ຊາວ​ໜຸ່ມສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທ​ະ​ວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ປ້້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຮັບ​ມື ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

16:37 | 01/11/2021

ງານພົບປະແລກປ່ຽນຊາວໜຸ່ມມິດຕະພາບ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ປີ 2021 ໂດຍ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງຕາມຮູບການທາງໄກໃນລະຫວ່າງວັນທີ 22 – 24 ຕຸລາ ຜ່ານມາ ແມ່ນຮູບການເຄື່ອນໄຫວທີ່ມີໄຫວພິບ, ປະດິດຄິດສ້າງ, ມີປະສິດທິຜົນ ແລະ ເໝາະສົມກັບສະພາບການຕົວຈິງ. ເຫດການດັ່ງກ່າວໄດ້ປະກອບສ່ວນສ້າງກາລະໂອກາດໃຫ້ຊາວໜຸ່ມສາມປະເທດແລກປ່ຽນບົດຮຽນ, ປະສົບການໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຍົກອອກມາດຕະການຫຼາຍຢ່າງເພື່ອຮັບມື ແລະ ເຊື່ອມໂຍງເຂົ້າກັບສາກົນ.

ຫວຽດ​ນາມ ຮຽກ​ຮ້ອງ ມາ​ລີ ເພີ່ມ​ທະ​ວີ​ການ​ປ່ອງດອງ​ຊາດ, ແກ້​ໄຂ​ຄວາມ​ແຕກ​ໂຕນ ຫວຽດ​ນາມ ຮຽກ​ຮ້ອງ ມາ​ລີ ເພີ່ມ​ທະ​ວີ​ການ​ປ່ອງດອງ​ຊາດ, ແກ້​ໄຂ​ຄວາມ​ແຕກ​ໂຕນ
ກາລະໂອກາດຮ່ວມມືໃໝ່, ການສົ່ງສານຢ່າງແຮງ ກາລະໂອກາດຮ່ວມມືໃໝ່, ການສົ່ງສານຢ່າງແຮງ

ເຖິງວ່າສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ ແລະ ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງການເຄື່ອນໄຫວພົບປະແລກປ່ຽນໂດຍກົງ, ແຕ່ດ້ວຍຄວາມມານະພະຍາຍາມ, ຄວາມສຸດຈິດສຸດໃຈຂອງກຳລັງແຮງໜຸ່ມ, ນ້ຳໃຈປະຈັນບານ, ບັນດາການເຄື່ອນໄຫວພົບປະແລກປ່ຽນຂອງຊາວໜຸ່ມສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ບໍ່ໄດ້ຖືກຕັດຕອນ ຫາກຍັງສືບຕໍ່ໄດ້ດຳເນີນ. ງານພົບປະແລກປ່ຽນຊາວໜຸ່ມມິດຕະພາບ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ປີ 2021 ໂດຍ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງຕາມຮູບການທາງໄກໃນລະຫວ່າງວັນທີ 22 – 24 ຕຸລາ ຜ່ານມາ ແມ່ນຮູບການເຄື່ອນໄຫວທີ່ມີໄຫວພິບ, ປະດິດຄິດສ້າງ, ມີປະສິດທິຜົນ ແລະ ເໝາະສົມກັບສະພາບການຕົວຈິງ. ເຫດການດັ່ງກ່າວໄດ້ປະກອບສ່ວນສ້າງກາລະໂອກາດໃຫ້ຊາວໜຸ່ມສາມປະເທດແລກປ່ຽນບົດຮຽນ, ປະສົບການໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຍົກອອກມາດຕະການຫຼາຍຢ່າງເພື່ອຮັບມື ແລະ ເຊື່ອມໂຍງເຂົ້າກັບສາກົນ.

ຊາວ​ໜຸ່ມສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທ​ະ​ວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ປ້້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຮັບ​ມື ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ເພື່ອນ ກິກສະໜາ ສຸທຳມະວົງ ຜູ້ແທນຊາວໜຸ່ມ ລາວ

“ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າເຂົ້າຮ່ວມງານພົບປະແລກປ່ຽນຊາວໜຸ່ມມິດຕະພາບລະຫວ່າງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ. ເມື່ອກ່ອນນີ້, ຂ້າພະເຈົ້າ ພຽງແຕ່ເຂົ້າຮ່ວມງານພົບປະແລກປ່ຽນລະຫວ່າງຊາວໜຸ່ມສອງປະເທດ ຫວຽດນາມ - ລາວ ເທົ່ານັ້ນ. ນີ້ແມ່ນລາຍການພິເສດ ໂດຍເຕົ້າໂຮມທັງຊາວໜຸ່ມ ສາມປະເທດ, ຜ່ານນີ້ສາມາດເຫັນໄດ້ເຖິງສາຍພົວພັນມິດຕະພາບແບບພິເສດຂອງຊາວໜຸ່ມສາມປະເທດ”.

