ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ

19:47 | 30/04/2021

ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດຫວຽດ​ນາມ ບຸ່ຍແທງເຊີນ ໄດ້ມີການສົນທະນາໂທລະສັບກັບທ່ານ Chung Eui Yong - ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ; ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທໍາອິດພາຍຫຼັງສອງທ່ານ ໄດ້ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ.

ອັດການ​ເຄື່ອນ​ໄຫວ “ຊຸມ​ວັນ​ແຫ່ງວັດ​ທະ​ນະ​ທຳ ​ສ.ເກົາຫຼີ​ ຢູ່ ກ໋​ວາງ​ນາມ, ໂຮ້ຍ​ອານ 2021” ອັດການ​ເຄື່ອນ​ໄຫວ “ຊຸມ​ວັນ​ແຫ່ງວັດ​ທະ​ນະ​ທຳ ​ສ.ເກົາຫຼີ​ ຢູ່ ກ໋​ວາງ​ນາມ, ໂຮ້ຍ​ອານ 2021”
ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021 ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021

ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Chung Eui Yong ໄດ້ສະແດງຄວາມຊົມເຊີຍ ທ່ານລັດຖະມົນຕີການຕ່າງປະເທດຫວຽດ​ນາມ ບຸ່ຍແທງເຊີນ ທີ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່; ຢືນຢັນວ່າ ຈະເຮັດວຽກຢ່າງໃກ້ຊິດເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດຫວຽດ​ນາມ ແລະ ສ.ເກົາຫຼີ ຂຶ້ນສູ່ລະດັບສູງໃໝ່.

ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ
ທ່ານລັດຖະມົນຕີການຕ່າງປະເທດຫວຽດ​ນາມ ບຸ່ຍແທງເຊີນ. (ພາບ: baoquocte)

ສ່ວນທ່ານລັດຖະມົນຕີ ບຸ່ຍແທງເຊີນ ກໍ່ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມ ຂອງການພົວພັນຫວຽດນາມ - ສ.ເກົາຫລີ ໃນທຸກຂົງເຂດໃນຊຸມປີຜ່ານມາ; ທ່ານຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ສ.ເກົາຫຼີ ມີຄວາມສໍາຄັນວ່າແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າ ແລະປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນກັບ ສ.ເກົາຫຼີ. ສ່ວນທ່ານ Chung Eui Yong ກໍ່ຕີລາຄາສູງຕໍ່ຫວຽດນາມ ທີ່ໄດ້ປະຕິບັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ເປັນຢ່າງດີ; ທ່ານເຊື່ອໝັ້ນວ່າ ຫວຽດນາມ ຈະບັນລຸໄດ້ເປົ້າໝາຍຕາມຍຸດທະສາດພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ 2021-2030; ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມໃນນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງ ສ.ເກົາຫຼີ.

ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການພົວພັນແລກປ່ຽນທຸກຂັ້ນ, ພິເສດແມ່ນຂັ້ນສູງຂອງສອງປະເທດ ດ້ວຍບັນດາຮູບແບບທີ່ມີໄຫວພິບຄືການໂອ້ລົມທາງໂທລະສັບ,ໂທທາງລາຍເພື່ອເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດ, ໃນນັ້ນມີການຊຸກຍູ້ການຜັນຂະຫຍາຍລາຍການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນໃນປີ 2022 ແລະໜູນຊ່ວຍວຽກງານຂອງອົງການຜູ້ຕາງໜ້າສອງປະເທດໃຫ້ເປັນຢ່າງດີ; ຊຸກຍູ້ການພົວພັນລະຫວ່າງທ້ອງຖິ່ນ ແລະວິສາຫະກິດສອງປະເທດ...

