ນັກສຶກສາ 3 ປະເທດເຂົ້າຮ່ວມວັນບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ

09:16 | 27/04/2021

ຍ​ສ​ໝ - ທີ່​ວັນ​ບຸນ, ບັນ​ດາ​ນັກ​ສຶກ​ສາ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ​ໄດ້​ພ້ອມ​ກັນ​ພົວ​ພັນແລກ​ປ່ຽນ, ເຂົ້າ​ຮ່ວມ​ພິ​ທີ​ບາ​ສີ​ສູ່​ຂວັນ ແລະ ຫົດ​ນ້ຳ ແມ່ນ​ບັນ​ດາ​ພິ​ທີ​ອວຍ​ພອນ​ປີ​ໃໝ່​ພາ​ວະ​ນາ​ຄວາມ​ໂສກ​ດີ ແລະ ຍາມ​ໃດ​ກໍ່​ໄດ້​ນຳ​ໃຊ້​ເພື່ອ​ຮັບ​ແຂກ​ດ້ວຍ​ຄ​ວາມ​ໝາຍອວຍ​ພອນ​ຄວາມ​ຜາ​ສຸກ, ຜົນ​ສຳ​ເລັດ ແລະ ຄວາມ​ໂສກ​ດີ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ຂອງ ລາວ ແລະ ກຳ​ປູ​ເຈຍ.

ກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 10 ກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 10
ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກຳປູເຈຍ - ລາວ ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກຳປູເຈຍ - ລາວ
ນັກສຶກສາ 3 ປະເທດເຂົ້າຮ່ວມວັນບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ
ລາຍ​ການ​ສະ​ແດງ​ສິ​ລະ​ປະ ຂອງ​ນັກ​ສຶກ​ສາ (ພາບ: TTXVN)

ຫວ່າງ​ແລ້ວນີ້, ຢູ່​ມະ​ຫາ​ວິ​ທະ​ນາ​ໄລ​ການ​ແພດ ຟ້າມງອກ​ແທັກ ນະ​ຄອນ ໂຮ່​ຈີ​ມິນ, ຄະ​ນະ​ຊາວ​ໜຸ່ມ ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​ວັນ​ບຸນ​ພົບ​ປະ​ພົວ​ພັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໃນ​ປີ 2021 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກ​ສາ 3 ປະ​ເທດ​ນັບ​ຮ້ອຍ​ຄົນ.

ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ຄະ​ນະ​ປະ​ຈຳ​ຊາວ​ໜຸ່ມ​ນະ​ຄອນ ໂຮ່​ຈີ​ມິນ ພ້ອມ​ກັບ​ຄະ​ນະ​ຊາວ​ໜຸ່ມ​ທຸກ​ຂັ້ນ ຍາ​ມ​ໃດ​ກໍ່​ເອົາ​ໃຈ​ໃສ່, ເບິ່ງ​ແຍງ​ດູ​ແລ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ນັກ​ສຶກ​ສາ ລາວ ແລະ ນັກ​ສຶກ​ສາ​ກຳ​ປູ​ເຈຍ​ ຮ່ຳ​ຮຽນ​ຢູ່​ບັນ​ດາ​ໂຮງ​ຮຽນ​ໃນ​ບໍ​ລິ​ເວນ​ນະ​ຄອນ ໄດ້​ຮັບ​ຄວາມ​ຮູ້ຫຼາຍ​ຢ່າງ, ຮ່ຳ​ຮຽນ​ໄດ້ຫຼາຍ​ທັກ​ສະ ເພື່ອ​ອະ​ນາ​ຄົດ​ອາດ​ຈະ​ປະ​ກອບ​ສ່ວນ​ເຫື່ອ​ແຮງ​ຂອງ​ຕົນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຊາດ​ຂອງ​ຕົນ ແລະ ມີ​ໂອ​ກາດ​ພົວ​ພັນ, ຊອກ​ຫາ​ກ່ຽວ​ກັບ​ປະ​ຫວັດ​ສາດ​ການ​ພົວ​ພັນ​ລະ​ຫວ່ງ ຫ​ວຽດ​ນາມ - ລາວ - ກຳ​ປູ​ເຈຍ, ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ ນ້ຳ​ໃຈ​ສາ​ມັກ​ຄີ​ທີ່​ເປັນ​ມູ​ນ​ເຊື້ອ, ການ​ພົ​ວ​ພັນ​ມິດ​ຕະ​ພາບ​ມິດ​ຕະ​ພາບ ລະ​ຫວ່າງ ປະ​ຊາ​ຊົນ ແລະ ຊາວ​ໜຸ່ມ 3 ປະ​ເທດ.

