APEC ສ້າງພື້ນຖານໃໝ່ໃຫ້ແກ່ການພັດທະນາຢູ່ພາກພື້ນອາຊີ - ປາຊີຟິກ

16:30 | 11/11/2021

ຍສໝ - ສັບປະດາກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ-ປາຊີ​ຟິກ (APEC) ຄັ້ງ​ທີ 28 (APEC 28) ດ້ວຍ​ຮູບ​ແບບ​ອອນ​ລາຍ ​ແລະ ໂດຍການເປັນ​ປະທານຂອງ ນິວຊີ​ແລນ ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 5 ພະຈິກ​ນີ້​ ດ້ວຍ​ກອງ​ປະ​ຊຸມບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ APEC…

APEC ເນັ້ນ​ໜັກ​ເຖິງ​ການ​ເຄື່ອນ​ໄຫວ​ເພື່ອ​ອະ​ນາ​ຄົດ​ຂອງ ແມ່​ຍິງ ແລະ ເດັກ​ຍິງ APEC ເນັ້ນ​ໜັກ​ເຖິງ​ການ​ເຄື່ອນ​ໄຫວ​ເພື່ອ​ອະ​ນາ​ຄົດ​ຂອງ ແມ່​ຍິງ ແລະ ເດັກ​ຍິງ
ຫວຽດ​ນາມ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ APEC ຫວຽດ​ນາມ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ APEC

ໂດຍ​ການ​ປະກາດໂຄງການດຳເນີນງານ​ສຳຄັນ, ກອງ​ປະຊຸມ​ສຸດ​ຍອດ APEC ​ຄັ້ງ​ທີ 28 ​ໄດ້​ຮັບ​ຄວາມເຊື່ອໜັ້ນວ່າ ຈະ​ສ້າງເປັນພື້ນຖານການ​ຮ່ວມ​ມື​ທີ່ສຳຄັນ​ໃໝ່​ເພື່ອ​ການ​ພັດທະນາ​ຢູ່ ອາຊີ - ປາຊີ​ຟິກ, ​ເປັນ​ພາກ​ພື້ນ​ເຕົ້າໂຮມຫຼາຍ​ພື້ນຖານ​ເສດຖະກິດ​ແຖວ​ໜ້າ​ຂອງ​ໂລກ​, ປະກອບສ່ວນ​ເຂົ້າ​ເຖິງ 60% GDP ​ແລະ ເກືອບ 50% ການຄ້າທົ່ວໂລກ.

ສັບປະດາ​ກອງ​ປະຊຸມ​ສຸດ​ຍອດ APEC ​ຄັ້ງ​ທີ 28 ​ແມ່ນ​ການ​ເຄື່ອນ​ໄຫວ​ຂອບຂະໜາດໃຫຍ່ ​ແລະ ສຳຄັນ​ທີ່​ສຸດ​ໃນ​ປີ APEC 2021 ດ້ວຍ​ຫົວ​ຂໍ້ “ພ້ອມກັນສົມທົບ - ພ້ອມກັນກະທຳ - ພ້ອມກັນ​ເຕີບ​ໂຕ​”. ຫົວ​ຂໍ້​ນີ້​ສຸມ​ໃສ່ 3 ບຸລິມະສິດ ​ຄື: ນະ​ໂຍບາຍ​ເສດຖະກິດ​, ການ​ຄ້າ ​ເພື່ອ​ຊຸກຍູ້​ການ​ຟື້ນ​ຟູ​ເສດຖະກິດ; ຍູ້ແຮງການຟື້ນຟູແບບກວມລວມ ແລະ ຍືນຍົງ; ຊຸກຍູ້ການປະດິດສ້າງ ແລະ ການຫັນເປັນດິຈິຕອນ.

APEC ສ້າງພື້ນຖານໃໝ່ໃຫ້ແກ່ການພັດທະນາຢູ່ພາກພື້ນອາຊີ - ປາຊີຟິກ
ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ. (ພາບ: TTXVN)

ເຫດການ​ນີ້​ມີ​ໜ້າ​ທີ່​ສຳຄັນ​ແມ່ນ​ການ​ປຶກສາ​ຫາລື ​ແລະ ຕັດສິນ ກ່ຽວກັບ​ທິດ​ທາງ​ຍຸດ​ທະ​ສາດ ​ແລະ ວິ​ໄສ​ທັດ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ພື້ນຖານ​ເສດຖະກິດ APEC, ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາຂອງ​ພາກ​ພື້ນ​ອາຊີ - ປາຊີ​ຟິກ ໃນ​ໄລຍະ​ຍາວ.

