ຫວຽດນາມຢືນຢັນຈະພະຍາຍາມຊຸກຍູ້ສາຍພົວພັນສອງຝ່າຍ ກັບ Saint Vincent ແລະ Grenadines

19:18 | 13/11/2021

ຍສໝ - ຫວ່າງແລ້ວນີ້, ທ່ານ ເລ່ຫວຽດຢວ່ຽນ ເອກອັກຄະລັດຖະທູດຫວຽດນາມ ໄດ້ຍື່ນສານຕາ​ຕັ້ງ​ຂອງ ທ່ານ ປະ​ທານ​ປະ​ເທດ ຫງວຽນຊວນຟຸກ ຕໍ່ຜູ້ວ່າການລັດ Saint Vincent và Grenadines Susan Dougan, ດ້ວຍຮູບແບບອອນລາຍ

ແຄ໊ງ​ຮ່​ວາ ສະ​ເໜີ​ເປີດ​ຖ້ຽວ​ບິນ​ໄປ​ຍັງ Saint Petersburg ໂດຍ​ກົງ ແຄ໊ງ​ຮ່​ວາ ສະ​ເໜີ​ເປີດ​ຖ້ຽວ​ບິນ​ໄປ​ຍັງ Saint Petersburg ໂດຍ​ກົງ
ພົນລະເມືອງຫວຽດນາມ ໄດ້ຮັບລາງວັນ Saint Petersburg ທີ່ມີຊື່ສຽງ ພົນລະເມືອງຫວຽດນາມ ໄດ້ຮັບລາງວັນ Saint Petersburg ທີ່ມີຊື່ສຽງ
ຫວຽດນາມຢືນຢັນຈະພະຍາຍາມຊຸກຍູ້ສາຍພົວພັນສອງຝ່າຍ ກັບ Saint Vincent ແລະ Grenadines

ທ່ານ ເລ່ຫວຽດຢວ່ຽນ ເອກອັກຄະລັດຖະທູດຫວຽດນາມ ໄດ້ຍື່ນສານຕາ​ຕັ້ງ​ຂອງ ທ່ານ ປະ​ທານ​ປະ​ເທດ ຫງວຽນຊວນຟຸກ ຕໍ່ຜູ້ວ່າການລັດ Saint Vincent và Grenadines Susan Dougan. ພາບ: TTXVN

ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ເລ່ຫວຽດຢ​ວ່ຽນ ໄດ້ມີຄຳເຫັນໃນພິທີໂດຍ​ສະ​ແດງ​ຄວາມເຊື່ອໝັ້ນວ່າພິ​ທີ​ຍື່ນ​ສານ​ຕາ​ຕັ້ງ ຈະສ້າງພື້ນຖານໃຫ້ທັັງສອງຝ່າຍ ສາ​ມາດເພີ່ມທະວີສາຍພົວພັນທັງສອງຝ່າຍໃນຫຼາຍດ້ານ, ພິເສດ ແມ່ນໃນຂົງເຂດການຄ້າ, ການລົງທືນ, ວັດທະນະທຳ, ການທ່ອງທ່ຽວ, ກະສິກຳ ແລະ ການສຶກສາ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູ ເລ່ຫວຽດຢ​ວ່ຽນ ກໍໃຫ້ຄຳໝັ້ນສັນຍາວ່າ ຈະພະຍາຍາມສູມ​ເຫື່ອ​ແຮງເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃຫ້​ສູງ​ຂຶ້ນໃນທຸກຂົງເຂດກ້າວສູ່ລະດັບສູງໃໝ່.

ທ່ານ ນາງ Susan Dougan ຜູ້​ວ່າການລັດ Saint Vincent và Grenadines Susan Dougan ໄດ້ຕີລາຄາສູງຕໍ່ນະໂຍບາຍການຕ່າງປະເທດ​ອັນໄຫວພິບ, ການ​ເປີດ​ກວ້າງ, ທິດທາງການຂະ​ຫຍາ​ຍຕົວ ແລະ ຜົນສຳເລັດຕ່າງໆທາງດ້ານເສດຖະກິດ-ສັງຄົມຂອງຫວຽດນາມ ໃນຊຸມປິຜ່ານມາ. ພ້ອມທັງຄວາມ​ມຸ້ງ​ຫວັງ​ໃນ​ການເພີ່ມທະວີການຂຶ້ນ​ອີກ​ໃນ​ການພົວ​ພັ​ນຮ່ວມມືສອງ​ຝ່າຍໃນໄລະຍະຕໍ່​ໜ້າ. ພິເສດແມ່ນການລົງທືນຂອງຫວຽດນາມສາມາດເຂົ້າຮ່ວມໃນຂະແໜງຕໍ່າແຜ່ນຕັດຫຍິບຢູ່ Saint Vincent và Grenadines.

ໄຊພອນ

ເຫດການ
302 Found

Found

The document has moved here.