ທ່ານລັດຖະມົນຕີ ໂຕເລີມ ມີການເຈລະຈາ ກັບ ລັດຖະມົນຕີກະຊວງພາຍໃນອັງກິດ

14:56 | 04/11/2021

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ ຢູ່​ ລອນ​ດອນ, ຕອນ​ບ່າຍ​ວັນ​ທີ 1 ພະຈິກ, ຢູ່​ສຳນັກງານກະຊວງ​ພາຍ​ໃນ​ຂອງ​ອັງກິດ, ທ່ານ ​ພົນ​ໂທ ​ໂຕ​ເລີມ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ ໄດ້​ມີ​ການ​ພົບ​ປະ​ກັບ ​ທ່ານ​ນາງ Priti Patel, ລັດຖະມົນຕີ​ກະຊວງພາຍ​ໃນ​ອັງກິດ.

ຈັດຕັ້ງສັບປະດາ “ມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທໍາຫວຽດນາມ” ຈັດຕັ້ງສັບປະດາ “ມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທໍາຫວຽດນາມ”
ຮອງປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມເອີລົບ ຢ່າງຈົບງາມ ຮອງປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມເອີລົບ ຢ່າງຈົບງາມ

ທ່ານ​ລັດຖະມົນຕີ​ກະຊວງພາຍ​ໃນ​ອັງກິດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີທີ່ໄດ້​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດ ຫວຽດນາມ, ທ່ານຢືນຢັນ​ວ່າ ການ​ຢ້ຽມຢາມອັງກິດ ຂອງ​ທ່ານ​ພົນ​ເອກ ​ໂຕ​ເລີມ ​​ມີ​ຄວາມ​ໝາຍ​ສຳຄັນ, ປະກອບສ່ວນ​ເພີ່ມ​ທະວີ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມືສອງຝ່າຍ​ກ່ວາ​ອີກ ເພື່ອແກ້ໄຂ​ບັນ​ຫາ​ຄວາມ​ປອດ​ໄພແບບ​ໃໝ່, ພິ​ເສດ​ແມ່ນ​ການ​ຈັດການບັນຫາ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ​ ເຊັ່ນ​: ອາດ​ຊະ​ຍາ​ກຳ​ທາງ​ເສດ​ຖະ​ກິດ, ອົບພະຍົບ​ຜິດ​ກົດ​ໝາຍ, ການ​ຄ້າ​ມະ​ນຸດ, ການ​ຟອກ​ເງິນ, ອາ​ຊະ​ຍາ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ…

ທ່ານລັດຖະມົນຕີ ໂຕເລີມ ມີການເຈລະຈາ ກັບ ລັດຖະມົນຕີກະຊວງພາຍໃນອັງກິດ
ທ່ານລັດຖະມົນຕີ ໂຕເລີມ ມີການເຈລະຈາກັບ ທ່ານ​ນາງ Priti Patel - ລັດຖະມົນຕີກະຊວງພາຍໃນອັງກິດ

ທ່ານ​ນາງ Priti Patel ຢືນຢັນ​ວ່າ: ອັງກິດ​ໃຫ້​ຄຳ​ໝັ້ນ​ສັນຍາ​ ຈະ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມືທີ່​ຕິດພັນ​ກັບຜົນ​ປະ​ໂຫຍ​ດຢູ່​ພາກ​ພື້ນ​ມະຫາສະມຸດອິນ​ເດຍ-​ປາ​ຊີ​ຟິກ; ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ອາ​ຊຽນ ​ໃນ​ທຸກ​ຂົງ​ເຂດ, ສະໜັບສະໜູນ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ການ​ຮັກສາໂຄງປະກອບ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ. ອັງກິດ ຈະ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ ​ແລະ ຄວາມ​ປອດ​ໄພ​ທາງ​ທະ​ເລ ຢູ່​ທະ​ເລ​ຕາ​ເວັນ​ອອກ​ ຕາມ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ UNCLOS 1982.

ທ່ານ​ລັດຖະມົນຕີ ໂຕ​ເລີມ ​ສະ​ແດງ​ຄວາມຊົມ​ເຊີຍ ອັງກິດ ທີ່​ໄດ້​ກາຍ​ເປັນ​ຄູ່​ເຈລະຈາ​ທີ 11 ຂອງ ອາ​ຊຽນ ​ຢ່າງ​ເປັນ​ທາງ​ການ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ອັງກິດ ​ແລະ ອາ​ຊຽນ, ໜູນ​ຊ່ວຍ ອັງກິດ ​ເຂົ້າ​ຮ່ວມ CPTPP.

