ຫວຽດນາມ ກາຍເປັນແຫຼ່ງນັກສຶກສາຕ່າງປະເທດ ໃຫຍ່ທີ່ສຸດຂອງໄຕ້ຫວັນ

11:26 | 06/11/2021

ຍສໝ - ດ້ວຍ​ຈຳນວນ​ນັກ​ສຶກສາ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ນຳ​ໜ້າ ​ກ່ຽວ​ກັບ​ຈຳນວນ​ນັກ​ສຶກສາຕ່າງປະເທດ ​ຢູ່​ໄຕ້​ຫວັນ (ຈີນ).

ແລກປ່ຽນດ້ານການຄ້າຕ່ຳແຜ່ນຕັດຫຍີບລະຫວ່າງຫວຽດນາມ ແລະໄຕ້ຫວັນ ແລກປ່ຽນດ້ານການຄ້າຕ່ຳແຜ່ນຕັດຫຍີບລະຫວ່າງຫວຽດນາມ ແລະໄຕ້ຫວັນ
ຫວຽດນາມ ໄດ້ສົ່ງເສີມວຽກງານການບຳລຸງສ້າງນັກສຶກສາຕ່າງປະເທດລາວ ຢູ່ມະຫາວິທະຍາໄລທິດຕາເວັນຕົກສຽງເໜືອ ຫວຽດນາມ ໄດ້ສົ່ງເສີມວຽກງານການບຳລຸງສ້າງນັກສຶກສາຕ່າງປະເທດລາວ ຢູ່ມະຫາວິທະຍາໄລທິດຕາເວັນຕົກສຽງເໜືອ

ຕົວ​ເລກ​ສະຖິຕິ​ຂອງ​ອົງການ​ສຶກສາ​ໄຕ້​ຫວັນ ​ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນ​ປີ 2020, ຫວຽດນາມ​ໄດ້​ລື່ນ​ກາຍ​ປະເທດຈີນ ເຊິ່ງເປັນ​ຄັ້ງ​ທຳ​ອິດກາຍ​ເປັນ​ແຫຼ່ງນັກຮຽນຕ່າງປະ​ເທດ​ໃຫຍ່​ກວ່າ​ໝູ່​ ຢູ່ໄຕ້​ຫວັນ.

ຕາມ​ສື່​ມວນ​ຊົນ​ໄຕ້​ຫວັນ​ແລ້ວ, ​ເພື່ອ​ດຶງ​ດູດ​ນັກ​ສຶກສາ​ຫວຽດນາມ​ມາ​ຮຽນ​ຢູ່​ທີ່​ນີ້​ຫຼາຍ​ກວ່າ​ເກົ່າ, ງານ​ວາງສະ​ແດງ​ການ​ສຶກສາ​ຊັ້ນ​ສູງ​ໄຕ້​ຫວັນ​ ປີ 2021 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ຕຸລາ​ນີ້, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 52 ​ໂຮງຮຽນ ເຊິ່ງຫຼາຍ​ທີ່ສຸດ ນັບແຕ່ກ່ອນມາ​ຮອດ​ປະຈຸ​ບັນ.

ຫວຽດນາມ ກາຍເປັນແຫຼ່ງນັກສຶກສາຕ່າງປະເທດ ໃຫຍ່ທີ່ສຸດຂອງໄຕ້ຫວັນ
ຫວຽດນາມ ກາຍເປັນແຫຼ່ງນັກສຶກສາຕ່າງປະເທດ ໃຫຍ່ທີ່ສຸດຂອງໄຕ້ຫວັນ. (ພາບ: duhocvietglobal.com)

ສະຖິຕິ​ທີ່​ເຜີຍ​ແຜ່​ໃນ​ງານ​ວາງສະ​ແດງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ ​ເຄີຍ​ເປັນ​ແຫຼ່ງ​ນັກ​ສຶກສາ​ຕ່າງປະ​ເທດ​ໃຫຍ່​ທີ່​ສຸດ​ຂອງ​ໄຕ້​ຫວັນ ​ເປັນ​ເວລາ​ຫຼາຍ​ປີ​ຕິດຕໍ່​ກັນ, ​ໃນ​ປີ 2019 ​ມີ 25,106 ຄົນ, ​ແຕ່​ປີ 2020 ຈຳນວນ​ນັກ​ສຶກສາ​ຈີນ​ໄດ້​ຫຼຸດ​ລົງ​ 6,033 ຄົນ; ໃນ​ຂະ​ນະ​ທີ່​ຈຳ​ນວນ​ນັກ​ສຶກ​ສາ​ຫວຽດ​ນາມ​ໄປ​ຮຽນ​ຢູ່​ໄຕ້​ຫວັນ​ ໄດ້​ເພີ່ມ​ຂຶ້ນ​ເປັນ 17.534 ຄົນ.

ກໍ່ຕາມ​ຂໍ້​ມູນ​ຂອງ​ໄຕ້​ຫວັນ​ແລ້ວ, ໄຕ້​ຫວັນ ​ຖືກ​ຈັດ​ອັນ​ດັບ​ທີ 6 ​ໃນ​ການ​ເລືອກ​ເຟັ້ນຂອງ​ນັກ​ສຶກສາ​ຫວຽດນາມ ໄປຮຽນ. ອັນ​ດັບ​ໜຶ່ງ​ໃນ​ລາຍ​ການ​ນີ້​ແມ່ນ​ຍີ່​ປຸ່ນ, ມີ​ປະ​ມານ 62,000 ຄົນ. ຖັດມາແມ່ນ ສ.ເກົາຫຼີ ມີນັກຮຽນເກືອບ 60.000 ຄົນ; ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ ​ແລະ ກາ​ນາ​ດາ ມີ​ນັກ​ສຶກສາ​ຫວຽດນາມ ​ແຕ່ 20.000 – 25.000 ຄົນ.

ຕາມ​ຂໍ້​ມູນ​ທີ່​ເຜີຍ​ແຜ່​ໃນ​ປີ 2020, ຈຳນວນ​ນັກ​ສຶກສາ​ຫວຽດນາມ ​ຢູ່​ໄຕ້​ຫວັນ​ໄດ້​ເພີ່ມ​ຂຶ້ນ 330% ​ໃນ​ເກືອບ 3 ປີ. ​ໃນ​ປີ 2019, ຈຳນວນ​ນັກ​ສຶກສາ​ຫວຽດນາມ ​ທີ່​ໄປ​ຮຽນ​ຢູ່ໄຕ້​ຫວັນ ​ມີ 17.421 ຄົນ, ​ເປັນ​ອັນ​ດັບ​ທີ 2 ຖັດຈາກປະເທດ​ຈີນ​.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.