ການພົບປະລະຫວ່າງ ວິສາຫະກິດ ອາຊີ - ເອີລົບ ຢູ່ ຫວຽດນາມ ປີ 2021

11:30 | 31/10/2021

ເພື່ອຜ່ານຜ່າໂລກລະບາດໂຄວິດ -19 ແລະ ບໍ່ປະໃຫ້ເກີດຜົນຮ້າຍຢ້ອນຫລັງອັນຫນັກຫນ່ວງຕໍ່ເສດຖະກິດ, ຫວຽດນາມ ຄວນໄປຕາມທິດ ເພີ່ມທະວີການສັກວັກຊິນກັນໂຄວິດ -19.

ຫວຽດນາມ ໄດ້ຮັບການເຊີດຊູແມ່ນຈຸດນັດພົບແຖວໜ້າຢູ່ ອາຊີ ປີ 2021 ຫວຽດນາມ ໄດ້ຮັບການເຊີດຊູແມ່ນຈຸດນັດພົບແຖວໜ້າຢູ່ ອາຊີ ປີ 2021
ກວ໋າງນິງ ສູ້ຊົນຕ້ອນຮັບນັກທ່ອງທ່ຽວ 2 ລ້ານເທື່ອຄົນໃນໄຕມາດ IV ປີ 2021 ກວ໋າງນິງ ສູ້ຊົນຕ້ອນຮັບນັກທ່ອງທ່ຽວ 2 ລ້ານເທື່ອຄົນໃນໄຕມາດ IV ປີ 2021
ການພົບປະລະຫວ່າງ ວິສາຫະກິດ ອາຊີ - ເອີລົບ ຢູ່ ຫວຽດນາມ ປີ 2021
ການພົບປະ ວິສາຫະກິດ ອາຊີ - ເອີລົບ ຢູ່ ຫວຽດນາມ ປີ 2021

ຕາມການແບ່ງປັນຂອງທ່ານ ເຈີນແທງຮວນ, ຫົວຫນ້າກົມການພົວພັນຕ່າງປະເທດ (ສັງກັດກະຊວງການຕ່າງປະເທດ ຫວຽດນາມ) ແລ້ວ, ປີນີ້ແມ່ນປີປະສົບກັບຄວາມຫຍຸ້ງຍາກສຳລັບທຸກຄົນ, ສະພາບການໂລກລະບາດໂຄວິດ -19 ແມ່ນສັບສົນ ເຮັດໃຫ້ການເຄື່ອນໄຫວຂອງບັນດາວິສາຫະກິດ ຖືກຢຸດສະງັກ. ລັດ ແລະ ລັດຖະບານ ຫວຽດນາມໄດ້ ແລະ ພວມມານະພະຍາຍາມຊອກຫາບັນດາມາດຕະການ ເພື່ອຄວບຄຸມໂລກລະບາດ, ຊ່ວຍບັນດາວິສາຫະກິດກັບຄືນສູ່ການເຄື່ອນໄຫວເປັນປົກກະຕິຄືນໃຫມ່.

ຜູ້ຕາງຫນ້າຫ້ອງການການຄ້າ ເອີລົບ, ຫ້ອງການການຄ້າ ອີຕາລີ ແລະສະຫະສະມາຄົມວິສາຫະກິດ ສ.ເກົາຫລີ ປະຈຳ ຫວຽດນາມ ລ້ວນແຕ່ມີຂໍ້ສັງເກດວ່າ ເພື່ອຜ່ານຜ່າໂລກລະບາດໂຄວິດ -19 ແລະ ບໍ່ປະໃຫ້ເກີດຜົນຮ້າຍຢ້ອນຫລັງອັນຫນັກຫນ່ວງຕໍ່ເສດຖະກິດ, ຫວຽດນາມ ຄວນໄປຕາມທິດ ເພີ່ມທະວີການສັກວັກຊິນກັນໂຄວິດ -19 ເພື່ອນຳການຜະລິດກັບຄືນສູ່ສະພາບປົກກະຕິຄືນໃຫມ່, ຫລິກລ້ຽງການເຮັດໃຫ້ລະບົບສະຫນອງຖືກຕັດຕອນ ກໍຄື ບໍ່ປະໃຫ້ພາດກາລະໂອກາດດຶງດູດບັນດານັກລົງທຶນຕ່າງປະເທດເຂົ້າມາຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.