ຄະນະສິລະປະມະຫາວິທະຍາໄລວັດທະນະທຳສິລະປະດົນຕີ ກອງທັບປະຊາຊົນຫວຽດນາມ ສືບຕໍ່ເຄື່ອນໄຫວການສະແດງ ຢູ່ແຂວງວຽງຈັນ

ຄະນະສິລະປະມະຫາວິທະຍາໄລວັດທະນະທຳສິລະປະດົນຕີ ກອງທັບປະຊາຊົນຫວຽດນາມ ສືບຕໍ່ເຄື່ອນໄຫວການສະແດງ ຢູ່ແຂວງວຽງຈັນ

ຍສໝ - ໃນຄໍ່າຄືນຂອງວັນທີ 25 ພະຈິກນີ້, ຄະນະສິລະປະມະຫາວິທະຍາໄລວັດທະນະທໍາສິລະປະດົນຕີກອງທັບປະຊາຊົນຫວຽດນາມ ໄດ້ສືບຕໍ່ເຄື່ອນໄຫວ ສະແດງຮັບໃຊ້ຢູ່ກອງບັນຊາການທະຫານແຂວງວຽງຈັນ.

ທະຫານແຂວງສະຫວັນນະເຂດ ແລກປ່ຽນບົດຮຽນກັບທະຫານເມືອງວິງລິງ ສສ ຫວຽດນາມ.

ທະຫານແຂວງສະຫວັນນະເຂດ ແລກປ່ຽນບົດຮຽນກັບທະຫານເມືອງວິງລິງ ສສ ຫວຽດນາມ.

ຍສໝ - ໃນກາງເດືອນພະຈິກນີ້ ຄະນະນຳກອງບັນຊາການທະຫານແຂວງສະຫວັນນະເຂດ ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ຈະເລີນ ວົງວິໄຊ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງສະຫວັນນະເຂດ ພ້ອມຄະນະ, ໄດ້ຢ້ຽມຢາມ ແລະ ພົບປະ ຖອດຖອນບົດຮຽນນຳກອງບັນ ຊາການທະຫານເມືອງວິງລິງ ກອງວິລະຊົນແຫ່ງຊາດ ທີ່ຂຶ້ນກັບກອງບັນຊາການທະຫານ ແຂວງກວາງຈິ ສສ ຫວຽດນາມ.

ແຂວງເຊີນລາ ສສ ຫວຽດນາມ ແລະ ແຂວງຫຼວງພະບາງ ສປປ ລາວ: ແລກປ່ຽນວຽກງານຊາຍແດນ ຄັ້ງທີ XII

ແຂວງເຊີນລາ ສສ ຫວຽດນາມ ແລະ ແຂວງຫຼວງພະບາງ ສປປ ລາວ: ແລກປ່ຽນວຽກງານຊາຍແດນ ຄັ້ງທີ XII

ຍສໝ - ໃນວັນທີ 27 ພະຈິກ 2019, ຢູ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ສປປ ລາວ ໄດ້ດໍາເນີນກອງປະຊຸມພົບປະແລກປ່ຽນວຽກງານຊາຍແດນ ຄັ້ງທີ XII ລະຫວ່າງ ແຂວງເຊີນລາ ແລະ ແຂວງຫຼວງພະບາງ.

ພົນລະພາກຫຼວງ 15 ແລະຄະນະຊີ້ນໍາ 3 ຈຸດສຸມແຂວງໄຊສົມບູນ, ສປປ.ລາວ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວແຮກສ່ຽວ

ພົນລະພາກຫຼວງ 15 ແລະຄະນະຊີ້ນໍາ 3 ຈຸດສຸມແຂວງໄຊສົມບູນ, ສປປ.ລາວ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວແຮກສ່ຽວ

ຕອນບ່າຍວັນທີ 25 ພະຈິກ, ທີ່ແຂວງຢາລາຍ ສສ. ຫວຽດນາມ, ກອງບັນຊາການພົນລະພາກຫຼວງ 15 ແລະຄະນະຊີ້ນໍາການກໍ່ສ້າງ, ພັດທະນາຮາກຖານການເມືອງ 3 ຈຸດສຸມແຂວງໄຊສົມບູນ, ສປປ.ລາວ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວແຮກສ່ຽວລະຫວ່າງສອງຝ່າຍ.