ສອງຝ່າຍກໍ່ໄດ້ແລກປ່ຽນຄໍາເຫັນກ່ຽວກັບບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ແຫຼມເກົາຫຼີ. ກ່ຽວກັບສະພາບການຢູ່ມຽນມາ, ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສພາກພື້ນ ແລະສາກົນແນໃສ່ຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງລະງັບໃຈຢ່າງສຸດຂີດ, ຫຼີກເວັ້ນການໃຊ້ຄວາມຮຸນແຮງ, ດໍາເນີນການເຈລະຈາສັນຕິພາບ.

ອັດການ​ເຄື່ອນ​ໄຫວ “ຊຸມ​ວັນ​ແຫ່ງວັດ​ທະ​ນະ​ທຳ ​ສ.ເກົາຫຼີ​ ຢູ່ ກ໋​ວາງ​ນາມ, ໂຮ້ຍ​ອານ 2021” ອັດການ​ເຄື່ອນ​ໄຫວ “ຊຸມ​ວັນ​ແຫ່ງວັດ​ທະ​ນະ​ທຳ ​ສ.ເກົາຫຼີ​ ຢູ່ ກ໋​ວາງ​ນາມ, ໂຮ້ຍ​ອານ 2021”

ດ້ວຍບັນດາການເຄື່ອນໄຫວຕົວຈິງເປັນຫຼາຍຮູບຫຼາຍແບບ, ຊອກຮູ້ກ່ຽວກັບວັດທະນະທຳ, ການທ່ອງທ່ຽວ, ອາຫານການກິນ ສ.ເກົາຫຼີ ການເຄື່ອນໄຫວໄດ້ສ້າງຄວາມປະທັບໃຈທີ່ດີງາມໃຫ້ແກ່ຊາວເມືອງໂຮ້ຍອານ ແລະ ແຂກທ່ອງທ່ຽວ.

ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021 ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021

ວັນທີ 6 ເມສາ, ສູນວັດທະນະທໍາສ.ເກົາຫຼີ ຢູ່ຫວຽດນາມ ໃຫ້ຂ່າວວ່າ, ສະຖານທູດສ.ເກົາຫຼີ ປະຈໍາ ຫວຽດນາມ ໄດ້ສົມທົບກັບຄະນະກໍາມະການປະຊາຊົນແຂວງກວ໋າງນາມ ຈັດຕັ້ງ “ຊຸມວັນວັດທະນະທໍາສ.ເກົາຫຼີ ຢູ່ກວ໋າງນາມ ປີ 2021” ຂຶ້ນໃນລະຫວ່າງວັນທີ 7-14 ເມສາ ຢູ່ນະຄອນຕາມກີ່ ແລະນະຄອນໂຮ້ຍອານ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Daegu (ສ.ເກົາຫຼີ) ມອບ​ຂອງ​ຂວັນ​ບຸນ​ເຕັດ 50 ພຸດ​ໃຫ້​ແກ່​ນັກ​ຮຽນ​ເຂດ​ຊາຍ​ແດນ​ແຂວງ​ກ໋​ວາງ​ບີ່ງ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Daegu (ສ.ເກົາຫຼີ) ມອບ​ຂອງ​ຂວັນ​ບຸນ​ເຕັດ 50 ພຸດ​ໃຫ້​ແກ່​ນັກ​ຮຽນ​ເຂດ​ຊາຍ​ແດນ​ແຂວງ​ກ໋​ວາງ​ບີ່ງ

ຍ​ສ​ໝ - ປັດ​ຈຸ​ບັນ ມີ​ພົນ​ລະ​ເມືອງ ຫວຽດ​ນາມ 200.000 ຄົນອາ​ໄສ ​ຢູ່ ​ສ.ເກົາຫຼີ, ໄລ່​ສະ​ເພາະ ນະ​ຄອນ Deagu ກ່​ວາ 8.200 ຄົນ, ລວມ​ມີ​ນັກ​ຮຽນ, ຜູ້​ອອກ​ແຮງ​ງານ ແລະ ແມ່​ຍິງ​ສົມ​ລົດ​ກັບ​ຊາວ​ປະ​ຈຳ​ຖິ່ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.