ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ ແມ່ນແຫຼ່ງກຳລັງໜູນເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ

11:53 | 30/04/2021

ຍສໝ - ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຍາມໃດກໍແມ່ນສ່ວນໜຶ່ງທີ່ສຳຄັນໃນການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ອາເມລິກາ ນັບແຕ່ເມື່ອຫັນການພົວພັນທາງການທູດເປັນປົກກະຕິເມື່ອປີ 1995.

HUFO ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ບັນ​ດາ​ຄອບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 HUFO ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ບັນ​ດາ​ຄອບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ອາເມລິກາ - ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ ອາເມລິກາ - ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ
Khắc phục hậu quả sau chiến tranh là động lực thúc đẩy quan hệ Việt Nam - Mỹ
ແມ່ນແຫຼ່ງກຳລັງໜູນເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ. ພາບປະກອບ

ເຖິງວ່າສົງຄາມໄດ້ສິ້ນສຸດລົງກ່ອນນີ້ 46 ປີ ແລ້ວກໍຕາມ ແຕ່ຜົນຮ້າຍຢ້ອນຫຼັງຈາກສົງຄາມຍັງມີຢູ່, ນັບແຕ່ໄດ້ບາດເຈັບບົນຮ່າງກາຍຂອງນັກຮົບເກົ່າ ແລະ ສາມັນຊົນ, ຫຼາຍຄົນຕ້ອງເປັນຄົນພິການ ຫຼື ເປັນພະຍາດຕ່າງໆ ຍ້ອນປະສົບເຄາະຮ້າຍຈາກທາດພິດເຄມີ, ຫຼາຍຄອບຄົວຕ້ອງຍົກຍ້າຍບ່ອນພັກອາໄສ, ຈາກພືດພັນຖືກທຳລາຍຢ່າງສິ້ນເຊີງ ຕະຫຼອດຮອດບັນດາເນື້ອທີ່ດິນຖືກມົນລະພິດ ຫຼື ຍັງມີລູກລະເບີດທີ່ບໍ່ທັນແຕກຕົກຄ້າງຢູ່

ໃນໄລຍະສິບກວ່າປີມານີ້, ອາເມລິກາ ໄດ້ໜູນຊ່ວຍ ຫວຽດນາມ ດ້ວຍຈຳນວນເງິນນັບຮ້ອຍລ້ານໂດລາສະຫະລັດ ເພື່ອຮັບໃຊ້ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ກົງກັນຂ້າມ, ຫວຽດນາມ ກໍຊ່ວຍເຫຼືອ ອາເມລິກາ ໃນການຊອກຫາອັດຖິທະຫານນັບພັນຄົນທີ່ຖືກຫາຍສາບສູນໃນປາງສົງຄາມ ຫວຽດນາມ.

ປີ 2020, ອາເມລິກາ ໃຫ້ຄຳໝັ້ນສັນຍາສະໜອງເງິນຈຳນວນ 65 ລ້ານ ໂດລາສະຫະລັດ ສຳລັບໂຄງການໜູນຊ່ວຍຜູ້ພິການ ຫວຽດນາມ ຢູ່ 8 ແຂວງ ບຸລິມະສິດ ພາຍໃນ 5 ປີ, ເພື່ອແນໃສ່ຮັບປະກັນໃຫ້ຄົນພິການ ມີໂອກາດເຊື່ອມຕົວເຂົ້າກັບສັງຄົມຢ່າງຮອບດ້ານ ແລະ ປົວແປງຄຸນນະພາບຊີວິດການເປັນຢູ່ໃຫ້ເຂົາເຈົ້າ.

ປີ 2006, ຫວຽດນາມ ແລະ ອາເມລິກາໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍໂຄງການສຸຂະພາບ ແລະ ບຳບັດສິ່ງແວດລ້ອມໃນບັນຫາແກ້ໄຂທາດພິດສີສົ້ມຢູ່ ຫວຽດນາມ, ອັນໄດ້ກາຍເປັນຂີດໝາຍສຳຄັນໃນການພ້ອມກັນຊອກຫາບັນດາມາດຕະການໃໝ່ໃຫ້ແກ່ບັນຫາທີ່ສັບສົນນີ້.

ປີ 2012, ອົງການພັດທະນາສາກົນ ອາເມລິກາ ແມ່ນຄູ່ຮ່ວມມື ພ້ອມກັບກະຊວງປ້ອງກັນປະເທດ ຫວຽດນາມ ຜັນຂະຫຍາຍໂຄງການ “ບຳບັດສິ່ງແວດລ້ອມທີ່ເປັນມົນລະພິດຈາກທາດພິດດີໂອຊິນ ຢູ່ສະໜາມບິນ ດ່າໜັງ ສສ ຫວຽດນາມ”.

ປີ 2018, ຫວຽດນາມ ແລະ ອາເມລິກາ ສືບຕໍ່ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື ເພື່ອປະຕິບັດໂຄງການບຳບັດທາດພິດ ດີໂອຊິນ ຢູ່ບໍລິເວນສະໜາມບິນ ບຽນຮວ່າ ສສ ຫວຽດນາມ.