ຫວຽດ​ນາມ - ລາວ​ ດຳ​ເນີນກອງ​ປະ​ຊຸມ​ຂ​ັ້ນ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ ສອງ​ປະ​ເທດ ຢູ່ແຂວງເງະອານ ສສ ຫວຽດນາມ

ຫວຽດ​ນາມ - ລາວ​ ດຳ​ເນີນກອງ​ປະ​ຊຸມ​ຂ​ັ້ນ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ ສອງ​ປະ​ເທດ ຢູ່ແຂວງເງະອານ ສສ ຫວຽດນາມ

ຍສໝ - ໃນຕອນເຊົ້າວັນທີ 27 ພະຈິກ 2019, ຢູ່ແຂວງເງະອານ ສສ ຫວຽດນາມ, ຄະນະກຳມະການຮ່ວມມືຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ ຂັ້ນຮອງປະທານເພື່ອຕີລາຄາການປະຕິບັດຂໍ້ຕົກລົງຮ່ວມມື ປີ 2019 ແລະ ແລກປ່ຽນທິດທາງໃນການຮ່ວມມືປີ 2020.

ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1 ຫວຽດນາມ ແລະ ໂຮງຮຽນທະຫານຊາຍແດນ ລາວ ເຊັນບົດບັນທຶກວ່າດ້ວຍການແຮກສ່ຽວ

ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1 ຫວຽດນາມ ແລະ ໂຮງຮຽນທະຫານຊາຍແດນ ລາວ ເຊັນບົດບັນທຶກວ່າດ້ວຍການແຮກສ່ຽວ

ຍສໝ - ເມື່ອບໍ່ດົນມານີ້, ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1, ກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ແລະໂຮງຮຽນທະຫານຊາຍແດນ 712, ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ.

ຮ່າໂນ້ຍ-ວຽງຈັນ ຮັກສາການແລກປ່ຽນບົດຮຽນວຽກງານພັກ

ຮ່າໂນ້ຍ-ວຽງຈັນ ຮັກສາການແລກປ່ຽນບົດຮຽນວຽກງານພັກ

ຍສໝ - ຫວ່າງແລ້ວນີ້, ທ່ານນາງ ໂງທິແທັງຮັ່ງ ຮອງເລຂາຜູ້ປະຈໍາການພັກນະຄອນໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ນຳໂດຍທ່ານ ເຂັມເພັດ ແພງດວງຈັນ ຫົວໜ້າຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ.

ຫວຽດນາມ-ລາວ: ດໍາເນີນກອງປະຊຸມແລກປ່ຽນສະພາບການ, ວຽກງານສົມທົບກັນຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ ປີ 2019

ຫວຽດນາມ-ລາວ: ດໍາເນີນກອງປະຊຸມແລກປ່ຽນສະພາບການ, ວຽກງານສົມທົບກັນຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ ປີ 2019

ຍສໝ - ໃນວັນທີ 26 ພະຈິກ 2019, ທີ່ສໍານັກງານຕໍາຫຼວດແຂວງເຊີນລາ ສສ ຫວຽດນາມ, ໄດ້ດໍາເນີນກອງປະຊຸມແລກປ່ຽນສະພາບການ, ວຽກງານສົມທົບກັນຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ ປີ 2019 ລະຫວ່າງຕໍາຫຼວດແຂວງເຊີນລາ ກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ, ແຂວງບໍ່ແກ້ວ.

