ໂຄສະນາວັນນະຄະດີຫວຽດນາມ ຢູ່ ເວເນຊູເອລາ

06:58 | 11/11/2021

ຍສໝ - ຜ່ານປະ​ຫວັດ​ສາດນັບຫຼາຍພັນປີ, ຫວຽດ​ນາມ ສ້າງໄດ້ພື້ນຖານວັນນະຄະດີ​ທີ່​ອຸດົມສົມບູນ​.

ຫວຽດນາມ ແລະ ເວເນຊູເອລາ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ຫວຽດນາມ ແລະ ເວເນຊູເອລາ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ
ຫວຽດນາມ ແລະ ເວເນຊູເອລາ ຊຸກຍູ້ການຮ່ວມມືໃນຂົງເຂດສາທາລະນະສຸກເພື່ອຕ້ານ ໂລກລະບາດ COVID-19 ຫວຽດນາມ ແລະ ເວເນຊູເອລາ ຊຸກຍູ້ການຮ່ວມມືໃນຂົງເຂດສາທາລະນະສຸກເພື່ອຕ້ານ ໂລກລະບາດ COVID-19
ພາບປະກອບ
ພາບປະກອບ

​ໃນ​ຂອບ​ເຂດ​ກິດຈະກໍາຂອງ​ງານ​ຕະຫຼາດນັດ​ປຶ້ມ​ສາກົນ​ຄັ້ງ​ທີ 17 ຢູ່ ເວເນຊູເອລາ (FILVEN 2021), ຫວ່າງແລ້ວນີ້, ສະຖານທູດ​ຫວຽດນາມ ປະຈຳ ເວເນຊູເອລາ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາດ້ວຍ​ຫົວ​ຂໍ້​ “ສັງເຂບພື້ນຖານ​ວັນ​ນະ​ຄະ​ດີ​ຫວຽດນາມ” ດ້ວຍ​ຮູບ​ແບບ​ໂດຍກົງ ​ແລະ ຜ່ານ​ທາງ​ອອນ​ລາຍ. ເຫດການມີການ​ເຂົ້າ​ຮ່ວມຂອງ ​ທ່ານ ເລຫວຽດຢວຽນ ​ເອກ​ອັກຄະ​ລັດຖະທູດຫວຽດນາມ ປະຈຳເວເນຊູເອລາ; ທ່ານ ສຈ. ປອ. ຫງວຽນດັງດຽບ ຫົວໜ້າ​ສະ​ຖາ​ບັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ, ທ່ານ ຫງວຽນກວາງທ່ຽວ ປະທານສະມາຄົມນັກປະພັນ ຫວຽດນາມ...

ກ່າວ​ຄຳ​ເຫັນ​​ທີ່ເຫດການ, ທ່ານ ສຈ. ປອ. ຫງວຽນດັງດຽບ ​ໄດ້ກ່າວໂດຍສັງເຂບບັນດາໄລຍະຕົ້ນຕໍ​ຂອງ​ວັນນະຄະດີ​ຫວຽດນາມ ນັບ​ແຕ່ດັ້ງເດີມຈົນຮອດ ປະຈຸບັນ, ພ້ອມກັນນັ້ນ ກໍ່​ເນັ້ນ​ໜັກ​ວ່າຜ່ານປະ​ຫວັດ​ສາດນັບຫຼາຍພັນປີ, ຫວຽດ​ນາມ ສ້າງໄດ້ພື້ນຖານວັນນະຄະດີ ​ທີ່​ອຸດົມສົມບູນ​: ສ່ອງແສງຈິດ​ວິນ​ຍານ, ຄຸນທາດຂອງ​ຊາວ​ຫວຽດ​ນາມ ໃນ​ຂະ​ບວນ​ການ​ສ້າງສາ ແລະປົກ​ປັກ​ຮັກ​ສາ​ປະ​ເທດຊາດ.

ທ່ານ ສຈ. ປອ. ຫງວຽນດັງດຽບ ​ໄດ້​ສະຫລຸບ​ວ່າ ​ໃນ​ຂະ​ບວນການ​ພັດທະນາ, ​ພື້ນຖານ​ວັນນະຄະດີ​ຫວຽດນາມ ​ແມ່ນລັດທິ​ຮັກ​ຊາດ ​ແລະລັດທິມະນຸດສະທຳ. ນີ້​ກໍໍ່ແມ່ນສອງ​ມູນເຊື້ອ​ອັນ​ລ້ຳ​ຄ່າ​ທີ່​ໄດ້ຫຼໍ່ຫຼອມ​ໃນ​ປະຫວັດສາດ​ອັນ​ຍາວ​ນານ ​ແລະ ​ໄດ້​ເປີດ​ເຜີຍ​ຢ່າງ​ມີຊີວິດຊີວາ​ໃນພື້ນຖານ​ວັນນະຄະດີ​ທີ່​ເປັນ​ເອກະ​ພາບ​ຂອງ 54 ຊົນ​ເຜົ່າ.

ໄຊພອນ

ເຫດການ
302 Found

Found

The document has moved here.