ພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບເອກອັກຄະລັດຖະທູດ ຍີ່ປຸ່ນ

07:07 | 31/10/2021

ຕອນເຊົ້າວັນທີ 29 ຕຸລາ, ທີ່ຮ່າໂນ້ຍ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບທ່ານ Yamada Takio ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ກຸຍບາ ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ກຸຍບາ
ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ມົງກົນ ສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ມົງກົນ ສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ
ພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບເອກອັກຄະລັດຖະທູດ ຍີ່ປຸ່ນ
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານເອກອັກຄະລັດຖະທູດ Yamada Takio. ພາບ: ແມ້ງຮຸ່ງ.

ທີ່ການຕ້ອນຮັບ, ຕາງໜ້າການນໍາກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຂອບໃຈທ່ານເອກອັກຄະລັດຖະທູດ Takio ທີ່ໄດ້ເອົາໃຈໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ພິເສດແມ່ນສົມທົບກັນຈັດຕັ້ງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Kishi Nobuo ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ໃນເດືອນກັນຍາ ຜ່ານມາສຳເລັດຜົນ. ບົນພື້ນຖານເນື້ອໃນ, ລາຍການຮ່ວມມື ທີ່ລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດ ໄດ້ເຫັນດີເປັນເອກະພາບ, ສອງຝ່າຍຄວນສືບຕໍ່ຊຸກຍູ້ການຮ່ວມມືດ້ວຍຮູບການທີ່ມີໄຫວພິບ, ສອດຄ່ອງກັບສະພາບພະຍາດໂຄວິດ-19, ໃນນັ້ນສຸມໃສ່ຮັກສາການພົບປະແລກປ່ຽນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ຮັກສາກົນໄກປຶກສາຫາລື, ເຈລະຈາຢ່າງມີປະສິດທິຜົນ; ຊຸກຍູ້ການຮ່ວມມືໃນຂົງເຂດເສນາຮັກ, ຄວາມໝັ້ນຄົງທາງອິນເຕີແນັດ, ຮັກສາສັນຕິພາບ ສປຊ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຄວາມໝັ້ນຄົງທາງທະເລ...

ທ່ານພົນໂທ ຮວ່າງຊວນຈ໊ຽນ ຂອບໃຈລັດຖະບານຍີ່ປຸ່ນ ທີ່ໄດ້ຕັ້ງໜ້າໜູນຊ່ວຍຫວຽດນາມ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ໃນນັ້ນມີການມອບວັກຊິນ ແລະຕ່ອງໂສ້ຮັບປະກັນຄວາມເຢັນໃຫ້ວັກຊິນ; ພ້ອມທັງປາດຖະໜາຢາກໃຫ້ຝ່າຍຍີ່ປຸ່ນ ສືບຕໍ່ຊ່ວຍເຫຼືອວັກຊິນ, ຢາປົວພະຍາດ ແລະອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແກ່ຫວຽດນາມ ຜ່ານຊ່ອງທາງລັດ, ຊ່ອງທາງປ້ອງກັນຊາດ ຫຼື ຕາມຮູບການຊື້ຂາຍການຄ້າໃນໄລຍະໄວທີ່ສຸດ.

ສ່ວນທ່ານ Yamada Takio ຕີລາຄາສູງຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໃນໄລຍະຜ່ານມາ; ຫວັງວ່າ ກະຊວງປ້ອງກັນປະເທດຂອງສອງປະເທດ ສືບຕໍ່ຊຸກຍູ້, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດ ໄດ້ແລກປ່ຽນ, ເຫັນດີເປັນເອກະພາບນຳກັນ. ທ່ານ Yamada Takio ຢັ້ງຢືນວ່າ ຍີ່ປຸ່ນ ປາດຖະໜາຢາກເຂົ້າຮ່ວມບັນດາໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມຫຼາຍກວ່າອີກ.

la.qdnd.vn

ເຫດການ
302 Found

Found

The document has moved here.