ຍສໝ - ທີ່ການເຮັດວຽກສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບສະພາບການທີ່ສັບສົນ ແລະ ຜົນສະທ້ອນຂອງໂລກລະບາດໂຄວິດ - 19 ຢູ່ບັນດາປະເທດ ກໍ່ຄືບັນດາມາດຕະການເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍພາຍຫຼັງໂລກລະບາດໂຄວິດ - 19.
ຍສໝ - ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສະແດງຄວາມຊົມເຊີຍພັກກອມມູນິດກູບາ ທີ່ໄດ້ຈັດຕັ້ງສຳເລັດຜົນການຈັດຕັ້ງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 8, ສະແດງຄວາມຊົມເຊີຍໃຫ້ທ່ານ Miguel Díaz-Canel Bermudez ໃນການເລືອກຕັ້ງເປັນເລຂາທິການຜູ້ທີໜຶ່ງ.
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານ ພົນຈັດຕະວາ ບຸ່ຍມິງຖຶ້, ຫົວໜ້າຄະນະຕິດຕໍພົວພັນທະຫານອາສາສະໝັກ ແລະ ນັກຊ່ຽວຊາຍການທະຫານຊ່ວຍເຫຼືອລາວ ນະຄອນຮ່າໂນ້ຍໄດ້ສະແດງການແບ່ງເບົ່າຢ່າງເລິກເຊິ່ງຕໍ່ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງປະຊາຊົນລາວຕ້ອງປະເຊີນໜ້າ.
ຍສໝ - ຫົວໜ້າຄະນະຜູ້ຕາງໜ້າອິນເດຍ ແລະ ລາວ ປະຈຳສະຫະປະຊາຊາດ ໄດ້ຕີລາຄາສູງຕໍ່ບົດບາດທີ່ຕັ້ງໜ້າ ກໍ່ຄື ໂອກາດທີ່ຈະຮ່ວມມືກັບຫວຽດນາມ.
ຍສໝ - ໃນປີ 2020, ເຖິງວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດ COVID-19, ການຄ້າລະຫວ່າງຫວຽດນາມ ແລະ ແຂວງ British Columbia ຂອງການາດາ ຍັງບັນລຸເກືອບ 2 ຕື້ CAD (ປະມານ 1,6 ຕື້ໂດລາສະຫະລັດ).
ຍສໝ - ການຊ່ວຍເຫລືອໃນຄັ້ງນີ້ໄດ້ປະກອບສ່ວນອັນສໍາຄັນສ້າງຂວັນກໍາລັງໃຈອັນໃຫຍ່ຫລວງ ແລະ ເພີ່ມກໍາລັງແຮງ ໃຫ້ແກ່ບັນດາ ແພດໝໍຂອງລາວ ທີ່ມີຈຳນວນຈຳກັດ ທີ່ກໍາລັງເຮັດວຽກແຂ່ງຂັນກັບເວລາເພື່ອເບິ່ງແຍງປິ່ນປົວຜູ້ຕິດເຊື້ອທີ່ມີຈຳນວນເພີ່ມຂຶ້ນຫລາຍໃນທຸກມື້ ແລະ ກໍເປັນຂວັນກໍາລັງໃຈອັນປະເສີດແກ່ຄົນເຈັບຜູ້ທີ່ກຳລັງປິ່ນປົວຢູ່ໃນໂຮງໝໍຕ່າງໆ ໃນຂອບເຂດທົ່ວປະເທດ.
ຍສໝ - ທ່ານພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການແບ່ງປັນ, ການຊ່ວຍເຫຼືອຢ່າງທັນການຂອງກອງທັບປະຊາຊົນຫວຽດນາມ ສຳລັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງກະຊວງປ້ອງກັນປະເທດລາວ.
ໃນວັນທີ 1 ພຶດສະພາ 2021 ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ຈຳນວນ 3.091 ຕົວຢ່າງ ໂດຍຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 112 ຄົນ, ເຊິ່ງມາຮອດປັດຈຸບັນ ສປປ ລາວ ມີ ຕົວເລກຜູ້ຕິດ ເຊື້ອສະສົມທັງໝົດ 933 ຄົນ.
