ນາຍົກລັດຖະມົນຕີ ຫວຽດນາມ ຊີ້ນຳກະຊວງສາທາລະນະສຸກ ພ້ອມກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ໜູນຊ່ວຍ ລາວ ໃນການຮັບມືກັບໂລກລະບາດໂຄວິດ 19

06:07 | 02/05/2021

ຍສໝ - ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງທ່ານ ພັນຄໍາ ວິພາວັນ, ຄວາມຕັດສິນໃຈຕ້ານພະຍາດໂຄວິດ-19 ຂອງບັນດາອົງການທີ່ກ່ຽວຂ້ອງ ແລະປະຊາຊົນທຸກຄົນ, ປະເທດຊາດ ແລະປະຊາຊົນລາວອ້າຍນ້ອງ ຈະສາມາດຄວບຄຸມພະຍາດໂຄວິດ-19 ໂດຍໄວ, ຟື້ນຟູເສດຖະກິດ-ສັງຄົມຢ່າງວ່ອງໄວ ແລະສືບຕໍ່ພັດທະນາແບບຍືນຍົງ.

ອົງການສະຫະປະຊາຊາດເພື່ອການພັດທະນາ  ໜູນຊ່ວຍ ຫວຽດນາມ ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ ອົງການສະຫະປະຊາຊາດເພື່ອການພັດທະນາ ໜູນຊ່ວຍ ຫວຽດນາມ ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​
ອົງການສະຫະປະຊາຊາດເພື່ອການພັດທະນາ ໜູນຊ່ວຍ  ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ອົງການສະຫະປະຊາຊາດເພື່ອການພັດທະນາ ໜູນຊ່ວຍ ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ນາຍົກລັດຖະມົນຕີ ຫວຽດນາມ ຊີ້ນຳກະຊວງສາທາລະນະສຸກ ພ້ອມກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ໜູນຊ່ວຍ  ລາວ ໃນການຮັບມືກັບໂລກລະບາດໂຄວິດ 19
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ.ພາບ:baochinhphu

ຫວ່າງແລ້ວນີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ສົ່ງຈົດໝາຍຢ້ຽມຢາມຖາມຂ່າວເຖິງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີລາວ ແລະແຈ້ງໃຫ້ຮູ້ກ່ຽວກັບບ້ວງໜູນຊ່ວຍ 500.000 ໂດລາສະຫະລັດຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ຊ່ວຍພັກ, ລັດ ແລະປະຊາຊົນລາວ ເພື່ອຮັບມືກັບພະຍາດໂຄວິດ-19.

ໃນສານຢື້ຢາມຖາມຂ່າວ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ຕີລາຄາສູງບັນດາມາດຕະການໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງຂ້ຽວຂາດເຊິ່ງລັດຖະບານລາວ ພວມຜັນຂະຫຍາຍ, ພ້ອມທັງສະແດງຄວາມແບ່ງປັນ ແລະຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງ ລາວ ພວມປະເຊີນໜ້າ. ນອກຈາກບ້ວງເງິນຫນູນຊ່ວຍ 500.00 ໂດລາສະຫະລັດ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຍັງຊີ້ນຳກະຊວງສາທາລະນະສຸກ ພ້ອມກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ຮີບເຮັ່ງແບ່ງເບົາບົດຮຽນການຄວບຄຸມໂລກລະບາດໃຫ້ ລາວ, ສົ່ງຜູ້ຊ່ຽວຊານ ແລະ ອຸປະກອນການແພດຕ່າງໆ ຊື່ງເພື່ອນລາວ ພວມຕ້ອງການໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງທ່ານ ພັນຄໍາ ວິພາວັນ, ຄວາມຕັດສິນໃຈຕ້ານພະຍາດໂຄວິດ-19 ຂອງບັນດາອົງການທີ່ກ່ຽວຂ້ອງ ແລະປະຊາຊົນທຸກຄົນ, ປະເທດຊາດ ແລະປະຊາຊົນລາວອ້າຍນ້ອງ ຈະສາມາດຄວບຄຸມພະຍາດໂຄວິດ-19 ໂດຍໄວ, ຟື້ນຟູເສດຖະກິດ-ສັງຄົມຢ່າງວ່ອງໄວ ແລະສືບຕໍ່ພັດທະນາແບບຍືນຍົງ.

