ບັນດາໝາກຜົນສຳຄັນໃນການພົວພັນສອງຝ່າຍ ແລະ ຫລາຍຝ່າຍ

22:04 | 06/11/2021

ຍສໝ - ການ​ຢ້ຽມຢາມ ​ແລະ ​ເຄື່ອນ​ໄຫວ​ຢູ່ ບູນກາຣີ, ປອກຕູການ ​ແລະ ເກຼັກ ຂອງ​ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດ ຫວຽດນາມ ​ໄດ້​ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ການ​ປະກອບສ່ວນ​ຂອງ ຫວຽດນາມ ຢູ່​ບັນດາ​ເວທີ​ປາ​ໄສ​ການ​ທູດ​ຫຼາຍ​ຝ່າຍ.

Jiu-Jitsu ຫວຽດນາມ ຄວ້າໄດ້ຫຼຽນຄຳໂລກ Jiu-Jitsu ຫວຽດນາມ ຄວ້າໄດ້ຫຼຽນຄຳໂລກ
ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໜູນຊ່ວຍໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໜູນຊ່ວຍໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ
ບັນດາໝາກຜົນສຳຄັນໃນການພົວພັນສອງຝ່າຍ ແລະ ຫລາຍຝ່າຍ
ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ພົບປະກັບປະທານາທິບໍດີ ບຸນກາຣີ Rumen Radev. (ພາບ:TTXVN)

ວັນທີ 3 ພະຈິກ, ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດ ຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມ ບຸນກາຣີ, ເກຼັກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ແລະ ມີບາງການເຄື່ອນໄຫວສອງຝ່າຍ ຢູ່ ປອກຕູການ. ການໄປປະຕິບັດງານຢູ່ ເອີລົບ ແຕ່ວັນທີ 25 ຕຸລາ ຫາວັນທີ 2 ພະຈິກ ຂອງທ່ານນາງຮອງປະທານປະເທດ ແມ່ນມີຄວາມໝາຍສຳຄັນ ທັງວຽກງານຫລາຍຝ່າຍ ແລະ ສອງຝ່າຍ.

ການຢ້ຽມຢາມ ເປັນການຢັ້ງຢືນ ຫວຽດນາມ ຖືບັນດາການພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ຫວຽດນາມ ກັບ 3 ປະເທດຢູ່ ເອີລົບ ເປັນສຳຄັນ ກໍ່ຄືສືບຕໍ່ສະແດງໃຫ້ເຫັນການປະກອບສ່ວນຂອງຫວຽດນາມ ຢູ່ບັນດາເວທີປາໄສການທູດຫລາຍຝ່າຍ.

ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ

ປະເທດທຳອິດໃນການໄປປະຕິບັດງານ ຢູ່ ເອີລົບ ຂອງທ່ານນາງຮອງປະທານປະເທດຫວຽດນາມ ຫວໍທິແອງຊວນ ແມ່ນ ບຸນກາຣີ. ເລື່ອງເລືອກໄປຢ້ຽມຢາມປະເທດນີ້ເປັນປະເທດທຳອິດໃນຖານະເປັນຮອງປະທານປະເທດ ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນຂອງ ທ່ານນາງຮອງປະທານປະເທດ ເອງ ກໍຄື ລັດ, ລັດຖະບານ ຫວຽດນາມ ໃນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ສະຫນິດຕິດພັນໃນປະຫວັດສາດກວ່າ 70 ປີລະຫວ່າງ ສອງປະເທດ ບຸນກາຣີ ແລະ ຫວຽດນາມ.

ໃນຂອບເຂດການຢ້ຽມຢາມ, ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ແລະ ທ່ານປະທານາທິບໍດີ ບຸນກາຣີ Rumen Radev ແລະ ທ່ານຮອງປະທານາທິບໍດີ Iliana Iotova ໄດ້ສຳຫລວດກວດຄືນການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ການຮ່ວມມືໃນການປ້ອງກັນ ຕ້ານໂລກລະບາດໂຄວິດ 19, ການແລກປ່ຽນທິດທາງ ແລະ ມາດຕະການລະອຽດ ເພື່ອແນໃສ່ຍູ້ແຮງການພົວພັນຮ່ວມມືລະຫວ່າງສອງປະເທດໃນທຸກດ້ານ.

ຢູ່ ເກຼັກ, ຊື່ງແມ່ນປະເທດທີ່ຍາມໃດກໍ່ສະຫນັບສະຫນູນ ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດກ່ອນນີ້ ກໍ່ຄືໃນການສ້າງສາ ແລະ ພັດທະນາປະຈຸບັນ, ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ໄດ້ຕີລາຄາສູງຕໍ່ເລື່ອງ ເກຼັກ ຕົກລົງມອບວັກຊິນກັນໂຄວິດ ຈຳນວນ 250.000 ໂດສ ເພື່ອຫນູນຊ່ວຍ ຫວຽດນາມ ໃນການປ້ອງກັນຕ້ານໂລກລະບາດໂຄວິດ 19. ສິ່ງນີ້ເປັນການສະແດງໃຫ້ເຫັນນ້ຳໃຈຄວາມຮັກແພງອັນດີງາມ ໄມຕິຈິດມິດຕະພາບ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ.

