ນ້ຳໃຈມິດຕະພາບ ແລະການຮ່ວມມືໃນການພົວພັນສອງປະເທດ ຫວຽດນາມ - ຈີນ

10:18 | 26/04/2021

ຍສໝ - ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນຄັ້ງທີ 6 ໄດ້ສິ້ນສຸດລົງຢ່າງຈົບງາມໃນຕອນບ່າຍວັນທີ 24 ເມສາ, ອັນໄດ້ເປັນຂີດໝາຍຜົນສຳເລັດແຫ່ງການພົບປະແລກປ່ຽນຢູ່ເຂດຊາຍແດນລະຫວ່າງກອງທັບສອງປະເທດ.

ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຮຽກຮ້ອງບັນດາປະເທດພັດທະນາສືບຕໍ່ນໍາໜ້າກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຮຽກຮ້ອງບັນດາປະເທດພັດທະນາສືບຕໍ່ນໍາໜ້າກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ
ນ້ຳໃຈມິດຕະພາບ ຂອງຊົນເຜົ່າລຽບຕາມແນວຊາຍແດນ ຫວຽດນາມ - ລາວ ນ້ຳໃຈມິດຕະພາບ ຂອງຊົນເຜົ່າລຽບຕາມແນວຊາຍແດນ ຫວຽດນາມ - ລາວ
ສອງຝ່າຍຍັງຕີລາຄາວ່ານັບແຕ່ເມື່ອລາຍການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນໄດ້ຮັບການຈັດຕັ້ງຄັ້ງທຳອິດໃນປີ 2014 ມາຮອດປະຈຸບັນ
ສອງຝ່າຍຍັງຕີລາຄາວ່ານັບແຕ່ເມື່ອລາຍການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນໄດ້ຮັບການຈັດຕັ້ງຄັ້ງທຳອິດໃນປີ 2014 ມາຮອດປະຈຸບັນ. ພາບ: qdnd.vn

ລາຍການພົບປະແລກປ່ຽນຄັ້ງນີ້ແມ່ນໄດ້ດໍາເນີນພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ Wei Fenghe ລັດຖະມົນຕີກະຊວງປ້ອງກັນປະເທດຈີນ. ໃນຂອບການພົບປະແລກປ່ຽນ, ສອງຝ່າຍເຫັນດີເປັນເອກະສັນຖືວ່າ ໃນໄລຍະກວ່າ 70 ປີ ທີ່ຫວຽດນາມ ແລະຈີນ ສ້າງຕັ້ງສາຍພົວພັນທາງການທູດນັ້ນ, ຍາມໃດນ້ຳໃຈມິດຕະພາບ ແລະການຮ່ວມມືກໍ່ໄດ້ຖືເປັນສຳຄັນໃນການພົວພັນລະຫວ່າງສອງພັກ, ສອງປະເທດ. ບົນພື້ນຖານຄວາມຮັບຮູ້ລວມຂອງການນຳຂັ້ນສູງຫວຽດນາມ ແລະຈີນ, ໃນໄລຍະຜ່ານມາ, ກິດຈະກໍາພົບປະແລກປ່ຽນ, ການຮ່ວມມືລະຫວ່າງສອງປະເທດ, ກະຊວງປ້ອງກັນປະເທດສອງປະເທດເວົ້າລວມ ແລະລະຫວ່າງກໍາລັງປ້ອງກັນຊາຍແດນຂອງສອງປະເທດເວົ້າສະເພາະກໍ່ໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ. ສະພາບເຂດຊາຍແດນຫວຽດນາມ - ຈີນ ສືບຕໍ່ມີສະຖຽນລະພາບ, ສັນຕິພາບ, ເສັ້ນຊາຍແດນ ແລະລະບົບຫຼັກໝາຍຊາຍແດນແຫ່ງຊາດ, ກໍ່ຄືຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພຢູ່ເຂດຊາຍແດນລວມໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ.

ສອງຝ່າຍຍັງຕີລາຄາວ່ານັບແຕ່ເມື່ອລາຍການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນໄດ້ຮັບການຈັດຕັ້ງຄັ້ງທຳອິດໃນປີ 2014 ມາຮອດປະຈຸບັນ, ບັນດາເນື້ອໃນຮ່ວມມືນັມມື້ນັບແທດຈິງ, ມີປະສິດທິຜົນ, ມີລັກສະນະແຜ່ຂະຫຍາຍ, ກາຍເປັນໜຶ່ງໃນບັນດາກິດຈະກຳສັນຍາລັກ ແລະມີຄວາມໝາຍທີ່ສຸດຕໍ່ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ.