ຍາກທີ່ຫາໄດ້ໃນສາຍພົວພັນສອງຝ່າຍໃດທີ່ມີບັນຫາແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ພັດມີການປະກອບສ່ວນສຳຄັນຕໍ່ວິວັດການສ້າງ, ປັບປຸງສາຍພົວພັນເປັນປົກກະຕິ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນຄືສາຍພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ.

ເປັນ​ຄັ້ງ​ທຳ​ອິດ ອາ​ເມ​ລິ​ກາ​ມອບ​ສັນ​ຍາ​ຜູ້​ຮັບ​ເໝົາຫຼັກ​ໃຫ້​ແກ່​ບໍ​ລິ​ສັດ​ຫວຽດ​ນາມ​ເພື່ອ​ແກ້​ໄຂ​ບັນ​ຫາ ດີ​ໂອ​ຊິນ ເປັນ​ຄັ້ງ​ທຳ​ອິດ ອາ​ເມ​ລິ​ກາ​ມອບ​ສັນ​ຍາ​ຜູ້​ຮັບ​ເໝົາຫຼັກ​ໃຫ້​ແກ່​ບໍ​ລິ​ສັດ​ຫວຽດ​ນາມ​ເພື່ອ​ແກ້​ໄຂ​ບັນ​ຫາ ດີ​ໂອ​ຊິນ

ຍ​ສ​ໝ - ສຳ​ນັກ​ຂ່າວ​ສານຫວຽດ​ນາມ​ໃຫ້​ຮູ້​ວ່າ, ເຖິງວ່າ​ບັນ​ດາ​ບໍ​ລິ​ສັດ​ຂອງ ຫວຽດ​ນາມ ເຄີຍ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ແກ້​ໄຂ​ທາດ​ດີ​ໂອ​ຊິນ​ຂອງ​ອົງ​ການນີ້​ ຢູ່​ທັງ​ສອງ​ໂຄງ​ການ​ແມ່ນ ສະ​ໜາມ​ບິນ​ດ່າ​ນັ້ງ ແລະ ສະ​ໜາມ​ບິນບ​ຽນ​ຮ່​ວາ​ແລ້ວ, ແຕ່​ພຽງ​ແຕ່​ແມ່ນ​ຜູ້​ຮັ​ບ​ເໝົາ​ສຳ​ຮອງ​ຂອງ​ບັນ​ດາ​ບໍ​ລິ​ສັດ​ອາ​ເມ​ລິ​ກາ.

ໂຄວິດ - 19 ກໍ່​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ນັກ​ສຶກ​ສາ​ຫວຽດ​ນາມ​ໄປ​ຮຽ​ນ​ຢູ່​ຕ່າງ​ປະ​ເທດ ໂຄວິດ - 19 ກໍ່​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ນັກ​ສຶກ​ສາ​ຫວຽດ​ນາມ​ໄປ​ຮຽ​ນ​ຢູ່​ຕ່າງ​ປະ​ເທດ

ຍ​ສ​ໝ - ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ກົມ​ຮ່ວມ​ມື​ສາ​ກົນ, ກະ​ຊວ​ງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ​ແລ້ວ, ປັດ​ຈຸ​ບັນ ຫວຽດ​ນາມ ມີ​ນັກ​ສຶກ​ສາ ປະ​ມານ 190.000 ຄົນ​ທີ່​ພວມ​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ ຢູ່​ຕ່າງ​ປະ​ເທດ. ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

ຫວຽດ​ນາມ ເພີ່ມຂຶ້ນ 3 ລຳ​ດັບ​ກ່ຽວ​ກັບ​ສິດ​ອຳ​ນາດ​ອ່ອນທົ່ວ​ໂລກ ຍ້ອນ​ຜົນ​ກະ​ທົບ​ຈາກ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຫວຽດ​ນາມ ເພີ່ມຂຶ້ນ 3 ລຳ​ດັບ​ກ່ຽວ​ກັບ​ສິດ​ອຳ​ນາດ​ອ່ອນທົ່ວ​ໂລກ ຍ້ອນ​ຜົນ​ກະ​ທົບ​ຈາກ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສໝ - ບັນ​ດາ​ປະ​ເທດ ແລະ ເຂດ​ແຄ້ວນ​ໄດ້​ຕີ​ລາ​ຄາ​ອີ່ງ​ໃສ່​ບັນ​ດາ​ປັດ​ໄຈ​ຄື ຄວາມ​ຮັບ​ຮູ້, ຜົນ​ສະ​ທ້ອນ, ອິດ​ທິ​ພົນ​ຊື່​ສຽງ​ທົ່ວ​ໂລກ, ການ​ສະ​ແດງ​ໃນ​ບັນ​ດາ​ຂົງ​ເຂດຫຼັກ​ແຫຼ່ງ​ຄື ການ​ຄ້າ, ການ​ບໍ​ລິ​ຫານ, ວັດ​ທະ​ນະ​ທຳ ແລະ ມໍ​ລະ​ດົກ, ການ​ສື່​ສານ, ການ​ສຶກ​ສາ ແລະ ວິ​ທະ​ຍາ​ສາດ, ມະ​ນຸດ ແລະ ມູ​ນ​ຄ່າ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.