ບັນດາທ້ອງຖິ່ນ ສປປ.ລາວ ປຶກສາຫາລື ກ່ຽວກັບການເຝົ້າລະວັງ ຄວບຄຸມ ແກ້ໄຂບັນຫາ ການລະບາດຂອງພະຍາດ COVID-19

08:58 | 27/04/2021

ກອງປະຊຸມປຶກສາຫາລື ກ່ຽວກັບການເຝົ້າລະວັງ, ຄວບຄຸມ-ສະກັດກັ້ນ ແລະ ແກ້ໄຂບັນຫາການລະບາດ ຂອງພະຍາດໂຄວິດ-19 ພາຍໃນເມືອງຈອມເພັດ ໄດ້ຈັດຂຶ້ນໃນວັນທີ 23 ເມສາ 2021 ທີ່ສະໂມສອນຂອງເມືຶອງ, ໂດຍເປັນປະທານຂອງ ທ່ານ ສົມສັກ ສິລີວົງ ຮອງເຈົ້າເມືອງຈອມເພັດ, ມີຄະນະສະເພາະກິດຂັ້ນເມືອງ, ອຳນວຍການໂຮງໝໍຊຸມຊົນ, ອຳນວຍການໂຮງໝໍນ້ອຍ ແລະຫົວໜ້າກຸ່ມທົ່ວເມືອງ ເຂົ້າຮ່ວມ.

ແຂວງຈຳປາສັກ ເພີ່ມທະວີ ມາດຕະການສະກັດກັ້ນ ການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ແຂວງຈຳປາສັກ ເພີ່ມທະວີ ມາດຕະການສະກັດກັ້ນ ການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19
ສິນຄ້າຫລາຍສິບໂຕນທີ່ສົ່ງໄປໃຫ້ຊາວຫວຽດນາມຢູ່ກຳປູເຈຍ ເພື່ອຕໍ່ຕ້ານ COVID-19 ສິນຄ້າຫລາຍສິບໂຕນທີ່ສົ່ງໄປໃຫ້ຊາວຫວຽດນາມຢູ່ກຳປູເຈຍ ເພື່ອຕໍ່ຕ້ານ COVID-19

ທ່ານ ສີນວນ ໄຊຍະວົງ ຫົວໜ້າໜ່ວຍງານ ສົ່ງເສີມສຸຂະພາບ ແລະ ປ້ອງກັນພະຍາດ ຫ້ອງ ການສາທາລະນະສຸກເມືອງ ໄດ້ລາຍງານ ສະພາບການເຝົ້າລະວັງ, ປ້ອງກັນ, ຄວບຄຸມ ແລະ ໂຕ້ຕອບພະຍາດໂຄວິດ 19 ເຊິ່ງເປັນພະຍາດ ທີ່ສົ່ງຜົນກະທົບ ຕໍ່ສຸຂະພາບ ຂອງຄົນ, ການພັດທະນາເສດ ຖະກິດຂອງພາກພື້ນ ແລະ ສາກົນ, ລວມທັງປະເທດລາວ.

ບັນດາທ້ອງຖິ່ນ ສປປ.ລາວ ປຶກສາຫາລື ກ່ຽວກັບການເຝົ້າລະວັງ ຄວບຄຸມ ແກ້ໄຂບັນຫາ ການລະບາດຂອງພະຍາດ COVID-19
ທ່ານ ສີນວນ ໄຊຍະວົງ ຫົວໜ້າໜ່ວຍງານ ສົ່ງເສີມສຸຂະພາບ ແລະ ປ້ອງກັນພະຍາດ ຫ້ອງ ການສາທາລະນະສຸກເມືອງ. (ພາບ: KPL)

ປັດຈຸບັນ ມີຜູ້ຕິດເຊື້ອຫລາຍກວ່າ 143 ລ້ານກ່ວາຄົນ, ເສຍຊີວິດແລ້ວຫລາຍກ່ວາ 3 ລ້ານຄົນ, ເພື່ອເປັນການເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂບັນຫາການລະບາດ ຂອງພະຍາດ ໂຄວິດ-19 ໃຫ້ໄດ້ຮັບຜົນນັ້ນ, ເຈົ້າເມືອງຈອມເພັດ ໄດ້ແຕ່ງ ຕັ້ງຄະນະສະເພາະກິດ ຂັ້ນເມືອງຂຶ້ນ, ໂດຍຫັນເອົາຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີ, ປະຕິ ບັດໃຫ້ສອດຄ່ອງຢູ່ທ້ອງຖິ່ນ ແລະ ໄດ້ຕັ້ງຈຸດວັດແທກອຸ່ນຫະພູມ 3 ຈຸດ ຄື: ຢູ່ທ່າຂ້າມເຮືອ ບ້ານຊຽງແມນ, ບ້ານໝອງຈອງ ແລະ ເຂດແດນເມືອງຈອມເພັດ ຫາເມືອງຫົງສາ ແຂວງໄຊຍະບູລີ, ກອງເລ ຂາຂັ້ນເມືອງ ສົມທົບກັບຫ້ອງການ ສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ດຳເນີນການກວດເຊື້ອ ແລະ ກັກກັນພະນັກງານການຊ່າງ ປະຈຳເຂື່ອນໄຟຟ້າແມ່ນໍ້າຂອງ ແຂວງຫລວງພະບາງ ຈຳນວນ 11 ຄົນ ທັງໝົດບໍ່ພົບເຊຶ້ອ.