ນັກສຶກສາ 3 ປະເທດເຂົ້າຮ່ວມວັນບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ
ພິ​ທີ​ບາ​ສີ​ສູ່​ຂວັນ

ທີ່​ວັນ​ບຸນ, ບັນ​ດາ​ນັກ​ສຶກ​ສາ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ​ໄດ້​ພ້ອມ​ກັນ​ພົວ​ພັນແລກ​ປ່ຽນ, ເຂົ້າ​ຮ່ວມ​ພິ​ທີ​ບາ​ສີ​ສູ່​ຂວັນ ແລະ ຫົດ​ນ້ຳ ແມ່ນ​ບັນ​ດາ​ພິ​ທີ​ອວຍ​ພອນ​ປີ​ໃໝ່​ພາ​ວະ​ນາ​ຄວາມ​ໂສກ​ດີ ແລະ ຍາມ​ໃດ​ກໍ່​ໄດ້​ນຳ​ໃຊ້​ເພື່ອ​ຮັບ​ແຂກ​ດ້ວຍ​ຄ​ວາມ​ໝາຍອວຍ​ພອນ​ຄວາມ​ຜາ​ສຸກ, ຜົນ​ສຳ​ເລັດ ແລະ ຄວາມ​ໂສກ​ດີ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ຂອງ ລາວ ແລະ ກຳ​ປູ​ເຈຍ.

ວັນ​ບຸນ​ກໍ່​ມີ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍຫຼາຍ​ຢ່າງ​ຄື: ງານ​ວາງ​ສະ​ແດງ​ຊຸດ​ອາ​ພອນ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ, ການ​ແຂ່ງ​ຂັນ​ແຕ່ງ​ອາ​ຫານ​ການ​ກິນ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ, ໃຫ້​ຄຳ​ປຶກ​ສາ​ດ້ານ​ສຸ​ຂະ​ພາບ​ໃຫ້​ແກ່​ນັກ​ສຶກ​ສາ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ, ທົດ​ລອງ​ການ​ຂຽນ​ໜັງ​ສື​ຫວຽດ​ເດີມ…ນອກ​ຈາກ​ນັ້ນ​ຍັງ​ມີ​ບັນ​ດາ​ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສິ​ລະ​ປະ.

ຕາມ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ແລ້ວ, ປັດ​ຈຸ​ບັນ, ນະ​ຄອນ​ໂຮ່​ຈີ​ມິນ ມີ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ ກ່​ວາ 800 ຄົນ ທີ່​ພວມ​ຮ່ຳ​ຮຽນ​ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ບໍ​ລິ​ເວນ​ນະ​ຄອນ. ນັກ​ສຶກ​ສາ​ທຸກ​ຄົນ​ລ້ວນ​ແຕ່​ໄດ້​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ, ຄະ​ນະ​ອະ​ທິ​ບໍ​ດີ ໂຮງ​ຮຽນ​ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ເຊື່ອມ​ຕົວ ແລະ ຮ່ຳ​ຮຽນ​ໃນ​ສະ​ພາບ​ແພດ​ລ້ອມ​ໃໝ່.

ກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 10 ກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 10

ຍສໝ - ຜູ້ນຳກຳປູເຈຍ, ລາວ ແລະ ມຽນມາ ໄດ້ສະແດງຄວາມຂອບໃຈປະເທດຫວຽດນາມ ທີ່ໄດ້ໃຫ້ທຶນການສຶກສາປະຈຳປີ ໃຫ້ແກ່ນັກສຶກສາຈາກ 3 ປະເທດ ແລະ ປາດຖະໜາວ່າ ຫວຽດນາມຈະສືບຕໍ່ຈັດຕັ້ງປະຕິບັດໂຄງການໃຫ້ທຶນການສຶກສານີ້ ໃນຊຸມປີຕໍ່ໜ້າ.

ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກຳປູເຈຍ - ລາວ ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກຳປູເຈຍ - ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນຊາດແຫ່ງລາຊະອານາຈັກ ກຳປູເຈຍ, ສູນກາງສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ, ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງການພົບປະແລກປ່ຽນ “ເພີ່ມພຸນຄູນສ້າງຄວາມມິດຕະພາບ”.

ກອງປະຊຸມສຳມະນາ 50 ປີແຫ່ງວັນສ້າງຕັ້ງຄະນະກຳມະການກູບາດ້ວຍຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ ກອງປະຊຸມສຳມະນາ 50 ປີແຫ່ງວັນສ້າງຕັ້ງຄະນະກຳມະການກູບາດ້ວຍຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ

ຍສໝ - , ການພົວພັນລະຫວ່າງ ປະຊາຊົນກູບາ ກັບ ປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ເພື່ອເປົ້າໝາຍຂອງການປະຕິວັດອັນສະຫງ່າລາສີ, ຕໍ່ສູ້ຕ້ານກັບຈັກກະພັດ, ເພື່ອຄວາມສະຫງົບສຸກ, ເອກະລາດແຫ່ງຊາດ, ຜືນແຜ່ນດິນອັນຄົບຖ້ວນ ແລະຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.