​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ເຈ​ລະ​ຈາ​ກັບ​​ນາ​ຍົກ​ລັດ​ຖະ​ມົນ​ຕີຝຣັ່ງ

06:18 | 07/11/2021

ຍສໝ - ຕອນບ່າຍວັນທີ 3 ພະຈິກ, ຢູ່ວັງ Matignon, ທ່ານ ຟ້າມມີງຈິ໊ງ ນາຍົກລັດ ຖະມົນຕີຫວຽດນາມ ໄດ້ມີການເຈລະຈາກັບທ່ານ Jean Castex ນາຍົກລັດຖະມົນຕີຝະຣັ່ງ ແລະເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງ ແລະ ເອກະສານຮ່ວມມືຫຼາຍສະບັບລະຫວ່າງສອງປະເທດ.

ທ່ານ​ລັດ​ຖະ​ມົນ​ຕີ​ ບຸນ​ແທັງ​ເຊີນ ພົບ​ປະ​ກັບ​ທ່ານນາງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ພັດ​ທະ​ນາ ອັງ​ກິດ ທ່ານ​ລັດ​ຖະ​ມົນ​ຕີ​ ບຸນ​ແທັງ​ເຊີນ ພົບ​ປະ​ກັບ​ທ່ານນາງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ພັດ​ທະ​ນາ ອັງ​ກິດ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ມີ​ຄວາ​ມ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດ​ນາມ ກັບ ອັງ​ກິດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ມີ​ຄວາ​ມ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດ​ນາມ ກັບ ອັງ​ກິດ

ທີ່​ການ​ເຈລະຈາ, ການ​ນຳສອງທ່ານ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ເຊິ່ງກັນ ​ແລະກັນ​ລະຫວ່າງສອງປະ​ເທດ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ນາຍົກລັດຖະມົນຕີຝຣັ່ງ ​ໃຫ້​ຮູ້​ວ່າ ຈະໜູນຊ່ວຍວັກ​ຊິນກັນ​ພະຍາດ​ໂຄ​ວິດ-19 ​ໃຫ້​ຫວຽດນາມ ຕື່ມ​ອີກ 970.000 ​ໂດ​ສຜ່ານໂຄງການ COVAX ​ແລະ ວັກ​ຊິນ 400.000 ​ໂດ​ສ ​ຜ່ານ​ຊ່ອງ​ທາງ​ສອງ​ຝ່າຍ, ​ຍົກຍອດ​ຈຳນວນ​ວັກຊິນ​ທີ່​ໄດ້ໜູນ​ຊ່ວຍ​ໃຫ້​ແກ່​ຫວຽດນາມ ​ຂຶ້ນເຖິງກວ່າ 2 ລ້ານໂດສ.

​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ເຈ​ລະ​ຈາ​ກັບ​​ນາ​ຍົກ​ລັດ​ຖະ​ມົນ​ຕີຝຣັ່ງ
​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ເຈ​ລະ​ຈາ​ກັບ​​ ນາ​ຍົກ​ລັດ​ຖະ​ມົນ​ຕີຝຣັ່ງ. ພາບ: TTXVN

ກ່ຽວ​ກັບ​ການ​ຮ່ວມ​ມືສອງຝ່າຍ, ​ໃນ​ປີ 2023 ຈະ​ແມ່ນໂອກາດສະເຫຼີມສະຫຼອງ​ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຫວຽດນາມ-ຝຣັ່ງ, ສອງຝ່າຍ​ໄດ້​ເຫັນ​ດີ​ສົມທົບ​ກັນ​ສ້າງ​ແຜນ​ການສັງລວມ, ​ສ້າງ​ການຫັນ​ປ່ຽນ​ຢ່າງ​ແຮງ​ເພື່ອ​ເປັນພື້ນຖານ​ນຳ​ການ​ພົວພັນ​ຫວຽດນາມ-ຝຣັ່ງ ພັດທະນາຂຶ້ນ​ສູ່​ລະດັບ​ສູງ​ໃໝ່; ເປີດກວ້າງການ ຮ່ວມມືໃນທຸກໆຂົງເຂດ; ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະສາກົນ, ພ້ອມກັນນັ້ນ ກໍ່ຕັ້ງໜ້າສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ.

