ສືບ​ຕໍ່​ມອບ​ຜ້າ​ອັດ​ປາກ​ດັງ 250.000 ອັນ ​ເພື່ອຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ລາວ ປ້ອງ​ກັນ, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

08:52 | 06/05/2021

ຍ​ສໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ພົນ​ຈັດ​ຕະ​ວາ ບຸ່ຍ​ມິງ​ຖ​ຶ້, ຫົວ​ໜ້າ​ຄະ​ນະ​ຕິດ​ຕໍ​ພົວ​ພັນ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊາຍ​ການ​ທະ​ຫານ​ຊ່ວຍ​ເຫຼືອ​ລາວ ນະ​ຄອນ​ຮ່​າ​ໂນ້ຍ​ໄດ້​ສະ​ແດງ​ການ​ແບ່ງ​ເບົ່າຢ່າງ​ເລິກ​ເຊິ່ງ​ຕໍ່​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ເຊິ່ງ​ປະ​ຊາ​ຊົນ​ລາວ​ຕ້ອງ​ປະ​ເຊີນ​ໜ້າ.

ແຂ​ວງ ບ່າ​ເຣ້ຍ - ຫວູງ​ເຕົາ ດຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ​ໄວ​ກວ່າ​ກຳ​ນົດ ແຂ​ວງ ບ່າ​ເຣ້ຍ - ຫວູງ​ເຕົາ ດຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ​ໄວ​ກວ່າ​ກຳ​ນົດ
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ
ສືບ​ຕໍ່​ມອບ​ຜ້າ​ອັດ​ປາກ​ດັງ 250.000 ອັນ ​ເພື່ອຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ລາວ ປ້ອງ​ກັນ, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19
ພິ​ທີ​ມອບ​ຮັບ

ຫວ່າງ​ແລ້ວນີ້, ຢູ່​ສະ​ຖານ​ທູ​ດ​ ລາວ ປະ​ຈຳ ຫວຽດ​ນາມ, ໄດ້​ດຳ​ເນີນ​ພິ​ທີ​ມອບ​-ຮັບຜ້າ​ອັດ​ປາກການ​ແພດ ຂອງ​ຄະ​ນະ​ຕິດ​ຕໍ​ພົວ​ພັນ​ຄະ​ນະ​ນັກ​ຊ່ຽວ​ຊານ​ການ​ທະ​ຫານ 959 ນະ​ຄອນ​ຮ່​າ​ໂນ້ຍ ແລະ ຄະ​ນະ​ຕິດ​ຕໍ​ພົວ​ພັນ “ສະ​ມາ​ຄົນ​ຮັກ​ສາ​ແປວ​ໄຟ” - ລູກຫຼານ​ຂອງ​ອະ​ດີດ​ນັກ​ຊ່ຽວ​ຊານ​ຄະ​ນະ​ປະ​ຕິ​ບັດ​ງານ​ທາງ​ພາກ​ຕາ​ເວັນ​ຕົກ​ສູນ​ກາງ ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ລາວ ຮັບ​ມື​ກັບ​ໂລ​ກ​ລະ​ບາດ​ໂຄວິດ - 19 ທີ່​ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ ແລະ ເຄັ່ງ​ຕຶງ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ພົນ​ຈັດ​ຕະ​ວາ ບຸ່ຍ​ມິງ​ຖ​ຶ້, ຫົວ​ໜ້າ​ຄະ​ນະ​ຕິດ​ຕໍ​ພົວ​ພັນ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊາຍ​ການ​ທະ​ຫານ​ຊ່ວຍ​ເຫຼືອ​ລາວ ນະ​ຄອນ​ຮ່​າ​ໂນ້ຍ​ໄດ້​ສະ​ແດງ​ການ​ແບ່ງ​ເບົ່າຢ່າງ​ເລິກ​ເຊິ່ງ​ຕໍ່​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ເຊິ່ງ​ປະ​ຊາ​ຊົນ​ລາວ​ຕ້ອງ​ປະ​ເຊີນ​ໜ້າ.

