ອິນເດຍ ໄດ້ຕີລາຄາສູງບົດບາດຕັ້ງໜ້າຂອງຫວຽດນາມ ໃນສະພາຄວາມໝັ້ນຄົງ

18:00 | 04/05/2021

ຍສໝ - ຫົວໜ້າຄະນະຜູ້ຕາງໜ້າອິນເດຍ ແລະ ລາວ ປະຈຳສະຫະປະຊາຊາດ ໄດ້ຕີລາຄາສູງຕໍ່ບົດບາດທີ່ຕັ້ງໜ້າ ກໍ່ຄື ໂອກາດທີ່ຈະຮ່ວມມືກັບຫວຽດນາມ.

ລາວ ຕີ​ລາ​ຄາ​ສູງ ບົດ​ບາດ​ຕັ້ງ​ໜ້າ ຂອງ ຫວຽດ​ນາມ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ເມສາ 2021 ລາວ ຕີ​ລາ​ຄາ​ສູງ ບົດ​ບາດ​ຕັ້ງ​ໜ້າ ຂອງ ຫວຽດ​ນາມ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ເມສາ 2021
ຫວຽດນາມປະຕິບັດໜ້າ ທີ່ເດືອນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ສຳເລັດຢ່າງຈົບງາມ ຫວຽດນາມປະຕິບັດໜ້າ ທີ່ເດືອນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ສຳເລັດຢ່າງຈົບງາມ

ຕອບສຳພາດຕໍ່ສຳນັກຂ່າວສານຫວຽດນາມ ຢູ່ສະຫະປະຊາຊາດ ກ່ຽວກັບບົດບາດຂອງຫວຽດນາມ ໃນຖານະເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນເດືອນເມສາປີ 2021, ທ່ານເອກອັກຄະລັດຖະທູດ T.S. Tirumurti - ຫົວໜ້າຄະນະຜູ້ຕາງໜ້າຂອງອິນເດຍ ປະຈຳອົງການສະຫະປະຊາຊາດ ແລະ ທ່ານ ອານຸພາບ ວົງໜໍ່ເເກ້ວ - ຫົວໜ້າຄະນະຜູ້ຕາງ ໜ້າຂອງລາວ ປະຈຳສະຫະປະຊາຊາດ ທັງໄດ້ຕີລາຄາສູງຕໍ່ບົດບາດທີ່ຕັ້ງໜ້າ ແລະ ໂອກາດທີ່ຈະຮ່ວມມືກັບຫວຽດນາມ.

ຕາມທ່ານເອກອັກຄະລັດຖະທູດອິນເດຍ Tirumurti ແລ້ວ, ຄະນະຜູ້ແທນຂອງອິນເດຍ ແລະ ຫວຽດນາມໄດ້ຮ່ວມມືຢ່າງແໜ້ນແຟ້ນໃນ 4 ເດືອນຜ່ານມາ, ນັບແຕ່ອິນເດຍ ໄດ້ຮັບການເລືອກຕັ້ງເຂົ້າສະພາຄວາມໝັ້ນຄົງ. ອິນເດຍ ແລະ ຫວຽດນາມ ໄດ້ນຳເອົາສຽງເວົ້າທີ່ເປັນເອກະລັກສະເພາະຂອງອາຊີ ແລະ ສິ່ງດັ່ງກ່າວໄດ້ປະກອບສ່ວນເຮັດໃຫ້ສະຖຽນລະພາບໃນຫຼາຍຂົງເຂດ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງສະພາຄວາມໝັ້ນຄົງ.

ອິນເດຍ  ໄດ້ຕີລາຄາສູງບົດບາດຕັ້ງໜ້າຂອງຫວຽດນາມ ໃນສະພາຄວາມໝັ້ນຄົງ
ອິນເດຍ ແລະ ລາວ ໄດ້ຕີລາຄາສູງບົດບາດຕັ້ງໜ້າຂອງຫວຽດນາມ ໃນສະພາຄວາມໝັ້ນຄົງ. (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ Tirumurti ຊີ້ແຈງວ່າ ບັນດາຫົວຂໍ້ທີ່ຫວຽດນາມຍົກອອກມາປຶກສາຫາລື ທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງ, ເຊັ່ນ: “ຊຸກຍູ້ການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ບັນດາອົງການພາກພື້ນ” ຫຼື “ປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນຂອງປະຊາຊົນ” ຫລື “ການແກ້ໄຂບັນຫາລະເບີດຝັງດິນ” ແມ່ນມີຄວາມສຳຄັນຫຼາຍ. ປະເທດອິນເດຍ ໄດ້ເຂົ້າຮ່ວມຢ່າງຫ້າວຫັນໃນບັນດາກອງປະຊຸມນີ້, ໂດຍສະເພາະແມ່ນການດຳເນີນງານໂດຍປະທານປະເທດຫວຽດນາມ.

ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ທ່ານ ອານຸພາບ ວົງໜໍ່ເເກ້ວ, ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳສະຫະປະຊາຊາດ, ໄດ້ປະເມີນວ່າ ຫວຽດນາມກຳລັງມີບົດບາດສຳຄັນຫຼາຍຂຶ້ນ ໃນສະຫະປະຊາຊາດ, ໂດຍສະເພາະຢູ່ສະພາຄວາມໝັ້ນຄົງ.