ຫວຽດນາມ ອວຍພອນ​ວັນ​ຊາດ​ຂອງ ສປປ.ລາວ ຄົບຮອບ 44 ປີ

ຫວຽດນາມ ອວຍພອນ​ວັນ​ຊາດ​ຂອງ ສປປ.ລາວ ຄົບຮອບ 44 ປີ

ຍສໝ - ໃນວັນທີ 27 ພະຈິກ 2019, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນແທັງຕຸ່ງ ອຸປະທູດຫວຽດນາມ ປະຈໍາ ລາວ ໄດ້ໄປອວຍພອນວັນຊາດຂອງ ສປປ.ລາວ ຄົບຮອບ 44 ປີ ຢູ່ກະຊວງການຕ່າງປະເທດ ລາວ ແລະ ຄະນະພົວພັນສູນກາງພັກຕ່າງປະເທດ ປະຊາຊົນປະຕິວັດລາວ.

ເພີ່ມທະວີໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ລະຫວ່າງ ແຂວງກອນຕູມ ແລະ ແຂວງອັດຕະປື ສປປ ລາວ

ເພີ່ມທະວີໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ລະຫວ່າງ ແຂວງກອນຕູມ ແລະ ແຂວງອັດຕະປື ສປປ ລາວ

ຍສໝ - ເມື່ອບໍ່ດົນມານີ້, ຄະນະປະຕິບັດງານແຂວງກອນຕູມ ສສ ຫວຽດນາມ ໄດ້ມີການເຮັດວຽກກັບຄະນະປະຕິບັດງານແຂວງອັດຕະປື ສປປ ລາວ ກ່ຽວກັບສະພາບການຮ່ວມມືລະຫວ່າງສອງທ້ອງຖິ່ນ ແລະ ດໍາເນີນການກວດກາຕົວຈິງຢູ່ລຽບຕາມເສັ້ນຊາຍແດນແຂວງກອນຕູມ, ປະເທດຫວຽດນາມ-ແຂວງອັດຕະປື, ປະເທດລາວ.

ນັກສິລະປິນ 40 ຄົນໄດ້ເຂົ້າຮ່ວມໂຄງການມິດຕະພາບຫວຽດນາມ - ລາວ

ນັກສິລະປິນ 40 ຄົນໄດ້ເຂົ້າຮ່ວມໂຄງການມິດຕະພາບຫວຽດນາມ - ລາວ

ຍສໝ - ຕອນຄໍ່າວັນທີ 21 ພະຈິກ, ລາຍການສະແດງສິລະປະດ້ວຍຫົວຂໍ້ “ນໍ້າໃຈໄມຕີຈິດມິດຕະພາບຫວຽດນາມ-ລາວ” ໄດ້ດໍາເນີນຢູ່ຫໍວັດທະນະທໍາແຫ່ງຊາດລາວ ທີ່ນະຄອນຫຼວງວຽງຈັນ.

ທະຫານແຂວງສະຫວັນນະເຂດ ແລະ ກວງຈິ ສສ ຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານ

ທະຫານແຂວງສະຫວັນນະເຂດ ແລະ ກວງຈິ ສສ ຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານ

ຍສໝ - ໃນກາງເດືອນພະຈິກນີ້, ກອງບັນຊາການທະຫານແຂວງ ສະຫວັນນະເຂດ ແລະ ແຂວງ ກວາງຈິ ໄດ້ມີກອງປະຊຸມປຶກສາຫາລື ແລະ ເພີ່ມທະວີການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ.

ແຂວງ ເຫງ້ອານ ມອບຂໍ້ຕົກລົງເຂົ້າສັນຊາດ ໃຫ້ພົນລະເມືອງລາວຈຳນວນ 70 ຄົນ

ແຂວງ ເຫງ້ອານ ມອບຂໍ້ຕົກລົງເຂົ້າສັນຊາດ ໃຫ້ພົນລະເມືອງລາວຈຳນວນ 70 ຄົນ

ຍສໝ - ພາຍຫຼັງຫຼາຍປີ ທີ່ດຳລົງຊີວິດຢູ່ແຂວງ ເຫງ້ອານ, ໂດຍໄດ້ຮັບການເຫັນດີຂອງສອງປະເທດ, ປະຊາຊົນລາວ ຈຳນວນ 70 ຄົນ ໄດ້ຮັບສັນຊາດຫວຽດນາມໂດຍປະທານສາທາລະນະລັດສັງຄົມນິຍົມຫວຽດນາມ.