ກ່ອນໜ້ານັ້ນ, ໂດຍໄດ້ຮັບຂ່າວສະພາບການໂລກລະບາດໂຄວິດ - 19 ພວມແຜ່ລະບາດ ຢູ່ ລາວ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.

ເນື້ອໃນຂອງໂທລະເລກດັ່ງກ່າວມີຕອນຂຽນວ່າ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍເອົາໃຈໃສ່, ຕິດຕາມຢ່າງໃກ້ຊິດ ແລະ ແບ່ງເບົາຕໍ່ຄວາມຫຍຸ້ງຍາກ ເຊິ່ງປະເທດ ລາວ ພວມປະເຊີນໜ້າ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ຫວຽດນາມ ຍາມໃດກໍກຽມພ້ອມທີ່ຈະຮ່ວມມື, ໜູນຊ່ວຍ, ແບ່ງປັນປະສົບການ, ຮຽງບ່າຮຽງໄຫຼ່ ພ້ອມກັບ ລາວ ໃນການ ຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ເພື່ອໃຫ້ສອງປະເທດພວກເຮົາ ພ້ອມກັນນຳປະເທດກັບຄືນສູ່ສະພາບເປັນປົກກະຕິໂດຍໄວ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

Samsung ຫວຽດນາມ ໜູນຊ່ວຍ 5 ຕື້ດົງ ເພື່ອຊ່ວຍເຫຼືອພາກກາງຜ່ານຜ່າໄພທຳມະຊາດ Samsung ຫວຽດນາມ ໜູນຊ່ວຍ 5 ຕື້ດົງ ເພື່ອຊ່ວຍເຫຼືອພາກກາງຜ່ານຜ່າໄພທຳມະຊາດ

ຍສໝ - ເພື່ອຊ່ວຍເຫຼືອປະຊາຊົນພາກກາງຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມະຊາດ, ບັນດາໂຮງງານ ແລະ ພະນັກງານຂອງ Samsung ຫວຽດນາມ ໄດ້ສະໜັບສະໜູນບໍລິຈາກ 5 ຕື້ດົງ ແລະ ສ້ອມແປງເຄື່ອງໄຟຟ້າໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນເຂດພາຍຸນໍ້າຖ້ວນ.

ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Suga Yoshihide ໄດ້​ສະ​ແດ​ງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ການ​ພົວ​ພັນ​ລະ​ຫ່ວາງ​ຍີ່​ປຸ່ນ - ຫວຽດ​ນາມ, ທ່ານ​ກໍ່​ຂອບ​ໃຈ​ການ​ຮ່ວມ​ມື​ຢ່າງ​ຕ​ັ້ງ​ໜ້າ​ຂອງ​ຫວຽດ​ນາມ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid - 19.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສສ.ຫວຽດນາມ ໄດ້ມີການພົບປະເຈລະຈາ ກັບ ທ່ານ ທອງລຸນ ສີສຸລິດ  ນາຍົກລັດຖະມົນຕີ ສປປ.ລາວ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສສ.ຫວຽດນາມ ໄດ້ມີການພົບປະເຈລະຈາ ກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ

ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ສສ.ຫວຽດນາມ ຫງວຽນຊວນຟຸກ, ວັນທີ 5 ກໍລະກົດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງລັດຖະບານລາວ ໄດ້ເດີນທາງຢ້ຽມຢາມເຮັດວຽກທີ່ຫວຽດນາມ ໃນລະຫວ່າງແຕ່ວັນທີ 5 - 6 ມິຖຸນານີ້.

ໄຊພອນ

ເຫດການ
302 Found

Found

The document has moved here.