ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປ

23:36 | 30/04/2021

ຍສໝ - ທີ່ການໂອ້ລົມສົນທະນາ, ສະຫາຍ ເລຮ່ວາຍຈຸງ ໄດ້ສະແດງຄວາມຍິນດີ ຕໍ່ການພັດທະນາໃນການພົວພັນລະຫວ່າງສອງປະເທດ ແລະ ສອງພັກໃນໄລຍະທີ່ຜ່ານມາ ບົນຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດ; ຢືນຢັນວ່າ ພັກ ແລະ ລັດຖະບານຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາ ຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປຕື່ມອີກ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ
ຍູ້ແຮງການຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍ ຫວຽດນາມ-ສິງກະໂປ ຍູ້ແຮງການຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍ ຫວຽດນາມ-ສິງກະໂປ

ຕອນບ່າຍວັນທີ 29 ເມສາ, ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ມີການເຈລະຈາທາງຫ່າງໄກ ກັບທ່ານ Vivian Balakrishnan, ລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະພົວພັນຕ່າງປະເທດພັກກະທຳປະຊາຊົນສິງກະໂປ.

ທີ່ການໂອ້ລົມສົນທະນາ, ສະຫາຍ ເລຮ່ວາຍຈຸງ ໄດ້ສະແດງຄວາມຍິນດີ ຕໍ່ການພັດທະນາໃນການພົວພັນລະຫວ່າງສອງປະເທດ ແລະ ສອງພັກໃນໄລຍະທີ່ຜ່ານມາ ບົນຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດ; ຢືນຢັນວ່າ ພັກ ແລະ ລັດຖະບານຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາ ຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປຕື່ມອີກ.

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປ
ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ. (ພາບ: TTXVN)

ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ຕີລາຄາສູງຕໍ່ສາຍພົວພັນລະຫວ່າງສອງພັກ, ເຊິ່ງນັບມື້ນັບໄດ້ຮັບການພັດທະນາດີຂື້ນຢ່າງຫຼວງຫຼາຍ ຜ່ານຫຼາຍຂົງເຂດ, ເຊັ່ນ: ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ການຮ່ວມມືດ້ານການຝຶກອົບຮົມ ແລະ ການພັດທະນາຊັບພະຍາກອນມະນຸດ.

ສ່ວນທ່ານ Vivian Balakrishnan, ລັດຖະມົນຕີການຕ່າງປະເທດສິງກະໂປ ໄດ້ສະແດງຄວາມຊົມເຊີຍບັນດາໝາກຜົນທີ່ດີເຊິ່ງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມບັນລຸໄດ້ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19. ເນັ້ນໜັກວ່າ ຫວຽດນາມບັນລຸລະດັບເຕີບໂຕເສດຖະກິດສູງສຸດໃນພາກພື້ນອາຊີ - ປາຊີຟິກເຖິງວ່າຈະມີຜົນກະທົບທາງລົບຈາກການລະບາດ.

ທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Vivian Balakrishnan ສະແດງຄວາມປິຕິຊົມຊື່ນວ່າ ໃນໄລຍະຜ່ານມາ, ສາຍພົວພັນຫວຽດນາມ - ສິງກະໂປ ໄດ້ສືບຕໍ່ໄດ້ຮັບການເພີ່ມທະວີໃນທຸກຂົງເຂດ; ພ້ອມກັນນັ້ນກໍ່ໄດ້ເນັ້ນໜັກວ່າ, ພັກ PAP ແລະ ລັດຖະບານສິງກະໂປ ມີຄວາມເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ.

ທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Vivian Balakrishnan ໄດ້ສະເໜີໃຫ້ເພີ່ມທະວີການແລກປ່ຽນລະຫວ່າງການນຳຂັ້ນສູງຂອງສອງປະເທດ; ໄດ້ສະແດງໃຫ້ເຫັນວ່າ ສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນທີ່ຄ້າຍຄືກັນຫຼາຍຢ່າງ, ໃນນັ້ນມີບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານລັດຖະມົນຕີການຕ່າງປະເທດສິງກະໂປ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະໄດ້ຮັບຜົນງານໃໝ່ຫຼາຍຢ່າງ, ນຳປະເທດຫວຽດນາມ ຈະເລີນຮຸ່ງເຮືອງ ແລະ ສີວິໄລ.

ນັກຊ່ຽວຊານສິງກະໂປ ຕີລາຄາສູງວິໄສທັດພັດທະນາປີ 2045 ຂອງ ຫວຽດນາມ ນັກຊ່ຽວຊານສິງກະໂປ ຕີລາຄາສູງວິໄສທັດພັດທະນາປີ 2045 ຂອງ ຫວຽດນາມ

ສຳຄັນທີ່ສຸດແມ່ນວິໄສທັດ 2045 ເພື່ອນຳປະເທດ ຫວຽດນາມ ກາຍເປັນພື້ນຖານເສດຖະກິດພັດທະນາ ແລະ ນີ້ຈະແມ່ນພາລະກຳ ເຊິ່ງຄະນະການນຳໃໝ່ຂອງ ຫວຽດນາມ ຈະແບກຫາບພາຍຫລັງກອງປະຊຸມໃຫຍ່.

ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ

ໃນໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສົມດັ່ງຄວາມມຸ່ງມາດປາຖະໜາ ແລະຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງການພົວພັນມິດຕະພາບລະຫວ່າງບັນດາປະເທດອາຊຽນ, ຍົກສູງຖານະບົດບາດຂອງແຕ່ລະປະເທດ ແລະທັງປະຊາຄົມອາຊຽນຢູ່ເວທີສາກົນ.

ຊຸກຍູ້ການຮັດແໜ້ນສາຍພົວພັນຫລາຍດ້ານ ລະຫວ່າງລາວ - ສິງກະໂປ ຊຸກຍູ້ການຮັດແໜ້ນສາຍພົວພັນຫລາຍດ້ານ ລະຫວ່າງລາວ - ສິງກະໂປ

ໃນວັນທີ 9 ທັນວາ 2020 ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ Ms Leow Siu Lin ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ພ້ອມຄະນະ, ໃນໂອກາດມາເຄື່ອນໄຫວ ...

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.