ໄຂການແຂ່ງຂັນບານເຕະ, ບານສົ່ງໃຫ້ແກ່ນັກສຶກສາລາວ

07:21 | 13/11/2019

ຊົມເຊີຍວັນຄູແຫ່ງຊາດຫວຽດນາມ 20-10 ແລະມຸ່ງໄປເຖິງການສະເຫຼີມສະຫຼອງ 44 ປີແຫ່ງວັນຊາດລາວ (02/12/1975-02/12/2019), ຕອນບ່າຍວັນທີ 10 ພະຈິກ, ມະຫາວິທະຍາໄລຮ່າຕິ້ງ ໄດ້ສົມທົບກັບຄະນະພະນັກງານຮັບຜິດຊອບນັກສຶກສາລາວ ຈັດຕັ້ງພິທີໄຂການແຂ່ງຂັນບານເຕະ, ບານສົ່ງຍິງ, ຊາຍໃຫ້ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ແຂວງຮ່າຕິ້ງ.

ການແຂ່ງຂັນປີນີ້ດຶງດູດການເຂົ້າຮ່ວມຂອງ 26 ທີມບານເຕະ, ບານສົ່ງຍິງ, ຊາຍນັກສຶກສາລາວ ທີ່ມາຈາກມະຫາວິທະຍາໄລຮ່າຕິ້ງ, ວິທະຍາໄລການແພດຮ່າຕິ້ງ ແລະວິທະຍາໄລວິຊາຊີບຫວຽດ-ເຢຍລະມັນຮ່າຕິ້ງ. ການແຂ່ງຂັນດໍາເນີນໃນລະຫວ່າງວັນທີ 10-25 ພະຈິກ.

ໄຂການແຂ່ງຂັນບານເຕະ, ບານສົ່ງໃຫ້ແກ່ນັກສຶກສາລາວ
ຄະນະຈັດຕັ້ງມອບທຸງທີ່ລະນຶກໃຫ້ບັນດາທີມນັກສຶກສາລາວ ເຂົ້າຮ່ວມການແຂ່ງຂັນ. ພາບ: baodansinh.vn.

ນີ້ແມ່ນກິດຈະກໍາທີ່ມີຄວາມໝາຍ ເພື່ອໃຫ້ນັກສຶກສາລາວຮ່ຳຮຽນຢູ່ແຂວງຮ່າຕິ້ງ ໄດ້ພົບປະແລກປ່ຽນ, ເພີ່ມທະວີຄວາມສາມັກຄີ ແລະຝຶກຝົນຫຼໍ່ຫຼອມກຳລັງກາຍ. ຕາມທີ່ໄດ້ຮູ້ແລ້ວ, ປະຈຸບັນໃນບໍລິເວນແຂວງຮ່າຕິ້ງ ມີນັກສຶກສາລາວ ປະມານ 3.000 ຄົນພວມຮໍ່າຮຽນຢູ່ບັນດາໂຮງຮຽນ: ມະຫາວິທະຍາໄລຮ່າຕິ້ງ, ວິທະຍາໄລການແພດຮ່າຕິ້ງ ແລະວິທະຍາໄລວິຊາຊີບຫວຽດ-ເຢຍລະມັນຮ່າຕິ້ງ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

302 Found

Found

The document has moved here.