ຍສໝ - ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງທ່ານ ພັນຄໍາ ວິພາວັນ, ຄວາມຕັດສິນໃຈຕ້ານພະຍາດໂຄວິດ-19 ຂອງບັນດາອົງການທີ່ກ່ຽວຂ້ອງ ແລະປະຊາຊົນທຸກຄົນ, ປະເທດຊາດ ແລະປະຊາຊົນລາວອ້າຍນ້ອງ ຈະສາມາດຄວບຄຸມພະຍາດໂຄວິດ-19 ໂດຍໄວ, ຟື້ນຟູເສດຖະກິດ-ສັງຄົມຢ່າງວ່ອງໄວ ແລະສືບຕໍ່ພັດທະນາແບບຍືນຍົງ.
ຍສໝ - ກ່າວຄຳເຫັນທີ ພິທີ, ທ່ານນາງ ຫງວຽນທິກິມແອັງ, ຫົວໜ້າໜ່ວຍມິດຕະພາບ ຫວຽດນາມ - ລາວ ເຮືອນລວມໝູ່ ເລກທີ 79 – 81 ຖະໜົນລີ໊ນາມເດ໊ ໃຫ້ຮູ້ວ່າ: ປີ 1959, ຄະນະປະຕິດງານພາກຕາເວັນອອກ ໄດ້ສ້າງຕັ້ງເພື່ອແນໃສ່ຊ່ວຍເຫຼືອໃຫ້ແກ່ການປະຕິວັດລາວໃນໄລຍະຕໍ່ສູ້ຕ້ານອາເມລິກາ. ຄະນະທີ່ມີສຳນັກງານລັບ ຢູ່ເຮືອນເລກທີ 79 – 81 ຖະໜົນ ລີ໊ນາມເດ໊ ໂດຍທ່ານພົນເອກ ຫວໍງວຽນຢາບ ເປັນຫົວໜ້າຄະນະ.
ຍສໝ - ທີ່ການໂອ້ລົມສົນທະນາ, ສະຫາຍ ເລຮ່ວາຍຈຸງ ໄດ້ສະແດງຄວາມຍິນດີ ຕໍ່ການພັດທະນາໃນການພົວພັນລະຫວ່າງສອງປະເທດ ແລະ ສອງພັກໃນໄລຍະທີ່ຜ່ານມາ ບົນຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດ; ຢືນຢັນວ່າ ພັກ ແລະ ລັດຖະບານຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາ ຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປຕື່ມອີກ.
ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະຜູ້ແທນສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ມາຢ້ຽມຢາມ, ລະດົມກໍາລັງໃຈ ແລະມອບຜ້າອັດປາກ ໃຫ້ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປະກອບສ່ວນເພີ່ມທະວີຄວາມສາມາດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.
ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ມີການສົນທະນາໂທລະສັບກັບທ່ານ Chung Eui Yong - ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ; ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທໍາອິດພາຍຫຼັງສອງທ່ານ ໄດ້ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ.
ຍສໝ - ສອງຝ່າຍເຫັນດີຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະ ການຕິດຕໍ່ພົວພັນທຸກຂັ້ນ, ພ້ອມທັງຮັກສາ ທີ່ເປັນເປັນປະຈຳ ແລະ ປ່ຽນແປງໃໝ່ກົນໄກ ເພື່ອປຶກສາຫາລືດ້ານການເມືອງ ໃນລະດັບຮອງລັດຖະມົນຕີກະຊວງການຕ່າງປະເທດລະຫວ່າງ ກະຊວງການຕ່າງປະເທດຂອງສອງປະເທດ.
ຍສໝ - ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຍາມໃດກໍແມ່ນສ່ວນໜຶ່ງທີ່ສຳຄັນໃນການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ອາເມລິກາ ນັບແຕ່ເມື່ອຫັນການພົວພັນທາງການທູດເປັນປົກກະຕິເມື່ອປີ 1995.
