ອົດສະຕຣາລີ ສືບຕໍ່ໜູນຊ່ວຍວັກຊີນ ໂຄວິດ-19 ໃຫ້ຫວຽດນາມ 3,7 ລ້ານ ໂດສ

19:47 | 03/11/2021

ຍສໝ - ຕອນ​ບ່າຍ​ວັນທີ 1 ພະຈິກ​ນີ້ (ຕາມເວລາ​ອັງກິດ) ​ໃນ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານ​ນາຍົກລັດຖະມົນຕີ ອົດສະ​ຕຣາ​ລີ Scott Morrison ຢືນຢັນ​ວ່າ ຈະ​ສືບ​ຕໍ່​ໜູນ​ຊ່ວຍວັກຊີນ​ 3,7 ລ້ານ ໂດສ ໃກ້ຫວຽດນາມ ​ເພື່ອຕ້ານ​ໂຄວິດ-19.

ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 3.221 ຄົນ, ຫຼຸດລົງເກືອບ 580 ຄົນເມື່ອທຽບໃສ່ມື້ວານນີ້ ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 3.221 ຄົນ, ຫຼຸດລົງເກືອບ 580 ຄົນເມື່ອທຽບໃສ່ມື້ວານນີ້
ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດສືບຕໍ່ສະໜັບສະໜູນ ກອງທຶນວັກຊີນໂຄວິດ - 19 ດ້ວຍເງິນຫຼາຍກວ່າ 3 ຕື້ດົງ ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດສືບຕໍ່ສະໜັບສະໜູນ ກອງທຶນວັກຊີນໂຄວິດ - 19 ດ້ວຍເງິນຫຼາຍກວ່າ 3 ຕື້ດົງ
ອົດສະຕຣາລີ ສືບຕໍ່ໜູນຊ່ວຍວັກຊີນ ໂຄວິດ-19 ໃຫ້ຫວຽດນາມ 3,7 ລ້ານ ໂດສ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ແລະ ທ່ານ​ນາຍົກລັດຖະມົນຕີ Scott Morrison. ພາບ: TTXVN

ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ແລກປ່ຽນ​ຫຼາຍ​ເນື້ອ​ໃນ​ທີ່ກ່ຽວ​ຂ້ອງ​ເຖິງການ​ຮ່ວມ​ມື 2 ຝ່າຍ​ລະຫວ່າງ ຫວຽດນາມ - ອົດ​ສະ​ຕຣາ​ລີ, ບັນດາ​ມາດ​ຕະການ​ສົມທົບ​ກັນ​ໃນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ໄດ້ເນັ້ນ​ໜັກ​ວ່າ ຫວຽດນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ອົດ​ສະ​ຕຣາ​ລີ. ໃນ​ໄລ​ຍະ​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ພັດ​ທະ​ນາ​ໃນ​ທິດ​ທາງ​ທີ່​ຖືກ​ຕ້ອງ ແລະ ມີ​ປະ​ສິດ​ທິ​ຜົນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຕ້ອງ​ຍູ້​ແຮງ​ການ​ສົ່ງເສີມການ​ຄ້າ, ​ເຊື່ອມ​ຕໍ່​ວິ​ສາ​ຫະກິດ ​ແລະ ທ້ອງ​ຖິ່ນ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ ຫວຽດນາມ - ອົດ​ສະ​ຕຣາ​ລີ ບັນລຸ 15 ຕື້ USD ​ ​ແລະ ເພີ່ມຂຶ້ນ​ທົບສອງເທົ່າການ​ລົງທຶນ​ສອງ​ຝ່າຍ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ​ໄດ້​ສະແດງຄວາມຂອບ​ໃຈ​ລັດຖະບານ ອົດ​ສະ​ຕຣາ​ລີ ​ແລະ ທ່ານ​ນາຍົກລັດຖະມົນຕີ Scott Morrison ​ທີ່​ໄດ້ໃຫ້ການ​ໜູນ​ຊ່ວຍ​ຢາ​ວັກຊີນ, ອຸປະກອນ​ການ​ແພດ​ຢ່າງ​ທັນ​ການ ​ເພື່ອ​ຊ່ວຍ​ໃຫ້ ຫວຽດນາມ ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ ​ແລະ ຫວັງ​ວ່າ ​ໃນ​ສະພາບ​ການພະຍາດພວມມີການແຜ່​ລະບາດຢ່າງສັບສົນ, ອົດ​ສະ​ຕຣາ​ລີ ຈະ​ສືບຕໍ່ມີການຮ່ວມເດີນທາງ, ໜູນ​ຊ່ວຍ ຫວຽດນາມ.

ທ່ານ​ນາຍົກລັດຖະມົນຕີ Scott Morrison ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ພ້ອມກັບ​ລັດຖະບານ ຫວຽດນາມ ຈັດຕັ້ງປະຕິບັດ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ ​ແລະ ຮ່ວມ​ມືຕາມທິດຍືນຍົງ; ສະແດງຄວາມຊົມເຊີຍ​ຫວຽດນາມ​ ທີ່ເຂົ້າ​ຮ່ວມ​ບັນດາ​ຂໍ້​ລິ​ເລີ່ມປະຕິບັດງານຕ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປະກອບສ່ວນລວມເຂົ້າ​ໃນ​ພາລະກິດແຫ່ງຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວໂລກ.

ທ່ານນາຍົກລັດຖະມົນຕີ Morrison ໃຫ້ຮູ້ວ່າ ຈະໃຫ້ບຸລິມະສິດໃຫ້ນັກສຶກສາຫວຽດນາມ ກັບຄືນປະເທດອົດສະຕຣາລີ ເພື່ອຮ່ຳຮຽນກ່ອນເປີດສົກຮຽນໃໝ່ປີ 2022 ແລະ ຍາມໃດກໍ່ໃຫ້ຄວາມເອົາໃຈໃສ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ຢູ່ ອົດສະຕຣາລີ ໃຫ້ມີການພັດທະນາ ແລະ ເຊື່ອມໂຍງເຂົ້າກັບຊີວິດສັງຄົມປະເທດປະຈໍາຖີ່ນ.

2 ຝ່າຍ​ໄດ້​ເຫັນ​ດີ​ຮັກສາ​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ​ທຸກຂັ້ນ, ຮັກສາ​ການ​ພົບ​ປະ​ທາງ​ໂດຍກົງ ​ແລະ ທາງ​ອອນ​ລາຍ.

ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ​ໄດ້​ເຊື້ອເຊີນ​ທ່ານ​ນາຍົກລັດຖະມົນຕີ ອົດ​ສະ​ຕຣາ​ລີ ມາ​ຢ້ຽມຢາມ ຫວຽດນາມ ໃນໄລຍະ​ໄວໆນີ້. ທ່ານນາຍົກລັດຖະມົນຕີ Morrison ໄດ້ສະແດງຄວາມຂອບໃຈ ແລະ ຮັບຄໍາເຊື້ອເຊີນຢ່າງມ່ວນຊື່ນ.

ໄຊພອນ

302 Found

Found

The document has moved here.