ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ ຢາກ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຊູ​ຣີ​ນາມ ແລະ ໂບ​ລີ​ວີ ໃນ​ທຸກ​ຂົງ​ເຂດ

16:03 | 06/05/2021

ຍ​ສ​ໝ - ທີ່​ການ​ເຮັດ​ວຽກ​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ ກ່ຽວ​ກັບ​ສະ​ພາບ​ການ​ທີ່​ສັບ​ສົນ ແລະ ຜົນ​ສະ​ທ້ອນ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ບັນ​ດາ​ປະ​ເທດ ກໍ່​ຄື​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19.

ໜ່ວຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ເຂດ​ລວມ​ໝູ່ 79 – 81 ລີ​ນາມ​ເດ໊ ເປີດ​ນຳ​ໃຊ້​ຫ້ອງ​ມູນ​ເຊື້ອ ໜ່ວຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ເຂດ​ລວມ​ໝູ່ 79 – 81 ລີ​ນາມ​ເດ໊ ເປີດ​ນຳ​ໃຊ້​ຫ້ອງ​ມູນ​ເຊື້ອ
ຊຸກ​ຍູ້​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປ​ຸ່ນ ຫຼາຍກວ່າ​ອີກ ຊຸກ​ຍູ້​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປ​ຸ່ນ ຫຼາຍກວ່າ​ອີກ
ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ ຢາກ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຊູ​ຣີ​ນາມ ແລະ ໂບ​ລີ​ວີ ໃນ​ທຸກ​ຂົງ​ເຂດ
ບັນ​ດາ​ຜູ້​ແທນ​ຖ່າຍ​ຮູ​ບ​ເປັນ​ທີ່​ລະ​ນຶກ

ຫວ່າງ​ແລ້ວນີ້, ທ່ານນາງ ຟ້າມ​ທິ​ກິ​ມ​ຮ​ວາ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ບ​ຣາ​ຊິນ ໄດ້​ມີ​ການ​ເຮັດ​ວຽກ​ກັບ ທ່ານ Marlon Mohamed Hoesein ເອກ​ອັກ​ຄະ​ລັດ​ຖະ​ທູດ ຊູ​ຣີ​ນານ ຢູ່​ ບ​ຣາ​ຊິນ ແລະ ທ່ານ FalegValdez Copas ອຸ​ປະ​ທູດໂບ​ລີ​ວີ ປະ​ຈຳ ບ​ຣາ​ຊິນ.

ທີ່​ການ​ເຮັດ​ວຽກ​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ ກ່ຽວ​ກັບ​ສະ​ພາບ​ການ​ທີ່​ສັບ​ສົນ ແລະ ຜົນ​ສະ​ທ້ອນ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ບັນ​ດາ​ປະ​ເທດ ກໍ່​ຄື​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19. ຊູ​ຣີ​ນາມ ແລະ ໂບ​ລີ​ວີ​ແມ່ນ​ສອງ​ປະ​ເທດ​ທີ່​ມີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ອັນ​ດີ​ງາມ ກັບ ຫວຽດ​ນາມ, ໃນ​ນັ້ນ ໂບ​ລີ​ວີ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ ອາ​ເມ​ລິ​ກາ​ລາ​ຕິນ ສະ​ໜັ​ບ​ສະ​ໜູນ ຫວຽດ​ນາມ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ ໂລກ (WTO) ແລະ ເປັນ​ກ​ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊົນ​ອາ​ຍຸ​ການ 2008 – 2009 ໂດຍ​ໄວ. ຊູ​ຣີ​ນາມ ແລະ ໂບ​ລ​ີວ​ີ​ ຂໍ​ສະ​ແດງ​ຄວາມ​ຍິນດ​ີ​ນຳ​ບັນ​ດາ​ຜົນ​ງານ​ຂອງ ຫວຽດ​ນາມ ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ເລື່ອງ​ຫວຽດ​ນາມ ບັນ​ລຸ​ການ​ເຕີບ​ໂຕ​ເປັນ​ບວກ​ໃນ​ສະ​ພາບ​ການ​ເສດ​ຖະ​ກິດ ໂລກ ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ.

