ລ້ານກີບ ໃຫ້ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນ.(ພາບ: TTXVN)
ທ່ານນາງ ພີມພາ ແກ້ວມີໄຊ, ຫົວໜ້າກົງສູນໃຫຍ່ຂອງລາວ ຢູ່ນະຄອນໂຮ່ຈີມີນ ມອບເງິນໜູນຊ່ວຍຈຳນວນ 100 ລ້ານກີບ ໃຫ້ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນ.(ພາບ: TTXVN)

ວັນທີ 28 ຕຸລາ, ຢູ່ສຳນັກງານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ, ທ່ານນາງ ພີມພາ ແກ້ວມີໄຊ, ຫົວໜ້າກົງສູນໃຫຍ່ຂອງລາວ ຢູ່ນະຄອນໂຮ່ຈີມິນ, ໄດ້ມອບເງິນໜູນຊ່ວຍຈຳນວນ 100 ລ້ານກີບ (ເທົ່າກັບ 8.200ໂດລາສະຫະລັດ) ໃຫ້ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນໂຮ່ຈີມິນ. ຈຳນວນເງິນດັ່ງກ່າວໂດຍອົງຄະນະພັກ, ອຳນາດການປົກຄອງແຂວງອັດຕະປື (ລາວ) ໜູນຊ່ວຍອົງຄະນະພັກ, ອຳນາດການປົກຄອງນະຄອນໂຮ່ຈີມິນ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ທີ່ພິທີ, ທ່ານນາງຫົວໜ້າກົງສູນໃຫຍ່ ພີມພາ ແກ້ວມີໄຊ ໃຫ້ຮູ້ວ່າ, ຂອງຂວັນເຊິ່ງອົງຄະນະພັກ, ອຳນາດການປົກຄອງແຂວງອັດຕະປື ມອບໃຫ້ນະຄອນໂຮ່ຈີມິນ ແມ່ນອາລົມຈິດຄວາມຮັກແພງ, ຄວາມເອົາໃຈໃສ່ຂອງແຂວງອັດຕະປື ທີ່ຝາກໃຫ້ປະຊາຊົນນະຄອນໂຮ່ຈີມິນ, ໃຫ້ກຳລັງໃຈນະຄອນໂຮ່ຈີມິນ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ໄຊພອນ

ເຫດການ
302 Found

Found

The document has moved here.