ລາວ: ມີຜູ້ຕິດເຊື້ອພະຍາດໂຄວິດເພີ່ມໃໝ່ 76 ຄົນ

10:31 | 26/04/2021

ການລະບາດຂອງພະຍາດໂຄວິດ-19 ຖືວ່າເປັນປັນຫາທາງ ດ້ານສາທາລະນະສຸກ ໃນທົ່ວໂລກ ລວມທັງ ສປປ ລາວ ທີ່ກວດຜູ້ຕິດເຊື້ອ ເພິ່ມທະວີຂຶ້ນຢ່າງເນື່ອງ, ດັ່ງນັ້ນ ຄະນະສະເພາະກິດ ກໍຄື ກະຊວງສາທາລະນະສຸກ ໄດ້ຮ່ວມກັບ ພາກສ່ວນກ່ຽວຂ້ອງ ໄດ້ມີການຄົ້ນຄວ້າກະກຽມ ໂຮງໝໍພາກສະໜາມ ໃນແຕ່ລະຈຸດ ໂດຍສະເພາະ ຢູ່ໃນນະຄອນ ຫລວງວຽງຈັນ ເພື່ອໃຫ້ບໍລິການ ແລະ ດູແລປິ່ນປົວຜູ້ຕິດເຊື້ອ ຢ່າງທົ່ວເຖິງໃຫ້ຫລາຍຂຶ້ນ.

ນ້ຳໃຈມິດຕະພາບ ແລະການຮ່ວມມືໃນການພົວພັນສອງປະເທດ ຫວຽດນາມ - ຈີນ ນ້ຳໃຈມິດຕະພາບ ແລະການຮ່ວມມືໃນການພົວພັນສອງປະເທດ ຫວຽດນາມ - ຈີນ
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຮຽກຮ້ອງບັນດາປະເທດພັດທະນາສືບຕໍ່ນໍາໜ້າກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຮຽກຮ້ອງບັນດາປະເທດພັດທະນາສືບຕໍ່ນໍາໜ້າກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ
ລາວ: ມີຜູ້ຕິດເຊື້ອພະຍາດໂຄວິດເພີ່ມໃໝ່ 76 ຄົນ
ພາບປະກອບ

ໃນວັນທີ 24 ເມສາ 2021 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 2.115 ຄົນ ເຊິ່ງຜົນກວດວິເຄາະທັງໝົດແມ່ນ ພົບຜູ້ຕິດເຊື້ອໃໝ່ 76 ຄົນ. ສັງລວມການເກັບ ຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 1 ແສນກວ່າຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 323 ຄົນ. ປັດຈຸບັນ, ທົ່ວປະເທດມີສູນຈໍາກັດ ບໍລິເວນທີ່ເປີດ ນຳໃຊ້ຢູ່ ທັງໝົດ 49 ສູນ ໂດຍມີຜູ້ຈຳກັດບໍລິເວນທັງໝົດ 3.678 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງ ມາກວດວິເຄາະຫາ ເຊື້ອພະຍາດໂຄວິດ-19.

ໃນວັນທີ 25 ເມສາ 2021, ກະຊວງສາທາລະນະສຸກ ຢືນຢັນວ່າມີຜູ້ຕິດເຊື້ອພະຍາດໂຄວິດເພີ່ມໃໝ່ 76 ຄົນ ເຊິ່ງຫລຸດຈາກມື້ວານນີ້ 12 ຄົນ, ໃນນັ້ນ ຈາກນະຄອນຫລວງວຽງຈັນ 64 ຄົນ, ຫລວງນໍ້າທາ 4 ຄົນ, ສາລະວັນ 5 ຄົນ, ສະຫວັນນະເຂດ 2 ຄົນ ແລະ ແຂວງບໍ່ແກ້ວ 1 ຄົນ.

ການລະບາດຂອງພະຍາດໂຄວິດ-19 ຖືວ່າເປັນປັນຫາທາງ ດ້ານສາທາລະນະສຸກ ໃນທົ່ວໂລກ ລວມທັງ ສປປ ລາວ ທີ່ກວດຜູ້ຕິດເຊື້ອ ເພິ່ມທະວີຂຶ້ນຢ່າງເນື່ອງ, ດັ່ງນັ້ນ ຄະນະສະເພາະກິດ ກໍຄື ກະຊວງສາທາລະນະສຸກ ໄດ້ຮ່ວມກັບ ພາກສ່ວນກ່ຽວຂ້ອງ ໄດ້ມີການຄົ້ນຄວ້າກະກຽມ ໂຮງໝໍພາກສະໜາມ ໃນແຕ່ລະຈຸດ ໂດຍສະເພາະ ຢູ່ໃນນະຄອນ ຫລວງວຽງຈັນ ເພື່ອໃຫ້ບໍລິການ ແລະ ດູແລປິ່ນປົວຜູ້ຕິດເຊື້ອ ຢ່າງທົ່ວເຖິງໃຫ້ຫລາຍຂຶ້ນ.