ທ່ານ ​ບຸ່ຍ​ມິງ​ຖ​ຶ ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ກາ​ນ​ຊີ້​ນຳ​ຢ່າງ​ສະຫຼາດ​ສ່ອງ​ໃສ​ ແລະ ຂ້ຽວ​ຂາດ​ຂອງ​ພັກ, ລັດ ລາວ ພ້ອມ​ກັບ​ຄວາມ​ຕັດ​ສິນ​ໃຈ, ຄວາມ​ຮ່ວມ​ແຮງ​ຮ່ວມ​ໃຈ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ແລະ ປະ​ຊາ​ຊົນ​ໝົດ​ທຸກ​ຄົນ, ລາວ​ຈະ​ຄວບ​ຄຸມ​ໄດ້​ໂລກ​ລະ​ບາດ​ໂຄວິດ - 19, ຟື້ນ​ຟູ​ເສດ​ຖະ​ກິດ, ສັງ​ຄົມ ໂດຍ​ໄວ ແລະ ສືບ​ຕໍ່​ມີ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ສືບ​ຕໍ່​ມອບ​ຜ້າ​ອັດ​ປາກ​ດັງ 250.000 ອັນ ​ເພື່ອຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ລາວ ປ້ອງ​ກັນ, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19
ທ່ານ ພົນ​ຈັດ​ຕະ​ວາ ບຸ່ຍ​ມິງ​ຖື້ ແລະ ​ທ່ານ ແສງ​ເພັດ ຮຸ່ງ​ບຸນຍວງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ

ສ່ວນ​ທ່ານ ແສງ​ເພັດ ຮຸ່ງ​ບຸນຍວງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ແລະ ຕ້ອນ​ຮັບ​ຂອງ​ຂວັນ​ທີ່​ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ​ຈາກ​ບັນ​ດາ​ເພື່ອນ​ມິດ ຫວຽດ​ນາມ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ່​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່ ແລະ ມີ​ປະ​ສິດ​ທິ​ຜົນ ເຊິ່ງ ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ພ້ອມ​ທັງ​ປາດ​ຖະ​ໜາ​ຢາກ​ນ້ຳ​ໃຈ​ເພື່ອນ​ມິດ, ນ້ຳ​ໃຈ​ຕໍ່​ສູ້​ແບບ​ສະ​ໜິດ​ແໜ້ນ, ການ​ພົວ​ພັນ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ ຈະ​ໝັ້ນ​ຄົງ​ທະ​ນົງ​ແກ່ນ​ຊົ່ວ​ກາ​ລະ​ນານ.

ແລະ​ກໍ່​ໃນ​ພິ​ທີ, ທ່ານ ຫງວຽນ​ວັນ​ບິ່ງ, ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ລົງ​ທຶນ ແລະ ພັດ​ທະ​ນາ ຫວຽດ​ນາມ ສາ​ຂາ​ຮົ່ງ​ຮ່າ ຜູ້​ທີ່​ໄດ້​ປະ​ຕິ​ບັດ​ງານ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ມາ​ເປັນ​ເວ​ລາ 5 ປີ ໄດ້​ກ່າວ​ຄຳ​ເຫັນ​ວ່າ ຈະ​ສືບ​ຕໍ່​ຮ່ວມ​ມື, ໜູນ​ຊ່ວຍ, ສະ​ໜັບ​ສະ​ໜູນ ໃຫ້​ແກ່​ລາວ, ໃນ​ສະ​ເພາະ​ໜ້າ​ແມ່ນ​ອຸ​ປ​ະ​ຖຳ​ ເພື່ອ​ຊ່ວຍໃຫ້​ລູກຫຼານ​ລາວ​ບາງ​ຄົນ​ຮຽ​ນ​ພາ​ສາ​ຫວຽດ​ ຢູ່ ຫວຽດ​ນາມ.

