ຮຽກຮ້ອງມາຍັງພໍ່ແມ່ ປະຊົນບັນດາເຜົ່າທຸກຄົນ ຈົ່ງພ້ອມກັນເອົາໃຈໃສ່ ປະຕິບັດຕາມຄຳສັງ ເລກທີ 15/ນຍ ຢ່າງເຂັ້ມງວດ

16:54 | 25/04/2021

ວຽກງານຕອບໂຕ້ການລະບາດ ຂອງພະຍາດໂຄວິດ-19 ຂອງໂຮງໝໍມິດຕະພາບ ທີ່ໄດ້ເຮັດຢູ່ປະຈຸບັນ, ຄືດັ່ງທີ່ທ່ານຮູ້ນຳກັນ ແລ້ວວ່າ ໂຮງໝໍດັ່ງກ່າວໄດ້ຖືກມອບໝາຍ ໃຫ້ເປັນໂຮງໝໍໜຶ່ງ ໃນໂຮງໝໍທີ່ຮັບຄົນເຈັບ ທີ່ຕິດເຊື້ອໂຄວິດ-19 ເຂົ້າມາປິ່ນປົວ ຕັ້ງແຕ່ເລີ່ມມີການລະບາດ, ແຕ່ໄລຍະທີ່ມີການລະບາດ ໃນຊຸມຊົນຄັ້ງນີ້ ພວກເຮົາກໍໄດ້ຮັບຄົນເຈັບເຂົ້າມາ ນອນນັບແຕ່ກໍລະນີທີ 59 ເປັນຕົ້ນມາ ແລະ ມີຄົນເຈັບເພີ່ມຂຶ້ນໃນແຕ່ລະມື້...

ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ
ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ
ຮຽກຮ້ອງມາຍັງພໍ່ແມ່ ປະຊົນບັນດາເຜົ່າທຸກຄົນ ຈົ່ງພ້ອມກັນເອົາໃຈໃສ່ ປະຕິບັດຕາມຄຳສັງ ເລກທີ 15/ນຍ ຢ່າງເຂັ້ມງວດ
ພາບປະກອບ

ທ່ານ ດຣ. ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ 150 ຕຽງ ໄດ້ໃຫ້ສຳພາດກັບ ນັກຂ່າວສຳນັກຂ່າວສານ ປະເທດລາວ ໃນວັນທີ 24 ເມສາ 2021 ນີ້ວ່າ: ວຽກງານຕອບໂຕ້ການລະບາດ ຂອງພະຍາດໂຄວິດ-19 ຂອງໂຮງໝໍມິດຕະພາບ ທີ່ໄດ້ເຮັດຢູ່ປະຈຸບັນ, ຄືດັ່ງທີ່ທ່ານຮູ້ນຳກັນ ແລ້ວວ່າ ໂຮງໝໍດັ່ງກ່າວໄດ້ຖືກມອບໝາຍ ໃຫ້ເປັນໂຮງໝໍໜຶ່ງ ໃນໂຮງໝໍທີ່ຮັບຄົນເຈັບ ທີ່ຕິດເຊື້ອໂຄວິດ-19 ເຂົ້າມາປິ່ນປົວ ຕັ້ງແຕ່ເລີ່ມມີການລະບາດ, ແຕ່ໄລຍະທີ່ມີການລະບາດ ໃນຊຸມຊົນຄັ້ງນີ້ ພວກເຮົາກໍໄດ້ຮັບຄົນເຈັບເຂົ້າມາ ນອນນັບແຕ່ກໍລະນີທີ 59 ເປັນຕົ້ນມາ ແລະ ມີຄົນເຈັບເພີ່ມຂຶ້ນໃນແຕ່ລະມື້, ເຊິ່ງທາງໂຮງໝໍເອງ ກໍໄດ້ມີການກະກຽມ ທາງດ້ານອາຄານ ສະຖານທີ່ ໄວ້ຮອງຮັບບັນດາຄົນເຈັບດັ່ງກ່າວ, ໂຮງໝໍມີແລ້ວ 10 ຕຽງ ທີ່ຮັບຄົນເຈັບທົ່ວໄປ ສຳລັບການຕິດເຊື້ອ, ດຽວນີ້ພວກເຮົາໄດ້ມາ ຂະຫຍາຍຕຽງຢູ່ໂຮງໝໍໃໝ່ ພາກຂະຫຍາຍແຫ່ງນີ້ ຮອດ 80 ຕຽງ. ຖ້າຫາກວ່າມີຜູ້ຕິດເຊື້ອຫລາຍຂຶ້ນ ພວກເຮົາຍັງຈະຕ້ອງໄດ້ປະ ສານງານກັບ ຄະນະສະເພາະກິດ ກໍຄື ຄະນະນຳກະຊວງ ສາທາລະນະສຸກ ເພື່ອວ່າຈະກະຈາຍຄົນເຈັບ ໄປສູ່ໂຮງໝໍໃໝ່ ຫລື ວ່າໄປສູນຕ່າງໆຕື່ມອີກ ເນື່ອງຈາກວ່າ ໂຮງໝໍມິດຕະພາບ ສາມາດຮັບຄົນເຈັບໄດ້ 90 ຄົນເທົ່ານັ້ນ.

