ຮ່ວມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ບົນພື້ນຖານຜົນສຳເລັດ ຂອງສາຍພົວພັນ ລາວ-ຈີນ ຄົບຮອບ 60 ປີ

08:55 | 27/04/2021

ເພື່ອ​ລະ​ນຶກ​​ວັນ​ສ້າງ​ຕັ້ງ​ ສາຍ​ພົວ​ພັນ​ທາງ​ການ​ທູດ​ ລາວ-ຈີນ​ ຄົບ​ຮອບ 60 ປີ, ວັນ​ທີ 25 ເມ​ສາ​ ປີ 1961 ລາວ ແລະ ຈີນ ​ໄດ້​ສ້າງ​ຕັ້ງສາຍ​ພົວ​ພັນ​ ທາງ​ການ​ທູດ​ນຳ​ກັນ ​ຢ່າງ​ເປັນ​ທາງ​ການ, ເຊິ່ງ​ໄດ້​ເປີດ​ປະ​ຫວັດ​ສາດ​ໜ້າ​ໃໝ່​ ແຫ່ງ​ການ​ໄປ​ມາ​ຫາ​ສູ່​ກັນ ບົນ​ຈິດ​ໃຈມິດ​ຕະ​ພາບ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ. ຜ່ານ​ໄລ​ຍະ 60 ປີ​ມາ​ນີ້, ປະ​ຊາ​ຊົນ​ສອງ​ຊາດ​ ໄດ້​ຊ່ວຍ​ຊູ​ຍູ້​ໜູນ​ກັນ ແລະ ຮັກ​ແພງ​ກັນ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າ​ງ​ຈົບ​ງາມ, ມິດ​ຕະ​ພາບລະ​ຫວ່າງ​ ສອງ​ປະ​ເທດ​ໝັ້ນ​ຄົງ​ຂະ​ໜົງ​ແກ່ນ, ສອງ​ປະ​ເທດ​ລາວ-ຈີນ ​ມີ​ສາຍ​ພູ​ ແລະ ແມ່​ນ້ຳ​ຕິດ​ຈອດ​ກັນ, ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ. ຈີນ​ ໄດ້​ຖື​ເອົາ​ການ​ພົວ​ພັນ ​ຈີນ-ລາວ ​ເປັນ​ວຽກ​ງານ​ຈຸດ​ສຸມ​ ໃນ​ວຽກ​ງານ​ທາງ​ ການ​ທູດ​ກັບ​ປະ​ເທດ​ໃກ້​ຄຽງ.

ນ້ຳໃຈມິດຕະພາບ ແລະການຮ່ວມມືໃນການພົວພັນສອງປະເທດ ຫວຽດນາມ - ຈີນ ນ້ຳໃຈມິດຕະພາບ ແລະການຮ່ວມມືໃນການພົວພັນສອງປະເທດ ຫວຽດນາມ - ຈີນ
ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 6 ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 6

ເມື່ອ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ພາຍ​ໃຕ້​ການ​ຊີ້​ນຳ​ ນຳ​ພາ​ທາງ​ຍຸດ​ທະ​ສາດ​ ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ, ສອງ​ຝ່າຍ​ໄດ້​ຕັ້ງ​ໜ້າ​ ຈັດ​ຕັ້ງ​ປະ​ຕິ​ບັດ​ ແຜນ​ແມ່​ບົດ ​ໃນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ, ປັບ​ປຸ​ງ ແລະ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ ດ້ານ​ການ​ປົກ​ຄອງ​ປະ​ເທດ, ກຳ​​ແໜ້ນທິດ​ທາງ​ສັງ​ຄົມ​ນິ​ຍົມ ແລະ ປົກ​ປ້ອງ​ຜົນ​ປະ​ໂຫຍດ​ ຍຸດ​ທະ​ສາດ​ຮ່ວມ​ກັນ.