ໃນກອງປະຊຸມ ທ່ານປະທານໄດ້ເນັ້ນ ແລະ ແບ່ງຄວາມຮັບຜິດຊອບຢ່າງລະອຽດ ໃຫ້ຄະນະສະເພາະກິດ ເພື່ອຕິດຕາມຢູ່ຂັ້ນບ້ານ ຖ້າຫາກກວດກາ ພົບເຫັນແຮງງານ ທີ່ມາຈາກຕ່າງຖິ່ນ ໃຫ້ລາຍງາຍຢ່າງຮີບດ່ວນ ເພື່ອສະເໜີໃຫ້ຄະນະ ຮັບຜິດຊອບກວດກາ ພ້ອມທັງດຳເນີນ ການກັກຕົວ ແລະ ກວດຫາເຊື້ອໃຫ້ທັນການ.

ສິນຄ້າຫລາຍສິບໂຕນທີ່ສົ່ງໄປໃຫ້ຊາວຫວຽດນາມຢູ່ກຳປູເຈຍ ເພື່ອຕໍ່ຕ້ານ COVID-19 ສິນຄ້າຫລາຍສິບໂຕນທີ່ສົ່ງໄປໃຫ້ຊາວຫວຽດນາມຢູ່ກຳປູເຈຍ ເພື່ອຕໍ່ຕ້ານ COVID-19

ຍສໝ - ຈຳນວນເຄື່ອງຊ່ວຍເຫຼືອບັນເທົາທຸກທັງໝົດ ໂດຍຜ່ານສະຖານທູດ ແລະ ສະມາຄົມຂະແມ - ຫວຽດນາມປະຈຳກຳປູເຈຍ ໃນທຸກລະດັບທີ່ແຈກຢາຍ ແມ່ນເຂົ້າສານ 24 ໂຕນ, ປາກະປ໋ອງ 900 ກະປອງ, ຜ້າບັງປາກທາງການແພດ 109.500 ແຜ່ນ, ຢາເຊື້ອແບັດທີເຣຍຈຳນວນ 200 ຂວດ ແລະ 180 ລິດ.

ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ

ຍສໝ - ບັນດານັກສັງເກດ ໄດ້ຄາດຄະເນວ່າຫວຽດນາມ ຈະພັດທະນາສູງຂື້ນຖ້າສືບຕໍ່ຄວບຄຸມການລະບາດຂອງພະຍາດ COVID-19, ເຊິ່ງກຳລັງມີການແຜ່ລາມອີກຄັ້ງໃນຫລາຍປະເທດ.

ຄວາມປະທັບໃຈຕໍ່ຫວຽດນາມໃນດວງໃຈຂອງຄົນຕ່າງປະເທດ ຄວາມປະທັບໃຈຕໍ່ຫວຽດນາມໃນດວງໃຈຂອງຄົນຕ່າງປະເທດ

ຍສໝ - ເພື່ອນມິດສາກົນທີ່ເຄີຍໄປຫວຽດນາມໃນໄລຍະຜ່ານມາ ລ້ວນແຕ່ມີຄວາມປະທັບໃຈຕໍ່ປະເທດຫວຽດນາມ, ຈາກພູມສັນຖານທີ່ງົດງາມໄປຈົນເຖິງບັນດາເຍື່ອງອາຫານທີ່ອຸດົມສົມບູນ ແລະ ຫລາກຫລາຍ. ໃນປີ 2020, ປະເທດຫວຽດນາມ ໄດ້ມີການປ້ອງກັນ ແລະ ຄວບຄຸມ ໂລກລະບາດ COVID-19 ເປັນຢ່າງດີ...

kpl.gov.la

ເຫດການ
302 Found

Found

The document has moved here.