ທ່ານ ດຣ. ສະໜອງ ທອງຊະນະ ກ່າວວ່າ: ສຳລັບເລື່ອງບຸກຄະລາກອນແພດ ພວກເຮົາໃນປັດ ຈຸບັນ, ສຳລັບຄົນເຈັບຈຳນວນ 80-90 ຄົນ ເຫັນວ່າບຸກຄະລາກອນພວກເຮົາ ຍັງສາມາດຮັບມືໄດ້ຢູ່ ພວກເຮົາມີພະນັກງານ ວິຊາສະເພາະໂດຍກົງ ຄື ທ່ານໝໍ ແລະ ພະຍາບານ ທີ່ຮັບຜິດຊອບຄົນເຈັບ ປະ ມານເກືອບ 50 ທ່ານ, ແຕ່ຖ້າມັນຫລາຍກວ່ານັ້ນ ມີກໍລະນີເຈັບໜັກ, ກະທັນຫັນຂຶ້ນມາ ແລະ ມີຄົນເຈັບໜັກ ພວກເຮົາກໍມີຫ້ອງ ICU ທີ່ໄດ້ກະກຽມໄວ້ 14 ຕຽງ. ສຳລັບການຕອບສະໜອງ ເຄື່ອງປ້ອງກັນຕົນເອງຕ່າງໆນັ້ນ ແມ່ນທາງໂຮງໝໍ ໄດ້ປະສານງານ ກັບຄະນະສະເພາະກິດ ແລະ ພວກເຮົາກໍມີສຳຮອງ ໄວ້ແລ້ວ ຈຳນວນໜຶ່ງ ແລະ ມັນອາດຈະບໍ່ພຽງພໍ ຖ້າມີກໍລະນີຄົນເຈັບ ເພີ່ມຂຶ້ນ ແລະ ກໍຍັງໄດ້ຮຽກຮ້ອງມາຍັງກະ ຊວງ ສາທາລະນະສຸກ ກໍຄື ທາງຄະນະສະເພາະກິດ ເພື່ອຕອບສະໜອງເຄື່ອງ ອຸປະກອນປ້ອງ ກັນຕົນເອງ ໃຫ້ແກ່ພວກເຮົາຕື່ມອີກ.

