ກອງ K53 ແຂວງກອນຕຸມ ຫວຽດນາມ ຈັດພິທີສົ່ງພະນັກງານໄປປະຕິບັດໜ້າທີ່ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ແລະ ກໍາປູເຈຍ

10:02 | 13/11/2019

ຍສໝ - ໃນຕອນເຊົ້າຂອງວັນທີ 11 ພະຈິກ 2019, ກອງ K53 ແຂວງກອນຕຸມ ໄດ້ຈັດພິທີສົ່ງພະນັກງານໄປປະຕິບັດໜ້າທີ່ຊອກຄົ້ນ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະ ກໍາປູເຈຍ ກັບຄືນປະເທດ.

ກອງ K53 ແຂວງກອນຕຸມ ຫວຽດນາມ ຈັດພິທີສົ່ງພະນັກງານໄປປະຕິບັດໜ້າທີ່ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ແລະ ກໍາປູເຈຍ

ພິທີສົ່ງພະນັກງານໄປປະຕິບັດໜ້າທີ່ຊອກຄົ້ນ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະ ກໍາປູເຈຍ ກັບຄືນປະເທດ.(ພາບ:baokontum.com.vn)

ທ່ານພັນເອກພິເສດ ຫງວຽນ ກົງ ຄວາ, ຫົວໜ້າກອງ K53 ໄດ້ຕາງໜ້າພະນັກງານ, ນັກຮົບໃຫ້ຄໍາໝັ້ນສັນຍາວ່າ ການຊອກຄົ້ນ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ແລະ ກໍາປູເຈຍ ກັບຄືນປະເທດແມ່ນໜ້າທີ່ມີຄວາມໝາຍສໍາຄັນຍິ່ງ; ກອງ K53 ຈະເຮັດຈົນສຸດຄວາມສາມາດຂອງຕົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ສູ້ຊົນປະຕິບັດສໍາເລັດໜ້າທີ່ຊອກຄົ້ນ, ຈັດສົ່ງອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດກັບຄືນປະເທດ.

ສ່ວນ ທ່ານພັນເອກພິເສດ ໂຮ່ແອັງຕ໊ວນ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຮອງຫົວໜ້າຄະນະຊີ້ນໍາ 515 ຂອງແຂວງໄດ້ກ່າວຄໍາເຫັນມອບໜ້າທີ່ໃຫ້ແກ່ກອງ K53 ແຂວງກອນຕຸມ, ຫວັງວ່າພະນັກງານ, ນັກຮົບກອງ K53 ຈະສືບຕໍ່ຍົກສູງນໍ້າໃຈຮັບຜິດຊອບ, ປະຕິບັດລະບຽບວິໄລຢ່າງເຂັ້ມງວດ, ເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ຕັ້ງໜ້າ, ມີສະຕິຕື່ນຕົວ, ເປັນເຈົ້າການ, ຕັດສິນໃຈປະຕິບັດສໍາເລັດໜ້າທີ່ເຊິ່ງ ພັກ, ລັດ, ກົມກອງມອບໝາຍໃຫ້.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.