ຫວຽດນາມ ອວຍພອນ​ວັນ​ຊາດ​ຂອງ ສປປ.ລາວ ຄົບຮອບ 44 ປີ

15:19 | 27/11/2019

ຍສໝ - ໃນວັນທີ 27 ພະຈິກ 2019, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນແທັງຕຸ່ງ ອຸປະທູດຫວຽດນາມ ປະຈໍາ ລາວ ໄດ້ໄປອວຍພອນວັນຊາດຂອງ ສປປ.ລາວ ຄົບຮອບ 44 ປີ ຢູ່ກະຊວງການຕ່າງປະເທດ ລາວ ແລະ ຄະນະພົວພັນສູນກາງພັກຕ່າງປະເທດ ປະຊາຊົນປະຕິວັດລາວ.

ຫວຽດນາມ ອວຍພອນ​ວັນ​ຊາດ​ຂອງ ສປປ.ລາວ ຄົບຮອບ 44 ປີ

ຫວຽດນາມ ອວຍພອນ​ວັນ​ຊາດ​ຂອງ ສປປ.ລາວ ຄົບຮອບ 44 ປີ.(ພາບ: TTXVN)

ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍຈົດຈໍາ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອດ້ວຍນໍ້າໃສໃຈຈິງ, ທັນການ, ໃຫຍ່ຫຼວງ ແລະ ລໍ້າຄ່າຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ ລາວ ໃນຕະຫຼອດຊຸມວັນເດືອນປີແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ, ຍາດເອົາເອກະລາດ ກໍຄືໃນຂະບວນວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດໃນປັດຈຸບັນ. ການນໍາຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງການຕ່່າງປະເທດລາວ ຢັ້ງຢືນວ່າ ລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອໜູນຊ່ວຍຫວຽດນາມປະຕິບັດໜ້າທີ່ດັ່ງກ່າວເປັນຢ່າງດີ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສົມທົບກັບຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດຫວຽດນາມ ແລະ ສະຖານທູດຫວຽດນາມ ປະຈໍາ ລາວ ຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ການຢ້ຽມຢາມຂອງການນໍາສອງປະເທດຄັ້ງຕ່າງໆໃນໄລຍະຈະມາເຖິງ, ກ່ອນອື່ນແມ່ນກະກຽມບັນດາເຫດການທີ່ກ່ຽວຂ້ອງເຖິງການສະເຫຼີມສະຫຼອງ 70 ປີ ແຫ່ງວັນທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຢູ່ລາວ ໃຫ້ເປັນຢ່າງດີ.

(ໄຊພອນ)

ເຫດການ
302 Found

Found

The document has moved here.