ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ ICAPP

06:18 | 10/11/2021

ວັນທີ 8 ພະຈິກ, ກອງປະຊຸມສາກົນບັນດາພັກການເມືອງອາຊີ (ICAPP) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ ໃນຮູບແບບທາງໄກ. ທ່ານ ຫວໍວັນເຖືອງ ຜູ້ປະຈໍາການຄະນະເລຂາທິການ, ຕາງໜ້າພັກກອມມູນິດຫວຽດນາມ ສົ່ງສານອວຍພອນ ICAPP.

ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທ​ີ 36 ຂອງ ຄະ​ນະ​ກຳ​ມະ​ການ​ປະ​ຈຳ ICAPP ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທ​ີ 36 ຂອງ ຄະ​ນະ​ກຳ​ມະ​ການ​ປະ​ຈຳ ICAPP
ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາວັດທະນະທຳອາຊີ ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາວັດທະນະທຳອາຊີ
ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ.
ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ.

ເຂົ້າຮ່ວມພິທີສະເຫຼີມສະຫຼອງມີຜູ້ຕາງໜ້າກວ່າ 50 ພັກການເມືອງທີ່ມາຈາກບັນດາປະເທດອາຊີ, ຕາງໜ້າກອງປະຊຸມປະຈໍາການບັນດາພັກການເມືອງອາເມລິກາລາຕິນ ແລະ Caribbean (COPPPAL) ແລະຜູ້ຕາງໜ້າລັດຖະສະພາເອີລົບ.

ຄະນະຜູ້ແທນພັກກອມມູນິດຫວຽດນາມ ນໍາໂດຍທ່ານນາງ ຫງວຽນທິຮວ່າງເວິນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ສະມາຊິກຄະນະກໍາມະການປະຈໍາການ ICAPP ເປັນຫົວໜ້າຄະນະ, ເຂົ້າຮ່ວມເຫດການສໍາຄັນນີ້. ກ່າວຄໍາເຫັນທີ່ພິທີ, ທ່ານນາງ ຫງວຽນທິຮວ່າງເວິນ ຕີລາຄາສູງຕໍ່ອິດທິພົນຊື່ສຽງ ແລະຜົນສະທ້ອນຂອງ ICAPP ໃນຊີວິດການເມືອງຂອງບັນດາພັກການເມືອງອາຊີ, ທ່ານນາງ ຢັ້ງຢືນວ່າ ພັກກອມມູນິດຫວຽດນາມ ຈະສືບຕໍ່ມານະພະຍາຍາມພ້ອມກັບບັນດາພັກການເມືອງ ຢູ່ອາຊີ ປະກອບສ່ວນເຂົ້າໃນການປະຕິບັດບັນດາເປົ້າໝາຍຂອງ ICAPP ໃນອະນາຄົດ.

la.qdnd.vn

ເຫດການ
302 Found

Found

The document has moved here.