“ເມື່ອເຂົ້າຮ່ວມເຫດການນີ້ ໄດ້ນຳມາເຊິ່ງຜົນະໂຫຍດຫຼາຍຢ່າງໃຫ້ແກ່ຂ້າພະເຈົ້າ ໂດຍຜ່ານການປະກອບຄຳຄິດເຫັນ, ແບ່ງປັນບົດຮຽນ, ປະສົບການ ແລະ ລາຍການທີ່ມີຄວາມໝາຍຫຼາຍຢ່າງ ເຊິ່ງສາມປະເທດ ລາວ - ຫວຽດນາມ - ກຳປູເຈຍ ໄດ້ຈັດຕັ້ງຂຶ້ນ. ຂ້າພະເຈົ້າໄດ້ໂຄສະນາເຜີຍແຜ່ກ່ຽວກັບວັດທະນະທຳ, ໄດ້ຫວນຄືນມູນເຊື້ອ, ບັນດາຂີດໝາຍສຳຄັນ, ຄວາມມານະພະຍາຍາມ ແລະ ໝາກຜົນການຮ່ວມມືເຊິ່ງສາມປະເທດບັນລຸໄດ້ໃນໄລຍະຜ່ານມາ. ນອກຈາກນັ້ນ, ຂ້າພະເຈົ້າຍັງໄດ້ເຂົ້າຮ່ວມການປຶກສາຫາລືໃນຫົວຂໍ້ ຍົກສູງກຳລັງຄວາມສາມາດທາງດ້ານເຕັກໂນໂລຢີດີຈີຕອນໃຫ້ແກ່ຊາວໜຸ່ມອີກດ້ວຍ”.

ນັ້ນແມ່ນຄຳແບ່ງປັນຂອງເພື່ອນ ກິກສະໜາ ສຸທຳມະວົງ ຜູ້ແທນຊາວໜຸ່ມ ລາວ ແລະ ເພື່ອນ ວູນລຽມ ຜູ້ແທນຊາວໜຸ່ມ ກຳປູເຈຍ ທີ່ເຂົ້າຮ່ວມງານພົບປະແລກປ່ຽນຊາວໜຸ່ມມິດຕະພາບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ 2021. ງານພົບປະແລກປ່ຽນຊາວໜຸ່ມມິດຕະພາບຄັ້ງນີ້ ມີການເຂົ້າຮ່ວມຂອງຜູ້ແທນ 65 ຄົນ ໂດຍແມ່ນຊາວໜຸ່ມ, ນັກສຶກສາດີເດັ່ນ ແລະ ນັກທູດໜຸ່ມຂອງສາມປະເທດ ຫວຽດນາມ, ລາວ, ກຳປູເຈຍ.

ທີ່ເຫດການນີ້, ຊາວໜຸ່ມສາມປະເທດ ໄດ້ພ້ອມກັນຫວນຄືນມູນເຊື້ອອັນດີງາມຂອງສາຍພົວພັນມິດຕະພາບແບບພິເສດລະຫວ່າງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ແລະ ຍົກອອກຫຼາຍແນວຄວາມຄິດໃໝ່ເພື່ອແນໃສ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດຂອງສາມປະເທດ. ບໍ່ພຽງແຕ່ເທົ່ານັ້ນ, ໃນຈຳນວນຜູ້ແທນເຂົ້າຮ່ວມເຫດການຄັ້ງນີ້ ມີຊາວໜຸ່ມຫຼາຍຄົນໄດ້ເປັນຊາວໜຸ່ມອາສາສະໝັກ, ພະຍາບານ, ແພດໝໍທີ່ເຂົ້າຮ່ວມວຽກງານຕ້ານໂລກລະບາດໂຄວິດ - 19 ໂດຍກົງຢູ່ແນວໜ້າ. ສະນັ້ນ, ການແລກປ່ຽນບົດຮຽນ, ປະສົບການກ່ຽວກັບ ຊາວໜຸ່ມ ຫວຽດ - ລາວ - ກຳປູເຈຍ ປະຈັນບານ, ອາສາສະໝັກເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ເພື່ອການຊ່ວຍໜູນຊີວິດສັງຄົມ ໄດ້ດຳເນີນຢ່າງຟົດຟື້ນ ແລະ ເປີດອົກເປີດໃຈ. ມີຫຼາຍຮູບແບບ, ວິທີເຮັດທີ່ດີ, ມີປະສິດທິຜົນໄດ້ນຳມາແນະນຳ, ແລກປ່ຽນ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ຕາງໜ້າ ສະຖານທູດບັນດາປະເທດປະຈຳ ຫວຽດນາມ. ກ່າວຄຳເຫັນທີ່ພິທີປິດ, ທ່ານ Mor Socheath, ເລຂາໂທ ສະຖານທູດ ກຳປູເຈຍ ປະຈຳ ຫວຽດນາມ ແບ່ງປັນວ່າ:

