ຫວຽດນາມຊ່ວຍເຫຼືອລາວໃນການປ້ອງກັນ ແລະສະກັດກັ້ນໂລກລະບາດ ໂຄວິດ-19

16:43 | 03/05/2021

ຍສໝ - ທ່ານພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການແບ່ງປັນ, ການຊ່ວຍເຫຼືອຢ່າງທັນການຂອງກອງທັບປະຊາຊົນຫວຽດນາມ ສຳລັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງກະຊວງປ້ອງກັນປະເທດລາວ.

EuroCham BCI: ຄວາມເຊື່ອ​ໝັ້ນ​ຕໍ່​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ ຂອງ ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ຟື້ນ​ຟູ EuroCham BCI: ຄວາມເຊື່ອ​ໝັ້ນ​ຕໍ່​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ ຂອງ ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ຟື້ນ​ຟູ
ພິທີມອບ-ຮັບອຸປະກອນການແພດ ໃຫ້ສະຫະພັນແມ່ຍິງ ແລະກອງບັນຊາການທະຫານຊາຍແດນແຂວງຫົວພັນ ລາວ ພິທີມອບ-ຮັບອຸປະກອນການແພດ ໃຫ້ສະຫະພັນແມ່ຍິງ ແລະກອງບັນຊາການທະຫານຊາຍແດນແຂວງຫົວພັນ ລາວ
undefined
ພິທີມອບຮັບເຄື່ອງອຸປະກອນການແພດ ແລະ ນັກຊ່ຽວຊານຫວຽດນາມ ໄປຊ່ວຍເຫຼືອກອງທັບລາວ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ພາບ:vov.vn

ໃນຕອນເຊົ້າວັນທີ 03 ພຶດສະພາ 2021, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ ແຂວງຮ່າຕິ້ງ ສສ.ຫວຽດນາມ - ນ້ຳພາວ ແຂວງບໍລິຄຳໄຊ ສປປ.ລາວ ໄດ້ຈັດພິທີມອບຮັບເຄື່ອງອຸປະກອນການແພດ ແລະ ນັກຊ່ຽວຊານຫວຽດນາມ ໄປຊ່ວຍເຫຼືອກອງທັບລາວ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

ທີ່ພິທີມອບຮັບ, ທ່ານພົນຈັດຕະວາ ຫວຽນຮຸ່ງທັງ, ຮອງຫົວໜ້າ - ເສນາທິການໃຫຍ່ກົມໃຫຍ່ພະລາທິການ, ໄດ້ມອບໃຫ້ຜູ້ຕາງໜ້າກະຊວງປ້ອງກັນປະເທດລາວ, ທ່ານພົນຕີ ຄຳເພັດ ສີຊານົນ, ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ຈຳນວນວັດຖຸປ້ອງກັນ ແລະສະກັດກັ້ນໂລກລະບາດ ໂຄວິດ - 19 ລວມມີ: ຜ້າອັດປາກ, CloraminB, ຊຸດປ້ອງກັນເຊື້ອພະຍາດລະດັບ 4, ຊຸດ kit ວິໄຈຫາເຊື້ອ SARS-CoV-2… ລວມຍອດມູນຄ່າ 3 ຕື້ດົ່ງ.

ໃນໂອກາດນີ້, ກະຊວງປ້ອງກັນປະເທດຫວຽດນາມ ກໍ່ຈັດສົ່ງນັກຊ່ຽວຊານທີ່ມີປະສົບການໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 4 ຄົນໄປຊ່ວຍກຳລັງເສນາຮັກກອງທັບລາວ ຜັນຂະຫຍາຍບັນດາວຽກງານກ່ຽວຂ້ອງເຖິງການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

ທີ່ພິທີດັ່ງກ່າວ, ທ່ານພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການແບ່ງປັນ, ການຊ່ວຍເຫຼືອຢ່າງທັນການຂອງກອງທັບປະຊາຊົນຫວຽດນາມ ສຳລັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງກະຊວງປ້ອງກັນປະເທດລາວ.

ສັນຍາການຄ້າເສລີ ຫວຽດນາມ - ອັງກິດ  ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ພຶດສະພາ  2021 ເປັນຕົ້ນໄປ ສັນຍາການຄ້າເສລີ ຫວຽດນາມ - ອັງກິດ ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ

ຍສໝ - ບັນດາປະເພດສິນຄ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ຈະຖືກຫຼຸດຜ່ອນອັດຕາພາສີນຳເຂົ້າລົງເຖິງລະດັບ 0% ແລະ ເລັ່ງໃສ່ບັນດາປະເພດສິນຄ້າ ວັດຖຸດິບ ແລະ ເຄື່ອງຕ່ຳແຜນຕັດຫຍິບ.

ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ທົ່ວປວງຊົນ, ທົ່ວກອງທັບ ຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ທົ່ວປວງຊົນ, ທົ່ວກອງທັບ ຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

ຍສໝ - ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ທົ່ວປວງຊົນ ແລະນັກຮົບທົ່ວປະເທດຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ, ມານະພະຍາຍາມຢ່າງສູງສຸດ ແລະປະຕິບັດຂໍ້ກໍານົດຕ່າງໆຂອງລັດຖະບານ, ຄະນະຊີ້ນຳແຫ່ງຊາດ... ເພື່ອປ້ອງກັນ, ຕ້ານໂລກລະບາດ ເພື່ອສຸຂະພາບຂອງແຕ່ລະຄົນ, ເພື່ອສຸຂະພາບຂອງຊຸມຊົນ, ເພື່ອຜົນປະໂຫຍດຂອງປະເທດຊາດ.

ພິທີມອບຮັບ ແລະສົ່ງ 3 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ ພິທີມອບຮັບ ແລະສົ່ງ 3 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ

ຍສໝ - ແຕ່ປີ 2000 ຮອດປີ 2020, ຄະນະປະຕິບັດງານພິເສດແຂວງຮ່າຕິ໋ງ ໄດ້ສົມທົບກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ ຈັດຕັ້ງການຊອກຫາ, ຂຸດເອົາ ແລະທ້ອນໂຮມໄດ້ 124 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ.

ໄຊພອນ

ເຫດການ
302 Found

Found

The document has moved here.