ທ່ານ​ລັດຖະມົນຕີ ໂຕ​ເລີມ ໄດ້ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ສາຍ​ພົວພັນ​ກັບ ອັງກິດ, ຍາມ​ໃດ​ກໍ​ຖື ອັງກິດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ອັນ​ດັບ​ໜຶ່ງໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງຫວຽດນາມ ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ. ຫວຽດນາມ ຕີ​ລາຄາ​ສູງ​ເລື່ອງ ອັງກິດ ບັນລຸ​ໄດ້​ຂໍ້​ຕົກລົງ​ພາຍຫຼັງ Brexit ກັບ EU ​ໃນ​ຫຼາຍ​ຂົງ​ເຂດ, ຜັນ​ຂະຫຍາຍ​ຍຸດ​ທະ​ສາດ “ອັງກິດ​ໃນ​ທົ່ວ​ໂລກ”, ​ແລະ ​ປະກາດ​ບົດ​ລາຍ​ງານ​ສັງ​ລວມກ່ຽວ​ກັບການປ້ອງກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ ​ແລະ ນະ​ໂຍບາຍ​ພັດທະນາ​ແຕ່​ນີ້​ຮອດ​ປີ 2025, ວິໄສທັດຮອດປີ 2030, ​ໃນ​ນັ້ນ​ມີ​ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​ໜຶ່ງ ​ທີ່​ມີ​ອິດ​ທິພົນ​ໃຫຍ່​ໃນ​ໂລກ, ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, ສຸມ​ໃສ່​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ກັບ​ພາກ​ພື້ນ​ມະຫາສະມຸດອິນ​ເດຍ-​ປາ​ຊີ​ຟິກ.

ທ່ານ​ລັດຖະມົນຕີ ໂຕ​ເລີມ ໃຫ້ຮູ້ວ່າ ການພົວພັນຮ່ວມມື ລະຫວ່າງສອງກະຊວງນັບມື້ນັບມີປະສິດທິຜົນ, ແທດຈິງໃນຫຼາຍຂົງເຂດ ຄື: ແບ່ງປັນຂໍ້ມູນຂ່າວສານດ້ານວິຊາສະເພາະ, ຂໍ້ມູນອາດຊະຍາກຳ, ບຳລຸງສ້າງ, ຍົກສູງກຳລັງພະນັກງານ, ຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດ ໂດຍສະເພາະແມ່ນອາດຊະຍາກຳການ​ຄ້າ​ມະນຸດ, ອາດ​ຊະ​ຍາ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ອື່ນໆ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ໝາກຜົນ​ຂອງ​ການ​ຮ່ວມ​ມື​ຍັງ​ມີ​ຂໍ້​ຄົງຄ້າງ ​ແລະ ຂໍ້​ຈຳກັດ​ທີ່​ຕ້ອງ​ສືບ​ຕໍ່​ໄດ້​ຮັບ​ການ​ແກ້​ໄຂ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ​ລັດຖະມົນຕີ ໂຕ​ເລີມ ​ໄດ້​ສະ​ເໜີ 5 ຈຸດ​ ເພື່ອ​ໃຫ້ສອງຝ່າຍ​ສົມທົບ​ກັນ​ປະຕິບັດ​ໃນ​ໄລຍະ​ຈະ​ມາ​ເຖິງ, ປະກອບມີ: ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ; ແບ່ງປັນຂໍ້ມູນຂ່າວສານທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຮຽກຮ້ອງ​ໃຫ້​ຝ່າຍ​ອັງກິດໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ເຂົ້າ​ເຖິງ​ວັກ​ແຊງ ​ແລະ ຢາ​ປິ່ນປົວ​ພະຍາດ​ໂຄ​ວິດ-19; ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ​ຕ້ານການອົບພະຍົບທີ່​ຜິດ​ກົດ​ຫມາຍ; ສ້າງ​ເງື່ອນ​ໄຂ​ໃຫ້​ພົນລະ​ເມືອງຫວຽດນາມ ​ໄດ້​ຮັບ​ວີ​ຊາ, ​ການເຂົ້າ​ເມືອງ, ພັກພາອາໄສ, ສຶກສາ, ແຮງງານທີ່ຖືກກົດໝາຍ​ຢູ່​ອັງກິດ ​ແລະ ຖື​ວ່າ​ແມ່ນ​ມາດ​ຕະການ​ແກ້​ໄຂ​ສຳຄັນ ​ເພື່ອ​ສະກັດ​ກັ້ນ​ການອົບພະຍົບ​ທີ່​ຜິດ​ກົດໝາຍ...

ສອງຝ່າຍມີຄວາມປິຕິຍິນດີ ຕໍ່ບັນດາບາດກ້າວພັດທະນາໃໝ່ຂອງການພົວພັນຮ່ວມມື ລະຫວ່າງ ຫວຽດນາມ ແລະ ອັງກິດ, ພິເສດແມ່ນພາຍຫຼັງ 2 ປະເທດໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ: ກຳນົດທິດພັດທະນາໃນ 10 ປີຈະມາເຖິງໃນເດືອນກັນຍາ 2020; ສັນຍາ​ການ​ຄ້າ​ເສລີ ​ອັງກິດ-ຫວຽດນາມ (UKVFTA) ລົງ​ໃນວັນ​ທີ 31 ທັນວາ 2020.

ສິ້ນ​ສຸດ​ການ​ເຈລະຈາ, ທ່ານ​ນາງ​ລັດຖະມົນຕີ​ກະຊວງພາຍ​ໃນ​ອັງກິດ ​ໃຫ້​ຮູ້​ວ່າ ຈະ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃນ​ໄຕ​ມາດ​ທີ 1 ປີ 2022 ​ເພື່ອ​ປຶກສາ​ຫາລື​ບັນດາ​ແຜນການ​ຮ່ວມ​ມືສອງຝ່າຍ​ລະຫວ່າງ ອັງກິດ ​ແລະ ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.