ບັນດາວາລະສຳຄັນ

ກອງ​ປະຊຸມ​ຜູ້ນຳ​ເສດຖະກິດ APEC ຄັ້ງທີ 28 ​ໃນ​ວັນ​ທີ 12 ພະຈິກ​ນີ້ ດ້ວຍ​ຫົວ​ຂໍ້​ວ່າ “ການ​ປະສານ​ງານ​ພາຍ​ໃນ APEC ເພື່ອຊຸກຍູ້​ການ​ຟື້ນ​ຟູ​ເສດຖະກິດ​ພາຍຫຼັງ Covid-19; ບັນດາໂອກາດ ແລະ ສິ່ງທ້າທາຍຕົ້ນຕໍໃນໂລກ ຫຼັງ Covid ແລະ ວິທີຮັບປະກັນວ່າຜົນປະໂຫຍດຈະຖືກແບ່ງປັນຢ່າງສະເໝີພາບ ລະຫວ່າງທົ່ວປວງຊົນໃນປັດຈຸບັນ ແລະ ອະນາຄົດ”. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ ສອງເນື້້ອໃນ​ຕົ້ນຕໍ​ ຄື: ແງ່ຫວັງ​ເສດຖະກິດ​ໂລກ ​ແລະ ການ​ຮ່ວມ​ມື​ໃນ​ການ​ຟື້ນ​ຟູ​ຫຼັງ​ໂລກລະບາດ, ຄາດ​ວ່າ​ຈະ​ຮັບຮອງ​ເອົາ 2 ເອກະສານ ​ຄື: ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມບັນດາ​ຜູ້ນຳ​ເສດຖະກິດ​ອາຊີ - ປາຊີ​ຟິກ ຄັ້ງ​ທີ 28 ​ແລະ ​ແຜນການ​ປະຕິບັດ​ວິ​ໄສ​ທັດ APEC ​ຮອດ ປີ 2040.

ພື້ນຖານການຂະຫຍາຍຕົວໃນອະນາຄົດ

ໜຶ່ງໃນບັນດາຫົວຂໍ້ ແລະ ວາລະທີ່ໜ້າສົນໃຈທີ່ສຸດ ໃນສັບປະດາກອງປະຊຸມສຸດຍອດ APEC ຄັ້ງທີ 28 ແມ່ນການຮັບຮອງເອົາແຜນການປະຕິບັດວິໄສທັດ APEC ຮອດປີ 2040. ແຜນການຜັນຂະຫຍາຍວິໄສທັດ APEC ຮອດປີ 2040 ໄດ້ຮັບຖືວ່າ ແມ່ນບາດກ້າວຕໍ່ໄປທີ່ສຳຄັນຂອງ APEC ໃນການສ້າງເປັນພື້ນຖານອັນຈະແຈ້ງ ແລະ ໜັກແໜ້ນເພື່ອ​ການ​ພັດທະນາ​ຂອງ​ພາກ​ພື້ນ​ອາຊີ-ປາຊີ​ຟິກ ​ໃນ​ສອງ​ທົດ​ສະ​ວັດ​ຂ້າງ​ໜ້າ. ວິ​ໄສ​ທັດ​ນີ້​ ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ບັນດາ​ການ​ນຳ APEC ​ໃນ​ເດືອນພະຈິກ 2020 ດ້ວຍ​ເປົ້າ​ໝາຍ “ປະຊາ​ຄົມ​ອາຊີ-ປາຊີ​ຟິກທີ່​ເປີດ​ກວ້າງ, ຂະຫຍັນ​ຂັນ​ເຄື່ອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ​ແລະ ສັນຕິພາບ ​ໃນ​ປີ 2040, ​ເພື່ອ​ຄວາມວັດທະນາຖາວອນ​ຂອງ​ພົນລະ​ເມືອງ​ທຸກ​ຄົນ ​ແລະ ຄົນ​ລຸ້ນຫຼັງ”.

ກ່ອນ​ສັບປະດາກອງ​ປະ​ຊຸມ​ສຸດຍອດ APEC ຄັ້ງ​ທີ 28, ເດືອນ​ກໍ​ລະ​ກົດ ​ຜ່ານ​ມາ, ນິວ​ຊີ​ແລນ ໄດ້​ດຳ​ເນີນ​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ ຄັ້ງ​ທຳ​ອິດ ​ລະ​ຫວ່າງ​ການ​ນຳ APEC. ກອງ​ປະຊຸມ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ວິທີ​ການແກ້​ໄຂ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ແນໃສ່​ຜ່ານ​ຜ່າ​ວິ​ກິດ​ການ​ດ້ານ​ສາທາລະນະ​ສຸກ​ ແລະ​ ຍູ້ແຮງ​ການ​ຟື້ນ​ຟູ​ເສດຖະກິດ​ຢູ່ ​ອາຊີ-ປາຊີ​ຟິກ.

​ອາດເຫັນ​ໄດ້​ວ່າ, ທຸກ​ບາດກ້າວ​ຜັນຂະຫຍາຍ​ຂອງ APEC ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ແມ່ນ​ແນ​ໃສ່​ສ້າງ​ພື້ນຖານ​ຄວາມ​ໝັ້ນຄົງ, ​ເຂັ້ມ​ແຂງ ​ແລະ ອາດຈະເປັນໄປໄດ້​ໃນ​ການ​ພັດທະນາ​ພາກ​ພື້ນ ອາຊີ - ປາຊີ​ຟິກ ​ໄລຍະກາງ ​ແລະ ​ໃນ​ໄລຍະ​ຍາວ​ນານ, ຮັບປະກັນ​ໃຫ້ ອາຊີ - ປາຊີຟິກ ສືບຕໍ່ເປັນພາກພື້ນນໍາໜ້າໃນການຟື້ນຟູເສດຖະກິດ, ການພັດທະນາ ແລະ ການເຊື່ອມຕໍ່ຂອງໂລກໃນອະນາຄົດ.

ຄຳຮຸ່ງ

302 Found

Found

The document has moved here.