“ຂ້າພະເຈົ້າຮູ້ສຶກເພິ່ງພໍໃຈ ແລະ ຕີລາຄາສູງຕໍ່ການປະກອບສ່ວນຂອງຊາວໜຸ່ມໃນວາລະປຶກສາຫາລືຄັ້ງຕ່າງໆ ທີ່ໄດ້ຕັ້ງໜ້າແລກປ່ຽນຄຳຄິດເຫັນ ແລະ ບັນລຸໄດ້ໝາກຜົນທີ່ດີ, ຜ່ານນັ້ນ ກໍສະແດງໃຫ້ພວກເຮົາເຫັນໄດ້ເຖິງການຮ່ວມແຮງຮ່ວມໃຈໃນການເພີ່ມພູນຄູນສ້າງຄວາມສາມັກຄີ, ໄມຕີຈິດມິດຕະພາບ, ການປະກອບສ່ວນສຳຄັນຂອງຊາວໜຸ່ມໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19”.

ຊາວ​ໜຸ່ມສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທ​ະ​ວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ປ້້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຮັບ​ມື ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ
ຊາວໜຸ່ມສາມປະເທດພົບປະ, ແລກປ່ຽນກັນຕາມຮູບການທາງໄກ

ຕໍ່ໜ້າການຜັນປ່ຽນຢ່າງແຮງຂອງການປະຕິວັດອຸດສາຫະກຳ 4.0 ແລະ ສະພາບການໂລກລະບາດທີ່ສັບສົນຄືໃນປັດຈຸບັນ ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງ, ເພື່ອສາມາດເຊື່ອມໂຍງເຂົ້າກັບສາກົນໄດ້, ວຽກງານຫັນເປັນດີຈີຕອນ ແມ່ນມີຄວາມຈຳເປັນ ແລະ ຮີບດ່ວນທີ່ສຸດຢູ່ແຕ່ລະປະເທດໃນ ພາກພື້ນອາຊຽນ. ໃນນັ້ນ, ຫວຽດນາມ, ລາວ ແລະ ກຳປູເຈຍ ມີຄວາມຄ້າຍຄືກັນກ່ຽວກັບທ່າໄດ້ປຽບ ແລະ ສິ່ງທ້າທາຍໃນການຫັນປ່ຽນດີຈີຕອນ ນັ້ນແມ່ນເປັນບັນດາປະເທດທີ່ມີປະຊາກອນໜຸ່ມ, ກຳລັງຊາວໜຸ່ມ, ເຍົາວະຊົນກວມເອົາສ່ວນຫຼາຍ. ເພາະສະນັ້ນ, ການຍົກສູງກຳລັງຄວາມສາມາດດ້ານເຕັກໂນໂລຢີດີຈີຕອນໃຫ້ແກ່ຊາວໜຸ່ມໝັ້ນໃຈເຊື່ອມໂຍງເຂົ້າກັບສາກົນ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນການພັດທະນາແຫຼ່ງຊັບພະຍາກອນຂອງສາມປະເທດ ແລະ ກໍແມ່ນເນື້ອໃນຈຸດສຸມທີ່ໄດ້ນຳມາປຶກສາຫາລືໃນງານພົບປະແລກປ່ຽນຄັ້ງນີ້. ເພື່ອຍົກສູງກຳລັງຄວາມສາມາດດ້ານເຕັກໂນໂລຢີດີຈີຕອນໃນໝູ່ຊາວໜຸ່ມ, ເພື່ອນ ເລິມທິບິ່ງອຽນ - ນັກສຶກສາປີທີ 3 ມະຫາວິທະຍາໄລ ດ່າໜັງ, ສາຂາ ກອນຕູມ ຖືວ່າ:

