ຫວຽດນາມ - ລາວ ແລກປ່ຽນກ່ຽວກັບການສ້າງນະໂຍບາຍ ສຳລັບສະມາຊິກຂອງອົງການຕົວແທນ ຢູ່ຕ່າງປະເທດ

06:01 | 22/11/2019

ຍສໝ - ໃນວັນທີ 18 ພະຈິກ, ຄະນະຜູ້ແທນສົນທິສັນຍາ ແລະ ກົດໝາຍ (ກະຊວງການຕ່າງປະເທດລາວ) ນຳໂດຍ ສະຫາຍ ສົມຄີດ ວັນຄຳ, ຮອງຫົວໜ້າກົມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກົມກົດໝາຍ ແລະ ສົນທິສັນຍາສາກົນ (ກະຊວງການຕ່າງປະເທດ ຫວຽດນາມ) ເພື່ອ ແລກປ່ຽນປະສົບການໃນການພັດທະນາດຳລັດກ່ຽວກັບ ນະໂຍບາຍສຳລັບສະມາຊິກຂອງອົງການຕົວແທນຕ່າງປະເທດ.

ໃນວັນທີ 18 ພະຈິກ, ຄະນະຜູ້ແທນສົນທິສັນຍາ ແລະ ກົດໝາຍ (ກະຊວງການຕ່າງປະເທດລາວ) ນຳໂດຍ ສະຫາຍ ສົມຄີດ ວັນຄຳ, ຮອງຫົວໜ້າກົມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກົມກົດໝາຍ ແລະ ສົນທິສັນຍາສາກົນ (ກະຊວງການຕ່າງປະເທດ ຫວຽດນາມ) ເພື່ອ ແລກປ່ຽນປະສົບການໃນການພັດທະນາດຳລັດກ່ຽວກັບ ນະໂຍບາຍສຳລັບສະມາຊິກຂອງອົງການຕົວແທນຕ່າງປະເທດ.

ທີ່ກອງປະຊຸມ, ທ່ານນາງ ເລຖິຕ໋ວຽດມາຍ , ຫົວໜ້າກົມກົດໝາຍ ແລະ ຂໍ້ສົນທິສັນຍາ ແລະ ຜູ້ຕາງໜ້າບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຂອງກະຊວງການຕ່າງປະເທດ ໄດ້ແບ່ງປັນປະສົບການ ກ່ຽວກັບການພັດທະນາດຳລັດ 08/2019 / ND-CP ລົງວັນທີ 23 ມັງກອນ/ປີ 2019 ຂອງລັດຖະບານ ທີ່ສະໜອງລະບອບຈຳນວນໜຶ່ງ ສຳລັບບັນດາສະມາຊິກຂອງອົງການຕົວແທນ ຫວຽດນາມຢູ່ຕ່າງປະເທດ.

ຫວຽດນາມ - ລາວ ແລກປ່ຽນກ່ຽວກັບການສ້າງນະໂຍບາຍ ສຳລັບສະມາຊິກຂອງອົງການຕົວແທນ ຢູ່ຕ່າງປະເທດ

ທັດສະນີຍະພາບຂອງກອງປະຊຸມ. (ພາບ: baoquocte.vn)

ໂດຍສະເພາະ, ທັງສອງຝ່າຍໄດ້ແລກປ່ຽນເນື້ອໃນກ່ຽວກັບຄວາມສົນໃຈຂອງລາວ ເຊັ່ນ: ຄ່າລ້ຽງຊີບຂັ້ນພື້ນຖານ, ສຳປະສິດເຂດພື້ນທີ່ເຮັດວຽກ, ຄ່າອຸດໜູນກວດປະກັນສຸຂະພາບ ແລະ ຄ່າອຸດໜູນການປິ່ນປົວ, ເງິນອຸດໜູນອຸປະຕິເຫດແຮງງານ ແລະ ລະບຽບການຕ່າງໆກ່ຽວກັບນະໂຍບາຍ ສຳລັບເມຍ, ຜົວ ແລະ ເດັກນ້ອຍ ທີ່ມາພ້ອມກັບສະມາຊິກຂອງພາລະກິດການເປັນຕົວແທນ, ເພື່ອສ້າງເງື່ອນໄຂໃຫ້ສະມາຊິກຂອງອົງການຕົວແທນຕ່າງປະເທດ ປະຕິບັດໜ້າທີ່ຂອງພວກເຂົາ ເພື່ອຍົກສູງປະສິດທິພາບຂອງວຽກງານ; ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານການຕ່າງປະເທດ ໃນສະພາບການໃໝ່.

ກະຊວງການຕ່າງປະເທດລາວ ໄດ້ຕີລາຄາສູງຕໍ່ການແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນປະສົບການລະຫວ່າງສອງຝ່າຍກ່ຽວກັບການຈັດຕັ້ງປະຕິບັດລະບອບ ແລະ ນະໂຍບາຍຕໍ່ສະມາຊິກຂອງອົງການຕົວແທນ ຢູ່ຕ່າງປະເທດ. ຄະນະຜູ້ແທນລາວກ່າວວ່າ ຂໍ້ມູນຂ່າວສານທີ່ກະຊວງການຕ່າງປະເທດຫວຽດນາມ ໃຫ້ການຊ່ວຍເຫຼືອແມ່ນມີປະໂຫຍດຫຼາຍໃນການສ້າງສະບັບຮ່າງດຳລັດຊີ້ນຳ ການຈັດຕັ້ງປະຕິບັດລະບຽບ ແລະ ນະໂຍບາຍສຳລັບສະມາຊິກອົງການຕົວແທນ.

ຫວຽດນາມ - ລາວ ແລກປ່ຽນກ່ຽວກັບການສ້າງນະໂຍບາຍ ສຳລັບສະມາຊິກຂອງອົງການຕົວແທນ ຢູ່ຕ່າງປະເທດ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. (ພາບ: baoquocte.vn)

ໃນໂອກາດດັ່ງກ່າວ, ທັງສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບຫຼາຍບັນຫາດ້ານກົດໝາຍສາກົນໃນພາກພື້ນ ແລະ ໃນບັນດາເວທີປາໄສຫຼາຍຝ່າຍ, ມາດຕະການເພື່ອເພີ່ມທະວີການຮ່ວມມື ໂດຍສະເພາະແມ່ນ ລະຫວ່າງສອງກົມກົດໝາຍ ແລະ ສົນທິສັນຍາສາກົນຕື່ມອີກ ແລະ ເວົ້ົ້າລວມແມ່ນກະຊວງການຕ່າງປະເທດຂອງສອງປະເທດ ໃນອະນາຄົດ.

(ຄຳຮຸ່ງ)

ເຫດການ