ເຖິງວ່າ​ການ​ແລກ​ປ່ຽນ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ແລະ 2 ປະ​ເທດ​ຍັງ​ບໍ່​ໄດ້ຫຼາຍ​ປານ​ໃດ ແຕ່​ພວມ​ມີ​ທ່າ​ເຕີບ​ໂຕ​ສຳ​ລັບ ໂບ​ລີ​ວີ​ຈາກ 2,3 ລ້ານ USD ໃນ​ປິ 2007 ຂຶ້ນ​ເຖິງ 55 ລ້ານ USD ໃນ​ປີ 2020. ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ ຫວຽດ​ນາມ ສົ່ງ​ອອກ​ໄປ​ຍັງ​ປະ​ເທດນີ້ ສ່ວນຫຼາຍ​ແມ່ນ: ເກີບ, ຜະ​ລິດ​ຕະ​ພັນ​ຕຳ​ແຜ່ນ​ຕັດ​ຫຍິບ ແລະ ໜັງ​ເກີບ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຍັງ​ມີຫຼາຍ​ຂົງ​ເຂດ​ເຊິ່ງ​ສອງ​ຝ່າຍ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຄື​ຂຸດ​ຄົ້ນ ແລະ ປຸ່ງ​ແຕງ​ໂລ​ຫະ, ອາຍ​ແກັດ​ທຳ​ມະ​ຊາດ, ກະ​ສິ​ກຳ ແລະ ກໍ່​ສ້າງ, ເຕັກ​ໂນ​ໂລ​ຢີ​ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ເຕັກ​ໂນ​ໂລ​ຢີ​ສູງ…

ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ກິມ​ຮ​ວາ ໄດ້​ສະ​ແດງ​ຄວາມ​ຂອ​ບ​ອົກ​ຂອບ​ໃຈ​ກາ​ນ​ໜູ​ນ​ຊ່ວຍ ແລະ ຊ່ວຍ​ເຫຼືອ ຂອງ ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ທ່ານ ອຸ​ປະ​ທູດ ໂບ​ລີ​ວີ. ທ່ານ​ກໍ່​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຍູ້​ແຮ​ງ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ກັບ​ບັນ​ດາ​ປະ​ເທດ, ພິ​ເສດ​ແມ່ນ​ຢື່ນ​ສານ​ຕາ​ຕັ້ງ​ໂດຍ​ໄວ ພາຍຫຼັງ​ສະ​ພາບ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ ບ​ຣາ​ຊິນ ​ໄດ້​ຮັບ​ການ​ຄວບ​ຄຸມ.

ໜ່ວຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ເຂດ​ລວມ​ໝູ່ 79 – 81 ລີ​ນາມ​ເດ໊ ເປີດ​ນຳ​ໃຊ້​ຫ້ອງ​ມູນ​ເຊື້ອ ໜ່ວຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ເຂດ​ລວມ​ໝູ່ 79 – 81 ລີ​ນາມ​ເດ໊ ເປີດ​ນຳ​ໃຊ້​ຫ້ອງ​ມູນ​ເຊື້ອ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ ພິ​ທີ, ທ່າ​ນ​ນາງ ຫງວຽນ​ທິ​ກິມ​ແອັງ, ຫົວ​ໜ້າ​ໜ່ວຍ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ເຮືອນ​ລວມ​ໝູ່ ເລກ​ທີ 79 – 81 ຖະ​ໜົນ​ລີ໊ນາມ​ເດ໊ ໃຫ້​ຮູ້​ວ່າ: ປີ 1959, ຄະ​ນະ​ປະ​ຕິດງານ​ພາກ​ຕາ​ເວັນ​ອອກ ໄດ້​ສ້າງ​ຕັ້ງ​ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອ​ໃຫ້​ແກ່​ການ​ປະ​ຕິ​ວັດ​ລາວ​ໃນ​ໄລ​ຍະ​ຕໍ່​ສູ້​ຕ້ານ​ອາ​ເມ​ລິ​ກາ. ຄະ​ນະ​ທີ່​ມີ​ສຳ​ນັກ​ງານ​ລັບ ຢູ່​ເຮືອນ​ເລກ​ທີ 79 – ...

ຊຸກ​ຍູ້​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປ​ຸ່ນ ຫຼາຍກວ່າ​ອີກ ຊຸກ​ຍູ້​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປ​ຸ່ນ ຫຼາຍກວ່າ​ອີກ

ຍີ່ປຸ່ນ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງກັບ ຫວຽດນາມ; ຕີລາຄາສູງທີ່ຕັ້ງບົດບາດຂອງ ຫວຽດນາມຢູ່ພາກພື້ນ ແລະ ສາກົນ ແລະ ຈະສືບຕໍ່ຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນວິວັດການພັດທະນາ.

ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ ແມ່ນ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ລັດ​ເຊຍ ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ ແມ່ນ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ລັດ​ເຊຍ

ຍ​ສ​ໝ - ທີ່​ການ​ເຮັດ​ວຽກ, ທ່ານຈິ້ງກວັກ​ແຄ໊ງ ກ​ໍ່​ໄດ້​ແນະ​ນຳ​ກ່ຽວ​ກັບ​ທ່ານ ດັ່ງ​ມິງ​ຄອຍ​ ບັນ​ດາ​ຄວາມ​ສະ​ດວກ ກໍ່​ຄື​ຄວາມ​ທຸກ​ຍາກ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ ແລະ ຄູ່​ຮ່ວມ​ມື​ແມ່ນ ສະ​ມາ​ຄົມ​ມິດ​ຕະ​ພາບ ລັດ​ເຊຍ - ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.