ຕົວເລກຜູ້ຕິດເຊື້ອ ໂຄວິດ-19 ໃນ ສປປ ລາວ ຍັງໜ້າເປັນຫ່ວງ, ຜົນກວດວັນທີ 27 ເມສາ 2021 ພົບຜູ້ຕິດເຊື້ອ ອີກ 93 ຄົນ; ໃນນີ້ ຢູ່ນະຄອນຫຼວງວຽງຈັນ 75 ຄົນ, ຈຳປາສັກ 11 ຄົນ, ຢູ່ສະຫວັນນະເຂດ 3 ຄົນ, ຫຼວງພະບາງ 4 ຄົນ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 604 ຄົນ, ປິ່ນປົວດີສະສົມ50 ຄົນ (ໃໝ່1ຄົນ).
ຍສໝ - ການນຳສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແນວໂຮມປະເທດຊາດ ເມືອງ ບິ່ງແທັກ ໄດ້ແບ່ງປັນ: ສ່ວນໜຶ່ງຂອງຂວັນຄືເມື່ອທຽບໃສ່ກັບວິວັດການຫາເງິນລ້ຽງຊີບຂອງປະຊາຊົນ ທີ່ຍັງບໍ່ຫຼາຍ ແຕ່ນັ້ນແມ່ນການແບ່ງເບົາ, ຮ່ວມເດີນທາງ, ຊ່ວຍເຫຼືອເຊິ່ງກັນແລະກັນໃນໄລຍະເກີດໂລກລະບາດໂຄວິດ - 19.
ຍສໝ - ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຍິນດີຕໍ່ການພົວພັນສາມັກຄີແບບພິເສດລະຫວ່າງ ລາວ ຫວຽດນາມ ທີ່ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງແຂວງ, ທ່ານສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ສະຫງວນໃຫ້ແກ່ ພັກ, ລັດ ແລະ ປະຊາຊົນ ລາວ ການຊ່ວຍເຫຼືອອັນຍິ່ງໃຫຍ່, ສຸດຈິດສຸດໃຈ ແລະ ມີປະສິດທິຜົນທີ່ສຸດແຕ່ກ່ອນມາຮອດປັດຈຸບັນ.
ຍສໝ - ນີ້ແມ່ນປະຖົມປັດໄຈ ແລະແມ່ນພື້ນຖານສຳຄັນ ເພື່ອໃຫ້ສອງຝ່າຍເພີ່ມທະວີຄວາມສະໜິດຕິດພັນ, ການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນເພື່ອພັດທະນາການພົວພັນຮ່ວມມືສອງຝ່າຍໃນຫຼາຍດ້ານລະຫວ່າງຫວຽດນາມ ແລະລາວ ກວ່າອີກ.
ກອງປະຊຸມ ຄະນະສະເພາະກິດປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ໃນການຕ້ານ ການລະບາດພະຍາດ COVID-19 ແຂວງ ຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2021, ທີ່ສຳນັກງານຫ້ອງວ່າການ ແຂວງຈຳປາສັກ.
ຍສໝ - ໃນຈຸດເວລາໂລກລະບາດໂຄວິດ - 19 ພວມເກີດຂຶ້ນຢ່າງແຮງຢູ່ ການາດາ, ເຮັດໃຫ້ສູນຄວບຄຸມ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ອາເມລິກາ ຕ້ອງນຳການາດາເຂົ້າບັນຊີລາຍຊື່ກ່າວເຕືອນຢູ່ລະດັບ 4 ມີຜູ້ແທນກ່ວາ 100 ຄົນ ໄດ້ເຂົ້າຮ່ວມກອງປະຊຸມທີ່ມີຄວາມເອົາໃຈໃສ່ເປັນພິເສດຕໍ່ບັນດາມາດຕະການຮັບມືກັບໂລກລະບາດໂຄວິດ - 19 ຢູ່ ປະເທດເຮົາ.
