ຫວຽດ​ນາມ ຮຽກ​ຮ້ອງ ມາ​ລີ ເພີ່ມ​ທະ​ວີ​ການ​ປ່ອງດອງ​ຊາດ, ແກ້​ໄຂ​ຄວາມ​ແຕກ​ໂຕນ

11:44 | 01/11/2021

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂຮ່ເທນາມ, ທີ່ປຶກສາ, ຜູ້ປະສານງານດ້ານການເມືອງຂອງຄະນະຜູ້ຕາງຫນ້າ ຫວຽດນາມ ຢູ່ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງສຳລັບບັນດາສິ່ງທ້າທາຍຫລາຍດ້ານກ່ຽວກັບຄວາມສະຫງົບ, ການພັດທະນາ ແລະ ມະນຸດສະທຳ ຊື່ງ ມາລີ ພວມປະເຊີນຫນ້າ; ຮຽກຮ້ອງບັນດາຝ່າຍເພີ່ມທະວີຄວາມມານະພະຍາຍາມປ່ອງດອງຊາດ, ອົດກັ້ນ.

ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ​ແຫ່ງ​ຊາດ ຫວຽດ​ນາມ - WEF: ເປີດ​​ຫລາຍກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່​​ລະ​ຫ່ວງ ຫວຽດ​ນາມ ແລະ ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ຕ່າງ​ປະ​ເທດ ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ​ແຫ່ງ​ຊາດ ຫວຽດ​ນາມ - WEF: ເປີດ​​ຫລາຍກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່​​ລະ​ຫ່ວງ ຫວຽດ​ນາມ ແລະ ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ຕ່າງ​ປະ​ເທດ
ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ຄວາມ​ຕ້ອງ​ການ​ຮ່ວມ​ມື ຫວຽດ​ນາມ - ອາ​ຟ​ຣີ​ກາ ຍັງໃຫຍ່ຫຼວງ​ທີ່​ສຸດ ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ຄວາມ​ຕ້ອງ​ການ​ຮ່ວມ​ມື ຫວຽດ​ນາມ - ອາ​ຟ​ຣີ​ກາ ຍັງໃຫຍ່ຫຼວງ​ທີ່​ສຸດ
ຫວຽດ​ນາມ ຮຽກ​ຮ້ອງ ມາ​ລີ ເພີ່ມ​ທະ​ວີ​ການ​ປ່ອງດອງ​ຊາດ, ແກ້​ໄຂ​ຄວາມ​ແຕກ​ໂຕນ
ທ່ານ ດັ້ງດິງກຸຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ວັນທີ 30 ຕຸລາ, ສະພາຄວາມໝັ້ນຄົງ ສປຊ ໄດ້ໂຮມປະຊຸມ ກ່ຽວກັບສະພາບການ ມາລີ ດ້ວຍການເຂົ້າຮ່ວມຂອງທ່ານ El-Ghassim Wane ຜູ້ຕາງຫນ້າພິເສດ ຂອງ ທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບບັນຫາ ມາລີ. ທ່ານ Wane ຕີລາຄາສູງໝາກຜົນຂອງຄະນະປະຕິບັດງານຂອງ ສະພາຄວາມໝັ້ນຄົງ ເຖິງ ມາລີ ໃນວັນທີ 24 – 25 ຕຸລາ ຜ່ານມາ, ໃນນັ້ນ ສະພາຄວາມໝັ້ນຄົງ ສປຊ ໄດ້ສະແດງໃຫ້ເຫັນເລື່ອງຖືບົດບາດຂອງຄະນະປະຕິບັດງານຂອງ ສປຊ ຢູ່ ມາລີ (MINUSMA) ເປັນສຳຄັນ ກໍ່ຄືການເສຍສະຫລະຂອງພົນທະຫານຫລາຍຄົນຂອງຄະນະປະຕິບັດງານໃນ 8 ປີ ຜ່ານມາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂຮ່ເທນາມ, ທີ່ປຶກສາ, ຜູ້ປະສານງານດ້ານການເມືອງຂອງຄະນະຜູ້ຕາງຫນ້າ ຫວຽດນາມ ຢູ່ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງສຳລັບບັນດາສິ່ງທ້າທາຍຫລາຍດ້ານກ່ຽວກັບຄວາມສະຫງົບ, ການພັດທະນາ ແລະ ມະນຸດສະທຳ ຊື່ງ ມາລີ ພວມປະເຊີນຫນ້າ; ຮຽກຮ້ອງບັນດາຝ່າຍເພີ່ມທະວີຄວາມມານະພະຍາຍາມປ່ອງດອງຊາດ, ອົດກັ້ນ ແລະ ແກ້ໄຂບັນດາຄວາມແຕກໂຕນຜ່ານການເຈລະຈາ ແລະ ການສະຫນັບສະຫນູນບັນດາຄວາມມານະພະຍາຍາມຂອງ (MINUSMA) ພ້ອມທັງຮຽກຮ້ອງປະຊາຄົມສາກົນ ສືບຕໍ່ຫນູນຊ່ວຍຊາວ ມາລີ, ໃນນັ້ນ ລວມທັງ ການແກ້ໄຂບັນດາສິ່ງທ້າທາຍມະນຸດສະທຳ.

vovworld.vn

ເຫດການ
302 Found

Found

The document has moved here.