ປະເທດລາວ: 28 ເມສາ 2021 ຕິດເຊື້ອເພີ່ມອີກ +93 ຄົນ ລວມຕົວເລກສະສົມ 604 ຄົນ

07:00 | 29/04/2021

ຕົວເລກຜູ້ຕິດເຊື້ອ ໂຄວິດ-19 ໃນ ສປປ ລາວ ຍັງໜ້າເປັນຫ່ວງ, ຜົນກວດວັນທີ 27 ເມສາ 2021 ພົບຜູ້ຕິດເຊື້ອ ອີກ 93 ຄົນ; ໃນນີ້ ຢູ່ນະຄອນຫຼວງວຽງຈັນ 75 ຄົນ, ຈຳປາສັກ 11 ຄົນ, ຢູ່ສະຫວັນນະເຂດ 3 ຄົນ, ຫຼວງພະບາງ 4 ຄົນ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 604 ຄົນ, ປິ່ນປົວດີສະສົມ50 ຄົນ (ໃໝ່1ຄົນ).

ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນ, ໜູນຊ່ວຍລັດຖະບານ ແລະປະຊາຊົນອິນເດຍໃນຂະນະປະສົບກັບຄວາມຫຍຸ້ງຍາກ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນ, ໜູນຊ່ວຍລັດຖະບານ ແລະປະຊາຊົນອິນເດຍໃນຂະນະປະສົບກັບຄວາມຫຍຸ້ງຍາກ
ກວາງບິ່ງ ເພີ່ມທະວີການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນຫວຽດນາມ-ລາວ ກວາງບິ່ງ ເພີ່ມທະວີການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນຫວຽດນາມ-ລາວ

ໃນວັນທີ 28 ເມສາ ປີ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ລາຍງານສະພາບການລະບາດພະຍາດໂຄວິດ-19.

ປະເທດລາວ: 28 ເມສາ 2021 ຕິດເຊື້ອເພີ່ມອີກ +93 ຄົນ ລວມຕົວເລກສະສົມ 604 ຄົນ
ປະເທດລາວ ຕິດເຊື້ອເພີ່ມອີກ +93 ຄົນ ລວມຕົວເລກສະສົມ 604 ຄົນ. (ພາບ: KPL)

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກ່າວວ່າ: ການເຝົ້າລະວັງ ໂຄວິດ–19 ຢູ່ ສປປ ລາວ ວຽກງານຈຸດຜ່ານແດນ ແລະ ດ່ານສາກົນ ໃນວັນທີ 27 ເມສາ 2021 ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ ຈຳນວນ 2.432ຄົນ ຄົນ; ໃນນັ້ນ ຈຸດຜ່ານດ່ານຊາຍແດນ ລາວ – ໄທ ທັງໝົດ 1.326 ຄົນ, ລາວ-ຈີນ ຈຳນວນ 18 ຄົນ, ລາວ-ຫວຽດນາມ 1.088 ຄົນ ໃນນັ້ນຜ່ານສະໜາມບິນວັດໄຕ 230 ຄົນ. ມາຮອດປະຈຸບັນ ລາວເຮົາມີສູນກັກບໍລິເວນທັງໝົດ 50 ສູນ ແລະ ມີ ມີຜູ້ຈຳກັດບໍລິເວນທັງໝົດ 3.838 ກວ່າຄົນ, ທຸກຄົນແມ່ນ​ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ ໂຄວິດ-19.

ໃນວັນທີ 27 ເມສາ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 3.055 ຕົວຢ່າງ ຜົນກວດພົບຜູ້ຕິດເຊື້ອ 93 ຄົນ ໃນນີ້ ນະຄອນຫຼວງວຽງຈັນ 75 ຄົນ, ຈຳປາສັກ 11 ຄົນ, ຢສະຫວັນນະເຂດ 3 ຄົນ, ຫຼວງພະບາງ 4 ຄົນ; ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 604 ຄົນ.ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 50 ຄົນ (ກໍລະນີທີ 52 ອອກໂຮງໝໍ) , ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 554 ຄົນ.

27 ເມສາ ມີກໍລະນີຕິດເຊື້ອໂຄວິດ-19 ຈຳນວນ75 ຄົນ, ນອນໃນ 6 ແຂວງ ແລະ ນະຄອນຫຼວງວຽງຈັນ 27 ເມສາ ມີກໍລະນີຕິດເຊື້ອໂຄວິດ-19 ຈຳນວນ75 ຄົນ, ນອນໃນ 6 ແຂວງ ແລະ ນະຄອນຫຼວງວຽງຈັນ

ຜົນເກັບຕົວຢ່າງມາກວດວິເຄາະທັງໝົດ 2.646 ຄົນ ໃນວັນທີ26 ເມສາ 2021 ແມ່ນພົບຜູ້ຕິດເຊື້ອໃໝ່ 75 ຄົນ, ໃນນັ້ນມີ ນະຄອນຫຼວງ 59ຄົນ, ຈຳປາສັກ 8 ຄົນ, ແຂວງວຽງຈັນ 4 ຄົນ, ສະຫວັນນະເຂດ 1 ຄົນ, ບໍ່ແກ້ວ 1 ຄົນ, ຫຼວງພະບາງ ...

ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ

ຍສໝ - ກໍລະນີພົນລະເມືອງຫວຽດນາມ ມີຄວາມຕ້ອງການຢາກກັບປະເທດ, ແມ່ນໃຫ້ສືບຕໍ່ລົງທະບຽນຂໍກັບປະເທດຢູ່ສະຖານທູດ ແລະສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ລາວ.

ລາວ: ມີຜູ້ຕິດເຊື້ອພະຍາດໂຄວິດເພີ່ມໃໝ່ 76 ຄົນ ລາວ: ມີຜູ້ຕິດເຊື້ອພະຍາດໂຄວິດເພີ່ມໃໝ່ 76 ຄົນ

ການລະບາດຂອງພະຍາດໂຄວິດ-19 ຖືວ່າເປັນປັນຫາທາງ ດ້ານສາທາລະນະສຸກ ໃນທົ່ວໂລກ ລວມທັງ ສປປ ລາວ ທີ່ກວດຜູ້ຕິດເຊື້ອ ເພິ່ມທະວີຂຶ້ນຢ່າງເນື່ອງ, ດັ່ງນັ້ນ ຄະນະສະເພາະກິດ ກໍຄື ກະຊວງສາທາລະນະສຸກ ໄດ້ຮ່ວມກັບ ພາກສ່ວນກ່ຽວຂ້ອງ ໄດ້ມີການຄົ້ນຄວ້າກະກຽມ ໂຮງໝໍພາກສະໜາມ ໃນແຕ່ລະຈຸດ ໂດຍສະເພາະ ຢູ່ໃນນະຄອນ ຫລວງວຽງຈັນ ເພື່ອໃຫ້ບໍລິການ ແລະ ດູແລປິ່ນປົວຜູ້ຕິດເຊື້ອ ຢ່າງທົ່ວເຖິງໃຫ້ຫລາຍຂຶ້ນ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.