ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຮຽກຮ້ອງບັນດາປະເທດພັດທະນາສືບຕໍ່ນໍາໜ້າກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ

16:21 | 25/04/2021

ຍສໝ - ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ວິວັດການຫັນປ່ຽນຕ້ອງມີຄວາມຍຸຕິທຳ ແລະກວມລວມ, ສະເໝີພາບກ່ຽວກັບກາລະໂອກາດ ແລະການຊົມໃຊ້ຜົນປະໂຫຍດຂອງປະຊາຊົນ, ບໍ່ໃຫ້ໃຜ “ຖືກປະໄວ້ຢູ່ທາງຫຼັງ”; ຮຽກຮ້ອງບັນດາປະເທດພັດທະນາສືບຕໍ່ນໍາໜ້າກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ ແລະເພີ່ມທະວີການໜູນຊ່ວຍດ້ານການເງິນ, ເຕັກໂນໂລຢີ, ພະລັງງານຂຽວ ແລະກໍ່ສ້າງພື້ນຖານໂຄງລ່າງຢ່າງມີປະສິດທິຜົນ...

ທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ  ເຂົ້າຮ່ວມ ເວທີປາໄສອາຊີ ປົວອາວ ທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ເວທີປາໄສອາຊີ ປົວອາວ
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຮຽກຮ້ອງບັນດາປະເທດພັດທະນາສືບຕໍ່ນໍາໜ້າກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ
ກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ. ພາບ:vietnamplus.vn

ຫວ່າງແລ້ວນີ້, ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານ Joe Biden ປະທານາທິບໍດີອາເມລິກາ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ເຂົ້າຮ່ວມວາລະໄຂກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີປະມຸກລັດ, ນາຍົກລັດຖະມົນຕີຂອງ 40 ປະເທດ, ພ້ອມກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ແລະ ການນຳຂອງຫຼາຍອົງການຈັດຕັ້ງສາກົນ ແລະ ພາກພື້ນອື່ນໆ. ໃນຂອບເຂດຂອງກອງປະຊຸມ, ທ່ານ ຫງວຽນຊວນຟຸກ ປະທານປະເທດ ໄດ້ມີບົດກ່າວປາໄສທີ່ກອງປະຊຸມສຳຄັນນີ້ກ່ຽວກັບຫົວເລື່ອງ “ບັນດາຜົນປະໂຫຍດທາງດ້ານເສດຖະກິດຂອງການກະທຳກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ” ໃນຕອນຄ່ຳວັນທີ 23 ເມສາ.

ທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຢັ້ງຢືນວ່າ ໂດຍແມ່ນປະເທດຖືກຜົນກະທົບໃຫຍ່ຈາກການປ່ຽນແປງຂອງດິນຟ້າອາກາດ, ເປັນຕົ້ນແມ່ນຢູ່ເຂດທົ່ງພຽງແມ່ນໍ້າຂອງ, ຫວຽດນາມ ໃຫ້ຄໍາໝັ້ນສັນຍາຈະມີການກະທໍາຢ່າງຂ້ຽວຂາດເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງຮອບດ້ານ, ໃນນັ້ນຫຼຸດຜ່ອນ 9% ຍອດປະລິມານການປ່ອຍອາຍພິດເຮືອນແກ້ວ ດ້ວຍແຫຼ່ງກໍາລັງພາຍໃນປະເທດ ແລະຫຼຸດຜ່ອນເຖິງ 27% ເມື່ອມີການໜູນຊ່ວຍສາກົນສອງຝ່າຍ ແລະຫຼາຍຝ່າຍ, ສືບຕໍ່ຫຼຸດຜ່ອນໄຟຟ້າພະລັງຖ່ານຫີນ, ເພີ່ມອັດຕາພະລັງງານທົດແທນຂຶ້ນ 30% ໃນຈໍານວນພະລັງງານສະໜອງຂັ້ນຕົ້ນທັງໝົດຮອດປີ 2045, ຫັນຄໍາໝັ້ນສັນຍາສາກົນກ່ຽວກັບຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວເປັນກົດໝາຍພາຍໃນ ເພື່ອຈັດຕັ້ງປະຕິບັດ ແລະພວມຜັນຂະຫຍາຍລາຍການປູກຕົ້ນໄມ້ຂຽວ 1 ຕື້ຕົ້ນຮອດປີ 2025.

ນອກຈາກນັ້ນ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ກໍ່ໄດ້ເນັ້ນໜັກວ່າ: ພ້ອມກັບການນຳໜ້າໃນບັນດາຄຳໝັ້ນສັນຍາຢ່າງແຮງກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ, ບັນດາປະເທດພັດທະນາຄວນເພີ່ມທະວີການໜູນຊ່ວຍໃຫ້ບັນດາປະເທດພວມພັດທະນາ, ໃນນັ້ນມີ ຫວຽດນາມ, ກ່ຽວກັບດ້ານການເງິນ, ພັດທະນາເຕັກໂນໂລຢີໃໝ່, ພະລັງງານຂຽວ, ສ້າງພື້ນຖານໂຄງລ່າງໃຫ້ມີປະສິດທິຜົນ. ການປະຕິບັດບັນດາເປົ້າໝາຍກ່ຽວກັບດິນຟ້າອາກາດ ຕ້ອງສອດຄ່ອງກັບເງື່ອນໄຂຂອງແຕ່ລະປະເທດ ແລະ ຕ້ອງສົມທົບກັບຍຸດທະສາດ, ແຜນການພັດທະນາຂອງຊາດ. ກ່ອນອື່ນໝົດ, ແຕ່ລະປະເທດ ຕ້ອງມານະພະຍາຍາມດ້ວຍຕົນເອງ ແລະ ນຳໃຊ້ແຫຼ່ງເງິນໜູນຊ່ວຍຈາກສາກົນໃຫ້ມີປະສິດທິຜົນ.

ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ມີການສົນທະນາທາງໂທລະສັບກັບທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ມີການສົນທະນາທາງໂທລະສັບກັບທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ

ຍສໝ - ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຊົມເຊີຍພັກປະຊາຊົນ ປະຕິວັດລາວ ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XI ສໍາເລັດຜົນ ແລະ ຊົມເຊີຍທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງສານ ແລະກະເຊົ້າດອກໄມ້ຊົມເຊີຍ ທ່ານ ທອງລຸນ ສີສຸລິດ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງສານ ແລະກະເຊົ້າດອກໄມ້ຊົມເຊີຍ ທ່ານ ທອງລຸນ ສີສຸລິດ

ຍສໝ - ໃນວັນທີ 15 ມັງກອນ 2021, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ສປປ.ລາວ ໃນວາລະດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ ທ່ານ ປອ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ ໄດ້ແຈ້ງຜົນການເລືອກຕັ້ງ ຄະນະບໍລິຫານ ງານສູນກາງພັກ ແລະ ຜົນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ໂດຍໄດ້ເລືອກຕັ້ງ ທ່ານ ປອ ທອງລຸນ ...

ທ່ານ ປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ທ່ານ ປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

ຍສໝ - ຜູ້ນຳປະເທດລັດເຊຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຜ່ານຄວາມມານະພະຍາຍາມລວມຂອງ ລັດເຊຍ ແລະ ຫວຽດນາມ, ສອງປະເທດຈະຮັບປະກັນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃຫ້ຫຼາຍກ່ວາອີກ.

ໄຊພອນ

ເຫດການ
302 Found

Found

The document has moved here.