ບໍ່ຄວນອອກບ້ານຖ້າບໍ່ຈຳເປັນ

20:52 | 02/05/2021

ໃນວັນທີ 1 ພຶດສະພາ 2021 ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ຈຳນວນ 3.091 ຕົວຢ່າງ ໂດຍຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 112 ຄົນ, ເຊິ່ງມາຮອດປັດຈຸບັນ ສປປ ລາວ ມີ ຕົວເລກຜູ້ຕິດ ເຊື້ອສະສົມທັງໝົດ 933 ຄົນ.

ພິທີມອບ-ຮັບອຸປະກອນການແພດ ໃຫ້ສະຫະພັນແມ່ຍິງ ແລະກອງບັນຊາການທະຫານຊາຍແດນແຂວງຫົວພັນ ລາວ ພິທີມອບ-ຮັບອຸປະກອນການແພດ ໃຫ້ສະຫະພັນແມ່ຍິງ ແລະກອງບັນຊາການທະຫານຊາຍແດນແຂວງຫົວພັນ ລາວ
ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ທົ່ວປວງຊົນ, ທົ່ວກອງທັບ ຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ທົ່ວປວງຊົນ, ທົ່ວກອງທັບ ຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19
ບໍ່ຄວນອອກບ້ານຖ້າບໍ່ຈຳເປັນ
ພາບປະກອບ

ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາວ ໂດຍຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ກ່າວໃນພິທີຖະແຫລງຂ່າວ ໃນວັນທີ 2 ພຶດສະພາ 2021 ນີ້ວ່າ: ຂໍໃຫ້ທຸກຄົນໃຫ້ຢູ່ເຮືອນຂອງຕົນ, ບໍ່ຄວນອອກບ້ານຖ້າບໍ່ຈໍາເປັນ, ຍົກເວັ້ນການໄປປະຈຳການ, ປະຕິບັດໜ້າທີ່ ຫລື ຊື້ເຄື່ອງບໍລິໂພກ-ອຸ ປະໂພກທີ່ຈຳເປັນ, ໄປຫາແພດ ຫລື ໄປຮັບການສັກຢາວັກແຊງ ແລະ ຖ້າຫລີກລ້ຽງບໍ່ໄດ້ຄວນໃສ່ຜ້າ ປິດປາກ-ດັງຕະຫລອດເວລາ ໄລຍະອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫລື ເຈວທີ່ມີສ່ວນຜະສົມເຫລົ້າ 70% ກ່ອນ ແລະ ຫລັງສຳຜັດກັບສິ່ງຂອງ ຫລື ຄົນ ບໍ່ໃຊ້ມືສຳຜັດຕາ, ດັງ ແລະ ປາກ ເພາະສາມາດນຳເອົາ ເຊື້ອພະຍາດເຂົ້າສູ່ຮ່າງກາຍໄດ້.

ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ທ່ານ ດຣ. ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ລາວ ໂດຍຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ລາຍງານໃຫ້ຮູ້ວ່າ: ໃນວັນທີ 1 ພຶດສະພາ 2021 ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ຈຳນວນ 3.091 ຕົວຢ່າງ ໂດຍຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 112 ຄົນ, ເຊິ່ງມາຮອດປັດຈຸບັນ ສປປ ລາວ ມີ ຕົວເລກຜູ້ຕິດ ເຊື້ອສະສົມທັງໝົດ 933 ຄົນ. ໃນນັ້ນບໍ່ມີຜູ້ເສຍຊີວິດ, ປິ່ນປົວຫາຍດີ 51 ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ ຈຳນວນ 882 ຄົນ, ໂດຍຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດສົມບູນປົກກະຕິ ແລະ ແຂງແຮງດີ. ປັດຈຸບັນ, ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນທີ່ ເປີດນຳໃຊ້ຢູ່ທັງໝົດ 57 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3.561 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງ ມາກວດວິເຄາະຫາເຊື້ອພະຍາດໂຄວິດ-19.

