ນາຍົກລັດຖະມົນຕີ ເປັນປະທານຮ່ວມການເຈລະຈາຍຸດທະສາດແຫ່ງຊາດ ຫວຽດນາມ-WEF

17:00 | 31/10/2021

ໂດຍຕອບສະໜອງຕາມຄໍາເຊີນຂອງ ສຈ Klaus Schwab, ຜູ້ກໍ່ຕັ້ງ ແລະທັງເປັນປະທານບໍລິຫານເວທີປາໄສເສດຖະກິດໂລກ (WEF), ວັນທີ 29 ຕຸລາ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ເປັນປະທານຮ່ວມການເຈລະຈາຍຸດທະສາດແຫ່ງຊາດ ຫວຽດນາມ-WEF ຄັ້ງທໍາອິດ ໃນຮູບແບບທາງໄກ ດ້ວຍຫົວຂໍ້ “ເພີ່ມທະວີການພົວພັນຄູ່ຮ່ວມມືພາກລັດ-ພາກເອກະຊົນ: ກໍາລັງໜູນຫຼັກແຫຼ່ງໃນການຟື້ນຟູຮອບດ້ານ ແລະພັດທະນາແບບຍືນຍົງ, ກວມລວມ, ການປ່ຽນແປງໃໝ່ປະດິດສ້າງ”.

ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສສ.ຫວຽດນາມ ໄດ້ມີການພົບປະເຈລະຈາ ກັບ ທ່ານ ທອງລຸນ ສີສຸລິດ  ນາຍົກລັດຖະມົນຕີ ສປປ.ລາວ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສສ.ຫວຽດນາມ ໄດ້ມີການພົບປະເຈລະຈາ ກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ
ນາຍົກລັດຖະມົນຕີ ເປັນປະທານຮ່ວມການເຈລະຈາຍຸດທະສາດແຫ່ງຊາດ ຫວຽດນາມ-WEF
ບັນຍາກາດທີ່ການເຈລະຈາຍຸດທະສາດແຫ່ງຊາດ ຫວຽດນາມ-WEF ໃນຮູບແບບທາງໄກຢູ່ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນເປີດສາກກອງປະຊຸມ, ທ່ານ ສຈ Klaus Schwab ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າ ຫວຽດນາມ ໄດ້ຜັນຂະຫຍາຍຍຸດທະສາດການສັກວັກກິນຢ່າງໄວວາ ແລະຂ້ຽວຂາດ; ທ່ານ ເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ຮັກສາທ່າພັດທະນາທີ່ໜ້າປະທັບໃຈໃນຊຸມທົດສະວັດຈະມາເຖິງ. ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ມີບົດກ່າວປາໄສສໍາຄັນດ້ວຍສານນະໂຍບາຍທີ່ເຂັ້ມແຂງ, ຢັ້ງຢືນຄວາມມານະພະຍາຍາມ ແລະຄວາມຕັດສິນໃຈຂອງຫວຽດນາມ ກ່ຽວກັບການຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ, ປະຕິບັດວິໄສທັດ, ເປົ້າໝາຍ ແລະຄວາມມຸ່ງຫວັງພັດທະນາປະເທດຊາດ.

ທ່ານ ຟ້າມມິງຈີ໊ງ ເນັ້ນໜັກວ່າ ນີ້ແມ່ນຈຸດເວລາທົດສອບຄຸນນະທາດ, ການປະດິດສ້າງ ແລະຄວາມສາມາດປັບຕົວຂອງທັງລັດຖະບານ ແລະວິສາຫະກິດ; ເປັນຈຸດເວລາທີ່ລັດຖະບານ ແລະວິສາຫະກິດ ຄວນເພີ່ມທະວີການພົວພັນຄູ່ຮ່ວມມືພາກລັດ-ພາກເອກະຊົນ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກບົນຈິດໃຈ “ຮ່ວມທຸກຮ່ວມສຸກ”, “ຜົນປະໂຫຍດກົມກຽວກັນ, ແບ່ງປັນຄວາມສ່ຽງນໍາກັນ”.

