ເວທີປາໄສວິສາຫະກິດ ເຊັກ-ຫວຽດນາມ: ກາລະໂອກາດຊອກຫາວິທີທາງການຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດ ໂຄວິດ-19

20:07 | 13/11/2021

ຍສໝ - ເມື່ອບໍ່ດົນມານິ້, ຢູ່ນະຄອນຫຼວງ Praha, ສະຖານທູດຫວຽດນາມ ປະຈໍາສາ​ທະ​ລະ​ນະ​ລັດເຊັກ ສົມທົບກັບສະມາຄົມຄຸ້ມຄອງ Czech ຈັດຕັ້ງກອງປະຊຸມສຳ​ມະ​ນາວິສາຫະກິດ ເຊັກ-ຫວຽດນາມ ແນ​ໃສ່​ເພື່ອຊ່ວຍໜູນວິສາຫະກິດຕ່າງໆ ຊອກຫາກາລະໂອກາດ, ຊຸກຍູ້ການຄ້າ ແລະ ການລົງທືນໃນຕະຫຼາດຂອງແຕ່ລະປະເທດ, ຊອກຫາມາດຕະການເພື່ອຊ່ວຍໃຫ້ພື້ນ​ຖານເສດຖະກິດຫວຽດນາມ-ເຊັກ ຟື້ນຟູຄືນຫຼັງໂລກລະບາດ ໂຄວິດ-19.

ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 239 ລ້ານ​ຄົນ ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 239 ລ້ານ​ຄົນ
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ວັນທີ 10 ຕຸ​ລາ ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ວັນທີ 10 ຕຸ​ລາ
ເວທີປາໄສວິສາຫະກິດ ເຊັກ-ຫວຽດນາມ: ກາລະໂອກາດຊອກຫາວິທີທາງການຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດ ໂຄວິດ-19
ທ່ານ ທາຍຊວນຢູງ ເອກອັກຄະ​ລັດຖະທູດ ຫວຽດ​ນາມ​ ປະຈໍາ ​ສາ​ທາ​ລະ​ນະ​ລັດ​ເຊັກ. ພາບ: VOV

ໃນ​ວາ​ລະ​ເປີດ​ການ​ສຳ​ມະ​ນາ, ທ່ານ ທາຍຊວນຢູງ ເອກອັກຄະ​ລັດຖະທູດ ຫວຽດ​ນາມ​ ປະຈໍາ ​ສາ​ທາ​ລະ​ນະ​ລັດ​ເຊັກ ໄດ້ມີຄຳເຫັນ: ໃນສະພາບທີສົນ​ທິສັນຍາ EVFTA ລະຫວ່າງຫວຽດນາມ ແລະ ອີຢູ ໄດ້ມີຜົນສັກສິດ ໃນນັ້ນມີສາລະນະລັດເຊັກ, ທັງຫວຽດນາມ ແລະ ສ. ເຊັກ ພວມຊອກມາດຕະການຊຸກຍູ້ເສດຖະກິດຫຼັງເກີດພະ​ຍາດ.

ໃນໄລຍະຕໍ່​ໜ້າ, ໜ້າ​ທີ່ຂອງຫວຽດນາມແມ່ນໝູນ​ໃຊ້​ທ່າ​ແຮງ​ຂອງ​ສົນ​ທິ​ສັນ​ຍາ EVFTA ເພື່່ອເພີ່ມທະວີການແລກປ່ຽນການຄ້າລະຫວ່າງສອງປະເທດ ເພື່ອເປົ້າ​ໝາຍ​ອັນ​ຍາວ​ນານ ແລະ ຜົນ​ປະ​ໂຫຍດ​ຂອງ​ລັດ, ປະ​ຊາ​ຊົນ​ສອງ​ຊາດ ແລະ ເພື່ອ​ມີ​ມາດ​ຕະ​ການ​ຕ່າງໆ​ລະ​ອຽດຊ່ວຍໃຫ້ເສດຖະກິດທັງສອງຝ່າຍຟື້ນຕົວໃຫ້ດີຂຶ້ນ ພາຍຫຼັງໂລກລະບາດໂຄວິດ-19.

ກອງປະຊຸມສຳ​ມະ​ນາ ເປັນໂອກາດເພື່ອໃຫ້ທັງສອງຝ່າຍຄົ້ນຫາຄວາມສາມາດບົ່ມຊ້ອນ, ກາລະໂອກາດການຮ່ວມມື ແລະ ຮ່ວມແລກປ່ຽນຄວາມຫຍຸ້ງຍາກຄ້າງ​ຄາ​ໃຈຕ່າງໆໃນປັດຈຸບັນ ຈາກນັ້ນຊອກວິທີທາງໃນໄລຍະຕໍ່​ໜ້າ ກໍ​ຄືການສະເໜີໃຫ້ລັດຖະບານ, ອົງ​ການ​ທີ່​ມີ​ພາ​ລະ​ບົດ​ບາດທັງສອງປະເທດ ມີ​ການ​ດັດ​ປັບນະໂຍບາຍທີ່ເໝາະສົມເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ.

ໄຊພອນ

ເຫດການ
302 Found

Found

The document has moved here.