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຕ້ອນຮັບຄະນະສິລະປະກອນມະຫາວິທະຍາໄລວັດທະນະທຳ ກອງທັບປະຊາຊົນຫວຽດນາມ

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຕ້ອນຮັບຄະນະສິລະປະກອນມະຫາວິທະຍາໄລວັດທະນະທຳ ກອງທັບປະຊາຊົນຫວຽດນາມ

ຍສໝ - ໃນວັນທີ 21 ພະຈິກນີ້, ສະ ຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ປະຊາຊົນລາວ ໄດ້ຕ້ອນຮັບຄະນະສິລະປະມະຫາວິທະຍາໄລ ສິລະປະດົນຕີ ກອງທັບປະຊາຊົນຫວຽດນາມ.

ຫວຽດນາມ - ລາວ ແລກປ່ຽນກ່ຽວກັບການສ້າງນະໂຍບາຍ ສຳລັບສະມາຊິກຂອງອົງການຕົວແທນ ຢູ່ຕ່າງປະເທດ

ຫວຽດນາມ - ລາວ ແລກປ່ຽນກ່ຽວກັບການສ້າງນະໂຍບາຍ ສຳລັບສະມາຊິກຂອງອົງການຕົວແທນ ຢູ່ຕ່າງປະເທດ

ຍສໝ - ໃນວັນທີ 18 ພະຈິກ, ຄະນະຜູ້ແທນສົນທິສັນຍາ ແລະ ກົດໝາຍ (ກະຊວງການຕ່າງປະເທດລາວ) ນຳໂດຍ ສະຫາຍ ສົມຄີດ ວັນຄຳ, ຮອງຫົວໜ້າກົມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກົມກົດໝາຍ ແລະ ສົນທິສັນຍາສາກົນ (ກະຊວງການຕ່າງປະເທດ ຫວຽດນາມ) ເພື່ອ ແລກປ່ຽນປະສົບການໃນການພັດທະນາດຳລັດກ່ຽວກັບ ນະໂຍບາຍສຳລັບສະມາຊິກຂອງອົງການຕົວແທນຕ່າງປະເທດ.

ມະຫາວິທະຍາໄລ ວິງ ໄດ້ຮັບຫຼຽນໄຊແຮງງານຊັ້ນສາມຂອງ ລັດ ສປປ.ລາວ

ມະຫາວິທະຍາໄລ ວິງ ໄດ້ຮັບຫຼຽນໄຊແຮງງານຊັ້ນສາມຂອງ ລັດ ສປປ.ລາວ

ຍສໝ - ວັນທີ 19 ພະຈິກ 2019, ມະຫາວິທະຍາໄລ ວິງ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູຫວຽດນາມຄົບຮອບ 37 ປີ ແລະ ໄດ້ຮັບຫຼຽນໄຊແຮງງານຊັ້ນສາມຂອງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ.

ການພົບປະເຈລະຈາ ລະຫວ່າງກອງບັນຊາການທະຫານ ແຂວງກວາງຈິ - ແຂວງສະຫວັນນະເຂດ

ການພົບປະເຈລະຈາ ລະຫວ່າງກອງບັນຊາການທະຫານ ແຂວງກວາງຈິ - ແຂວງສະຫວັນນະເຂດ

ຍສໝ - ວັນທີ 19 ພະຈິກ ຢູ່ເມືອງດົງຮ່າ, ກອງບັນຊາການທະຫານ ຂອງສອງແຂວງກວາງຈິ - ສະຫວັນນະເຂດ (ລາວ) ໄດ້ຈັດກອງປະຊຸມປະຈຳປີຄັ້ງທີ 15.