ນັບແຕ່ມີຄຳສັ່ງ ແຈ້ງການ ຈາກ ສນຍ ເລກທີ 15/ສນຍ ລົງວັນທີ 21 ເມສາ 2021 ເພື່ອຮັກສາໄລຍະຫ່າງທາງສັງຄົມ ຫ້າມຄົນຢູ່ນະຄອນຫລວງວຽງຈັນ ເດີ່ນທາງໄປຕ່າງແຂວງ, ຫ້າມຄົນຕ່າງແຂວງ ເດີ່ນທາງເຂົ້ານະຄອນຫລວງວຽງຈັນ, ຍົກເວັນຜູ້ທີ່ມີພູມລຳເນົາ, ເຮັດວຽກປະຈຳ ຢູ່ນະຄອນຫລວງວຽງຈັນ, ຜູ້ທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ ນະຄອນຫລວງ ຫລື ຂັ້ນສູນກາງ ແລະ ກົມຂົ່ນສົ່ງສິນຄ້າ ແລະ ໃຫ້ໂຈະການບໍລິການຂົນສົ່ງ ໂດຍສານນະຄອນຫລວງ ໄປຕ່າງແຂວງ ແລະ ຈາກຕ່າງແຂວງ ເຂົ້າມານະຄອນຫລວງ ໃຫ້ເຈົ້າໜ້າທີ່ຕັ້ງດ່ານ ກວດກາຢ່າງເຂັ້ມງວດ.

ລາວ: ການປະຕິບັດ ຫລັກການ 5ປໍ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງທີ່ນຳເຊື້ອພະຍາດໄຂ້ຍຸງລາຍ ລາວ: ການປະຕິບັດ ຫລັກການ 5ປໍ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງທີ່ນຳເຊື້ອພະຍາດໄຂ້ຍຸງລາຍ

ແຂວງທີ່ມີການລາຍງານ ຫລາຍກວ່າໝູ່ແມ່ນ ນະຄອນ ຫລວງວຽງຈັນ, ມີເຖິງ 23 ຄົນ, ຖັດລົງມາແມ່ນ ແຂວງອັດຕະປື 14 ຄົນ, ວຽງຈັນ 7 ຄົນ, ຫລວງພະບາງ 6 ຄົນ, ເຊກອງ 4 ຄົນ, ສາລະວັນ 3 ຄົນ, ສະຫວັນນະເຂດ 2 ຄົນ, ຄຳມ່ວນ 2 ຄົນ, ບໍລິຄຳໄຊ 2 ຄົນ, ອຸດົມໄຊ 2 ຄົນ ແລະ ຫລວງນ້ຳທາ 1 ຄົນ, ທັງໝົດນັ້ນ ບໍ່ມີຜູ້ເສຍຊີວິດ.

ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງເຂດຊຸມຊົນ ຄະນະປະຕິບັດງານພາກຕາເວັນຕົກ ເລກທີ 79 – 81 ຖະໜົນ ຫຼີນາມເດ໊ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງເຂດຊຸມຊົນ ຄະນະປະຕິບັດງານພາກຕາເວັນຕົກ ເລກທີ 79 – 81 ຖະໜົນ ຫຼີນາມເດ໊

ຍສໝ - ຕອນຄ່ຳວັນທີ 26 ຕຸລາ, ທີ່ຮ່າໂນ້ຍ, ເຂດຊຸມຊົນຄະນະປະຕິບັດງານພາກຕາເວັນຕົກເລກທີ 79 – 81 ຖະໜົນ ຫຼີນາມເດ໊ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຄະນະປະຕິບັດງານພາກຕາເວັນຕົກ (1959 - 2019).

ຄຳນັບຮັບຕ້ອນ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 28 ປີ (15 ສິງຫາ 1991 - 15 ສິງຫາ 2019) ຄຳນັບຮັບຕ້ອນ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 28 ປີ (15 ສິງຫາ 1991 - 15 ສິງຫາ 2019)

ລັດຖະທຳມະນູນແມ່ນກົດໝາຍພື້ນຖານຂອງລາວ ເຊິ່ງກຳນົດລະອຽດເຖິງລະບອບການເມືອງ ເສດຖະ ກິດສັງຄົມ ສິດທິພື້ນຖານຂອງພົນລະເມືອງລາວ ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົງຈັກ ລັດແຫ່ງ ສປປ ລາວ.

ໄຊພອນ

ເຫດການ
302 Found

Found

The document has moved here.