ກະຊວງສາທາລະນະສຸກ ລາວ ໄດ້ຮຽກຮ້ອງມາຍັງທຸກຄົນ ໃຫ້ຢູ່ເຮືອນຂອງຕົນ, ບໍ່ຄວນອອກບ້ານ ຖ້າບໍ່ຈໍາເປັນ ເນື່ອງຈາກວ່າ ສະພາບການລະບາດ ຂອງພະຍາດໂຄວິດ-19 ໃນ ສປປ ລາວ ຍັງຄົງໜ້າເປັນຫ່ວງ, ເຊິ່ງມີລາຍງານຜູ້ຕິດເຊື້ອໃໝ່ ເພີ່ມຂຶ້ນຕໍ່ເນື່ອງ ແລະ ມີທ່າອ່ຽງຈະສູງຂຶ້ນໃນຕໍ່ໜ້າ ຈາກຕົວເລກຫລັກສິບ ເພີ່ມມາເປັນຫລັກຮ້ອຍ ໃນແຂວງ 14 ແຂວງທົ່ວປະເທດ.

ພິທີມອບຮັບ ແລະສົ່ງ 3 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ ພິທີມອບຮັບ ແລະສົ່ງ 3 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ

ຍສໝ - ແຕ່ປີ 2000 ຮອດປີ 2020, ຄະນະປະຕິບັດງານພິເສດແຂວງຮ່າຕິ໋ງ ໄດ້ສົມທົບກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ ຈັດຕັ້ງການຊອກຫາ, ຂຸດເອົາ ແລະທ້ອນໂຮມໄດ້ 124 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ.

ນາຍົກລັດຖະມົນຕີ ຫວຽດນາມ ຊີ້ນຳກະຊວງສາທາລະນະສຸກ ພ້ອມກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ໜູນຊ່ວຍ  ລາວ ໃນການຮັບມືກັບໂລກລະບາດໂຄວິດ 19 ນາຍົກລັດຖະມົນຕີ ຫວຽດນາມ ຊີ້ນຳກະຊວງສາທາລະນະສຸກ ພ້ອມກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ໜູນຊ່ວຍ ລາວ ໃນການຮັບມືກັບໂລກລະບາດໂຄວິດ 19

ຍສໝ - ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງທ່ານ ພັນຄໍາ ວິພາວັນ, ຄວາມຕັດສິນໃຈຕ້ານພະຍາດໂຄວິດ-19 ຂອງບັນດາອົງການທີ່ກ່ຽວຂ້ອງ ແລະປະຊາຊົນທຸກຄົນ, ປະເທດຊາດ ແລະປະຊາຊົນລາວອ້າຍນ້ອງ ຈະສາມາດຄວບຄຸມພະຍາດໂຄວິດ-19 ໂດຍໄວ, ຟື້ນຟູເສດຖະກິດ-ສັງຄົມຢ່າງວ່ອງໄວ ແລະສືບຕໍ່ພັດທະນາແບບຍືນຍົງ.

ລາວ ຕີ​ລາ​ຄາ​ສູງ ບົດ​ບາດ​ຕັ້ງ​ໜ້າ ຂອງ ຫວຽດ​ນາມ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ເມສາ 2021 ລາວ ຕີ​ລາ​ຄາ​ສູງ ບົດ​ບາດ​ຕັ້ງ​ໜ້າ ຂອງ ຫວຽດ​ນາມ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ເມສາ 2021

ຍສໝ - ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສປຊ ກ່ຽວກັບບົດບາດຂອງ ຫວຽດນາມ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ເມສາ 2021, ທ່ານ ອານຸພາບ ວົງໜໍ່ເເກ້ວ ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ສປຊ ຕີລາຄາສູງ ບົດບາດຕັ້ງໜ້າກໍ່ຄືກາລະໂອກາດຮ່ວມມືກັບຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.