ຮ່ວມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ບົນພື້ນຖານຜົນສຳເລັດ ຂອງສາຍພົວພັນ ລາວ-ຈີນ ຄົບຮອບ 60 ປີ
ຮ່ວມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ບົນພື້ນຖານຜົນສຳເລັດ ຂອງສາຍພົວພັນ ລາວ-ຈີນ ຄົບຮອບ 60 ປີ. (ພາບ: KPL)

ໃນຕົ້ນ​ປີ​ນີ້, ທ່ານ​ ສີ​ຈິ້​ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ແຫ່ງ ສ​ປ ຈີນ ແລະ ທ່ານ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ ​ແຫ່ງ ສ​ປ​ປ ລາວ ໄດ້​ສົນ​ທະ​ນາ​ກັນ​ທາງ​ໂທ​ລະ​ສັບ ໂດຍ​ໄດ້​ຢືນ​ຢັນ​ອີກ​ເທື່ອ​ໜຶ່ງ ​ເຖິງຄວາມ​ເຫັນ​ທີ່​ເປັນ ເອ​ກະ​ພາບ​ກັນ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ໄດ້​ເພີ່ມ​ທະ​ວີ​ ການ​ເຊື່ອມ​ຕໍ່​ທາງ​ຍຸດ​ທະ​ສາດ ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮ່ວມ​ກັນ​ຕ້ານ​ກັບ​ ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ ໂຄວິດ-19, ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ທີ່​ມີ​ຄຸນ​ນະ​ພາບ​ສູງ​ຢ່າງ​ຕໍ່​ເນື່ອງ, ຮ່ວມ​ກັນ​ຊຸກ​ຍູ້​ການ ​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ແລະ ເລັ່ງ​ລັດ​ການ​ສ້າງ​​ແລວ​ທາງ ​ເສດ​ຖະ​ກິດ ​ລະ​ຫວ່າງ​ສອງ​ປະ​ເທດ ເຊິ່​ງ​ເປັນ​ການ​ເພີ່ມ​ເນື້ອ​ໃນ​ໃໝ່​ ທີ່​ອຸ​ດົມ​ສົມ​ບູນ​ໃຫ້​​ແກ່​ສາຍ​ພົວ​ພັນ​ ຄູ່​ຮ່ວມ​ຍຸ​ດ​ທະ​ສາດ​ຮອບ​ດ້ານ​ ລະ​ຫວ່າງ​ສອງ​ປະ​ເທດ.​

ຕາມ​ປະ​ເພ​ນີ​ຈີນ, 60 ປີ ​ຖື​ວ່າ​ເປັນ​ຮອບ​ໝູນ​ວຽນ​ຮອບ​ໜຶ່ງ, 60 ປີ​ ຜ່ານ​ໄປ, ​ກໍ​ຄືຮອບ​ເກົ່າ​ຜ່ານ​ພົ້ນ​ໄປ, ຮອບ​ໃໝ່​ໝູນ​ວຽນ​​ເຂົ້າ​ມາ. ໃນ​ກາ​ລະໂອ​ກາດ​ ຂອງ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ນີ້, ພວກ​ເຮົາ​ຈົ່ງຮ່ວມ​ກັນ​ສະ​ເຫລີມ​ສະຫລອງ ວັນ​​ສ້າງຕັ້ງ​ສາຍ​ພົວ​ພັນ​ ທາງ​ການ​ທູດລາວ-ຈີນ ​ຄົບ​ຮອບ 60 ປີ ແລະ ປີ​ມິດ​ຕະ​ພາບ​​ລາວ-ຈີນ. ​ສືບ​ຕໍ່​ເຮັດ​ໃຫ້ສອງ​ປະ​ເທດ​ ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ເພື່ອນ​ມິດ​ທີ່​ດີ, ສະ​ຫາຍ​ທີ່​ດີ ແລະ ​ຄູ່​ຮ່ວມ​ມື​ທີ່​ດີ, ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​​ ໃນ​ການ​ປົກ​ປັກ​ຮັກ​ສາ ຜົນ​ປະ​ໂຫຍດ​ດ້ານ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ເຊິ່ງ​ກັນ​ ແລະ ​ກັນ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ລັດ​ທິຫລາຍ​ຝ່າຍ​​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ, ເປັນ​ແບບ​ຢ່າງ​ໃນ​ການ​ສົ່ງ​ເສີມ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ 5 ຫລັກ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ, ຮ່ວມ​ກັນ​ສູ້​ຊົນຢ່າງ​ບໍ່​ລົດ​ລະ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ກັນ ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ ແລະ ຊຸກ​ຍູ້​​ປະ​ຊາ​ຄົມ​ໂລກ ​​ໃຫ້ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ພິທີວາງສີລາລຶກການກໍ່ສ້າງໂຄງການສະໜອງໄຟຟ້າໃຫ້ເສັ້ນທາງລົດໄຟລາວ - ຈີນ ພິທີວາງສີລາລຶກການກໍ່ສ້າງໂຄງການສະໜອງໄຟຟ້າໃຫ້ເສັ້ນທາງລົດໄຟລາວ - ຈີນ

