ສື່ມວນຊົນຝຣັ່ງ: ຫວຽດນາມ ສາມາດກາຍເປັນຂົວຕໍ່ສຳຄັນຂອງອາຊີ - ເອີລົບ

16:33 | 10/11/2021

ຍສໝ - ແຕ່​ວັນ​ທີ 3 ຫາ​ວັນ​ທີ 5 ພະຈິກ​ນີ້, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈີງ ​ໄດ້​ມີ​ການ​ຢ້ຽມຢາມ​ສາທາລະນະ​ລັດຝຣັ່ງ ​ຢ່າງ​ເປັນ​ທາງ​ການ. ​ເນື່ອງ​ໃນ​ໂອກາດ​ນີ້, ໜັງສືພິມ​ໃຫຍ່​ຂອງ​ຝະລັ່ງ ຫຼາຍ​ສະບັບ​ເນັ້ນ​ໜັກ​ວ່າ ຫວຽດນາມ ສາມາດ​ກາຍ​ເປັນ​ຂົວ​ຕໍ່​ລະຫວ່າງ ອາຊີ - ​ເອີ​ລົບ ​ໃນ​ດ້ານ​ການ​ເມືອງ, ​ເສດຖະກິດ ​ແລະ ແງ່​ຫວັງ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງສອງຝ່າຍ ຝະລັ່ງ - ຫວຽດນາມ...

ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນ​າ​ການ, ວິ​ທີ​ການ​ສຳ​ຜັດ​ກັບ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນ​າ​ການ, ວິ​ທີ​ການ​ສຳ​ຜັດ​ກັບ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ: ກໍາລັງສາທາລະນະສຸກໄດ້ປະກອບສ່ວນອັນສໍາຄັນຫຼາຍໃນການປ້ອງກັນການລະບາດຂອງພະຍາດ COVID-19 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ: ກໍາລັງສາທາລະນະສຸກໄດ້ປະກອບສ່ວນອັນສໍາຄັນຫຼາຍໃນການປ້ອງກັນການລະບາດຂອງພະຍາດ COVID-19

“ຫວຽດນາມປາດ​ຖະໜາ​ຢາກ​ຢືນຢັນ​ບົດບາດ​ເປັນ​ກາງ​ຢູ່​ພາກ​ພື້ນ​ອິນ​ເດຍ-ປາ​ຊີ​ຟິກ” ​ແມ່ນ​ຫົວ​ຂໍ້​ຂອງ​ບົດ​ຂຽນ​ໃນ​ໜັງສືພິມລາຍວັນ “Humanité” (ມະນຸດສະທຳ) ຂອງ​ພັກ​ກອມ​ມູນິດຝະລັ່ງ. ຕາມ​ບົດ​ຂຽນ​ແລ້ວ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິ​ງຈີງ ໄດ້​ສົ່ງສານທີ່ວ່າ ຫວຽດ​ນາມພ້ອມ​ແລ້ວ​ທີ່​ຈະກັບສູ່​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ພາຍຫຼັງ​ໂລກ​ລະ​ບາດ Covid-19, ຄຽງ​ຄູ່​ກັບ​ການ​ເລືອກ​ເຟັ້ນ ຝລັ່ງ ເປັນສະຖານທີ່​​ໄປ​ຢ້ຽມ​ຢາມຄັ້ງ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ; ແລະ ບັນດາຫຼາຍລາຍ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ​ບັນ​ດາ​ກຸ່ມ​ເສດ​ຖະ​ກິດ​ຝ​ລັ່ງ, ສະ​ແດງ​ໃຫ້​ເຫັນ​ນະ​ໂຍ​ບາຍ “ເທົ່າທຽມກັນ” ຂອງ​ຫວຽດ​ນາມ ທັງ​ໃນດ້ານ​ການ​ເມືອງ ແລະ ​ເສດ​ຖະ​ກິດ.

ສື່ມວນຊົນຝຣັ່ງ: ຫວຽດນາມ ສາມາດກາຍເປັນຂົວຕໍ່ສຳຄັນຂອງອາຊີ - ເອີລົບ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິ​ງຈີງ. ພາບ: soha.vn

ຕາມ​ໜັງສືພິມ “Humanité” ​ແລ້ວ, ຫວຽດນາມ ສາມາດ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ ຝະລັ່ງ ​ເພື່ອ​ກາຍ​ເປັນ​ເສົາ​ຄ້ຳເປັນ​ກາງ​ໃນ​ການ​ພົວພັນ​ລະຫວ່າງ ອາຊີ - ​ເອີ​ລົບ ​ໃນ​ສະພາບ​ການ​ແຂ່ງຂັນ​ດ້ານ​ພູມ​ສາດການເມືອງ​ທີ່​ນັບມື້ນັບສັບສົນ​ຢູ່​ພາກ​ພື້ນ ອິນເດຍ - ປາຊີ​ຟິກ.

ໜັງສືພິມກ່ຽວກັບທາງດ້ານເສດຖະກິດ "La Tribune" ​ໃຫ້​ຮູ້​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈີງ ຈະ​ເປີດ​ກາລະ​ໂອກາດ​ດ້ານ​ການ​ຄ້າ, ສັນຍາ​ໃຫຍ່​ຫຼາຍ​ສະບັບ ອາດ​ຈະ​ໄດ້​ຮັບ​ການ​ລົງ​ນາມ​ ຢູ່ ປາຣີ ​ໃນ​ຂົງ​ເຂດ​ການເດີນອາກາດ​ຈັກກະວານ, ພື້ນຖານ​ໂຄງ​ລ່າງ, ພະລັງງານ​ທົດ​ແທນ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ເຕັກ​ໂນ​ໂລ​ຢີສູງ. ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ກັບ​ຝະລັ່ງ ​ຈະ​ຊ່ວຍ​ໃຫ້ຫວຽດນາມ ​ເຂົ້າ​ສູ່​ຕະຫຼາດ​ເອີ​ລົບ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ, ພິ​ເສດ​ແມ່ນ​ບັນດາ​ຜະລິດ​ຕະພັນ​ກະສິກຳ ​ແລະ ຊັບພະຍາກອນນ້ຳ, ​ຄື: ເຂົ້າ, ກາ​ເຟ, ກຸ້ງ.

ຕາມ​ໜັງ​ສື​ພິມເອເລັກໂຕນີກ “Triloguenews” ແລ້ວ, ຫວຽດນາມ ພວມຢັ້ງ​ຢືນ​ທີ່​ຕັ້ງ​ຂອງ​ຕົນ ​ໃນ​ເວທີ​ສາກົນ, ປະຕິບັດ​ຕາມ​ທິດ​ຫັນ​ເປັນ​ຫຼາຍ​ຝ່າຍ ​ແລະ ຫັນເປັນຫຼາຍຮູບຫຼາຍແບບ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.