ຄະນະບໍລິຫານງານຊາວໜຸ່ມນະຄອນໂຮ່ຈີມິນ ຍ້ອງຍໍຊົມເຊີຍນັກສຶກສາດີເດັ່ນ ລາວ, ກໍາປູເຈຍ

ຄະນະບໍລິຫານງານຊາວໜຸ່ມນະຄອນໂຮ່ຈີມິນ ຍ້ອງຍໍຊົມເຊີຍນັກສຶກສາດີເດັ່ນ ລາວ, ກໍາປູເຈຍ

ວັນທີ 17 ພະຈິກ, ຄະນະບໍລິຫານງານຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍນັກສຶກສາດີເດັ່ນ ລາວ, ກໍາປູເຈຍ ຈໍານວນ 86 ຄົນທີ່ພວມຮໍ່າຮຽນຢູ່ບັນດາມະຫາວິທະຍາໄລ, ສະຖາບັນໃນບໍລິເວນນະຄອນ.

ນັກຮົບຄ້າຍທະຫານຊາຍແດນດ່ານສາກົນຈ່ຽງເຄືອງ ໄດ້ເພີ່ມທະວີສາຍພົວພັນແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ

ນັກຮົບຄ້າຍທະຫານຊາຍແດນດ່ານສາກົນຈ່ຽງເຄືອງ ໄດ້ເພີ່ມທະວີສາຍພົວພັນແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ

ຍສໝ - ໃນຊຸມປີຜ່ານມາ, ຄ້າຍທະຫານຊາຍແດນດ່ານສາກົນຈ່ຽງເຄືອງ, ທະຫານຊາຍແດນແຂວງເຊີນລາ ໄດ້ສົມທົບກັບອໍານາດການປົກຄອງເມືອງແອດ ປະຕິບັດວຽກງານຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນເປັນຢ່າງດີ, ສ້າງເງື່ອນໄຂສະດວກໃນທຸກດ້ານ ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນປະເທດເພື່ອນມິດລາວ ຫັນຊີວິດການເປັນຢູ່ເປັນປົກກະຕິ, ປະກອບສ່ວນປັບປຸງ ແລະເພີ່ມພູນຄູນສ້າງນໍ້າໃຈມິດຕະພາບມາແຕ່ດົນນານ, ສັດຊື່ບໍລິສຸດຂອງສອງປະເທດຫວຽດນາມ-ລາວ.

ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ກົງສຸນໃຫຍ່ ແຫ່ງ ສສ. ຫວຽດນາມ ປະຈຳ ແຂວງຫລວງພະບາງ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ກົງສຸນໃຫຍ່ ແຫ່ງ ສສ. ຫວຽດນາມ ປະຈຳ ແຂວງຫລວງພະບາງ

ໃນຕອນບ່າຍຂອງ ວັນທີ 18 ພະຈິກ 2019 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ຫວູ ດັງ ແມ້ງ ກົງສຸນໃຫຍ່ ແຫ່ງ ສສ.ຫວຽດນາມ ປະຈຳ ແຂວງຫລວງພະບາງ, ໃນໂອກາດທີ່ສຳເລັດການ ປະຕິບັດ ໜ້າທີ່ກົງສຸນໃຫຍ່ ຢູ່ ສປປ ລາວ.

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຕ້ອນຮັບຄະນະຜູ້ແທນກົມກອບກູ້ໄພພິບັດກອງທັບປະຊາຊົນຫວຽດນາມ.

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຕ້ອນຮັບຄະນະຜູ້ແທນກົມກອບກູ້ໄພພິບັດກອງທັບປະຊາຊົນຫວຽດນາມ.

ຍສໝ - ວັນທີ 14 ພະຈິກນີ້, ຢູ່ຫ້ອງຮັບແຂກຂອງກົມພົວພັນຕ່າງປະເທດກະຊວງປ້ອງກັນ ປະເທດ, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນກົມກອບກູ້ໄພພິບັດກອງທັບປະຊາຊົນຫວຽດນາມ.