ສອງຝ່າຍ​ເຫັນ​ດີ​ເປັນ​ເອກະພາບຜັນຂະຫຍາຍ​ບັນດາ​ມາດ​ຕະການແທດ​ຈິງ​ ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ກວ່າ​ໃຫ້​ແກ່​ການ​ແລກປ່ຽນ​ການ​ຄ້າ​ສອງ​ຝ່າຍ, ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ, ສິນຄ້າ​ຂອງ​ສອງ​ປະ​ເທດເຂົ້າ​ສູ່​ຕະຫຼາດ​ຂອງ​ກັນ.

​ໂດຍແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລະພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ສອງຝ່າຍ​ເນັ້ນ​ໜັກວ່າ ​ບັນດາ​ປະ​ເທດ​ຄວນ ປະກອບສ່ວນເຂົ້າໃນການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະວັດທະນາ​ຖາວອນ, ຮັບປະກັນ​ຄວາມ​ປອດ​ໄພ, ຄວາມໝັ້ນຄົງ, ຄວາມ​ເສລີ​ໃນ​ການ​ເດີນທະເລ, ການບິນ ​ແລະແກ້​ໄຂ​ການຂັດແຍ້ງສາກົນ​ໂດຍ​ສັນຕິວິທີ, ບົນ​ພື້ນຖານ​ການ​ປະຕິບັດ​ຕາມ​ຫຼັກການ​ຂອງ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍວ່າດ້ວຍ​ທະ​ເລ​ປີ 1982 (UNCLOS).

ພາຍຫຼັງ​ການ​ພົບ​ປະ​ເຈລະຈາ, ​ນາຍົກລັດຖະມົນຕີ 2 ທ່ານ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນເອກະສານ, ຂໍ້ຕົກລົງ​ຮ່ວມ​ມື ​ແລະສັນຍາ​ເສດຖະກິດ​ຂະໜາດ​ໃຫຍ່, ເປັນໜ້າສົນໃຈ​ແມ່ນ: ຂໍ້ຕົກລົງຮ່ວມ​ມື​ລະຫວ່າງ​ກະຊວງ​ຍຸຕິ​ທຳ ຫວຽດນາມ ​ແລະສະພາການເມືອງຝຣັ່ງ ​ໄລຍະ 2021 – 2026; ບົດ​ບັນທຶກ​ຊ່ວຍຈໍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ດາວ​ທຽມ, ນະຄອນ​ອັດສະລິຍະ, ກໍານົດຮູບແບບເຕັກນິກ​ດີ​ຈີ​ຕອນ ​ແລະຄວາມໝັ້ນຄົງ​ທາງເຄືອຂ່າຍ​ອິນ​ເຕີ​ເນັດ​ລະຫວ່າງ​ກຸ່ມ​ບໍລິສັດ​ໄປສະນີ​ໂທລະ​ຄົມມະນາຄົມ​ຫວຽດນາມ ​ແລະກຸ່ມ​ບໍລິສັດ Thales ​ແລະບົດ​ບັນທຶກຊ່ວຍຈໍາ​ຂອງ Vietjet Air, Bamboo Airways ​ແລະ Safran.

ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ​ກໍ່ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Aurélia Nguyen, ຜູ້​ອຳ​ນວຍ​ການ​ບໍລິຫານ​ໂຄງການ​ເຂົ້າ​ເຖິງ​ວັກ​ຊິນ​ທົ່ວໂລກ COVAX.

ໄຊພອນ

ເຫດການ
302 Found

Found

The document has moved here.