ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ, ໜູນ​ຊ່ວຍ ລາວ​ໃນ​ວິ​ວັດ​ການ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

14:40 | 28/04/2021

ຍ​ສ​ໝ - ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ແສງ​ເພັດ ຮຸ່ງ​ບຸນຍວງ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ ລາວ ຫວຽດ​ນາມ ທີ່​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງກວ້າງ​ແຂວງ, ທ່ານ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ທີ່​ໄດ້​ສະ​ຫງວນ​ໃຫ້​ແກ່ ພັກ, ລັດ ແລະ ປະ​ຊາ​ຊົນ ລາວ ການ​ຊ່ວຍ​ເຫຼືອ​ອັນ​ຍິ່ງ​ໃຫຍ່, ສຸດ​ຈິດ​ສຸດ​ໃຈ ແລະ ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ.

ຊ​າວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດປະ​ກອບ​ສ່ວ​ນ​ຊຸກ​ຍູ​້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ-ໄທ ຊ​າວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດປະ​ກອບ​ສ່ວ​ນ​ຊຸກ​ຍູ​້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ-ໄທ
ບົດບາດແມ່ຍິງ ຍາມໃດກໍ່ໄດ້ຮັບການເຊີດຊູ ບົດບາດແມ່ຍິງ ຍາມໃດກໍ່ໄດ້ຮັບການເຊີດຊູ
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ, ໜູນ​ຊ່ວຍ ລາວ​ໃນ​ວິ​ວັດ​ການ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19
ທ່ານ ຫວ​ໍ​ວັນ​ເຖືອງ ກຳ​ມະ​ການ​ກົມ​ການ​ເມືອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ​ໃຫ້​ການ​ຕ້ອນ​ຮັບ​ທ່ານ ແສັງ​ເພັດ​ຮຸ່ງ​ບຸນຍວງ, ເອກ​ອັກ​ຄ​ະ​ລັດ​ຖະ​ທູດຜູ້​ມີ​ອຳ​ນາດ​ເຕັກ​ແຫ່ງ​ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ລາວ ປະ​ຈຳ ຫວຽດ​ນາມ (ພາບ: TTXVN)

ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ ຫວ​ໍ​ວັນ​ເຖືອງ ກຳ​ມະ​ການ​ກົມ​ການ​ເມືອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ແສັງ​ເພັດ​ຮຸ່ງ​ບຸນຍວງ, ເອກ​ອັກ​ຄ​ະ​ລັດ​ຖະ​ທູດຜູ້​ມີ​ອຳ​ນາດ​ເຕັກ​ແຫ່ງ​ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ລາວ ປະ​ຈຳ ຫວຽດ​ນາມ.

ຕາມ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ແລ້ວ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແສງ​ເພັດ ຮຸ່ງ​ບຸນຍວງ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ງານ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ ຫວໍ​ວັນ​ເຖືອງ ໂດຍ​ໄດ້​ກົມ​ການ​ເມືອງມອ​ບ​ໝາຍ​ໜ້າ​ທີ່​ດຳ​ລົງ​ຕຳ​ແໜ່ງ​ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ, ທ່ານ​ກໍ່​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່, ຮອບ​ດ້ານ ແລະ ມີ​ຄວາມ​ໝາຍ​ປະ​ວັດ​ສາດ ເຊິ່ງ ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ທ່ານ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ກາ​ນ​ຊີ້​ນຳ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ຊາ​ຊົນ​ຫວຽດ​ນາມ ຈະ​ສືບ​ຕໍ່​ບັນ​ລຸ​ໄດ້​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ​ກ່​ວາ​ອີກ ໃນ​ວິ​ວັດ​ການ​ປ່ຽນ​ແປງ​ໃໝ່, ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ຢ່າງ​ມີ​ໄຊ.

ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ແສງ​ເພັດ ຮຸ່ງ​ບຸນຍວງ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ ລາວ - ຫວຽດ​ນາມ ທີ່​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງກວ້າງ​ແຂວງ, ທ່ານ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ທີ່​ໄດ້​ສະ​ຫງວນ​ໃຫ້​ແກ່ ພັກ, ລັດ ແລະ ປະ​ຊາ​ຊົນ ລາວ ການ​ຊ່ວຍ​ເຫຼືອ​ອັນ​ຍິ່ງ​ໃຫຍ່, ສຸດ​ຈິດ​ສຸດ​ໃຈ ແລະ ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ, ທ່ານ​ກໍ່ແຈ້ງ​ໃຫ້​ທ່ານ ຫວໍ​ວັນ​ເຖືອງ​ຮັບ​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ລາວ​ໃນ​ຫວ່າງ​ມໍ່ໆ​ມານີ້, ພິ​ເສດ​ແມ່ນ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ລາວ.

ທ່ານ ຫວໍ​ວັນ​ເຖືອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນ​ດາ​ຄຳ​ອວຍ​ພອນ, ການ​ຕີ​ລາ​ຄາ​ອັນ​ດີ​ງາມ ກ່ຽວ​ກັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແສງ​ເພັດ​ຮຸ່ງ​ບຸນຍວງ ກໍ່​ຄື​ການ​ພົວ​ພັນ​ສາ​ມັກ​ຄີ ແບບ ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ, ທ່ານ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ຊາ​ຊົນ​ລາວ​ຈະ​ສືບ​ຕໍ່​ບັນ​ລຸ​ໄດ້​ຜົນ​ງານ​ໃໝ່ຫຼາຍ​ຢ່າງ ແລະ ຍິ່ງ​ໃຫຍ່​ກ່​ວາ​ອີກ​ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ ປະ​ເທດ​ຊາດ.

ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໃນຂົງເຂດການຄ້າ, ອຸດສາຫະກຳ ແລະພະລັງງານກວ່າອີກ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໃນຂົງເຂດການຄ້າ, ອຸດສາຫະກຳ ແລະພະລັງງານກວ່າອີກ

ຍສໝ - ນີ້ແມ່ນປະຖົມປັດໄຈ ແລະແມ່ນພື້ນຖານສຳຄັນ ເພື່ອໃຫ້ສອງຝ່າຍເພີ່ມທະວີຄວາມສະໜິດຕິດພັນ, ການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນເພື່ອພັດທະນາການພົວພັນຮ່ວມມືສອງຝ່າຍໃນຫຼາຍດ້ານລະຫວ່າງຫວຽດນາມ ແລະລາວ ກວ່າອີກ.

ກວາງບິ່ງ ເພີ່ມທະວີການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນຫວຽດນາມ-ລາວ ກວາງບິ່ງ ເພີ່ມທະວີການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນຫວຽດນາມ-ລາວ

ຍສໝ - ທະຫານຊາຍແດນແຂວງກວາງບິ່ງ ໄດ້ດຳເນີນການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຊາຍແດນ, ການຜັນແປຂອງໂລກພະຍາດກັບກຳລັງປະກອບອາວຸດປະເທດລາວ ແລະຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ບັນດາກຳລັງທີ່ກ່ຽວຂ້ອງໃນບໍລິເວນ.

ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ

ຍສໝ - ກໍລະນີພົນລະເມືອງຫວຽດນາມ ມີຄວາມຕ້ອງການຢາກກັບປະເທດ, ແມ່ນໃຫ້ສືບຕໍ່ລົງທະບຽນຂໍກັບປະເທດຢູ່ສະຖານທູດ ແລະສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ລາວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.