ເພີ່ມພູນຄູນສ້າງຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ລາວ

ເພີ່ມພູນຄູນສ້າງຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ລາວ

ຍສໝ - ຕອນບ່າຍວັນທີ 16 ພະຈິກ, ສະຫະພັນບັນດາອົງການມິດຕະພາບ ນະຄອນດານັງ ໄດ້ສົມທົບກັບສະຖານກົງສຸນສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ ປະຈຳ ນະຄອນດານັງ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນ ນັກຮົບອາສາສະໝັກ ແລະ ນັກຊ່ຽວຊານດ້ານການທະຫານ ຫວຽດນາມຢູ່ລາວ (ວັນທີ 30 ຕຸລາ 1949 - 30 ຕຸລາ 2019).

ຈັ່ງຫວະລຳວົງ ແລະ ສາຍໃຈລາວ-ຫວຽດນາມ

ຈັ່ງຫວະລຳວົງ ແລະ ສາຍໃຈລາວ-ຫວຽດນາມ

ຍສໝ - ປະເທດລາວມີຊາຍແດນຕິດຈອດກັບ 5 ປະເທດ ແຕ່ໃນນັ້ນມີຊາຍແດນ ແລະ ແຜ່ນດິນຕິດຈອດກັບຫວຽດນາມ ຍາວກ່ວາໝູ່ ( 2069 ກມ). ຖ້າຫາກເວົ້າເຖິງພູມສັນຖານແລ້ວ, ລາວເປັນປະເທດບ້ານໄກ້ເຮືອນຄຽງ ແລະ ສະໜິດສະໜົມທີ່ສຸດຂອງຫວຽດນາມ.

ຂັ້ມຂຸ້ນໄປດ້ວຍໄມຕີຈິດມິດຕະພາບ ແບບພິເສດລະຫວ່າງ ຫວຽດນາມ - ລາວ

ຂັ້ມຂຸ້ນໄປດ້ວຍໄມຕີຈິດມິດຕະພາບ ແບບພິເສດລະຫວ່າງ ຫວຽດນາມ - ລາວ

ຍສໝ - ໃນຂະບວນວິວັດການປັບປຸງ, ຫວຽດນາມ ແລະ ລາວ ໄດ້ບັນລຸບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍສຳຄັນທາງປະຫວັດສາດ, ເສດຖະກິດ, ສັງຄົມ ແລະ ຕ່າງປະເທດ, ຊ່ວຍໃຫ້ການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງສອງປະເທດຫວຽດນາມ - ລາວ ນັບມື້ນັບເຂັ້ມແຂງ ແລະ ຂະຫຍາຍອອກໄປໃນຫລາຍໆຂົງເຂດ.

ໂຮງໝໍສູນກາງກອງທັບ ລາວ ແລະ ຫວຽດນາມ ເຊັນສັນຍາຮ່ວມມືປະຈຳປີ.

ໂຮງໝໍສູນກາງກອງທັບ ລາວ ແລະ ຫວຽດນາມ ເຊັນສັນຍາຮ່ວມມືປະຈຳປີ.

ຍສໝ - ໃນວັນທີ 12 ພະຈິກ ໄດ້ຈັດຕັ້ງ ພິທີເຊັນສັນຍາແຜນການເຄື່ອນໄຫວຮ່ວມມືປະຈຳປີ 2020 ລະຫວ່າງໂຮງໝໍສູນກາງ103 ກອງທັບປະຊາຊົນລາວ ກັບໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມທີ່ໂຮງໝໍສູນກາງ 103

ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ກັບແຂວງເຊກອງຂອງ ສປປ.ລາວ

ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ກັບແຂວງເຊກອງຂອງ ສປປ.ລາວ

ຍສໝ - ຕອນບ່າຍວັນທີ 12 ພະຈິກ, ທ່ານເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳ ລາວ ຫງວຽນປ້າຫູ່ງ ໄດ້ນຳໜ້າ ຄະນະຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳລາວ ແລະ ບັນດາອົງການຂອງຫວຽດນາມນອກຈາກສະຖານທູດ ໄດ້ມີການພົບປະກັບທ່ານ ຄຳຟ່ອຍ ບູດດາວຽງ, ເລຂາ, ເຈົ້າແຂວງເຊກອງ ທີ່ ສຳນັກງານລັດຖະບານແຂວງ. ເຂົ້າຮ່ວມມີຜູ້ຕາງໜ້າສະຖານກົງສຸນໃຫຍ່ຫວຽດນາມ ປະຈຳນະຄອນປາກເຊ, ລາວ.

ເພີ່ມທະວີການຮ່ວມມືດ້ານວິທະຍາສາດເສນາຮັກ ລະຫວ່່າງຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືດ້ານວິທະຍາສາດເສນາຮັກ ລະຫວ່່າງຫວຽດນາມ ແລະ ລາວ

ວັນທີ 13 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ສປປ.ລາວ, ໄດ້ດໍາເນີນກອງປະຊຸມວິທະຍາສາດເສນາຮັກຄັ້ງທີ 16 ລະຫວ່ງບັນດານັກຊ່ຽວຊານ, ແພດໝໍແຖວໜ້າຂອງໂຮງໝໍສູນກາງກອງທັບຫວຽດນາມ ແລະ ລາວ.

ກອງ K53 ແຂວງກອນຕຸມ ຫວຽດນາມ ຈັດພິທີສົ່ງພະນັກງານໄປປະຕິບັດໜ້າທີ່ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ແລະ ກໍາປູເຈຍ

ກອງ K53 ແຂວງກອນຕຸມ ຫວຽດນາມ ຈັດພິທີສົ່ງພະນັກງານໄປປະຕິບັດໜ້າທີ່ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ແລະ ກໍາປູເຈຍ

ຍສໝ - ໃນຕອນເຊົ້າຂອງວັນທີ 11 ພະຈິກ 2019, ກອງ K53 ແຂວງກອນຕຸມ ໄດ້ຈັດພິທີສົ່ງພະນັກງານໄປປະຕິບັດໜ້າທີ່ຊອກຄົ້ນ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະ ກໍາປູເຈຍ ກັບຄືນປະເທດ.

ໄຂການແຂ່ງຂັນບານເຕະ, ບານສົ່ງໃຫ້ແກ່ນັກສຶກສາລາວ

ໄຂການແຂ່ງຂັນບານເຕະ, ບານສົ່ງໃຫ້ແກ່ນັກສຶກສາລາວ

ຊົມເຊີຍວັນຄູແຫ່ງຊາດຫວຽດນາມ 20-10 ແລະມຸ່ງໄປເຖິງການສະເຫຼີມສະຫຼອງ 44 ປີແຫ່ງວັນຊາດລາວ (02/12/1975-02/12/2019), ຕອນບ່າຍວັນທີ 10 ພະຈິກ, ມະຫາວິທະຍາໄລຮ່າຕິ້ງ ໄດ້ສົມທົບກັບຄະນະພະນັກງານຮັບຜິດຊອບນັກສຶກສາລາວ ຈັດຕັ້ງພິທີໄຂການແຂ່ງຂັນບານເຕະ, ບານສົ່ງຍິງ, ຊາຍໃຫ້ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ແຂວງຮ່າຕິ້ງ.

ເອກອັກຄະລັດຖະທູດ ຜູ້ໃໝ່ຂອງ ສປປ ລາວໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ເອກອັກຄະລັດຖະທູດ ຜູ້ໃໝ່ຂອງ ສປປ ລາວໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ຍສໝ​ - ຕອນບ່າຍວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວ ແສງເພັດ ຮຸ່ງບຸນຍວງ ເນື່ອງໃນໂອກາດມາຮັບໜ້າທີ່ທາງການທູດຢູ່ຫວຽດນາມ.

|< < 1 2 3 4 5 > >|
302 Found

Found

The document has moved here.