ສູນກາງຄະນະຊາວໜຸ່ມ ຫວຽດນາມ ມອບຜ້າອັດປາກໃຫ້ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປະກອບສ່ວນເພີ່ມທະວີຄວາມສາມາດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19

20:26 | 30/04/2021

ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະຜູ້ແທນສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ມາຢ້ຽມຢາມ, ລະດົມກໍາລັງໃຈ ແລະມອບຜ້າອັດປາກ ໃຫ້ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປະກອບສ່ວນເພີ່ມທະວີຄວາມສາມາດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ສະຖານທູດຫວຽດນາມ ປະຈໍາ ລາວ ມອບຜ້າອັດປາກ 75.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ລາວ ສະຖານທູດຫວຽດນາມ ປະຈໍາ ລາວ ມອບຜ້າອັດປາກ 75.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ລາວ
ທະນາຄານກາງ ສ.ເກົາຫຼີ ມອບຜ້າອັດປາກ 10.000 ອັນ ໃຫ້ແກ່ VSAK ທະນາຄານກາງ ສ.ເກົາຫຼີ ມອບຜ້າອັດປາກ 10.000 ອັນ ໃຫ້ແກ່ VSAK
ສູນກາງຄະນະຊາວໜຸ່ມ ຫວຽດນາມ ມອບຜ້າອັດປາກໃຫ້ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປະກອບສ່ວນເພີ່ມທະວີຄວາມສາມາດໃນການປ້ອງກັນ, ຕ້ານພະຍາດໂຄວິດ 19
ສູນກາງຄະນະຊາວໜຸ່ມມອບຜ້າອັດປາກ 25.000 ອັນໃຫ້ສູນກາງຄະນະຊາວໜຸ່ມລາວ. ພາບ:tienphong.vn

ໃນວັນທີ 29 ເມສາ 2021, ທີ່ຮ່າໂນ້ຍ, ທ່ານ ຫງວຽນເຕື່ອງເລິມ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ຮອງປະທານຜູ້ປະຈໍາການສູນກາງສະຫະພັນຊາວໜຸ່ມຫວຽດນາມ ໄດ້ໄປຢ້ຽມຢາມ ແລະມອບຜ້າອັດປາກ-ອັດດັງຢູ່ ສະຖານທູດແຫ່ງ ສປປ ລາວ ປະຈໍາ ຫວຽດນາມ. ທີ່ການຕ້ອນຮັບ, ສູນກາງຄະນະຊາວໜຸ່ມມອບຜ້າອັດປາກ 25.000 ອັນໃຫ້ສູນກາງຄະນະຊາວໜຸ່ມລາວ. ທ່ານ ຫງວຽນເຕື່ອງເລິມ ໃຫ້ຮູ້ວ່າ ສະພາບພະຍາດໂຄວິດ-19 ກໍາລັງຜັນແປສັບສົນຫຼາຍຢ່າງຢູ່ລາວ ໃນຊຸມວັນຜ່ານມາ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ມີຄວາມປາດຖະໜາຢາກແບ່ງປັນ, ຄຽງບ່າຄຽງໄລ່ໄປພ້ອມກັບຊາວໜຸ່ມ ແລະປະຊາຊົນລາວໃນການຕໍ່ສູ້ຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປ.

ສ່ວນ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະຜູ້ແທນສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ມາຢ້ຽມຢາມ, ລະດົມກໍາລັງໃຈ ແລະມອບຜ້າອັດປາກ ໃຫ້ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປະກອບສ່ວນເພີ່ມທະວີຄວາມສາມາດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານ ແສງເພັດ ຮຸ່ງບຸນຍວງ ຢັ້ງຢືນວ່າ ສະຖານທູດລາວ ປະຈໍາ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະມານະພະຍາຍາມເຊື່ອມຕໍ່, ໜູນຊ່ວຍການເຄື່ອນໄຫວຮ່ວມມື, ພົບປະແລກປ່ຽນນຳຄະນະຊາວໜຸ່ມສອງປະເທດ. ນອກຈາກນັ້ນ, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ກໍ່ໄດ້ສະແດງຄວາມເຊື່ອໝັ້ນວ່າເມື່ອພະຍາດໂຄວິດ-19 ໄດ້ຮັບການຄວບຄຸມດີກວ່າ, ຄະນະຊາວໜຸ່ມສອງປະເທດຈະມີການເຄື່ອນໄຫວຢ່າງມີປະສິດທິຜົນ, ແທດຈິງກວ່ານີ້ຕື່ມອີກ.

ຊາວຫວຽດນາມຢູ່ເຢຍລະມັນ ມອບຜ້າອັດປາກ 900 ອັນ ເພື່ອຊ່ວຍເຫຼືອປະຊາຊົນນະຄອນ Berlin ຕ້ານ COVID-19 ຊາວຫວຽດນາມຢູ່ເຢຍລະມັນ ມອບຜ້າອັດປາກ 900 ອັນ ເພື່ອຊ່ວຍເຫຼືອປະຊາຊົນນະຄອນ Berlin ຕ້ານ COVID-19

ຍສໝ - ເມື່ອບໍ່ດົນມານີ້, ຜູ້ຕາງໜ້າສະໂມສອນແມ່ຍິງ ນະຄອນ Dresden ແລະ ບໍລິເວນອ້ອມຂ້າງ (ເຢຍລະມັນ) ໄດ້ມອບຜ້າອັດປາກ 900 ອັນ ໃຫ້ອົງການຈັດຕັ້ງມະນຸດສະທຳ ຂອງໂບດ Evangelisch Clearingstelle ເພື່ອຕໍ່ສູ້ຕ້ານກັບ COVID-19.

GNI ມອບຜ້າອັດປາກ 20.000 ອັນ ແລະ ອຸປະອນການແພດຫຼາຍຢ່າງໃຫ້ 2 ຕາແສງຂອງເມືອງກວາງບິ່ງ, ແຂວງຮ່າຢາງ GNI ມອບຜ້າອັດປາກ 20.000 ອັນ ແລະ ອຸປະອນການແພດຫຼາຍຢ່າງໃຫ້ 2 ຕາແສງຂອງເມືອງກວາງບິ່ງ, ແຂວງຮ່າຢາງ

ຍສໝ - ເຄື່ອງຊ່ວຍເຫຼືອເຫຼົ່ານັ້ນຈະໄດ້ແຈກຢາຍໃຫ້ບັນດາສະຖານທີ່ສາທາລະນະສຸກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ຢູ່ 2 ຕາແສງເຕີນບັກ ແລະອຽນແທ່ງ, ເມືອງກວາງບິ່ງ, ແຂວງຮ່າຢາງ.

ລັດຖະບານຫວຽດນາມ ມອບຜ້າອັດປາກ 18.000 ອັນໃຫ້ແກ່ຊຸມຊົນຊາວຫວຽດນາມຢູ່ພາກກາງຂອງລັດເຊຍ ລັດຖະບານຫວຽດນາມ ມອບຜ້າອັດປາກ 18.000 ອັນໃຫ້ແກ່ຊຸມຊົນຊາວຫວຽດນາມຢູ່ພາກກາງຂອງລັດເຊຍ

ຍສໝ - ເມື່ອບໍ່ດົນມານີ້, ລັດຖະບານຫວຽດນາມ ມອບຜ້າອັດປາກ 18.000 ອັນໃຫ້ແກ່ຊຸມຊົນຊາວຫວຽດນາມຢູ່ພາກກາງຂອງລັດເຊຍ ເພື່ອປ້ອງກັນແລະຄວບຄຸມ COVID-19.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.