ບັນດາບັນຫາທີ່ຫວຽດນາມຍົກອອກມາ ແມ່ນມີຄວາມສຳຄັນ ແລະ ແທດຈິງຍ້ອນວ່າ ເພື່ອຊຸກຍູ້ການຮ່ວມມືພາຍໃນສະຫະປະຊາຊາດ, ໂດຍສະເພາະ ແມ່ນສະພາຄວາມໝັ້ນຄົງ, ແລະ ບັນດາອົງການຈັດຕັ້ງພາກພື້ນ ແລະ ອະນຸພາກພື້ນ.

ທ່ານ ອານຸພາບ ວົງໜໍ່ເເກ້ວ ເຊື່ອວ່າບັນດາຫົວຂໍ້ດັ່ງກ່າວບໍ່ພຽງແຕ່ມີຄວາມສອດຄ່ອງເທົ່ານັ້ນ, ແຕ່ກໍ່ຈະປະກອບສ່ວນຢ່າງແທ້ຈິງເຂົ້າ ໃນການຊຸກຍູ້ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ກິດຈະກຳຕ່າງໆເພື່ອເພີ່ມທະວີການຮ່ວມມືລະຫວ່າງອົງການສະຫະປະຊາຊາດ ແລະ ບັນດາອົງການພາກພື້ນ, ຊ່ວຍສະພາຄວາມໝັ້ນຄົງຮັບຮອງເອົາມະຕິຕ່າງໆຢ່າງທັນການ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ, ໂດຍສະເພາະໃນອາຊີ.

ທ່ານ ອານຸພາບ ວົງໜໍ່ເເກ້ວ ໄດ້ເນັ້ນໜັກວ່າ, ຫວຽດນາມ ໄດ້ປະກອບສ່ວນຍົກສູງຖານະບໍ່ພຽງແຕ່ຂອງປະເທດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ສະນັ້ນ ເຮັດໃຫ້ພາບພົດຫວຽດນາມ ແລະ ອາຊຽນສວຍງາມກວ່າອີກໃນສາຍຕາຂອງປະຊາຄົມສາກົນ.

ຫວຽດນາມ ນັບມື້ນັບສວມບົດບາດສຳຄັນກວ່າຢູ່ສະຫະປະຊາຊາດ ຫວຽດນາມ ນັບມື້ນັບສວມບົດບາດສຳຄັນກວ່າຢູ່ສະຫະປະຊາຊາດ

ຍສໝ - ໃນວັນທີ 19 ເມສາ 2021,ຈຸດພົ້ນເດັ່ນສຳຄັນທີ່ສຸດໃນເດືອນ ເມສາ ໂດຍຫວຽດນາມ, ປະທານສະພາຄວາມໝັ້ນຄົງ, ສະເໜີກ່ຽວກັບ “ເພີ່ມທະວີການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງຢູ່ພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການສົນທະນາໃນການສະກັດກັ້ນການປະທະກັນ” ໂດຍທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເປັນປະທານ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.

ຫວຽດນາມ ສະໜັບສະໜູນຍຸດທະສາດໜູນຊ່ວຍພາກພື້ນທີ່ມີບັນດາໜອງໃຫຍ່ອາຟຼິກກາ ຫວຽດນາມ ສະໜັບສະໜູນຍຸດທະສາດໜູນຊ່ວຍພາກພື້ນທີ່ມີບັນດາໜອງໃຫຍ່ອາຟຼິກກາ

ຍສໝ - ໃນໄລຍະກອງປະຊຸມຖ່າຍທອດສົດຂອງສະພາຄວາມໝັ້ນຄົງ ກ່ຽວກັບເຂດພາກພື້ນທີ່ມີບັນດາໜອງໃຫຍ່ ໃນອາຟຣິກກາ, ຫວຽດນາມ ໄດ້ຢືນຢັນການສະໜັບສະໜູນຍຸດທະສາດຂອງສະຫະປະຊາຊາດ ໃນການໜູນຊ່ວຍຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຂອງພາກພື້ນນີ້.

ຫວຽດນາມ ດຳເນີນບັນດາການເຄື່ອນໄຫວທາງການໃນຖານະຕຳແໜ່ງປະທານສະພາຄວາມໝັ້ນຄົງ ຫວຽດນາມ ດຳເນີນບັນດາການເຄື່ອນໄຫວທາງການໃນຖານະຕຳແໜ່ງປະທານສະພາຄວາມໝັ້ນຄົງ

ຄາດວ່າສະພາຄວາມໝັ້ນຄົງສະຫະປະຊາຊາດຈະດຳເນີນກອງປະຊຸມເປີດ 15 ຄັ້ງ, ກອງປະຊຸມລັບ 10 ຄັ້ງເພື່ອປຶກສາຫາລືກ່ຽວກັບບັນດາບັນຫາສັນຕິພາບ ແລະ ຄວາມໝັ້ງຄົງສາກົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.