ຂອງ​ຂວັນ​ຂອງ​ຄະ​ນະ​ຕິດ​ຕໍ​ພົວ​ພັນ​ຄະ​ນະ​ນັກ​ຊ່ຽວ​ຊານ​ການ​ທະ​ຫານ 959 ນະ​ຄອນ​ຮ່າ​ໂນ້ຍ ແລະ ຄະ​ນະ​ຕິດ​ຕໍ​ພົວ​ພັນ​ຂອງ​ລູກຫຼານ​ນັກ​ຊ່ຽວ​ຊານ​ຄະ​ນະ​ປະ​ຕິ​ບັດ​ງານ​ເຂດ​ຕາ​ເວັນ​ຕົກ ສູນ​ກາງ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ອັນ​ລ້ຳ​ຄ່າ, ນັ້ນ​ແມ່ນ​ນ້ຳ​ໃຈ​ຖານ​ອ້າຍ​ນ້ອງ​ສະ​ໜິດ​ຕິດ​ພັນ ແລະ ຈິດ​ໃຈ ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ທີ່​ມີ​ແຕ່​ໄລ​ຍະ​ປະ​ຫວັດ​ສາດ​ຕໍ່​ສູ້​ກັບພວກ​ສັດ​ຕູ​ຮຸກ​ຮານ.

ແຂ​ວງ ບ່າ​ເຣ້ຍ - ຫວູງ​ເຕົາ ດຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ​ໄວ​ກວ່າ​ກຳ​ນົດ ແຂ​ວງ ບ່າ​ເຣ້ຍ - ຫວູງ​ເຕົາ ດຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ​ໄວ​ກວ່າ​ກຳ​ນົດ

ການເລືອກຕັ້ງທີ່ດຳເນີນໄວກວ່າກຳນົດ ຖືກຈັດຂຶ້ນຢູ່ 5 ເຂດເລືອກຕັ້ງ ໃນນະຄອນ ຫວູງເຕົາ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ

ຍ​ສ​ໝ - ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19, ໃນ​ລະ​ຫວ່າງວັນ​ທີ 2 – 3 ພ​ຶດ​ສະ​ພາ, ບັນ​ດາ​ພະ​ນັກ​ງານ​ລາວ ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ດຳ​ເນີນ​ການ​ເອົາ​ຕົວ​ຢ່າງ​ໄປ​ວິ​ໄຈ​ໃຫ້​ແກ່​ຊາວ​ຫວຽດ​ນາມ ປະ​ທານ 200 ຄົນ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ເມືອງ ທາດຫຼວງ, ນາ​ໄຊ ແລະ ເຂດ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ, ...

ໜັງ​ສື​ພິມ ໂປ​ໂລຍ​ເຊີດ​ຊູການ​ກະ​ທຳ​ໜູນ​ຊ່ວຍ​ພະ​ນັກ​ງານການ​ແພດ, ທ່ານ​ໝໍ ໃນ​ໂລກ​ລະ​ບາດ​ໂຄວິດ -19 ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ໜັງ​ສື​ພິມ ໂປ​ໂລຍ​ເຊີດ​ຊູການ​ກະ​ທຳ​ໜູນ​ຊ່ວຍ​ພະ​ນັກ​ງານການ​ແພດ, ທ່ານ​ໝໍ ໃນ​ໂລກ​ລະ​ບາດ​ໂຄວິດ -19 ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ

ຍ​ສ​ໝ - ບົດ​ຂຽນ​ກໍ່​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ ຊາວ​ໂປ​ໂລຍ​ຜູ້​ໜຶ່ງ​ໂດຍ​ຖື​ວ່າ: “ຕອນ​ທຳ​ອິດ ບັນ​ດາ​ພະ​ນັກ​ງານ​ການ​ແພດ, ທ່ານ​ໝໍ​ຮູ້​ສຶກ​ແປກ​ປະຫຼາດ, ຊ້ຳ​ບໍ່​ໜຳ​ ບາງ​ຄົນ​ຍັງ​ມີ​ຄວາມ​ສົງ​ໄສວ່າ ເປັນ​ຍັງ​ຊາວ ອາ​ຊີ ແຕ່ງ​ກິນ​ໃຫ້​ພວກ​ເຮົາ​ກິນ, ແລ້ວ​ມາ​ຮອດ​ປັດ​ຈຸ​ບັນ, ທຸກ​ຄົນ​ລ້ວນ​ແຕ່​ປ່ຽນ​ແປງ​ຄວາມ​ຄິດ, ຈາ​ກ​ການ​ສົ່ງ​ໄສ​ກາຍ​ເປັນ​ການ​ສະ​ແດງ​ຄວາມ​ຮູ້​ບູນ​ຄູນ”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.