ທ່ານ ຟ້າມມິງຈີ໊ງ ໄດ້ແບ່ງປັນແຜນການສັງລວມກ່ຽວກັບການຟື້ນຟູ ແລະພັດທະນາເສດຖະກິດ ໄລຍະສະເພາະໜ້າຂອງຫວຽດນາມ, ລວມມີ: ແຜນການສັງລວມກ່ຽວກັບການເປີດປະຕູພື້ນຖານເສດຖະກິດຕິດພັນກັບການປ້ອງກັນ, ຕ້ານພະຍາດໂຄວິດ-19; ໂຄງການກ່ຽວກັບການຮັບປະກັນຊີວິດສັງຄົມ ແລະສ້າງວຽກເຮັດງານທໍາ; ຟື້ນຟູວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດ; ພັດທະນາໂຄງປະກອບໂຄງລ່າງ, ຂຸດຄົ້ນແຫຼ່ງກໍາລັງໃນສັງຄົມໃຫ້ແກ່ການພັດທະນາ. ຫວຽດນາມ ຕັດສິນໃຈຍູ້ແຮງການປັບປຸງລະບອບລະບຽບການໃຫ້ສົມບູນແບບ, ຫຼຸດຜ່ອນລະບຽບການບໍລິຫານ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້...

ບົນພື້ນຖານບັນດາກໍານົດທິດພັດທະນາຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຮຽກຮ້ອງໃຫ້ບັນດານັກລົງທຶນສົມທົບກັນປະຕິບັດແຜນນະໂຍບາຍຟື້ນຟູການຜະລິດຢ່າງປອດໄພຢູ່ເຂດອຸດສາຫະກໍາ, ເຂດເສດຖະກິດ, ເຂດເຕັກໂນໂລຢີສູງ, ເຂດຜະລິດເພື່ອສົ່ງອອກ ເພື່ອຮັບປະກັນໃບສັ່ງສິນຄ້າ, ຮັກສາລະບົບສະໜອງ; ລົງທຶນເຂົ້າໃນຂົງເຂດທີ່ຫວຽດນາມ ພວມບຸລິມະສິດ ແລະມີນະໂຍບາຍພິເສດ, ຄື: ເຕັກໂນໂລຢີສູງ, ເຕັກໂນໂລຢີຂໍ້ມູນຂ່າວສານ, ອຸດສາຫະກໍາສໍາຮອງ, ກະສິກໍາອັດສະລິຍະ, ປົກປ້ອງສິ່ງແວດລ້ອມ, ພະລັງງານທົດແທນ; ກໍ່ສ້າງໂຄງປະກອບໂຄງລ່າງ ແລະບັນດາໂຄງການຮັບໃຊ້ຊີວິດສັງຄົມ, ກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຍູ້ແຮງການຄົ້ນຄວ້າ-ພັດທະນາ, ປ່ຽນແປງໃໝ່ປະດິດສ້າງ, ປະກອບສ່ວນນໍາຫວຽດນາມ ກາຍເປັນໃຈກາງໃນລະບົບຄຸນຄ່າຂອງພາກພື້ນ ແລະທົ່ວໂລກ.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານຫວຽດນາມ ພ້ອມແລ້ວທີ່ຈະເພີ່ມທະວີການເຈລະຈາ, ສົມທົບກັນໃນຂອບເຂດຄູ່ຮ່ວມມືພາກລັດ-ພາກເອກະຊົນ ເພື່ອສົ່ງເສີມການຕອບສະໜອງ, ການເຂົ້າຮ່ວມຂອງວິສາຫະກິດ ແລະປະຊາຊົນທຸກຄົນ. ທ່ານ ຟ້າມມິງຈີ໊ງ ສະເໜີຫັນການເຈລະຈາຍຸດທະສາດແຫ່ງຊາດຫວຽດນາມ-WEF ເປັນກົນໄກປະຈໍາລະຫວ່າງການນໍາລັດຖະບານຫວຽດນາມ ກັບບັນດາວິສາຫະກິດ ແລະນັກຊ່ຽວຊານຂອງ WEF.

la.qdnd.vn

ເຫດການ
302 Found

Found

The document has moved here.