ຢູ່​ປະ​ເທດ​ນີ້, ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ​ໄດ້​ໄປ​ຢ້ຽມຢາມ ​ແລະ ສະ​ແດງ​ຄວາມຮູ້ບຸນຄຸນຕໍ່​ຄອບຄົວ​ນັກຮົບວິລະຊົນກໍາລັງປະກອບອາວຸດ ​Kostas ຫງວຽນວັນເລີບ ເຊິ່ງເປັນຂົວ​ຕໍ່​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ເປັນສັນຍາລັກກ່ຽວກັບ​ຄວາມ​ຮັກ​ແພງ​ຫວຽດນາມ ຂອງ​ປະຊາ​ຄົມ​ໂລກ.

ເພີ່ມທະວີການຮ່ວມມືລົງທຶນໃນຫລາຍຂົງເຂດ

ໃນການຢ້ຽມຢາມ ເອີລົບ ຂອງທ່ານນາງຮອງປະທານປະເທດ ຫວໍທິແອງຊວນ, ຫວຽດນາມ ແລະ ບັນດາປະເທດດັ່ງກ່າວ ໄດ້ພ້ອມກັນເປັນເອກະພາບຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ພັດທະນາເສດຖະກິດທະເລ.

ຕາມ​ນັ້ນ​ແລ້ວ, ຫວຽດນາມ ກໍ່ສະ​ເໜີ​ໃຫ້ ບູນ​ກາຣີ, ​ປອກຕູການ ​ໃຫ້​ສັດຕະຍາບັນ​ສັນຍາ​ອາລັກຂາ​ການ​ລົງທຶນ ຫວຽດນາມ - ອີ​ຢູ (EVIPA) ​ໂດຍໄວ , ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ - ການ​ລົງທຶນ 2 ຝ່າຍ​ໃຫ້​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ, ປະກອບສ່ວນ​ເຂົ້າ​ໃນ​ການ​ລົງ​ເລິກ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ບຸນ​ກາຣີ, ປອກຕູການ ​ແລະ ສະຫະພາບເອີຣົບ.

ຫວຽດນາມ ມີຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາຢ່າງຕັ້ງຫນ້າໃນຫລາຍຂົງເຂດ ລະຫວ່າງ ຫວຽດນາມ ແລະ ເກຼັກ ເມື່ອວົງເງິນການຄ້າສອງຝ່າຍ ປີ 2020 ບັນລຸ 337 ລ້ານ USD, ເພີ່ມຂຶ້ນເກືອບທົບສອງເທົ່າເມື່ອທຽບໃສ່ລະດັບ 196 ລ້ານ USD ໃນປີ 2015. ໂດຍເຫັນໄດ້ເຖິງຄວາມສາມາດບົ່ມຊ້ອນການເຕີບໂຕຍັງໃຫຍ່ຫລວງຢູ່, ທ່ານນາງຮອງປະທານປະເທດ ສະເຫນີ ເກຼັກ ສ້າງເງື່ອນໄຂສະດວກໃຫ້ບັນດາປະເພດຜະລິດຕະພັນກະເສດຂອງຫວຽດນາມ ໄດ້ເຂົ້າແຊກຊຶມຕະຫລາດ ເກຼັກ ຫລາຍກວ່າອີກ ຄື: ກາເຟ, ໝາກໄມ້… ສ່ວນຫວຽດນາມ ກໍ່ກຽມພ້ອມທີ່ຮັບເອົາບັນດາຜະລິດຕະພັນມີທ່າແຮງຂອງ ເກຼັກ ຄື: ນ້ຳນົມ, ໝາກໄມ້... ຢູ່ ປອກຕູການ, ທ່ານນາງຮອງປະທານປະເທດ ແລະ ບັນດາການນຳ ປະເທດນີ້ ໄດ້ເຫັນດີສູ້ຊົນນຳວົງເງິນການຄ້າ ເພີ່ມຈາກ 471 ລ້ານ USD ໃນປີ 2020 ຂຶ້ນເປັນ 1 ຕື້ USD ໃນຊຸມປີຈະມາເຖິງ.

ເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ເປັນຕົ້ນແມ່ນ ການຕໍ່ກຳປັ່ນ, ຂົນສົ່ງທາງທະເລ, ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ໄດ້ສະເຫນີ ເກຼັກ ປະຕິບັດການແລກປ່ຽນ ແລະ ລົງນາມໃນສັນຍາການຫລີກລ້ຽງການເສຍພາສີຊ້ອນ ແລະ ສັນຍາຂົນສົ່ງສິນຄ້າທາງທະເລ ໂດຍໄວ. ຫວຽດນາມ ປາດຖະຫນາຢາກໄດ້ຮັບການຫນູນຊ່ວຍດ້ານເຕັກນິກ ຈາກ ເກຼັກ ແລະ ອີຢູ ເພື່ອພັດທະນາອາຊີບຫາປາຂອງຫວຽດນາມໃຫ້ຍືນຍົງ. ຫວຽດນາມ ຮຽກຮ້ອງວິສາຫະກິດ ປອກຕູການ ເພີ່ມທະວີການຮ່ວມມືດຳເນີນທຸລະກິດ ແລະ ລົງທຶນໃນຂົງເຂດເສດຖະກິດທະເລ, ການເດີນເຮືອ, ພະລັງງານຜະລິດຄືນໃຫມ່, ການທ່ອງທ່ຽວ ແລະ ຢືນຢັນ: ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ລະຫວ່າງ ວິສາຫະກິດປອກຕູການກັບຕະຫລາດອາຊີຕາເວັນອອກສ່ຽງໃຕ້, ອາຊີ - ປາຊີຟິກ.

ສືບຕໍ່ປະກອບສ່ວນຢູ່ເວທີປາໄສຫລາຍຝ່າຍ

ຈຸດພົ້ນເດັ່ນໃນການໄປປະຕິບັດງານຢູ່ ເອີລົບ ຂອງທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ແມ່ນເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ຢູ່ ປອກຕູການ. ກອງປະຊຸມແມ່ນເວທີປາໄສທີ່ມີອິດທິພົນຊື່ສຽງຂະຫນາດໃຫຍ່ກ່ຽວກັບ ຄວາມສະເຫມີພາບ ລະຫວ່າງຍິງ ຊາຍ, ເຕົ້າໂຮມນັກການເມືອງຍິງ, ນັກທຸລະກິດຍິງ, ຜູ້ຊ່ຽວຊານຍິງທີ່ມີຊື່ສຽງຫລາຍໆທ່ານ ດ້ວຍຈຸດປະສົງຊຸກຍູ້ຄວາມສະເຫມີພາບ ລະຫວ່າງ ຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ, ສົ່ງເສີມບົດບາດນຳພາ ແລະ ການປະກອບສ່ວນຂອງແມ່ຍິງໃນວິວັດທະນາການພັດທະນາເສດຖະກິດ - ສັງຄົມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຮອງປະທານປະເທດ ໄດ້ສະເຫນີ ສ້າງຕັ້ງກອງທຶນ ຫລື ລາງວັນປະຈຳປີ ເພື່ອເຊີດຊູ: ບັນດາຂໍ້ລິເລີ່ມດີເດັ່ນກ່ຽວກັບການຮັບປະກັນໃຫ້ຄວາມຫລາກຫລາຍທາງເພດໃນວົງການການນຳວິສາຫະກິດ, ແມ່ຍິງເປັນເຈົ້າຂອງບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ ມີການປະກອບສ່ວນຕັ້ງຫນ້າໃຫ້ແກ່ສັງຄົມ, ປ້ອງກັນຕ້ານໂລກລະບາດ ແລະ ປົກປັກຮັກສາສິ່ງແວດລ້ອມ ກໍຄືເສີມຂະຫຍາຍການເຄື່ອນໄຫວຂອງເຄືອຂ່າຍນັກທຸລະກິດຍິງດີເດັ່ນເພື່ອຊ່ວຍເຫລືອກັນ ພ້ອມກັນບືນຕົວຂຶ້ນ, ແຜ່ຂະຫຍາຍຄຸນຄ່າອັນດີງາມຕໍ່ວົງຄະນາຍາດ.

ການຢ້ຽມຢາມ ແລະ ການເຄື່ອນໄຫວຕ່າງໆ ຂອງທ່ານນາງຮອງປະທານປະເທດ ຢູ່ ບຸນກາຣີ, ປອກຕູການ ແລະ ເກຼັກ ເປັນການສະແດງໃຫ້ເຫັນ: ດ້ວຍທ່າແຮງເພີ່ມເຕີມໃຫ້ກັນ, ການພົວພັນຄູ່ຮ່ວມມື ລະຫວ່າງຫວຽດນາມ ກັບບັນດາປະເທດເຫລົ່ານີ້ ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອພັດທະນາ. ການຢ້ຽມຢາມກໍ່ສືບຕໍ່ສະແດງໃຫ້ເຫັນການປະກອບສ່ວນຂອງຫວຽດນາມ ຢູ່ ບັນດາເວທີປາໄສການທູດຫລາຍຝ່າຍ.

ໄຊພອນ

ເຫດການ
302 Found

Found

The document has moved here.