ນັກສິລະປິນ 40 ຄົນໄດ້ເຂົ້າຮ່ວມໂຄງການມິດຕະພາບຫວຽດນາມ - ລາວ

11:08 | 25/11/2019

ຍສໝ - ຕອນຄໍ່າວັນທີ 21 ພະຈິກ, ລາຍການສະແດງສິລະປະດ້ວຍຫົວຂໍ້ “ນໍ້າໃຈໄມຕີຈິດມິດຕະພາບຫວຽດນາມ-ລາວ” ໄດ້ດໍາເນີນຢູ່ຫໍວັດທະນະທໍາແຫ່ງຊາດລາວ ທີ່ນະຄອນຫຼວງວຽງຈັນ.

ກ່າວຄໍາເຫັນໄຂລາຍການ, ທ່ານພັນເອກພິເສດ ຫວູໂຮ່ຕຸ່ງ, ຮອງອະທິການບໍດີມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ ເນັ້ນໜັກວ່າ ລາຍການແມ່ນການເຄື່ອນໄຫວທາງການທູດທີ່ມີຄວາມໝາຍສໍາຄັນ, ແນໃສ່ສືບຕໍ່ເພີ່ມທະວີ ແລະພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດເນື່ອງໃນໂອກາດສະເຫຼີມສະຫຼອງ 44 ປີແຫ່ງວັນຊາດແຫ່ງ ສປປ ລາວ, 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມຢູ່ ລາວ, ບັນດາຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນປະຫວັດສາດແບບພິເສດລະຫວ່າງສອງຊາດລາວ ແລະຫວຽດນາມ ອ້າຍນ້ອງ; ຜ່ານນັ້ນໂຄສະນາ, ສຶກສາອົບຮົມໃຫ້ທະຫານ ແລະປະຊາຊົນສອງປະເທດກ່ຽວກັບມູນເຊື້ອມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດລາວ ແລະຫວຽດນາມ.

ນັກສິລະປິນ 40 ຄົນໄດ້ເຂົ້າຮ່ວມໂຄງການມິດຕະພາບຫວຽດນາມ - ລາວ

ລາຍການສະແດງສິລະປະຂອງບັນດານັກສິລະປິນ, ນັກສະແດງ ແລະນັກຮ້ອງມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ. ພາບ: ສໍານັກຂ່າວສານຫວຽດນາມ. (ພາບ: TTXVN)

ໃນບັນຍາກາດທີ່ເບີກບານມ່ວນຊື່ນ, ຄວາມສາມັກຄີທີ່ເຕັມໄປດ້ວຍນໍ້າໃຈໄມຕີຈິດມິດຕະພາບ, ບັນດາຜູ້ແທນ ແລະຜູ້ຊົມໄດ້້ຮັບຊົມລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ຟົດຟື້ນໂດຍນັກສິລະປິນ, ນັກສະແດງ ແລະນັກຮ້ອງ 40 ຄົນຂອງມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ ສະແດງດ້ວຍບັນດາບົດເພງ, ວາດຟ້ອນທີ່ເຕັມໄປດ້ວຍສີສັນວັດທະນະທໍາຂອງຊາດຫວຽດນາມ ແລະປະຊາຊົນລາວບັນດາເຜົ່າ, ຍ້ອງຍໍຊົມເຊີຍຄວາມສາມັກຄີທີ່ສະໜິດຕິດພັນ, ຮູບພາບທະຫານ ແລະປະຊາຊົນສອງປະເທດ...

ນີ້ແມ່ນໂອກາດ ເພື່ອໃຫ້ສອງຝ່າຍຫວນຄືນບັນດາຂີດໝາຍ ທີ່ສະຫງ່າລາສີໃນປະຫວັດສາດພິເສດລະຫວ່າງສອງຊົນເຜົ່າລາວ - ຫວຽດນາມ. ຜ່ານນັ້ນ ໄດ້ໂຄສະນາເຜີຍແຜ່, ສຶກສາມູນເຊື້ອຂອງສອງກອງທັບ ແລະ ປະຊາຊົນກ່ຽວກັບປະເພນີມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງປະເທດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.