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 24 ເມສາ 2021 ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລົງຕິດຕາມຈຸດກວດ ພະຍາດໂຄວິດ-19 ໃນນະຄອນຫລວງວຽງຈັນ, ທັງໝົດ 5 ຈຸດທີ່ເປີດໃຫ້ບໍລິການ ກວດພະຍາດໂຄວິດ-19 ແກ່ປະຊາຊົນຜູ້ທີ່ມີຄວາມສ່ຽງສູງ. ໃນນັ້ນ, ປະກອບມີ ຈຸດກວດທີ 1 ຢູ່ເດີ່ນເຈົ້າອານຸວົງ ເມືອງຈັນທະບູລີ; ຈຸດກວດທີ 2 ໂຮງຮຽນ ມສ ວຽງຈັນ-ໂຮ່ຈີມິງ ເມືອງສີໂຄດຕະບອງ; ຈຸດກວດທີ 3 ສູນກິລາໃນຮົ່ມບຶງຂະຫຍອງ ເມືອງສີສັດຕະນາກ; ຈຸດກວດທີ 4 ຢູ່ໂຮງ ຮຽນ ມສ ລາວ-ຫວຽດ ບ້ານໂພນພະເນົາ ແລະ ຈຸດກວດໂຄວິດ-19 ຈຸດທີ 5 ໂຮງໝໍ ເຊດຖາທິຣາດ.

ນອກຈາກນີ້, ທ່ານ ກິແກ້ວ ໄຂຄຳພິທູນ ກໍໄດ້ຮັບຟັງການລາຍງານ ບັນຫາສຳຄັນ ແລະ ຮີບດ່ວນຈາກຈຸດກວດໂຄວິດ-19 ທັງ 5 ຈຸດກວດ ວ່າ: ໃນແຕ່ລະຈຸດກວດ ຍັງຕ້ອງການບຸກຄະລາກອນແພດໝໍເພີ່ມເຕີມ ໃນການກວດປະຊາຊົນ ທີ່ມີຄວາມສ່ຽງສູງ ເພື່ອໃຫ້ມີການ ພັດປ່ຽນກັນ ຢ່າງເໝາະສົມ ແລະ ຍັງຕ້ອງການໜ່ວຍງານ ຊີດພົ້ນຢາຂ້າເຊື້ອ ໃນແຕ່ລະວັນອີກດ້ວຍ, ທີ່ສຳຄັນອີກຢ່າງໜຶ່ງກໍຄື ໜ່ວຍການ ເກັບມ້ຽນຂີ້ເຫຍື້ອໃນແຕ່ລະວັນ ເພາະທີ່ຜ່ານມາ ແມ່ນໜ່ວຍງານແພດໝໍ ເປັນຜູ້ເກັບມ້ຽນເອງ ເຮັດໃຫ້ເຈົ້າໜ້າທີ່ແພດໝໍ ທີ່ເມື່ອຍກັບ ການປະຕິບັດ ໜ້າທີ່ວິຊາສະເພາະຂອງຕົນເອງຢູ່ແລ້ວ ຕ້ອງມາມ້ຽນຂີ້ເຫຍື້ອຕື່ມອີກ ແລະ ຂໍຮຽກຮ້ອງໃຫ້ປະຊາຊົນທຸກຄົນ ທີ່ມາກວດຫາ ເຊື້ອພະຍາດຈົ່ງຊ່ວຍກັນ ຮັກສາຄວາມສະອາດ ຊ່ວຍກັນດ້ວຍ. ມາຮອດປັດຈຸບັນ, ທີມແພດ ແລະ ຄະນະສະເພາະກິດ ແມ່ນຂຸ້ນຂ້ຽວກະກຽມ ສະຖານທີ່ຮັກສາປະຊາຊົນ ທີ່ຕິດເຊື້ອໂຄວິດ-19 ເພື່ອໃຫ້ມີຄວາມພ້ອມ ຮ້ອງຮັບຕໍ່ຜູ້ຕິດເຊື້ອທີ່ອາດຈະເພີ່ມຂື້ນ.

ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລ ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລ

ຍສໝ - ຜ່ານໂຄງການ “ມອບ-ຮັບກ່ຳປັ່ນຄົ້ນຄວ້າວິທະຍາສາດທະເລ”, ຝ່າຍ ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລໂດຍພື້ນຖານ, ປະກອບສ່ວນປະຕິບັດ “ຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045”.

ຫວຽດນາມ ອາດຈະກາຍເປັນປະເທດມະຫາອຳນາດກ່ຽວກັບພະລັງງານທົດແທນ ຫວຽດນາມ ອາດຈະກາຍເປັນປະເທດມະຫາອຳນາດກ່ຽວກັບພະລັງງານທົດແທນ

ຍສໝ - ຫວຽດນາມ ລົງທຶນ 7,4 ຕື້ໂດລາສະຫະລັດເຂົ້າໄຟຟ້າໃຊ້ພະລັງແຮງລົມ, ໄຟຟ້າແສງຕາເວັນ, ດ້ວຍຄວາມສາມາດບົ່ມຊ້ອນຂອງຕົນ, ຫວຽດນາມ ອາດຈະກາຍເປັນປະເທດມະຫາອຳນາດກ່ຽວກັບພະລັງງານທົດແທນ.

ຫວຽດນາມ ໄດ້ເພີ່ມທະວີ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບອິນໂດເນເຊຍ ຫວຽດນາມ ໄດ້ເພີ່ມທະວີ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບອິນໂດເນເຊຍ

ຍສໝ - ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຫຼຸດຜ່ອນ ສິ່ງກີດຂວາງດ້ານການຄ້າ, ກຳຈັດຄວາມຫຍຸ້ງຍາກ ແລະ ບັນຫາຕ່າງໆໃຫ້ວິສາຫະກິດຂອງສອງປະເທດ ໃນການນຳວົງເງິນການຄ້າສອງຝ່າຍຂຶ້ນເປັນ 10 ຕື້ໂດລາສະຫະລັດໂດຍໄວ ຕາມທ່າອຽງຫຼຸດຜ່ອນການຂາດດຸນການຄ້າຂອງຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.