“ການຍົກສູງກຳລັງຄວາມສາມາດດ້ານເຕັກໂນໂລຢີດີຈີຕອນໃນໝູ່ຊາວໜຸ່ມ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນຂອງທັງສາມປະເທດເວົ້າລວມ ແລະ ປະເທດອື່ນໆໃນໂລກເວົ້າສະເພາະ ແມ່ນວຽກງານໜຶ່ງທີ່ມີຄວາມຈຳເປັນທີ່ສຸດ. ສະນັ້ນ, ຂ້າພະເຈົ້າກໍຍົກສູງວຽກງານການສຶກສາ, ບຳລຸງສ້າງກຳລັງຄວາມສາມາດດ້ານເຕັກໂນໂລຢີ ດີຈີຕອນໃຫ້ແກ່ຊາວໜຸ່ມໃນວົງຄະນະຍາດຊຸມຊົນ ເພື່ອຊ່ວຍໃຫ້ຊາວໜຸ່ມມີພາຫະນະເພື່ອຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢ່າງເປັນເຈົ້າການໃນຍຸກເຕັກໂນໂລຢີດີຈີຕອນ, ສາມາດພົວພັນແລກປ່ຽນກັບປະເທດອື່ນໆໃນໂລກໄດ້.”

ຕໍ່ໜ້າສະພາບການພາກພື້ນ ແລະ ໂລກ ມີການຜັນແປຢ່າງສັບສົນ, ທ່ານ ວັນນະໄຊ ເທບທິລາດ ເລຂາເອກ, ຫົວໜ້າຫ້ອງການພັກ ສະຖານທູດ ລາວ ປະຈຳ ຫວຽດນາມ ຖືວ່າ: “ເພື່ອສາມາດຮັບມື ແລະ ເຊື່ອມໂຍງເຂົ້າກັບສາກົນໄດ້ນັ້ນ, ນອກຈາກການຍົກສູງກຳລັງຄວາມສາມາດດ້ານເຕັກໂນໂລຢີ ດີຈີຕອນແລ້ວ, ຊາວໜຸ່ມສາມປະເທດຕ້ອງສືບຕໍ່ຊ່ວຍເຫຼືອກັນຫຼາຍກວ່າອີກ ເພື່ອສ້າງປະຊາຄົມ ອາຊຽນ ໝັ້ນຄົງເຂັ້ມແຂງ ແລະ ສາມາດຮັບມືໃນທຸກສະພາບການ.

"ຄວນເສີມຂະຫຍາຍບົດບາດຂອງຊາວໜຸ່ມເຂົ້າໃນການພັດທະນາແບບຍືນຍົງ ແລະ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ. ເພີ່ມແຜນງານການພັດທະນານັການທູດໜຸ່ມ, ຊາວໜຸ່ມໃນຂົງເຂດເສດຖະກິດ, ຜູ້ປະກອບການໜຸ່ມ ແລະ ຜູ້ປະກອບການເພດຍິງໜຸ່ມໃຫ້ຫຼາຍຂຶ້ນ. ສົ່ງເສີມການແລກປ່ຽນວັດທະນະທຳໃນຂົງເຂດ ອາຊຽນ ໃຫ້ຊາວໜຸ່ມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວັດທະນະທຳ, ຮີດຄອງປະເພນີຂອງບັນດາປະເທດໃນ ອາຊຽນໃຫ້ຫຼາຍຂຶ້ນ ເພື່ອເພີ່ມຄວາມສະໜິດສະໜົມ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ. ເພີ່ມທະວີການຈັດຕັ້ງປະຕິບັດແຜນດຳເນີນງານວຽກງານຊາວໜຸ່ມ ປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ວັດທະນາຖາວອນຂອງ ອາຊຽນ ກໍຄືສາມປະເທດຂອງພວກເຮົາ ຕາມຄວາມຂວັນທີ່ ຫວຽດນາມ ເປັນປະທານກອງປະຊຸມ ອາຊຽນ 2020 ວາງອອກຄື "ສ້າງປະຊາຄົມອາຊຽນ ໃຫ້ມີຄວາມໜຽວແໜ້ນ ແລະ ຕອບສະໜອງຕໍ່ທຸກສະພາບການ".

ງານພົບປະແລກປ່ຽນຊາວໜຸ່ມມິດຕະພາບ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ 2021 ອັດລົງ ດ້ວຍຫຼາຍແນວຄວາມຄິດ, ມາດຕະການທີ່ໃໝ່ອ່ຽມ ອັນໄດ້ໝັ້ນໝາຍວ່າຈະສ້າງຫຼາຍລາຍການຮ່ວມມື, ພົບປະແລກປ່ຽນໃຫ້ແກ່ຊາວໜຸ່ມສາມປະເທດ ເພີ່ມທະວີກຳລັງຄວາມສາມາດຮັບມືດ້ວຍຕົນເອງ, ເຊື່ອມໂຍງເຂົ້າກັບສາກົນ ແລະ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສາມຊາດ ຫວຽດນາມ - ລາວ - ກຳປູເຈຍ ໃນໄລຍະຈະມາເຖິງ.

vovworld.vn

ເຫດການ
302 Found

Found

The document has moved here.