ຍສໝ - ທີ່ວັນບຸນ, ບັນດານັກສຶກສາ ຫວຽດນາມ, ລາວ, ກຳປູເຈຍໄດ້ພ້ອມກັນພົວພັນແລກປ່ຽນ, ເຂົ້າຮ່ວມພິທີບາສີສູ່ຂວັນ ແລະ ຫົດນ້ຳ ແມ່ນບັນດາພິທີອວຍພອນປີໃໝ່ພາວະນາຄວາມໂສກດີ ແລະ ຍາມໃດກໍ່ໄດ້ນຳໃຊ້ເພື່ອຮັບແຂກດ້ວຍຄວາມໝາຍອວຍພອນຄວາມຜາສຸກ, ຜົນສຳເລັດ ແລະ ຄວາມໂສກດີເນື່ອງໃນໂອກາດບຸນປີໃໝ່ຂອງ ລາວ ແລະ ກຳປູເຈຍ.
ກອງປະຊຸມປຶກສາຫາລື ກ່ຽວກັບການເຝົ້າລະວັງ, ຄວບຄຸມ-ສະກັດກັ້ນ ແລະ ແກ້ໄຂບັນຫາການລະບາດ ຂອງພະຍາດໂຄວິດ-19 ພາຍໃນເມືອງຈອມເພັດ ໄດ້ຈັດຂຶ້ນໃນວັນທີ 23 ເມສາ 2021 ທີ່ສະໂມສອນຂອງເມືຶອງ, ໂດຍເປັນປະທານຂອງ ທ່ານ ສົມສັກ ສິລີວົງ ຮອງເຈົ້າເມືອງຈອມເພັດ, ມີຄະນະສະເພາະກິດຂັ້ນເມືອງ, ອຳນວຍການໂຮງໝໍຊຸມຊົນ, ອຳນວຍການໂຮງໝໍນ້ອຍ ແລະຫົວໜ້າກຸ່ມທົ່ວເມືອງ ເຂົ້າຮ່ວມ.
ເພື່ອລະນຶກວັນສ້າງຕັ້ງ ສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 60 ປີ, ວັນທີ 25 ເມສາ ປີ 1961 ລາວ ແລະ ຈີນ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດນຳກັນ ຢ່າງເປັນທາງການ, ເຊິ່ງໄດ້ເປີດປະຫວັດສາດໜ້າໃໝ່ ແຫ່ງການໄປມາຫາສູ່ກັນ ບົນຈິດໃຈມິດຕະພາບ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ. ຜ່ານໄລຍະ 60 ປີມານີ້, ປະຊາຊົນສອງຊາດ ໄດ້ຊ່ວຍຊູຍູ້ໜູນກັນ ແລະ ຮັກແພງກັນ, ການຮ່ວມມືລະຫວ່າງສອງຝ່າຍ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ມິດຕະພາບລະຫວ່າງ ສອງປະເທດໝັ້ນຄົງຂະໜົງແກ່ນ, ສອງປະເທດລາວ-ຈີນ ມີສາຍພູ ແລະ ແມ່ນ້ຳຕິດຈອດກັນ, ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ. ...
ເຖິງວ່າພຽງແຕ່ດຳເນີນໃນວັນທີ 24 ເມສາ ກໍ່ຕາມ, ແຕ່ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 6 ໄດ້ປະສົບຜົນສຳເລັດຢ່າງຈົບງາມດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ຜ່ານນັ້ນພິສູດໃຫ້ເຫັນຄວາມຕັດສິນໃຈຂອງກອງທັບສອງປະເທດໃນການສືບຕໍ່ກໍ່ສ້າງ ແລະປ້ອງກັນເສັ້ນຊາຍແດນລວມແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມືເພື່ອພ້ອມກັນພັດທະນາ.
ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ, ລາວ, ພະອາຈານ ທິກມີງກວາງ, ເຈົ້າອະທິການວັດເຟີດຕິກນະຄອນຫຼວງວຽງຈັນ ໄດ້ມອບໝີ່ສຳເລັດຮູບ 1000 ແກັດໃຫ້ແກ່ອົງການພຸດທະສາສະໜາສຳພັນລາວ.