ວັນທີ 30 ທັນວາ 2019 ທີ່ສະຖານີໄຟຟ້າແຮງສູງໂຄກສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໄດ້ຈັດຂຶ້ນພິທີວາງສີລາລຶກການກໍ່ສ້າງໂຄງການສະໜອງໄຟຟ້າໃຫ້ເສັ້ນທາງລົດໄຟລາວ - ຈີນ ຂອງບໍລິສັດລົງທຶນພະລັງງານໄຟຟ້າລາວ - ຈີນ ຈຳກັດ.

ຄະນະສະເພາະກິດລະຫວ່າງກະຊວງສໍາຫຼວດຈຸດຕັດເຂດຊາຍແດນຂອງສາມປະເທດຫວຽດນາມ - ລາວ - ຈີນ ເຮັດວຽກກັບແຂວງດຽນບຽນ ຄະນະສະເພາະກິດລະຫວ່າງກະຊວງສໍາຫຼວດຈຸດຕັດເຂດຊາຍແດນຂອງສາມປະເທດຫວຽດນາມ - ລາວ - ຈີນ ເຮັດວຽກກັບແຂວງດຽນບຽນ

ຍສໝ - ໃນຕອນເຊົ້າຂອງວັນທີ 7 ມີນາ, ທີ່ຫ້ອງປະຊຸມ ສໍານັກງານຄະນະກໍາມະການປະຊາຊົນແຂວງດ້ຽນບຽນ, ຄະນະສະເພາະກິດລະຫວ່າງກະຊວງສໍາຫຼວດຈຸດຕັດເຂດຊາຍແດນຂອງສາມປະເທດຫວຽດນາມ - ລາວ - ຈີນ ນໍາໂດຍ ສະຫາຍ ຫງວຽນ ຮວ່າງ ຫາຍ, ຮອງຫົວໜ້າກົມຊາຍແດນທິດຕາເວັນຕົກ, ກະຊວງການຕ່າງປະເທດ ທີ່ໄດ້ມີການເຮັດວຽກກັບຄະນະກໍາມະການປະຊາຊົນແຂວງດຽນບຽນ.

ສປປ ລາວ ແລະ ສປ ຈີນ ສົ່ງເສີມການຮ່ວມມືລະຫວ່າງສອງປະເທດ ສປປ ລາວ ແລະ ສປ ຈີນ ສົ່ງເສີມການຮ່ວມມືລະຫວ່າງສອງປະເທດ

ຍສໝ - ໃນວັນທີ 28 ກັນຍາ 2018 ນີ້, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າຊາວຈີນຕ່າງດ້າວປະຈຳລາວ ຈັດກອງປະຊຸມປົວອາວ ສໍາລັບອາຊີ ຢູ່ນະ ຄອນຫລວງວຽງຈັນ (Boao Furum for Asia Vientiane Conference) ເພື່ອເປັນການຮັດແໜ້ນສາຍສຳພັນ ແລະ ສົ່ງເສີມການຮ່ວມມືລະຫວ່າງ ...

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.