ກ່ອນໜ້ານັ້ນ, ການເຈລະຈາຍຸດທະສາດປ້ອງກັນຊາດຂັ້ນຮອງລັດຖະມົນຕີຫວຽດນາມ-ຈີນ ຄັ້ງທີ 7 ໄດ້ດໍາເນີນຢູ່ນະຄອນ Dong Xing, ແຂວງ Guangxi, ຈີນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນຕີ Shao Yuanming ຮອງຫົວໜ້າກົມໃຫຍ່ເສນາທິການປະສົມຄະນະພັກການທະຫານສູນກາງຈີນ. ສອງຝ່າຍເຫັນດີເປັນເອກະພາບຄວນສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືຕາມຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ຮອດປີ 2025 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ; ສືບຕໍ່ປະຕິບັດເອກະສານນິຕິກຳ ສາມ ສະບັບວ່າດ້ວຍຊາຍແດນ ລະຫວ່າງສອງປະເທດ ແລະບັນດາຂໍ້ຕົກລົງ, ບົດບັນທຶກຮ່ວມມືທີ່ໄດ້ລົງນາມຢ່າງເຂັ້ມງວດ; ຮ່ວມມືຢ່າງແໜ້ນແຟ້ນໃນການຄຸ້ມຄອງ, ຄວບຄຸມການເຂົ້າອອກເມືອງ... ພ້ອມກັນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນໃຫ້ເປັນຢ່າງດີ.

ຫວຽດນາມ ອາດຈະກາຍເປັນປະເທດມະຫາອຳນາດກ່ຽວກັບພະລັງງານທົດແທນ ຫວຽດນາມ ອາດຈະກາຍເປັນປະເທດມະຫາອຳນາດກ່ຽວກັບພະລັງງານທົດແທນ

ຍສໝ - ຫວຽດນາມ ລົງທຶນ 7,4 ຕື້ໂດລາສະຫະລັດເຂົ້າໄຟຟ້າໃຊ້ພະລັງແຮງລົມ, ໄຟຟ້າແສງຕາເວັນ, ດ້ວຍຄວາມສາມາດບົ່ມຊ້ອນຂອງຕົນ, ຫວຽດນາມ ອາດຈະກາຍເປັນປະເທດມະຫາອຳນາດກ່ຽວກັບພະລັງງານທົດແທນ.

ຫວຽດນາມ ໄດ້ເພີ່ມທະວີ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບອິນໂດເນເຊຍ ຫວຽດນາມ ໄດ້ເພີ່ມທະວີ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບອິນໂດເນເຊຍ

ຍສໝ - ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຫຼຸດຜ່ອນ ສິ່ງກີດຂວາງດ້ານການຄ້າ, ກຳຈັດຄວາມຫຍຸ້ງຍາກ ແລະ ບັນຫາຕ່າງໆໃຫ້ວິສາຫະກິດຂອງສອງປະເທດ ໃນການນຳວົງເງິນການຄ້າສອງຝ່າຍຂຶ້ນເປັນ 10 ຕື້ໂດລາສະຫະລັດໂດຍໄວ ຕາມທ່າອຽງຫຼຸດຜ່ອນການຂາດດຸນການຄ້າຂອງຫວຽດນາມ.

ສະມາຄົມພຸດທະສາສະໜາ ຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ ສະມາຄົມພຸດທະສາສະໜາ ຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ

ຕອນເຊົ້າວັນທີ 24 ເມສາ, ທີ່ນະຄອນຫລວງ ວຽງຈັນ, ລາວ, ພະອາຈານໃຫຍ່ ທິກມິງກວາງ, ເຈົ້າອະທິການວັດ ເຟີດຕິກ ນະຄອນຫລວງ ວຽງຈັນ ໄດ້ມອບໝີ່ສຳເລັດຮູບ 1000 ແກັດໃຫ້ແກ່ອົງການພຸດທະສາສະໜາສຳພັນລາວ.

ໄຊພອນ

ເຫດການ
302 Found

Found

The document has moved here.