ການລະບາດຂອງພະຍາດໂຄວິດ-19 ຖືວ່າເປັນປັນຫາທາງ ດ້ານສາທາລະນະສຸກ ໃນທົ່ວໂລກ ລວມທັງ ສປປ ລາວ ທີ່ກວດຜູ້ຕິດເຊື້ອ ເພິ່ມທະວີຂຶ້ນຢ່າງເນື່ອງ, ດັ່ງນັ້ນ ຄະນະສະເພາະກິດ ກໍຄື ກະຊວງສາທາລະນະສຸກ ໄດ້ຮ່ວມກັບ ພາກສ່ວນກ່ຽວຂ້ອງ ໄດ້ມີການຄົ້ນຄວ້າກະກຽມ ໂຮງໝໍພາກສະໜາມ ໃນແຕ່ລະຈຸດ ໂດຍສະເພາະ ຢູ່ໃນນະຄອນ ຫລວງວຽງຈັນ ເພື່ອໃຫ້ບໍລິການ ແລະ ດູແລປິ່ນປົວຜູ້ຕິດເຊື້ອ ຢ່າງທົ່ວເຖິງໃຫ້ຫລາຍຂຶ້ນ.
ຍສໝ - ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນຄັ້ງທີ 6 ໄດ້ສິ້ນສຸດລົງຢ່າງຈົບງາມໃນຕອນບ່າຍວັນທີ 24 ເມສາ, ອັນໄດ້ເປັນຂີດໝາຍຜົນສຳເລັດແຫ່ງການພົບປະແລກປ່ຽນຢູ່ເຂດຊາຍແດນລະຫວ່າງກອງທັບສອງປະເທດ.
ວຽກງານຕອບໂຕ້ການລະບາດ ຂອງພະຍາດໂຄວິດ-19 ຂອງໂຮງໝໍມິດຕະພາບ ທີ່ໄດ້ເຮັດຢູ່ປະຈຸບັນ, ຄືດັ່ງທີ່ທ່ານຮູ້ນຳກັນ ແລ້ວວ່າ ໂຮງໝໍດັ່ງກ່າວໄດ້ຖືກມອບໝາຍ ໃຫ້ເປັນໂຮງໝໍໜຶ່ງ ໃນໂຮງໝໍທີ່ຮັບຄົນເຈັບ ທີ່ຕິດເຊື້ອໂຄວິດ-19 ເຂົ້າມາປິ່ນປົວ ຕັ້ງແຕ່ເລີ່ມມີການລະບາດ, ແຕ່ໄລຍະທີ່ມີການລະບາດ ໃນຊຸມຊົນຄັ້ງນີ້ ພວກເຮົາກໍໄດ້ຮັບຄົນເຈັບເຂົ້າມາ ນອນນັບແຕ່ກໍລະນີທີ 59 ເປັນຕົ້ນມາ ແລະ ມີຄົນເຈັບເພີ່ມຂຶ້ນໃນແຕ່ລະມື້...
ຍສໝ - ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ວິວັດການຫັນປ່ຽນຕ້ອງມີຄວາມຍຸຕິທຳ ແລະກວມລວມ, ສະເໝີພາບກ່ຽວກັບກາລະໂອກາດ ແລະການຊົມໃຊ້ຜົນປະໂຫຍດຂອງປະຊາຊົນ, ບໍ່ໃຫ້ໃຜ “ຖືກປະໄວ້ຢູ່ທາງຫຼັງ”; ຮຽກຮ້ອງບັນດາປະເທດພັດທະນາສືບຕໍ່ນໍາໜ້າກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ ແລະເພີ່ມທະວີການໜູນຊ່ວຍດ້ານການເງິນ, ເຕັກໂນໂລຢີ, ພະລັງງານຂຽວ ແລະກໍ່ສ້າງພື້ນຖານໂຄງລ່າງຢ່າງມີປະສິດທິຜົນ...